ກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານກັບ ຄະນະປະຈໍາສະພາແຫ່ງຊາດ ຄັ້ງທີ II

    ກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບ ຄະນະປະຈໍາສະພາແຫ່ງຊາດ ຄັ້ງທີ II ປີ 2023 ຈັດຂຶ້ນໃນວັນທີ 12 ຕຸລາ 2023 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາ ແຫ່ງຊາດ ມີບັນດາທ່ານຮອງນາຍົກລັດຖະມົນຕີ ຮອງປະທານສະພາແຫ່ງຊາດ ສະມາຊິກລັດຖະບານປະທານ-ຮອງປະທານກຳມາທິການ ສະພາແຫ່ງຊາດ ແລະ ຜູ້ຕາງໜ້າບັນດາກະຊວງ-ອົງການ ເຂົ້າຮ່ວມ.

    ຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລື ແລກປ່ຽນຄຳຄິດເຫັນ ແລະ ກ້າວໄປເຖິງການສ້າງຄວາມເປັນ ເອກະພາບ ຕໍ່ບັນດາເນື້ອໃນ ກໍຄື ຫົວຂໍ້ທີ່ຢູ່ຄວາມຮັບຜິດຊອບຂອງລັດຖະບານ ທີ່ຈະນໍາເຂົ້າພິຈາລະນາໃນກອງ ປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະຈັດຂຶ້ນໃນຕໍ່ໜ້າ ພ້ອມກັນນັ້ນ ກໍປຶກສາຫາລື ເພື່ອເປັນເອກະພາບ ແລະ ເປັນບ່ອນອີງ ໃນການແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ປະກົດການຫຍໍ້ທໍ້ຕ່າງໆ ແນໃສ່ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີ ຄວາມສະຫງົບປອດໄພ ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງນັບມື້ດີຂຶ້ນ ທັງເປັນການຕິດຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງການລັດຂັ້ນຕ່າງໆ ນອກນັ້ນ ກໍພ້ອມກັນຕີລາຄາ ແລະ ຖອດຖອນບົດຮຽນ ກ່ຽວກັບ ກົນໄກການປະສານງານ ລະຫວ່າງ ລັດຖະບານ ກັບ ສະພາແຫ່ງຊາດ.

    ສໍາລັບເນື້ອໃນທີ່ນຳມາປຶກສາຫາລື ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງລາຍງານ ແລະ ພ້ອມກັນສຸມໃສ່ຄົ້ນຄວ້າ ປຶກສາຫາລື ປະກອບຄຳຄິດເຫັນ ແລະ ເປັນເອກະພາບ ຕໍ່ບັນຫາທີ່ສໍາຄັນ ຄື: ລາຍງານ ຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໃນໄລຍະ 9 ເດືອນຕົ້ນປີ, ຄາດຄະເນໝົດປີ 2023  ທິດທາງແຜນການ 3 ເດືອນທ້າຍປີ 2023 ແລະ ສະເໜີທິດທາງແຜນ ການໃນປີ 2024 ແຜນຈຸດສຸມໂຄງການລົງທຶນຂອງລັດປີ 2024 ແລະ ສະເໜີບັັນຊີໂຄງການຕ້ານຕາຝັ່ງເຈື່ອນ ແລະ ໂຄງການສ້ອມແປງເສັ້ນທາງຫລວງແຫ່ງຊາດ ແລະ ທາງຫລວງຂອງແຂວງ ທີ່ເປັນບູລິມະສິດ ໃນປີ 2024 ຜົນສຳເລັດພົ້ນເດັ່ນໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ (ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຫຍຸ້ງ ຍາກທາງດ້າານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ) ຜົນການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໃນໄລຍະ 3 ເດືອນ ແລະ ສະເໜີທິດທາງມາດຕະການ ແຕ່ນີ້ຮອດໝົດປີ 2023; ສະພາບການຈັດຕັ້ງປະຕິບັດໂຄງການສຳປະທານຕ່າງໆ ໃນໄລຍະຜ່ານມາ ແລະ ສະເໜີທິດທາງມາດຕະ ການໃນການຄຸ້ມຄອງໃນຕໍ່ໜ້າ ລວມທັງ ການສະເໜີແບ່ງຂັ້ນໃນການອະນຸມັດ ແລະ ຄຸ້ມຄອງໂຄງການສຳປະທານ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໃນຕໍ່ໜ້າ; ແຜນການສ້າງ ແລະ ປັບປຸງກົດໝາຍ ໃນໄລຍະແຕ່ປີ 2024-2025 ບັນດາຫົວຂໍ້ວາລະທີ່ຕິດພັນຄວາມຮັບຜິດຊອບຂອງລັດຖະບານ ທີ່ຈະລາຍງານຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະຫຼຸບຕີລາຄາກົນໄກການປະສານງານ ລະຫວ່າງລັດຖະບານ ແລະ ສະພາແຫ່ງຊາດ ໃນໄລຍະຜ່ານມາ ແລະ ສະເໜີທິດທາງປັບປຸງໃນຕໍ່ໜ້າ.

    ກອງປະຊຸມຄັ້ງນີ້ ບັນລຸຜົນສໍາເລັດໄດ້ຕາມຈຸດປະສົງ ແລະ ຄາດໝາຍທີ່ໄດ້ກໍານົດໄວ້ ລັດຖະບານ ຈິງໃຈຮັບເອົາບັນດາຄຳຄິດເຫັນ ທີ່ຫຼາກຫຼາຍ ສ້າງສັນ ແລະ ເປັນປະໂຫຍດ ຈາກສະພາແຫ່ງຊາດ ໃນຄັ້ງນີ້ ໄປ ຄົ້ນຄວ້າປັບປຸງການປະຕິບັດພາລະໜ້າທີ່ ຂອງລັດຖະບານໃຫ້ດີຂຶ້ນ ຢ່າງບໍ່ຢຸດຢັ້ງ ແລະ ພ້ອມກັນເພີ່ມທະວີຈັດຕັ້ງ ປະຕິບັດໜ້າທີ່ຂອງຕົນ ບົນຈິດໃຈຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ຮອບດ້ານ ເພື່ອນໍາເອົາຜົນປະໂຫຍດສູງສຸດມາ ສູ່ປະຊາຊົນ ແລະ ປະເທດຊາດ ກອງປະຊຸມ ໄດ້ຊີ້ນໍາໃຫ້ກະຊວງແຜນການ ແລະ ການລົງທຶນ ກະຊວງການເງິນ  ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງຮີບຮ້ອນນຳເອົາຜົນກອງປະຊຸມຄັ້ງນີ້ ໄປປັບປຸງບົດລາຍງານ ພ້ອມທັງ ໃຫ້ກະຊວງກ່ຽວຂ້ອງ ແລະ ກຳມາທິການກ່ຽວຂ້ອງຂອງສະພາແຫ່ງຊາດ ສືບຕໍ່ເຮັດວຽກນຳກັນ ເພື່ອກ້າວໄປເຖິງສ້າງຄວາມເປັນເອກະພາບທາງດ້ານຕົວເລກຄາດໝາຍ ໃຫຍ່ໆ ມີບ່ອນອີງໜັກແໜ້ນ ພ້ອກັນນີ້ ລັດຖະບານ ຈະລົງເລິກຄົ້ນຄວ້າ ແລະ ກໍານົດມາດຕະການປະຕິບັດຕົວຈິງ ເພື່ອສູ້ຊົນບັນລຸຕົວເລກຄາດໝາຍດັ່ງກ່າວ. ໃນຕໍ່ໜ້າ ລັດຖະບານ ແລະ ສະພາແຫ່ງຊາດ ຈະໄດ້ສືບຕໍ່ເພີ່ມທະວີການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ທີ່ວາງອອກໃນແຕ່ລະໄລຍະ ເຂົ້າໃນການ ເຄື່ອນໄຫວວຽກງານຂອງຕົນ ໃຫ້ມີຄວາມໜັກແໜ້ນຂຶ້ນຕື່ມ ພ້ອມນັ້ນ ກໍຈະໄດ້ເພີ່ມທະວີ ການຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດ ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ຢ່າງເປັນເອກະພາບ ແລະ ເຂັ້ມງວດ.

    ການຈັດກອງປະຊຸມຮ່ວມລະຫວ່າງຄະນະລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ ກ່ອນຈະເປີດ ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ແຕ່ລະຄັ້ງ ໂດຍພັດປ່ຽນກັນ ເປັນເຈົ້າພາບນັ້ນ ແມ່ນມີຄວາມສໍາຄັນ ຢ່າງຍິ່ງ ເປັນການທົບທວນ ແລະ ສ້າງຄວາມເປັນເອກະພາບກັນໃນດ້ານຕ່າງໆ ທັງເປັນກົນໄກເຮັດວຽກຮ່ວມກັນທີ່ດີ ແລະ ມີປະສິດທິຜົນສູງ ຜ່ານກອງປະຊຸມ ສາມາດເຮັດໃຫ້ລັດຖະບານ ແລະ ສະພາແຫ່ງຊາດມີຄວາມເຂົ້າໃຈ, ເປັນເອກະພາບກັນ ໃນແຕ່ລະບັນຫາ ທີ່ຈະລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ, ທັງສາມາດຊ່ວຍລັດຖະບານ ກະກຽມບົດລາຍງານ ໃຫ້ສອດຄ່ອງຕາມຈຸດປະສົງ ແລະ ຄາດໝາຍ ທີ່ສະພາແຫ່ງຊາດວາງອອກ ແນໃສ່ເຮັດໃຫ້ ການດໍາເນີນກອງປະຊຸມສະພາແຫ່ງຊາດ ແຕ່ລະຄັ້ງມີຜົນສຳເລັດ ແລະ ມີປະສິດທິຜົນ ເປັນຢ່າງດີ.

ຂ່າວ: ກົມປະຊາສຳພັນ ຫສນຍ

error: Content is protected !!