ໂດຍ: ສ.ຣາຊະສີ
ການຂາດສານອາຫານ ເປັນໄພຂົ່ມຂູ່ຕໍ່ການບັນລຸເປົ້າໝາຍພັດທະນາແບບຍືນຍົງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງ ສປປ ລາວ ໃນປີ 2017 ທົ່ວປະເທດມີເດັກລວງສູງບໍ່ໄດ້ຕາມເກນມາດຕະຖານກວມເຖິງ 33% ເດັກອາຍຸຕ່ຳກວ່າ 5 ປີ ນ້ຳໜັກບໍ່ໄດ້ຕາມເກນມາດຕະຖານ 21% ນ້ຳໜັກເກີນເກນມາດຕະຖານ (ພາວະໂພຊະນາການເກີນ) 3,5% ພ້ອມນັ້ນການຂາດຈຸລະສານອາຫານ ກໍຍັງມີຫຼາຍ ຄາດຄະເນວ່າມີຫຼາຍກວ່າ 70% ຂອງເດັກອາຍຸຕ່ຳກວ່າ 12 ເດືອນ ບັນຫາດັ່ງກ່າວນັ້ນມັນກໍ່ໃຫ້ເກີດພະຍາດເລືອກຈາງ.

ໂຮງໝໍແຂວງຫຼວງພະບາງ ກໍເປັນອີກພາກສ່ວນໜຶ່ງທີ່ຖືສຳຄັນຄໍ່ວຽກງານດັ່ງກ່າວ ໂດຍການເອົາໃຈໃສ່ຕໍ່ການຈັດຕັ້ງປະຕິບັດຕາມແຜນຍຸດທະສາດແຫ່ງຊາດດ້ານໂພຊະນາການ ໂດຍສະເພາະໂພຊະນາການແມ່ ແລະ ເດັກ ເຊິ່ງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ກໍຄື ປະຊາຊົນລາວຊາວແຂວງຫຼວງພະບາງ ເປັນເຈົ້າການປະກອບສ່ວນເຂົ້າໃນການຈັດຕັ້ງວຽກງານດັ່ງກ່າວໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້.

ທ່ານ ດຣ. ທອງພຸດ ສຸກຂະເສມ ອຳນວຍການໂຮງໝໍແຂວງຫຼວງພະບາງ ໃຫ້ສຳພາດໃນໂອກາດທີ່ຄະນະສື່ມວນຊົນຈາກສຸນກາງລົງເຄື່ອນໄຫວວຽກງານຢູ່ແຂວງຫຼວງພະບາງ ເມື່ອບໍ່ດົນຜ່ານມາວ່າ: ໂຮງໝໍພວກເຮົາເຄື່ອນໄຫວຕາມພາລະບົດບາດທີ່ໄດ້ກຳນົດໄວ້ເຊັ່ນ: ປິ່ນປົວຟື້ນຟູໜ້າທີ່ການ ປ້ອງກັນ-ສົ່ງເສີມສຸຂະພາບ ວຽກງານຄົ້ນຄວ້າວິທພຍາສາດການແພດ ວຽກງານສິດສອນເຝິກອົບຮົມໃຫ້ຄວາມຮູ້ແກ່ພະນັກງານແພດໝໍ ວິຊາການ ນັກຮຽນ-ນັກສຶກສາ ແລະ ວຽກງານຊ່ວຍເຫຼືອໂຮງໝໍຂັ້ນທ້ອງຖິ່ນ.

ໃນໄລຍະຜ່ານມາ ກໍຄື ປັດຈຸບັນ ໂຮງໝໍແຂວງພວກເຮົາໄດ້ເອົາໃຈໃສ່ຕໍ່ການໃຫ້ບໍລິການປະຊາຊົນຊາວແຂວງຫຼວງພະບາງ ບັນດາແຂວງໃກ້ຄຽງ ລວມເຖິງຊາວຕ່າງປະເທດ ແລະ ນັກທ່ອງທ່ຽວທີ່ເຂົ້າໃນແຂວງຫຼວງພະບາງໄດ້ຢ່າງທົ່ວເຖິງ ເຊິ່ງໃນ 6 ເດືອນຕົ້ນປີ 2023 ສາມາດໃຫ້ບໍລິການໄດ້ 38 ພັນກວ່າຄົນ ມີຄົນເຈັບເຂົ້າມານອນປິ່ນປົວກວ່າ 5 ພັນຄົນ ກວດແມ່ຍິງຖືພາໄດ້ 3.992 ຄົນ ກວດເດັກດີ 4.506 ຄົນ ບໍລິການລູກຫ່າງ 168 ຄົນ ພ້ອມນັ້ນຍັງໃຫ້ບໍລິການເກີດລູກ ຊ່ວຍເຫຼືອເກີດເດັກນ້ຳໜັກຕ່ຳກວ່າ 2,5 ກີໂລ ແລະ ອື່ນໆ.
ສຳລັບວຽກງານໂພຊະນາການ ໂດຍສະເພາະໂພຊະນາການແມ່ ແລະ ເດັກ ແມ່ນໄດ້ສົມທົບກັບຂະແໜງການ ໜ່ວຍງານກ່ຽວຂ້ອງເພື່ອເຄື່ອນໄຫວຈັດຕັ້ງປະຕິບັດ ພ້ອມນັ້ນກໍຍັງມີການກັ່ນຕອງເວລາໃຫ້ບໍລິການແກ່ເດັກ ເຊັ່ນ: ນ້ຳໜັກຕຳ ນ້ຳໜັກເກີນເກນ ລວງສູງຕ່ຳກວ່າມາດຕະຖານ ກ່ອນເລີ່ມໃຫ້ການສຸຂະສຶກສາ ສ່ວນການຂາດສານອາຫານຊໍາເຮື້ອ ພວກເຮົາກໍໄດ້ເອົາໃຈໃສ່ໃນການກັ່ນຕອງເວລາໃຫ້ບໍລິການເຊັ່ນດດຽວກັນ ນັບແຕ່ເດັກອາຍຸ 5 ປີ ຈົນເຖິງອາຍຸ 21 ປີ ເນື່ອງຈາກປັດໄຈຫຼັກທີ່ກໍ່ໃຫ້ເກີດດສະພາບການດັ່ງກ່າວແມ່ນມາຈາກການບໍ່ໄດ້ພິນນົມແມ່ແຕ່ມື້ເກີດເຮັດໃຫ້ການເຕີບໃຫຍ່ຂອງເດັກເຫຼົ່ານັ້ນກໍສົມບູນເມື່ອທຽບໃສ່ເດັກທີ່ໄດ້ຮັບນົມແມ່ແຕ່ມື້ເກີດ ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນໄລຍະຜ່ານມາໄດ້ຮັບປະສິດທິຜົນດີເທົ່າທີ່ຄວນ.
ຢ່າງໃດກໍຕາມ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດ ແລະ ບັນລຸຕາມລະດັບຄາດໝາຍຕາມຍຸກທະສາດແຫ່ງຊາດດ້ານໂພຊະນາການ ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດບັນດາກິດຈະເຮັດໃຫ້ວຽກງານດັ່ງກ່າວສາມາດບຸນຕາມໂຕຊີ້ບອກທີ່ວາງໄວ້.

ທ່ານ ນາງ ວັນເພັງ ພູນສະຫວັດ ຫົວໜ້າໜ່ວຍງານປະສູດພະຍາດຍິງໂຮງໝໍແຂວງຫຼວງພະບາງ ໄດ້ໃຫ້ສຳພາດ ວ່າ: ໜ່ວຍງານແມ່ ແລະ ເດັກ ແມ່ນ ໜ່ວຍງານໜຶ່ງ ທີ່ມີໜ້າທີ່ໃຫ້ບໍລິການຝາກທ້ອງ ເກີດລູກ ຕິດຕາມກວດກາ ແລະ ປິ່ນປົວ ແມ່ຍິງຖືພາ ເບິ່ງແຍງດູແລແມ່ທີ່ມີພາວະສ່ຽງໄພ ແລະ ໃຫ້ຄຳແນະນຳການ ຄຳປຶກສາການດູແລຕົນເອງເວລາຖືພາ ແລະ ສິ່ງສຳຄັນໜຶ່ງທີ່ຂາດບໍ່ໄດ້ຄືການ ແນະນຳຄວາມພ້ອມໃຫ້ແມ່ທີ່ຈະດູແລຕົນເອງ ແລະ ລູກຂອງຕົນ ເພື່ອໃຫ້ລູກໄດ້ດູດນົມແມ່ແຕ່ເວລາແລກເກີດຈົນຮອດ 6 ເດືອນ ໂດຍແມ່ຍິງທຸກຄົນຕ້ອງຮູ້ຄຸນປະໂຫຍດຂອງການລ້ຽງລູກດ້ວຍນົມແມ່ ແລະ ຄວາມອັນຕະລາຍຂອງການໃຫ້ນົມຜົງ ທັງໝົດນີ້ ເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານໂພຊະນາການແມ່-ເດັກ ເພື່ອໃຫ້ບັນລຸຕາມລະດັບຄາກໝາຍທີ່ໄດ້ກຳນົດໄວ້ໃນແຜນຍຸດທະສາດແຫ່ງຊາດດ້ານໂພຊະນາການ.

ທີ່ກ່າວມາຂ້າງເທິງນັ້ນ ແມ່ນສະແດງເຖິງຄວາມເປັນເຈົ້າການຂອງໂຮງໝໍແຂວງຫຼວງພະບາງ ໃນການຈັດຕັ້ງປະຕິບັດແຜນຍຸດທະສາດແຫ່ງຊາດດ້ານໂພຊະນາການ ແລະ ບໍ່ສະເພາະແຕ່ໂຮງໝໍ ບັນດາຂະແໜງການກ່ຽວຂ້ອງພາຍໃນແຂວງດັ່ງກ່າວ ແຕ່ມັນລວມໄປເຖິງບັນດາແຂວງຕ່າງໆໃນຂອບເຂດທົ່ວປະເທດ ຕາງກໍໃຫ້ຄວາມສຳຄັນຕໍ່ວຽກງານດັ່ງກ່າວ ເພື່ອບັນລຸ 11 ໂຕຊີ້ບອກທີ່ສະພາແຫ່ງຊາດຮັບຮອງ.
ສຳລັບການເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງຂອງຄະນະນັກຂ່າວຈາກສູນກາງ ແມ່ນນຳໂດຍ ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນຈາກອົງການ Unicef ປະຈຳ ສປປ ລາວ.