ການລົງທຶນໃສ່ຄູ ເເມ່ນການລົງທຶນໃສ່ອະນາຄົດຂອງ ສປປ ລາວ

    ການພັດທະນາເຕັກໂນໂລຊີໃນໂລກປັດຈຸບັນໄດ້ນັບມື້ນັບຂະຫຍາຍໂຕ ເຮັດໃຫ້ຜູ້ຄົນທົ່ວທຸກມຸມໂລກສາ ມາດ ຕິດຕໍ່ສື່ສານເຖີງກັນໄດ້ງ່າຍຂຶ້ນ ເເຕ່ມີຄຳເວົ້າໜື່ງທີ່ຍັງຄົງນຳໃຊ້ໄດ້ທຸກຍຸກສະໄໝ: “ປູກເຂົ້າໃຊ້ເວລາໜື່ງປີ ປູກຕົ້ນໄມ້ໃຫ້ກາຍເປັນຮົ່ມເງົາໃຊ້ເວລາສິບປີ ເພື່ອສ້າງອະນາຄົດທີ່ດີ ຕ້ອງໃຫ້ການສຶກສາແກ່ລູກຫຼານຂອງພວກເຮົາ.” ນີ້ຄືເຫດຜົນທີ່ ສປປ ລາວ ໄດ້ໃຫ້ຄຳໝັ້ນສັນຍາຕໍ່ການພັດທະນາການສືກສາຂອງປະເທດ ໂດຍໃຫ້ຄວາມສຳຄັນຕໍ່ສິດທິຂອງເດັກທຸກຄົນໃນການຮຽນຮູ້ ເເລະ ເຕີບໂຕ.

    ໃນໄລຍະ 50 ປີທີ່ຜ່ານມາ ລັດຖະບານເເຫ່ງ ສປປ ລາວ ໄດ້ເຮັດວຽກກັບຄູ່ຮ່ວມພັດທະນາຕ່າງໆ ເປັນຕົ້ນແມ່ນ ອົງການອຸຍນິເຊັບ ແລະ ສະຫະພາບເອີຣົບ ເພື່ອສ້າງລະບົບການສຶກສາທີ່ເດັກນ້ອຍທຸກຄົນສາມາດເຂົ້າເຖິງໄດ້ ນັບຕັ້ງແຕ່ການສ້າງອາຄານຮຽນ ຈົນໄປເຖິງການປັບປຸງຫຼັກສູດການຮຽນການສອນ ພວກເຮົາໄດ້ສຸມຄວາມພະຍາຍາມຢ່າງບໍ່ຢຸດຢັ້ງຕໍ່ວຽກງານການສຶກສາ ຊື່ງເຮັດໃຫ້ໄດ້ຮັບໝາກຜົນທີ່ເພີ່ງພໍໃຈໃນລະດັບໜື່ງ. ແຕ່ເຖີງແນວໃດກໍຕາມ ສີ່ງທີ່ພວກເຮົາຄວນເອົາໃຈໃສ່ຫຼາຍກວ່ານີ້ ແມ່ນຄຸນນະພາບຂອງຄູ.

    ຄູ ບໍ່ພຽງເເຕ່ແມ່ນຜູ້ໃຫ້ການສຶກສາ ແຕ່ພວກເຂົາຍັງເປັນຕົວແບບ ເເລະ ແຮງບັນດານໃຈ ໃຫ້ກັບນັກຮຽນ ນັກສຶກສາ ແລະ ຍັງເປັນຜູ້ສ້າງອະນາຄົດຂອງພວກເຮົາ ສຳລັບຫຼາຍໆຄົນ ອາດຈະມີຄູອາຈານຜູ້ໃດໜື່ງທີ່ເຮົາຍັງຈົດຈຳໄດ້ດີ ເເລະ ຜູ້ທີ່ໄດ້ປ່ຽນເເປງຊີວິດຂອງເຮົາ ແລະ ເປັນຜູ້ທີ່ໄດ້ໃຫ້ບົດຮຽນອັນລ້ຳຄ່າແກ່ພວກເຮົາມາຮອດທຸກມື້ນີ້  ບາງຄົນຍັງໄດ້ຮັບເເຮງບັນດານໃຈເພື່ອເຮັດວຽກເປັນຄູສອນ ຍ້ອນມີຄຸອາຈານເປັນຕົວແບບໃນຊີວິດຂອງພວກເຂົາ.

   ທ່ານ ສອນໄຊ ຈັນທະມາລາ ໄດ້ກ່າວວ່າ: “ການເປັນຄູແມ່ນຄວາມໃຝ່ຝັນຂອງຂ້າພະເຈົ້າ ຕອນທີ່ຍັງນ້ອຍ ຄູອາຈານໄດ້ເປັນຕົວແບບ ແລະ ເຮັດໃຫ້ຂ້າພະເຈົ້າເກີດເເຮງບັນດານໃຈໃນການເປັນຄູໃນມື້ນີ້.” ເຊິ່ງປັດຈຸບັນ ລາວກໍໄດ້ບັນລຸຄວາມຝັນຂອງລາວໂດຍການເປັນຄູສອນຢູ່ທີ່ ໂຮງຮຽນມັດທະຍົມສຶກສາຕອນຕົ້ນສີສັດຕະນາກ ນະຄອນຫຼວງວຽງຈັນ ເເລະ ໃນມື້ນີ້ລາວກໍເປັນອີກຜູ້ໜື່ງ ທີ່ສືບຕໍ່ສ້າງແຮງບັນດານໃຈ ແລະ ເປັນຕົວເເບບທີ່ດີໃຫ້ກັບຄົນຮຸ່ນຕໍ່ໆໄປ.

    ຜົນຈາກການຄົ້ນຄວ້າຮ່ວມກັບ ສະຫະພາບເອີຣົບ ພົບວ່າຄຸນນະພາບຂອງຄູນັ້ນແມ່ນຕົວຊີ້ວັດອັນສຳຄັນ ທີ່ບົ່ງບອກເຖີງຜົນການຮຽນຂອງນັກຮຽນ. ຫຼາຍໂຮງຮຽນແມ່ນປະຕິບັດໄດ້ດີ ໂດຍສຸມໃສ່ການຮຽນຮູ້ສໍາລັບນັກຮຽນທຸກຄົນ ໂດຍສະເພາະເເມ່ນໃຫ້ຄວາມເອົາໃຈໃສ່ຕໍ່ນັກຮຽນທີ່ມີຜົນການຮຽນຕໍ່າ ຕົວຊີ້ວັດເຫຼົ່ານີ້ຍັງສະທ້ອນເຖິງຄວາມເຂົ້າໃຈໃນລະດັບໂລກກ່ຽວກັບການສຶກສາ ຕົວຢ່າງ ລະບົບການສຶກສາຂອງ ປະເທດແຟນລັງ ທີ່ປະສົບຜົນສຳເລັດ ເພາະໄດ້ສຸມໃສ່ຄວາມສະເໝີພາບໃນການຮຽນຮູ້ສຳລັບເດັກທຸກຄົນ ໂດຍສະເພາະໃນການສະໝັບສະໝູນເດັກນ້ອຍທີ່ດ້ອຍໂອກາດທີ່ສຸດ ເພື່ອຜົນປະໂຍດຂອງທຸກຄົນ  ຢູ່ ສ ເກົາຫຼີ ເຊັ່ນດຽວກັນ ອາຊີບຄູ ເປັນອາຊີບ ທີ່ໄດ້ຮັບຄວາມນັບຖືຢ່າງກວ້າງຂວາງ ເເລະ ມີບົດບາດອັນລ້ຳຄ່າ.

    ສ່ວນລະບົບການສຶກສາຂອງປະເທດຫວຽດນາມ ເເມ່ນຖືກຍອມຮັບວ່າປະສົບຜົນສຳເລັດຫຼາຍຄືບັນດາປະເທດຕາເວັນຕົກເຊັ່ນ: ປະເທດອັງກິດ ແລະ ການາດາ ຍ້ອນຫຍັງ ເຫດຜົນກໍຍ້ອນວ່າພວກເຂົາໄດ້ລົງທຶນໃສ່ການສ້າງຄວາມອາດສາມາດຂອງຄູ ເເລະ ໄດ້ໃຫ້ການຝຶກອົບຮົມຕ່າງໆເເກ່ຄູອາຈານຢ່າງຕໍ່ເນື່ອງ ນີ້ແມ່ນເປັນການຢືນຢັນຄຳເວົ້າທີ່ວ່າ “ຄູທີ່ດີກໍຄືນັກຮຽນທີ່ດີ”

    ສປປ ລາວ ໄດ້ມີການພັດທະນາລະບົບການສຶກສາຂອງຕົນເອັງມາຢ່າງຕໍ່ເນື່ອງ  ເເລະ ເຖີງເວລາທີ່ຈະກ້າວໄປອີກຂັ້ນຕອນໝື່ງ ນັ້ນກໍຄືການປັບປຸງການສຶກສາເພື່ອເດັກທຸກຄົນ ໃນປັດຈຸບັນ ງົບປະມານເພື່ອສະໝັບສະໜຸນຄູອາຈານເເມ່ນຍັງບໍ່ພຽງພໍ ດັ່ງນັ້ນ ການຈັດສັນງົບປະມານຂອງລັດທີ່ເພີ່ມຂື້ນ ເພື່ອລົງທືນໃນການເຝິກ ອົບຮົມ ສ້າງຂີດຄວາມສາມາດຂອງຄູ ແລະ ຮັບປະກັນການສຶກສາທີ່ມີຄຸນນະພາບ ຈື່ງເປັນເປົ້າໝາຍທີ່ສຳຄັນຂອງໂຄງການສະໜັບສະໜູນດ້ານງົບປະມານຂອງສະຫະພາບເອີຣົບ ໃຫ້ເເກ່ລັດຖະບານ ສປປ ລາວ ເຖິງເວລາແລ້ວ ທີ່ ສປປ ລາວ ຈະຕ້ອງຈັດລໍາດັບເອົາການສຶກສາເປັນບູລິມະສິດສູງສຸດຂອງປະເທດ ລວມໄປທັງການຮັບປະກັນວ່າຄູອາຈານໄດ້ຮັບເງິນເດືອນທີ່ເໝາະສົມກັບໜ້າທີ່ພວກເຂົາ ແລະ ສ້າງແຮງຈູງໃຈຕ່າງໆໃຫ້ກັບຄຸ ທັ້ງໝົດນີ້ກໍຄືການລົງທຶນໃສ່ອະນາຄົດຂອງປະເທດຊາດພວກເຮົາຢ່າງແທ້ຈິງ.

    ເພື່ອສະໝັບສະໝູນໃຫ້ ສປປ ລາວ ມີຄວາມພ້ອມໃນອະນາຄົດ ພວກເຮົາຕ້ອງໃຊ້ເເນວທາງ 3 ປະການ ການລົງທຶນດ້ານງົບປະມານ ການປັບປຸງນະໂຍບາຍ ແລະ ການປ່ຽນເເປງວັດທະນາທຳໄປສູ່ການຮັບຮູ້ຄວາມສຳຄັນຂອງຄູ ຜົນປະໂຫຍດຈາກການລົງທຶນໃນວຽກງານດັ່ງກ່າວນີ້ແມ່ນບໍ່ຈຳກັດ ເເລະ ໃນຂະນະທີ່ພວກເຮົາສືບຕໍ່ສ້າງທ່າແຮງດ້ານມະນຸດຂອງຊາດ ພວກເຮົາຕ້ອງສຸມຄວາມເອົາໃຈໃສ່ຕໍ່ຜູ້ທີ່ເປັນກຸນເເຈໃນການສ້າງທ່າ ແຮງນັ້ນໃຫ້ຫຼາຍຂຶ້ນ ນັ້ນກໍຄືຄູອາຈານຂອງພວກເຮົາ.

    ການພັດທະນາປະເທດໃນໄລຍະຍາວເລີ່ມຕົ້ນຢູ່ທີ່ຫ້ອງຮຽນ ຜ່ານການຈັດຕັ້ງປະຕິບັດວຽກງານການສຶກສາ ໄດ້ສະແດງໃຫ້ເຫັນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ ພວກເຮົາສາມາດຍາດໄດ້ມີຜົນສຳເລັດຫຼາຍດ້ານ ເຖີງຢ່າງໃດກໍຕາມ ການເດີນທາງແມ່ນຍັງບໍ່ທັນສີ້ນສຸດ ເເລະ ມັນຮຽກຮ້ອງໃຫ້ພວກເຮົາບໍ່ປ່ຽນແປງຈຸດໝາຍປາຍທາງ  ເພາະສະຫວັດດີການ ແລະ ທ່າແຮງຂອງໄວໜຸ່ມ 3 ລ້ານຄົນໃນ ສປປ ລາວ ເເມ່ນຂຶ້ນຢູ່ກັບຄວາມເອົາໃຈໃສ່ຂອງພວກເຮົາໃນມື້ນີ້.

      ໃນຂະນະທີ່ພວກເຮົາສະເຫຼີມສະຫຼອງໂອກາດຄົບຮອບ 50 ປີ ຂອງການຮ່ວມມືລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການອຸຍນີເຊັບ ພວກເຮົາຕ້ອງຈັດເອົາການລົງທຶນໃສ່ການສຶກສາທີ່ມີຄຸນນະພາບເປັນບູລິມະສິດອັນຮີບດ່ວນທີ່ສຸດ ອະນາຄົດຂອງ ສປປ ລາວ ແມ່ນຢູ່ໃນຫ້ອງຮຽນຂອງພວກເຮົາໃນມື້ນີ້ ແລະ ອະນາຄົດນັ້່ນແມ່ນເລີ່ມຕົ້ນດ້ວຍການລົງທຶນໃສ່ຄູຂອງພວກເຮົາ.

ຂຽນໂດຍ:

•     ທ່ານນາງ ປອ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ

•     ທ່ານນາງ ອີນາ ມາຊິວລີໂອນີແຕ ເອກອັກຄະລັກຖະທູດ ສະຫະພາບ ເອີຣົບ ປະຈຳ ສປປ ລາວ

•     ທ່ານນາງ ດຣ ເພຍ ເຣເບນໂລ ບຣິໂຕ ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ

error: Content is protected !!