ກອງປະຊຸມປຶກສາຫາລືຂອງສອງກະຊວງການຕ່າງປະເທດ ລາວ-ສິງກະໂປ ຄັ້ງທີ I

    ໃນວັນທີ 12 ຕຸລາ 2023 ທີ່ກະຊວງການຕ່າງປະເທດ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ອາລເບີດທ໌ ຈົວ (Albert Chua), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມ ກອງປະຊຸມປຶກສາຫາລືຂອງສອງກະຊວງການຕ່າງປະ ເທດ ລາວ-ສິງກະໂປ ຄັ້ງທີI ທີ່ ນະຄອນຫຼວງວຽງຈັນ ໃນວັນທີ 12-13 ຕຸລາ 2023 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ-ສິງກະໂປ ໃຫ້ມີບາດກ້າວອັນໃໝ່ໃນອະນາຄົດ.

    ກອງປະຊຸມປຶກສາຫາລືຂອງສອງກະຊວງການຕ່າງປະເທດ ລາວ-ສິງກະໂປ ຄັ້ງທີ I ໄດ້ດໍາເນີນໄປພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີຕ່າງປະເທດລາວ ແລະ ທ່ານ ອາລເບີດທ໌ ຈົວ, ຮອງລັດຖະມົນຕີຕ່າງປະເທດ ສິງກະໂປ ໂອກາດນີ້ ສອງຝ່າຍ ສະແດງຄວາມຊົມເຊີຍຕໍ່ການຈັດກອງປະຊຸມປຶກສາຫາລື ຄັ້ງນີ້ ເຊິ່ງຈະໄດ້ເປັນພື້ນຖານອັນສຳຄັນໃນການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ລາວ-ສິງກະໂປ ໃຫ້ກ້າວເຂົ້າສູ່ລ່ວງເລີກ ແລະ ມີຜົນສຳ ເລັດອັນໃຫມ່ໃຫຍ່ກວ່າເກົ່າ ໃນຕໍ່ໜ້າ ສອງຝ່າຍ ຕີລາຄາສູງຕໍ່ສາຍພົວພັນການທູດ ລາວ-ສິງກະໂປ ຕະຫຼອດໄລຍະ 49 ປີ (ເລີ່ມແຕ່ປີ 1974) ທີ່ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງເປັນກ້າວໆມາ ສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງສອງປະເທດ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນດ້ວຍກັນ ການພົວພັນຮ່ວມມືຂອງບັນດາຫົວຫນ່ວຍທຸລະກິດ ການຮ່ວມມືດ້ານ ການຄ້າ-ການລົງທຶນ ການສຶກສາ ການພັດທະນາຊັບພະຍາກອນມະນຸດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ ຝ່າຍລາວ ສະແດງຄວາມຊົມເຊີຍທີ່ເຫັນວ່າ ການຄ້າ-ການລົງທຶນ ຂອງສິງກະໂປຢູ່ ສປປ ລາວ ໄດ້ສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ປະກອບມີ 83 ໂຄງການ ລວມມູນຄ່າການລົງທຶນທັງຫມົດ 362 ລ້ານໂດລາສະຫະລັດ (ຈັດຢູ່ອັນດັບ 10 ການລົງທຶນຂອງຕ່າງປະເທດຢູ່ ສປປ ລາວ) ແລະ ໃນໄລຍະ 5 ປີ ຫຼັງນີ້ ການຄ້າສອງຝ່າຍ ສາມາດບັນລຸ 451,4 ລ້ານໂດລາສະຫະລັດ ໃນນັ້ນ ຝ່າຍລາວ ສະເໜີໃຫ້ສືບຕໍ່ຊຸກຍູ້ບັນດານັກທຸລະກິດຂອງສິງກະໂປ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນຕື່ມໃນອະນາຄົດ ໂດຍສະເພາະແມ່ນ ໃນຂະແໜງການຕ່າງໆທີ່ສອງຝ່າຍມີທ່າແຮງຮ່ວມກັນ ເປັນຕົ້ນ ການຜະລິດກະສິກຳພະລັງງານສີຂຽວ (ພະລັງງານນ້ຳ ແສງຕາເວັນ ແລະ ລົມ) ການທ່ອງທ່ຽວ ການບໍລິການໂຮງແຮມ ແຮງງານ ແລະ ອື່ນໆ ໃນນີ້ ສອງຝ່າຍ ໄດ້ປຶກສາຫາລື ກ່ຽວກັບ ການຕໍ່ສັນຍາການຊື້-ຂາຍ ພະລັງງານໄຟຟ້າ ລະຫວ່າງ ບໍລິສັດ ໄຟຟ້າລາວ (EDL) ແລະ ບໍລິສັດໄຟຟ້າ Keppel Electric Pte ຈຳກັດ ແລະ ພິຈາລະນາຂະຫຍາຍສັນຍາຈາກ ໄລຍະ 2 ປີ ຂຶ້ນເປັນ 5 ປີ ໃນຕໍ່ຫນ້າ ພ້ອມດຽວກັນນີ້ ສອງຝ່າຍ ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າໃນການຮ່ວມມືດ້ານສິ່ງແວດລ້ອມ ເປັນຕົ້ນ ການຈັດການແຫຼງນ້ຳ ການປ່ຽນແປງສະພາບດິນຟ້າອາກາດ ແລະ ການຫຼຸດຜ່ອນປະລິມານການປ່ອຍກາສ໌ເຮືອນແກ້ວ ອອກສູ່ສິ່ງແວດລ້ອມ ປຶກສາຫາລືກັນ ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບ ການຮ່ວມມືໃນໂຄງການ ຊື້-ຂາຍ ກາກບອນ (Carbon Credit) ໃນຕໍ່ຫນ້າ ເຊິ່ງ ຝ່າຍສິງກະໂປ ຍິນດີໃຫ້ຄຳປຶກສາ ແລະ ຖ່າຍຖອດບົດຮຽນແກ່ຝ່າຍລາວ ໂດຍສະເພາະ ບໍລິສັດຂອງສິງກະໂປ ທີ່ມີປະສົບການໃນດ້ານນີ້ ເຂົ້າມາລົງທຶນໃນ ສປປ ລາວ.

    ໃນໂອກາດດຽວກັນນີ້ ສອງຝ່າຍ ເຫັນດີເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອກະກຽມການສະເຫຼີມສະ ຫຼອງ ຄົບຮອບ 50 ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ສິງກະໂປ ໃນປີ 2024 ທີ່ຈະມາເຖິງ ນອກຈາກນີ້ ສອງຝ່າຍ ກໍ່ໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

    ໃນໂອກາດນີ້ ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈມາຍັງ ລັດຖະບານ ແລະ ປະຊາຊົນ ສິງກະໂປ ຕໍ່ການຊ່ວຍເຫຼືອອັນລ້ຳຄ່າໃນໄລຍະຜ່ານມາ ເປັນຕົ້ນ ການຊ່ວຍສ້າງຊັບພະຍາກອນມະນຸດ ການຈັດຝຶກອົບຮົມພາສາອັງກິດ ແລະ ວິຊາການທີ່ກ່ຽວຂ້ອງ ໃຫ້ແກ່ ບັນດາພະນັກງານລັດຖະກອນ ນັກການທູດ ຈົນເຖິງການນຳຂັ້ນສູງຂອງ ສປປ ລາວ ການພັດທະນາສີມືແຮງງານ ລວມທັງ ການສົ່ງບັນດາອາສາສະຫມັກ ຄູອາຈານ ແລະ ຜູ້ຊ່ຽວຊານ ເຂົ້າມາຊ່ວຍເຫຼືອ ສປປ ລາວ ໃນຂະແໜງການຕ່າງໆຢ່າງຫຼວງຫຼາຍ ພິເສດ ລັດຖະບານສິງກະໂປ ໄດ້ໃຫ້ການຊ່ວຍເຫຼືອຢ່າງທັນການແກ່ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ລັດຖະບານ ແລະ ປະຊາຊົນ ສິງກະໂປ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຕໍ່ໜ້າ ໂດຍສະເພາະ ການກະກຽມເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

    ໃນຂະນະດຽວກັນ ທ່ານຮອງລັດຖະມົນຕີ ອາລເບີດທ໌ ຈົວ ໄດ້ສະແດງຄວາມຍິນດີຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງຕົນ ປະສານສົມທົບກັນຢ່າງໃກ້ຊິດກັບຝ່າຍລາວ ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ສິງກະໂປ-ລາວ ໃຫ້ແຕກດອກອອກຜົນ ແລະ ນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນ ສິງກະໂປ-ລາວ ສະແດງຄວາມຍິນດີສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ສປຊ ອາຊຽນ ແລະ ອື່ນໆ ພ້ອມນີ້ ຝ່າຍ ສິງກະໂປ ໄດ້ສະແດງຄວາມຍິນດີຈະສືບຕໍ່ການເປັນປະທານຮ່ວມ ກອງປະຊຸມປຶກສາຫາລືຂອງສອງກະຊວງການຕ່າງປະເທດ ລາວ-ສິງກະໂປ ຄັ້ງທີ II ໃນປີ 2024 ເຊິ່ງຈະຈັດຂຶ້ນທີ່ ປະເທດ ສິງກະໂປ.

    ໃນວັນດຽວກັນ ຄະນະຜູ້ແທນ ສິງກະໂປ ກໍ່ໄດ້ເຂົ້າຢ້ຽມຄຳນັບ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໂດຍໄດ້ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້. ໃນໂອກາດດຽວກັນ ທ່ານ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ຄະນະຜູ້ແທນສິງກະໂປ ແລະ ສະແດງຄວາມຊົມເຊີຍຕໍ່ຄວາມເອົາໃຈໃສ່ຂອງທັງສອງຝ່າຍ ທີ່ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະ ສາມາດຈັດຕັ້ງປະຕິບັດ ກອງປະຊຸມປຶກສາຫາລືຂອງສອງກະຊວງການຕ່າງປະເທດ ລາວ-ສິງກະໂປ ຄັ້ງທີ I ຂຶ້ນຢ່າງເປັນທາງການ, ເຊິ່ງຈະເປັນພື້ນຖານອັນດີໃຫ້ແກ່ ການນໍາຂັ້ນສູງຂອງສອງຝ່າຍ ສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລາວ-ສິງກະໂປ ໃຫ້ແຫນ້ນແຟ້ນຍິ່ງຂຶ້ນ ແລະ ມີຜົນສຳເລັດອັນໃຫມ່ຍິ່ງໃຫຍ່ກວ່າເກົ່າ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

ພະແນກໂຄສະນາ ແລະ ປະຊາສຳພັນ

error: Content is protected !!