ນາຍົກລັດຖະມົນຕີລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ

ໃນຕອນບ່າຍຂອງວັນທີ 11 ຕຸລາ 2023 ທີ່ ສໍານັກງານນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຄາມິກາວະ ໂຢໂກະ (KAMIKAWA Yoko) ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ຍີ່ປຸ່ນ ໃນໂອກາດນໍາພາຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 11-12 ຕຸລາ 2023.

ໃນໂອກາດນີ້ ທ່ານ ນາຍົກລັດຖະມົນຕີ  ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ນາງ ຄາມິກາວະ ໂຢໂກະ ທີ່ໄດ້ນໍາພາຄະນະຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ເຊິ່ງຈະເປັນຂີດໝາຍອັນສໍາຄັນປະກອບສ່ວນເຂົ້າໃນການສືບຕໍ່ເສີມສ້າງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງສອງ ປະເທດ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ ພ້ອມນີ້ ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ ທ່ານ ນາງ ຄາມິກາວະ ໂຢໂກະທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນລັດຖະມົນ ຕີກະ ຊວງການຕ່າງປະເທດຍີ່ປຸ່ນ, ພ້ອມທັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາເຊື້ອເຊີນ ໄປຍັງ ທ່ານ ກິຊິດະ ຟຸມິໂອະ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ໃຫ້ເດິນທາງມາຢ້ຽມຢາມ ສປປ ລາວ ໃນເວລາທີ່ມີຄວາມສະດວກ ແລະ ຍັງໄດ້ແຈ້ງໃຫ້ຊາບວ່າ ນາຍົກລາວ ຍິນດີຈະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ສະໄໝພິເສດ ທີ່ ຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ AZEC (Asia Zero Emission Community) ສະໄໝພິເສດ ທີ່ ຍີ່ປຸ່ນ ຈະເປັນ ເຈົ້າພາບ ໃນເດືອນທັນວາ 2023 ທີ່ຈະມາເຖິງນີ້.

ທ່ານ ນາຍົກລັດຖະມົນຕີ  ສອນໄຊ ສີພັນດອນ ໄດ້ຢືນຢັນຄືນຄໍາ ໝາຍໝັ້ນ ຂອງ ລັດຖະບານ ສປປ ລາວ ໃນການສືບຕໍ່ເຮັດ ວຽກຮ່ວມກັບ ລັດຖະບານຍີ່ປຸ່ນຢ່າງໃກ້ຊິດ ແລະ ປະກອບສ່ວນຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໃນການເສີມສ້າງ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ສາກົນ ນອກນັ້ນ ທ່ານ ນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ຝ່າຍ ຍີ່ປຸ່ນ ຊາບ ກ່ຽວກັບ ການກະກຽມເປີດປີທ່ອງທ່ຽວລາວ ໃນປີ 2024 ພ້ອມທັງໄດ້ເຊື້ອເຊີນນັກທ່ອງທ່ຽວ ປະຊາຊົນ ແລະ ນັກທຸ ລະກິດຂອງຍີ່ປຸ່ນ ເຂົ້າມາທ່ອງທ່ຽວ ແລະ ຮ່ວມມືລົງທຶນໃນດ້ານຕ່າງໆທີ່ຍີ່ປຸ່ນມີຄວາມສົນໃຈຕື່ມ ທັງໄດ້ຖືໂອກາດນີ້ ສະ ແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ຕະຫຼອດໄລຍະຜ່ານ ມາ ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ສອງຝ່າຍ ໄດ້ສະແດງຄວາມປິຕິຍິນດີທີ່ເຫັນວ່າ ການພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໄດ້ຮັບການພັດ ທະນາຂຶ້ນຢ່າງບໍ່ຢຸດຢັ້ງ ການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ລວມເຖິງການພົວພັນຮ່ວມມື ແລະ ການໄປ ມາຫາສູ່ ເຊິ່ງກັນ ແລະ ກັນ ຂອງປະຊາຊົນສອງຊາດ ໄດ້ດໍາເນີນເປັນປົກກະຕິ ພິເສດ ແຜນງານການຮ່ວມມື ລາວ-ຍີ່ປຸ່ນ (Action Plan Laos-Japan) ທີ່ສອງປະເທດໄດ້ຮັບຮອງຮ່ວມກັນ ໃນເດືອນເມສາ 2021 ຜ່ານມາ ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ຈັດຕັ້ງປະຕິບັດຢ່າງຕັ້ງໜ້າຈາກພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ການລົງທຶນຂອງພາກທຸລະກິດຍີ່ປຸ່ນ ຢູ່ ສປປ ລາວ ກໍມີທ່າອ່ຽງດີຂຶ້ນ, ໂດຍສະເພາະ ການລົງທຶນດ້ານກະສິກໍາ ອຸດສາຫະກໍາ ແລະ ການບໍລິການ ພ້ອມກັນນັ້ນ ສອງຝ່າຍ ຍັງໄດ້ ປຶກສາຫາລື ເພື່ອຊຸກ ຍູ້ສົ່ງເສີມການພົວພັນຮ່ວມມືຂອງສອງປະເທດໃນຕໍ່ໜ້າ ເພື່ອສືບຕໍ່ຜັນຂະຫຍາຍການເປັນຄູ່ຮ່ວມຍຸດ ທະສາດ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ໜັກແໜ້ນຂຶ້ນກວ່າເກົ່າ ໂດຍສະເພາະ ການຮ່ວມມືດ້ານເສດຖະກິດ ກໍຄືການ ຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລວມເຖິງການຮ່ວມມືດ້ານການຈັດສົ່ງແຮງ ງານລາວໄປເຮັດວຽກຢູ່ ຍີ່ປຸ່ນ ແລະ ການຮ່ວມມືດ້ານພະລັງງານສະອາດ ແລະ ດິຈິຕອນ.

ໃນຂະນະດຽວກັນ ທ່ານ ນາງ ຄາມິກາວະ ໂຢໂກະ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມທັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວຂອງ ພະນະທ່ານ ນາຍົກລັດຖະມົນຕີ ກິຊິດະ ຟຸມິໂອະ ມາຍັງ ທ່ານ ນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ພ້ອມນີ້ ທ່ານ ນາງ ຄາມິກາວະ ໂຢໂກະ ຍັງໄດ້ສະແດງຄວາມພ້ອມທີ່ຈະເຮັດວຽກຮ່ວມກັບ ຝ່າຍ ສປປ ລາວ ຢ່າງໃກ້ຊິດ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ຍີ່ປຸ່ນ-ລາວ ກໍຄືການພົວພັນຮ່ວມມື ຍີ່ປຸ່ນ-ອາຊຽນ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ພ້ອມທັງໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງ ຍີ່ປຸ່ນ ທີ່ຈະໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໃຫ້ປະສົບຜົນ ສໍາເລັດຕາມລະດັບຄາດໝາຍ.

error: Content is protected !!