ປັບປຸງໂຄງການເຝິກເວົ້າພາສາລາວ

    ໃນເດືອນ ກັນຍາ ທີ່ຜ່ານມານີ້ ທີມງານທົດສອບຈາກກະຊວງສຶກສາທິການ ແລະ ກີລາ (ສສກ) ໄດ້ສຳເລັດການທົດສອບທັກສະພາສາລາວຂອງນັກຮຽນຊົນເຜົ່າໃນ 21 ເມືອງເປົ້າໝາຍ ທີ່ຢູ່ໃນໂຄງການເຝິກເວົ້າພາສາລາວ ໃນ 10 ແຂວງ ທີມງານທົດສອບແມ່ນປະກອບດ້ວຍ ຜູ້ຕາງໜ້າຈາກສະຖານບັນຄົ້ຍຄ້ວາວິທະຍາສາດການສຶກສາ (ສວສ) ກົມສ້າງຄູ ກົມສາມັນສຶກສາ ວິທະຍາໄລຄູດົງຄຳຊ້າງ ແລະ ໂຮງຮຽນມັດທະຍົມໃນນະຄອນຫຼວງວຽງຈັນ.

    ການທົດສອບແມ່ນໄດ້ດຳເນີນ ໂດຍການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ແລະ ອົງການສາກົນເພື່ອການພັດທະນາສາຫະລັດອາເມລິກາ (ອົງການ USAID) ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານ ບີຄວາ).

    ຜົນໄດ້ຮັບຈາກການທົດສອບຈະຊ່ວຍໃຫ້ ສສກ ສາມາດປະເມີນໂຄງການເຝິກເວົ້າພາສາລາວ ເຊິ່ງມີຈຸດປະສົງເພື່ອປັບປຸງທັກສະພາສາລາວ ຂອງນັກຮຽນຊົນເຜົ່າທີ່ເວົ້າພາສາອື່ນທີ່ບໍ່ແມ່ນພາສາລາວຢູ່ເຮືອນ ໂຄງການເຝິກເວົ້າພາສາລາວ (ຝວ) ໄດ້ຖືກຂະຫຍາຍເວລາຕື່ມ ຫຼັງຈາກການທົດລອງປະສົບຜົນສໍາເລັດຢູ່ໃນ 7 ເມືອງ ໃນປີ 2021-2022 ປັດຈຸບັນໄດ້ທົດລອງກັບນັກຮຽນ ຂັ້ນ ປ1 ໃນ 105 ໂຮງຮຽນໃນ 21 ເມືອງ ຂອງສົກຮຽນ 2023–2024 ໂຄງການປະກອບມີຄູສອນບົດຮຽນພາສາລາວຕື່ມອີກ 3-4 ຊົ່ວໂມງໃນແຕ່ລະອາທິດ ໂດຍເນັ້ນໃສ່ການປັບປຸງທັກສະການເວົ້າ ແລະ ການຟັງຂອງນັກຮຽນ ເມື່ອນັກຮຽນມີທັກສະການເວົ້າ ແລະ ການຟັງໃນພາສາລາວທີ່ເກ່ງ ຈະເປັນພື້ນຖານໃນການພັດທະນາທັກສະການອ່ານ ແລະ ການຂຽນທີ່ເກ່ງເຊັ່ນກັນ ແລະ ພວກເຂົາຈະປະສົບຜົນສໍາເລັດໃນການຮຽນທຸກວິຊາ.

    ໃນແຕ່ລະເມືອງເປົ້າໝາຍ 21 ແຫ່ງ ມີໂຮງຮຽນ 3 ແຫ່ງ ທີ່ເຂົ້າຮ່ວມໂຄງການເຝິກເວົ້າພາສາລາວ ໄດ້ຖືກຄັດເລືອກເພື່ອທຳການທົດສອບ ໂດຍມີນັກຮຽນ 8 ຄົນໃນແຕ່ລະໂຮງຮຽນໄດ້ຮັບການທົດສອບທັກສະການເວົ້າ ການຟັງ ການອ່ານ ແລະ ການຂຽນ ການທົດສອບນີ້ ຈະລະບຸລະດັບຄວາມສາມາດພາສາລາວຂອງນັກຮຽນ ກ່ອນທີ່ເຂົາເຈົ້າເຂົ້າຮ່ວມໂຄງການ ສໍາລັບໂຮງຮຽນ 3 ແຫ່ງ ແຕ່ລະບ່ອນທີ່ມີນັກຮຽນທົດສອບນັ້ນ ໂຮງຮຽນທີ່ຄ້າຍຄືກັນທີ່ບໍ່ໄດ້ເຂົ້າຮ່ວມໂຄງການເວົ້າພາສາລາວ ກໍໄດ້ຖືກຄັດເລືອກ ເພື່ອຮ່ວມການທົດສອບເຊັ່ນກັນ ນັກຮຽນ 8 ຄົນ ຢູ່ໃນແຕ່ລະໂຮງຮຽນທີ່ບໍ່ໄດ້ເຂົ້າຮ່ວມໂຄງການ ໄດ້ຮັບການທົດສອບແບບດຽວກັນ ໃນຕອນທ້າຍຂອງໂຄງການ ນັກຮຽນໃນໂຮງຮຽນທີ່ເຂົ້າຮ່ວມ ແລະ ໂຮງຮຽນທີ່ບໍ່ໄດ້ເຂົ້າຮ່ວມຈະຖືກທົດສອບອີກເທື່ອໜຶ່ງ ແລະ ຜົນໄດ້ຮັບຈະຖືກປຽບທຽບເພື່ອສັງເກດວ່າ ນັກຮຽນທີ່ຮຽນພາສາລາວ ມີການພັດທະນາທັກສະພາສາລາວຫຼາຍກວ່າ ນັກຮຽນທີ່ເຮັດທີ່ບໍ່ໄດ້ຮຽນພາສາລາວເພີ່ມ.

    ທ່ານ ນາງ ພອນສິຣີ ອຸໄທວັນ ຫົວໜ້າຂະແໜງຄົ້ນຄວ້າການສອນພາສາລາວສໍາລັບຊົນເຜົ່າ ສວສ ໄດ້ ອະທິບາຍວ່າ: ການທົດສອບໃນຄັ້ງນີ້ ມີສິ່ງທ້າທາຍຫຼາຍຢ່າງໃນບາງບ້ານທີ່ຢຸ່ຫ່າງໄກໃນ ສປປ ລາວ ເຊັ່ນ: ທີມງານທົດສອບຫຼາຍຄົນຕ້ອງເດີນທາງໄປຕາມເສັ້ນທາງທີ່ຖືກນໍ້າຖ້ວມ ຫຼື ເປ່ເພ ແລະ ບາງທີມກໍຕ້ອງຍ່າງແຂ່ງຝົນລຸຍຂີ້ຕົມເພື່ອໄປເຖິງໂຮງຮຽນ ແຕ່ພວກເຮົາກໍຕັ້ງໃຈທີ່ຈະປະຕິບັດວຽກງານທີ່ສໍາຄັນນີ້ ເພາະວ່າມັນສໍາຄັນສໍາລັບພວກເຮົາ ທີ່ຈະເກັບກໍາຂໍ້ມູນກ່ຽວກັບປະສິດທິຜົນຂອງໂຄງການເຝິກເວົ້າພາສາລາວ.

    ທ່ານ ປອ ນາງ ແອງເຈລ້າ ຊິນຄອັດຕ້າ-ເຊກິ ທີ່ປຶກສາດ້ານວິຊາການຈາກແຜນງານບີຄວາ ທີ່ໃຫ້ການສະໜັບສະໜູນ ສວສ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໄດ້ກ່າວວ່າ: ຄວາມມຸ່ງໝັ້ນຂອງພະນັກງານຈາກກະຊວງ ສສກ ພະນັກງານພະແນກສຶກສາທິການ ແລະ ກີລາແຂວງ ພະນັກງານຫ້ອງການສຶກສາທິການ ແລະ ກີລາເມືອງ ຄູສອນ ແລະ ຜູ້ອໍານວຍການໂຮງຮຽນທຸກທ່ານ ແມ່ນເຮັດວຽກໄດ້ດີ ແລະ ຂໍຊົມເຊີຍຢ່າງແທ້ຈິງຕໍ່ຄວາມຕັ້ງໃນຂອງພວກເຂົາ.

    ຜົນການທົດສອບໃນທ້າຍສົກຮຽນ 2023 – 2024 ຈະປະກອບເຂົ້າໃນການປະເມີນຜົນຂອງໂຄງການຝຶກເວົ້າພາສາລາວ. ຈາກນັ້ນ, ກະຊວງສຶກສາທິການ ແລະ ກິລາ ຈະພິຈາລະນາການຂະຫຍາຍໂຄງການດັ່ງກ່າວ ໄປສູ່ບັນດາເມືອງ ແລະ ແຂວງຕ່າງໆໃນທົ່ວປະເທດລາວ.

error: Content is protected !!