ມີຫຍັງຝັງໃຈ 6 ປີ ທີ່ ສະຖາບັນການຕ່າງປະເທດ ?

(ໂອກາດສະຫຼອງ ວັນການທູດລາວ ຄົບຮອບ 78 ປີ ( 12/10/1945 – 12/10/2023 ) )

ໂດຍ: ທູດ ມະໄລວຽງ ສາກົນນິຍົມ, ຮອງປະທານ ສະໂມສອນ ນັກການທູດລາວ

ອາດິດຫົວໜ້າສະຖາບັນການຕ່າງປະເທດ

          ສະຖາບັນການຕ່າງປະເທດ ແມ່ນ ສະຖານທີ່ ທີ່ໃຫ້ຄວາມຮູ້ດ້ານປະສົບການໃຫ້ແກ່ພະນັກງານ ການທູດ-ການຕ່າງປະເທດ, ແມ່ນແຫຼ່ງຄວາມຮູ້ ແລະ ຄັງປັນຍາສະສົມ ທີ່ ມາຈາກການດຳເນີນການທູດ ຊ່ອງທາງທີ່ໜຶ່ງ ແລະ ການທູດຊ່ອງທາງທີສອງ ໂດຍ ສ້າງການຮ່ວມມືສາກົນ ເພື່ອດຶງດູດເອົາຄວາມເປັນໃຈຮ່ວມມືກັບສາກົນ ແລະ ທືນຮອນມາເຕີມເຕັມ ໃຫ້ແກ່ການສ້າງຊັບພະຍາກອນການທູດ ຂອງ ສປປ ລາວ ເພື່ອສຳເລັດການຈັດຕັ້ງປະຕິບັດ ການທູດປ້ອງກັນເຫດ ແລະ ການທູດບຸກທະລຸ ແນໃສ່ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ວັດທະນາຖາວວນ.

          ຂ້າພະເຈົ້າ ຖືວ່າເປັນກຽດ ແລະ ມີຄວາມພາກພູມໃຈ ທີ່ສະຖາບັນການຕ່າງປະເທດ ສະເໜີໃຫ້ຂ້າພະເຈົ້າ ປະກອບສ່ວນ ຂຽນບົດຄວາມຊົງຈຳ ກ່ຽວກັບ ສະຖາບັນການຕ່າງປະເທດ ໃນໄລຍະທີ່ຂ້າພະເຈົ້າ ດຳລົງຕຳແໜ່ງເປັນຫົວໜ້າສະຖາບັນການຕ່າງປະເທດ ຍາວນານ 6 ປີ (2004-2010). ພ້ອມກັນນີ້ ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ການນຳ ແລະ ພະນັກງານທຸກໆທ່ານ ຂອງສະຖາບັນການຕ່າງປະເທດ ໂດຍສະເພາະ ຂໍ ຊົມເຊີຍ ທ່ານທູດ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ທີ່ ຈັບເອົາໂອກາດ ປະຫວັດສາດ ນຳພາການຂຽນປື້ມ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງ ສະຖາບັນການຕ່າງປະເທດ” ເພື່ອສະເຫຼີມສະຫຼອງ ຄົບຮອບ 30 ປີ ວັນສ້າງຕັ້ງ ສະຖາບັນການຕ່າງປະເທດ ຊຶ່ງເປັນກິດຈະກຳໜຶ່ງ ປະກອບສ່ວນເຂົ້າໃນການ ສະຫຼອງວັນການທູດລາວຄົບຮອບ 78 ປີ. ຂ້າພະເຈົ້າຍັງຈົດຈໍາວ່າ ຂ້າພະເຈົ້າໄດ້ລິເລີ່ມເປັນຄັ້ງທໍາອິດ ນໍາພາ ພະນັກງານ ສະຖາບັນການຕ່າງປະເທດ ຂຽນປື້ມທີ່ຊື່ວ່າ: “15 ປີ ແຫ່ງຜົນສໍາເລັດ ຂອງ ສະຖາບັນການຕ່າງປະເທດ” ໃນປີ 2008 ເພື່ອສະເຫຼີມສະຫຼອງ ເປັນຄັ້ງທຳອິດ ຄົບຮອບ 15 ປີ ສ້າງຕັ້ງ ສະຖາບັນການຕ່າງປະເທດ; ແລະ ພິມປື້ມຄັ້ງທີ ສອງ ຊື່ວ່າ “20 ປີ ແຫ່ງການສ້າງຕັ້ງ ສະຖາບັນການຕ່າງປະເທດ” (10 ກຸມພາ 1993 – 10 ກຸມພາ 2013) ແມ່ນ ສະ   ໄໝ ທ່ານທູດ ຄຳເພົາ ເອີນທະວັນ ເປັນຫົວໜ້າ ສະຖາບັນການຕ່າງປະເທດ ປີ 2013.

          ແນວຄິດອັນສ້າງສັນຂອງ ສະຖາບັນການຕ່າງປະເທດ ແມ່ນເປັນໄປຕາມຄຳເວົ້າຂອງ ຜູ້ຫຼັກ ຜູ້ໃຫຍ່ ທີ່ເພິ່ນໄດ້ສັ່ງສອນໄວ້ວ່າ ການສະເຫຼີມສະຫຼອງວັນສຳຄັນ ອັນເປັນປະຫວັດສາດໃດໜຶ່ງ ແມ່ນ ປະກອບດ້ວຍ 3 ຄວາມ  ໝາຍສຳຄັນ ດັ່ງນີ້:

  1. ແມ່ນການຫວນຄືນເຖິງອະດີດ ເພື່ອໃຫ້ເຫັນໄດ້ເຖີງພູມປັນຍາ ຄວາມສະຫຼາດສ່ອງໃສ ຂອງບັນພະບູລຸດ ໃນໄລຍະຜ່ານມາ.
  2. ແມ່ນຄວາມເອກອ້າງທະນົງໃຈ ໃນຜົນງານຜົນສຳເລັດຂອງຕົນທີ່ຍາດມາໄດ້ໃນປະຈຸບັນ ອັນເປັນການຕໍ່ຍອດ ຈາກອະດີດ ທີ່ຜ່ານມາ.
  3. ແມ່ນການສືບຕໍ່ສ້າງເປັນບົດຮຽນ ເປັນມູນມໍລະດົກຕົກທອດ ໃຫ້ແກ່ຄົນຮຸ່ນໃໝ່ຕໍ່ໆໄປໃນອະນາຄົດ.

6 ປີ ທີ່ ສະຖາບັນການຕ່າງປະເທດ ແມ່ນ ຄວາມຊົງຈໍາທີ່ຍັງ ສະຫວ່າງສະໄຫວ ຢູ່ໃນແນວຄິດຈິດໃຈ ຂອງຂ້າພະເຈົ້າສະເໝີ ເພາະຖືໄດ້ວ່າແມ່ນ ບ່ອນແຈ້ງເກີດບ່ອນໜຶ່ງຂອງຊີວິດ ການທູດຂອງຂ້າພະເຈົ້າ ທີ່ ນຳທາງຂ້າພະເຈົ້າຈາກຕຳແໜ່ງ ຫົວໜ້າສະຖາບັນການຕ່າງປະເທດ ໄປສູ່ຕຳແໜ່ງອັນສູງສຸດ ຂອງນັກການທູດອາຊີບ ຄືການເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ – ຜູ້ຕາງໜ້າປະມຸກລັດ ແຫ່ງ ສປປ ລາວ ປະຈຳຕ່າງປະເທດ ແລະ ກໍເປັນປະຫວັດສາດຊີວິດ ການທູດໃຫ້ແກ່ ຄູ່ ພັນລະຍາ-ສາມີ ພວກຂ້າພະເຈົ້າ ເປັນຄູ່ເອກອັກຄະລັດຖະທູດ ຄູ່ທຳອິດຂອງລາວ ທີ່ ຖືກແຕ່ງຕັ້ງອອກໄປປະຈຳຢູ່ຕ່າງປະເທດ ຄົນລະປະເທດໃນເວລາດຽວກັນ.  

ທ່ານ ຜູ່ອ່ານ ທີ່ ຮັກແພງ,

ກໍຕ້ອງຖືວ່າເປັນໂຊກດີ ເມື່ອຖືກເລື່ອນຊັ້ນ ຈາກ ຮອງຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ກາຍມາເປັນ ຫົວໜ້າສະະຖາບັນການຕ່າງປະເທດ ຊຶ່ງ ກົງກັນກັບເວລາ ທີ່ ຂ້າພະເຈົ້າ ໄດ້ຮັບທຶນໄປຝຶກອົບຮົບ ຢູ່ ປະເທດຝຣັ່ງ ທີ່ ໂຮງຮຽນການປົກຄອງແຫ່ງຊາດ (Ecole Nationale d’Administration ຫຼື ENA). ENA ແມ່ນ ສະຖາບັນສຶກສາ ແລະ ຝຶກອົບຮົບສຳຄັນຊັ້ນນຳ ຂອງ ຝຣັ່ງ ທີ່ພະນັກງານການນຳຂອງຝຣັ່ງ ຈະຕ້ອງໄດ້ໄປຜ່ານການສຶກສາ-ອົບຮົມ ກ່ອນຈະກ້າວຂຶ້ນໄປບໍລິຫານປະເທດຊາດ. ສະນັ້ນ, ຂ້າພະເຈົ້າ ໄດ້ຕັດສິນໃຈປ່ຽນຫົວຂໍ້ ການຝຶກອົບຮົມທີ່ ENA ໃນທັນທີ ຈາກຫົວຂໍ້ວິຊາການທູດໄປເປັນຫົວຂໍ້ “ ການຄຸ້ມຄອງຊັບພະຍາກອນມະນຸດ (La gestion des ressourses humaines)”, ຊຶ່ງກາຍເປັນຕົ້ນທຶນສໍາຄັນອັນໜຶ່ງ ປະກອບສ່ວນໃສ່ຄວາມສໍາເລັດໃນການນຳພາຄຸ້ມຄອງການບໍລິຫານສະຖາບັນການຕ່າງປະເທດ.

ເມື່ອມານັ່ງປະຈຳການເປັນຫົວໜ້າສະຖາບັນການຕ່າງປະເທດ, ຂ້າພະເຈົ້າ ພະຍາຍາມຈົດຈໍາຄຳແນະນຳ ຈາກຂັ້ນເທິງ ທີ່ກຳຊັບວ່າ ໃຫ້ປັບປຸງບັນຍາກາດແຫ່ງຄວາມສາມັກຄີເປັນເອກະພາບຂອງການນຳສະຖາບັນການ ຕ່າງປະເທດໃນການບໍລິຫານ ແລະ ປັບປຸງຍົກລະດັບດ້ານວິຊາການຂອງສະຖາບັນການຕ່າງປະເທດ ໃຫ້ມີຄຸນນະພາບໃໝ່.

ສະນັ້ນ, ຕາມທີ່ຮູ້, ທີ່ຮຽນ, ທີ່ໄດ້ຮັບການຝຶກອົບຮົມມາ ຂ້າພະເຈົ້າ ເຫັນວ່າ ເພື່ອບໍລິຫານອົງກອນໜຶ່ງໃຫ້ມີປະສິດທິພາບ-ປະສິດທິຜົນ ແລະ ຄຸນນະພາບ ຈະຕ້ອງໄດ້ເອົາໃຈໃສ່:

  1. ການບໍລິຫານວຽກ;
  2. ການບໍລິຫານຄົນ;
  3. ການບໍລິຫານງົບປະມານ,

ໂດຍສະເພາະ ສິ່ງທີ່ສຳຄັນກວ່າເພີ່ນໝົດແມ່ນວ່າ ຜູ້ເປັນຫົວໜ້າອົງກອນ ຕ້ອງມີພາວະຂອງການເປັນຜູ້ນຳ, ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດເປັນແບບຢ່າງນໍາໜ້າ ແລະ ມີຄວາມປອດໃສໃນການບໍລິຫານການເງິນ.

  1. ການບໍລິຫານວຽກ: ຂ້າພະເຈົ້າ ໄດ້ເລີ່ມລົງມືບໍລິຫານວຽກ ຂອງສະຖາບັນການຕ່າງປະເທດ ດ້ວຍການສ້າງເອກະສານໜ້າວຽກ (Job description) ຂອງພະນັກງານດັ່ງທີ່ຂ້າພະເຈົ້າເຄີຍດຳເນີນເວລາເປັນຮອງຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ເພາະວ່າການມີໜ້າວຽກລະອຽດຈະແຈ້ງມອບໃຫ້ພະນັກງານນັ້ນ ມັນຊ່ວຍສ້າງຄວາມສະດວກໃຫ້ແກ່ພະນັກງານ ກຳວຽກຂອງຕົນໄດ້-ຮູ້ວິທີເຮັດວຽກ ແລະ ອຳນວຍຄວາມສະດວກໃຫ້ຂ້າພະເຈົ້າກວດກາການປະຕິບັດໜ້າທີ່ຂອງພະນັກງານ ແລະ ສາມາດເຫັນໄດ້ວ່າອັນໃດແມ່ນໜ້າວຽກປົກກະຕິ ແລະ ອັນໃດແມ່ນຜົນງານ-ຜົນສຳເລັດຫົວຄິດປະດິດສ້າງຂອງພະນັກງານ (ໝາຍເຫດ: ສະນັ້ນ, ໃນເວລາຕໍ່ໆມາ ເມື່ອກະຊວງຊີ້ນໍາໃຫ້ທຸກໆກົມໃນກະຊວງ ຂຽນຕຳແໜ່ງງານ ຈຶ່ງເຫັນວ່າ ສະຖາບັນການຕ່າງປະເທດຂອງພວກຂ້າພະເຈົ້າ ແມ່ນອົງກອນທຳອິດທີ່ສຳເລັດການຂຽນຕໍາແໜ່ງງານ ເພື່ອສົ່ງໃຫ້ກົມຈັດຕັ້ງ ແລະ ພະນັກງານຂອງກະຊວງ).

ຈາກການມີເອກະສານໜ້າວຽກລະອຽດໄດ້ຊ່ວຍໃຫ້ພະນັກງານມີຄວາມສະດວກ ແລະ ມີນໍ້າໃຈຮັບຜິດຊອບເພີ່ມຂຶ້ນໃນການເຮັດວຽກ ແລະ ຂຽນບົດສະຫຼຸບກວດກາວຽກງານຂອງຕົນໃນແຕ່ລະວັນ ແຕ່ລະອາທິດ. ເວລາເຂົ້າປະຈຳການໃໝ່ໆ ເມື່ອຂ້າພະເຈົ້າ ກວດກາບົດສະຫລຸບປະຈຳອາທິດ ຈະສັງເກດເຫັນວ່າ ໃນບົດສະຫຼຸບ ແມ່ນບໍ່ມີການລາຍງານວຽກຫຍັງຫຼາຍ. ທັ້ງໆ ທີ່ເຫັນໄດ້ວ່າ ພະນັກງານເຮັດວຽກແບບບໍ່ໄດ້ຢູ່ບໍ່ໄດ້ເຊົາ. ຂ້າພະເຈົ້າ ຈຶ່ງແນະນຳໃຫ້ພະນັກງານແຕ່ລະຄົນມີປຶ້ມບັນທຶກວຽກປະຈຳວັນໄວ້ ຢູ່ໃກ້ຕົວ, ໃຫ້ຈົດວຽກທີ່ໄດ້ເຮັດໃນແຕ່ລະມື້ລົງໃສ່ບັນທຶກໄວ້. ໃນເວລາຕໍ່ມາ ກໍໄດ້ເຫັນຜົນທັນຕາ ເພາະບົດສະຫຼຸບວຽກ ປະຈຳອາທິດ ແມ່ນອຸດົມສົມບູນຂຶ້ນ. ໃນບົດສະຫຼຸບ ຂອງແຕ່ລະພະແນກ ແມ່ນໃຫ້ຄັດຕິດບົດສະຫລຸບວຽກຂອງພະນັກງານແຕ່ລະຄົນມາພ້ອມ ເພື່ອຂ້າພະເຈົ້າຈະໄດ້ກວດກາເກັບກໍາໄດ້ທົ່ວເຖິງ ແລະ ຂ້າພະເຈົ້າຈະອ່ານກວດກາ ແລະ ຂຽນຂໍ້ສັງເກດ, ຄຳແນະນຳ ຫຼື ຄຳຊົມເຊີຍລົງໃສ່ແຕ່ລະໃບສະຫຼຸບ ຂອງພະນັກງານທຸກໆຄົນ.

ຂ້າພະເຈົ້າຮູ້ສຶກໂດຍສັນຊາດສະຍານວ່າ ຫຼາຍຄັ້ງພະນັກງານຈະໝຸດໝັດ ເມື່ອວຽກຫລາຍ ແລະ ຖືກຫົວໜ້າລົງໄປກະຕຸກຊຸກຍູ້ວຽກ ຊຶ່ງຂ້າພະເຈົ້າຈະບອກແຈ້ງວ່າ ມີວຽກຄ້າງໂຕໃດທີ່ເຮັດບໍ່ໄດ້ ຫຼື ບໍ່ເຂົ້າໃຈກໍໃຫ້ເອົາມາໃຫ້ຂ້າພະເຈົ້າ ເບີ່ງຈະຊ່ວຍແກ້ໄຂ. ແຕ່ວ່າຫລາຍຄັ້ງ ສັງເກດເຫັນວ່າ ວຽກຄ້າງວຽກບໍ່ແລ່ນທັນເວລາ ແມ່ນເກີດຈາກຄວາມເອົາໃຈໃສ່ບໍ່ພຽງພໍ ແລະ ຄວາມຕັ້ງໜ້າບໍ່ເຕັມເມັດ ເຕັມໝ່ວຍ, ຖ້າເບິ່ງຈາກລະດັບຄວາມຮູ້, ຄວາມສາມາດ ຈະເຫັນວ່າ ພະນັກງານສະຖາບັນການຕ່າງປະເທດ ສ່ວນໃຫ່ຍແມ່ນໄດ້ລະດັບມາດຖານ ສຳລັບໜ້າວຽກມອບໝາຍ. ບ່ອນທີ່ຕ້ອງແກ້ໄຂ  ແມ່ນການແກ້ໄຂທ່າທີຂອງພະນັກງານຕໍ່ການເຮັດວຽກ (Working style).

ຂ້າພະເຈົ້າ ເຫັນວ່າ ການແກ້ໄຂທ່າທີ ວິທີການທໍາງານຂອງພະນັກງານ ແມ່ນຮຽກຮ້ອງການເປັນ ແບບຢ່າງນໍາໜ້າຂອງຜູ້ເປັນຫົວໜ້າ ຊຶ່ງຕ້ອງສະແດງອອກໃຫ້ເຫັນເຖິງຄວາມມີລະບຽບວິໄນ, ປະຕິບັດໂມງເວລາໄປລ້າມາການ, ບໍ່ປະປ່ອຍໃຫ້ວຽກຄ້າງ ແລະ ປະຕິບັດໜ້າທີ່ກວດກາວຽກງານຢ່າງເຂັ້ມງວດ. ຂ້າພະເຈົ້າ ຄິດສະເໜີວ່າ ຂ້າພະເຈົ້າຕ້ອງສ້າງໃຫ້ພະນັກງານຮູ້ວຽກ-ເກັ່ງວຽກ ແລະ ມີວິໄນ ໂດຍບໍ່ຈຳເປັນຈະໂຍະຍານເອົາໃຈພະນັກງານ ຈົນເຮັດໃຫ້ເສຍວຽກ ຊຶ່ງຈາກການບໍລິຫານ ວຽກດັ່ງກ່າວ ກໍເຫັນໄດ້ວ່າ ພະນັກງານລະດັບວິຊາການ ຫຼື ຄະນະະແນກ ເມື່ອໄດ້ຮັບການເລື່ອນຊັ້ນຂຶ້ນມາເປັນການນຳຂອງສະຖາບັນໃນປະຈຸບັນ ກໍຍັງຮັກສາຄວາມເຄົາລົບຮັກແພງຕໍ່ຂ້າພະເຈົ້າ ແລະ ເຫັນໄດ້ຄຸນຄ່າການເຂັ້ມງວດ, ເຂັ້ມງານຂອງຂ້າພະເຈົ້າ.

  • ການບໍລິຫານຄົນ: ອົງກອນຈະເຂັ້ມແຂງ ມີປະສິດທິພາບໄດ້ກໍຕໍ່ເມື່ອພະນັກງານ ມີຄວາມເຂັ້ມແຂງ-ພະນັກງານການທູດທີ່ເຂັ້ມແຂງ ແມ່ນຜູ້ທີ່ຮູ້ວິຊາການຕ່າງປະເທດ ແລະ ເກັ່ງພາສາອັງກິດ ແລະ ແນ່ນອນຖ້າຮູ້ພາສາໃນຂົງເຂດທີ່ຕົນຮັບຜິດຊອບ ຍິ່ງເປັນການດີ. ສະນັ້ນ, ຈຶ່ງໄດ້ມີການຂົນຂວາຍຊອກຫາການຮ່ວມມືສາກົນ ແລະ ການຊ່ວຍເຫຼືອເພື່ອໃຫ້ພະນັກງານໄດ້ໄປຍົກລະດັບດ້ານພາສາອັງກິດເຊັ່ນ: ການຊ່ວຍເຫຼືອຈາກອົງການ Asia Foundation ແລະ ການຊ່ວຍເຫຼືອຈາກສະຖານທູດອາເມຣິກາ ກໍຄືຈາກອິນເດຍ… ສົ່ງເສີມພະນັກງານໃຫ້ໄດ້ໄປຮຽນວິຊາການຕ່າງປະເທດ, ໄປຝຶກອົບຮົມຢູ່ຕ່າງປະເທດ. ຂ້າພະເຈົ້າໝັ້ນໃຈສະເໜີວ່າ ເວລາໃດພະນັກງານມີຄວາມຮູ້ວິຊາການແຂງແຮງ, ເກັ່ງພາສາອັງກິດ ເວລານັ້ນ ຍິ່ງຈະເຮັດໃຫ້ສະຖາບັນ ມີປະສິດທິພາບ ແລະ ຄຸນນະພາບດີຂຶ້ນ. ສິ່ງທີ່ສຳຄັນໃນການສົ່ງເສີມຄວາມມີມານະອົດທົນ ສູ້ຊົນຂອງພະນັກງານ ແມ່ນການສ້າງຄວາມຍຸຕິທຳໃນອົງກອນ. ສະນັ້ນ, ການອີງໃສ່ຫຼັກການຄຸນນະທຳ (Meritocracy) ຈະເຮັດໃຫ້ອົງກອນພາຍໃຕ້ບັນຊາຂອງເຮົາຢູ່ໃນຄວາມສະຫງົບ ທັງເປັນການປະກອບສ່ວນສ້າງຊັບພະຍາກອນ ທີ່ມີຄຸນນະພາບຊ່ວຍຂັ້ນເທິງ ດັ່ງທີ່ມີຄວາມເວົ້າໃນວົງການທູດວ່າ [ if you uphold the principle of meritocracy, you can attract the brightest and the best for your foreign service ].
  • ການບໍລິຫານງົບປະມານ: ອັນທີ່ສຳຄັນດ້ານການເງິນແມ່ນວ່າ ຂ້າພະເຈົ້າ ໄດ້ປະຕິບັດຕາມຫຼັກການຄື ການເຮັດໃຫ້ການບໍລິຫານການເງິນງົບປະມານຂອງສະຖາບັນການຕ່າງປະເທດ ເປັນບັນຊີດຽວ. ເພາະວ່າຄຽງຄູ່ກັບຫ້ອງການຊາຍແດນ, ສະຖາບັນການຕ່າງປະເທດ ແມ່ນອົງກອນທີ່ມີງົບປະມານເປັນກອບເປັນກຳສະເພາະ. ການບໍລິຫານການເງິນທີ່ໂປ່ງໃສກວດສອບໄດ້ ແມ່ນຂອດສຳຄັນ ທີ່ຮັບປະກັນຖານະບົດບາດຂອງການເປັນຫົວໜ້າ ເພື່ອເຮັດໃຫ້ພະນັກງານເຄົາລົບນັບຖື ແລະ ຮັກແພງ ເຫຼືື້ອມໃສ ສັດທາ.

ທ່ານຜູ້ອ່ານ ທີ່ຮັກແພງ;

     ຜົນຂອງຄວາມພະຍາຍາມບຸກບືນ ອົດທົນ ຝຶກຝົນຕົນເອງ ຄຽງຄູ່ກັບການຮໍ່າຮຽນວຽກງານຕົວຈິງ ຮ່ວມກັບພະນັກງານສະຖາບັນການຕ່າງປະເທດ ດ້ວຍການຖອກເທໝົດກຳລັງວັງຊາສະຕິປັນຍາ ແລະ ມັນສະໝອງ ໄດ້ເຮັດໃຫ້ສະຖາບັນການຕ່າງປະເທດ ພວກເຮົາ ໄດ້ຮັບຫາງສຽງ ດີໆ ສະທ້ອນກັບມາ. ຫຼາຍເທື່ອພະນັກງານໜຸ່ມນ້ອຍຜູ້ມີຄວາມພູມໃຈເມື່ອໄດ້ເຫັນຜົນງານ ໄດ້ເວົ້າວ່າ ໃນສະໄໝຂອງອາ ຫຼື ຂອງນ້າສາວ ສະຖາບັນການຕ່າງປະເທດພວກເຮົາໄດ້ “ມີການລິເລີ່ມໃໝ່ໆ ທີ່ເປັນຄັ້ງທຳອິດ” ຫຼາຍຢ່າງ. ບາງກິດຈະກຳ ສັນຍາລັກ ທີ່ເປັນທັງມູນມໍລະດົກຕົກທອດໃຫ້ພະນັກງານລຸ້ນສືບທອດມາຮອດປະຈຸບັນມີດັ່ງນີ້:

  • ປີ 2004: ພໍມານັ່ງປະຈຳການ ຢູ່ທີ່ສະຖາບັນການຕ່າງປະເທດ, ຂ້າພະເຈົ້າ ກໍໄດ້ຮັບການແຕ່ງຕັ້ງຈາກການນຳກະຊວງ ໃຫ້ຕາງໜ້າກະຊວງການຕ່າງປະເທດ ເຊັນບົດບັນທຶກຄວາມເຂົ້າໃຈກັບຜູ້ຕາງໜ້າຈາກມະຫາວິທະຍາໄລແຫ່ງຊາດລາວ ສ້າງຕັ້ງພາກວິຊາການພົວພັນສາກົນ ເປັນແຫ່ງທຳອິດ ແນໃສ່ສ້າງນັກການທູດພະນັກງານການຕ່າງປະເທດຢູ່ກັບທີ່ຄື ສປປ ລາວ. ໃນການແບ່ງຄວາມຮັບຜິດຊອບນັ້ນ ສະຖາບັນການຕ່າງປະເທດ ມີຄວາມຮັບຜິດຊອບດ້ານເນື້ອໃນວິຊາການ-ສ້າງຫຼັກສູດ ແລະ ຕອບສະໜອງອາຈານສອນດ້ານການພົວພັນ. ແມ່ນຄວາມຮັບຜິດຊອບໃຫ່ຍ ອັນໄດ້ເຮັດໃຫ້ ຂ້າພະເຈົ້າ ໄດ້ຄິດໃນທັນທີວ່າ ນັກການທູດລາວ ຈຳເປັນຕ້ອງຮູ້ປະຫວັດສາດການພົວພັນການທູດລາວ. ແຕ່ວ່າເວລານັ້ນ ພວກເຮົາຍັງບໍ່ທັນມີປື້ມນີ້ເພື່ອເປັນຕໍາລາສິດສອນ ຫຼື ຄົ້ນຄວ້າ. ສະນັ້ນ, ສະຖາບັນການຕ່າງປະເທດພວກເຮົາ ຈຶ່ງໄດ້ຕັດສິນໃຈລົງມືຂຽນໃນທັນທີໂດຍຕັ້ງຊື່ວ່າ ປະຫວັດສາດການພົວພັນການທູດລາວ 30 ປີ  (1975-2005) ໂດຍທີ່ບໍ່ທັນມີແຜນການວ່າຈະພີມອອກມາເປັນປື້ມ. ປີ 2005 ເມື່ອການຄົ້ນຄວ້າເອກະສານ ແລະ ການຂຽນມີຄວາມຄືບໜ້າ ດຳເນີນໄປດ້ວຍດີ; ມາຮອດປີ 2006 ສະຖາບັນການຕ່າງປະເທດ ຈຶ່ງຂຶ້ນແຜນສະເໜີຕໍ່ການນຳກະຊວງ ເວລານັ້ນ ຊຶ່ງມີທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ທອງລຸນ ສີສຸລິດ ນັ່ງຫົວໂຕະເປັນປະທານປະຊຸມ ປະຈຳເດືອນ ກໍໄດ້ຕົກລົງເຫັນດີ ແລະ ອະນຸມັດງົບປະມານການຂຽນ, ການພີມໃນທັນທີ.
  • ປີ 2007: ແມ່ນປີທີ່ສະຖາບັນການຕ່າງປະເທດເປັນປະທານຮອບວຽນຂອງອາຊຽນ-ໄອຊິດ- ການທູດຊ່ອງທາງທີສອງ ຫລື ASEAN –ISIS (ASEAN Institute of the strategic and International Studies : ສະຖາບັນຄົ້ນຄວ້າຍຸດທະສາດ ແລະ ບັນຫາສາກົນຂອງອາຊຽນ). ສະນັ້ນ, ສະຖາບັນການຕ່າງປະເທດ ຈຶ່ງໄດ້ຄົ້ນຄວ້າການຂຽນປື້ມການທູດຊ່ອງທາງທີສອງ (Track Two Diplomacy) ເພື່ອເປັນຂໍ້ມູນຄວາມຮູ້ໃຫ້ແກ່ນັກວິຊາການ ແລະ ມວນຊົນລາວ, ຊຶ່ງຖືວ່າແມ່ນປື້ມການທູດຊ່ອງທາງທີສອງ ຫົວທຳອິດຂອງລາວ ເພື່ອເປັນກິດຈະກຳປະກອບ ສ່ວນໃຫ້ແກ່ປີປະທານອາຊຽນ-ໄອຊິດຂອງສະຖາບັນການຕ່າງປະເທດ.
  • ປີ 2008: ສະຖາບັນການຕ່າງປະເທດ ໄດ້ລິເລີ່ມເປັນຄັ້ງທໍາອິດລົງມືຄົ້ນຄວ້າ ແລະ ຂຽນປື້ມຊື່ວ່າ “ 15 ປີ ແຫ່ງຜົນສໍາເລັດຂອງສະຖາບັນການຕ່າງປະເທດ” ເພື່ອເປັນກິດຈະກໍາສະເຫຼີມສະຫຼອງ ຄົບຮອບ 15 ປີ ການສ້າງຕັ້ງສະຖາບັນການຕ່າງປະເທດ  (10/2/1993-10/2/2008) ຊຶ່ງຖືວ່າເປັນກິດຈະກໍາທີ່ເປັນສັນຍາລັກປະຫວັດສາດສໍາຄັນ. ສະນັ້ນ, ກິດຈະກໍານີ້ ຈຶ່ງໄດ້ຮັບການຕໍ່ຍອດໃນໄລຍະຕໍ່ໆມາ ຄືການພິມປື້ມຄັ້ງທີສອງ ໃນໂອກາດຄົບຮອບ 20 ປີ ການສ້າງຕັ້ງສະຖາບັນການຕ່າງປະເທດ ແລະ ປື້ມຫົວນີ້ກໍ່ແມ່ນຄັ້ງທີສາມ ໃນໂອກາດວັນຄົບຮອບ 30 ປີ (1993-2023) ວັນສ້າງຕັ້ງສະຖາບັນການຕ່າງປະເທດ.
  • ປີ 2009: ແມ່ນປີທີ່ສະຖາບັນການຕ່າງປະເທດ ສໍາເລັດການພີມປື້ມ “ປະຫວັດສາດການພົວພັນການທູດ ” ຫົວທໍາອິດ ຊຶ່ງມາຮອດປັດຈຸບັນ ກໍຍັງຖືກນໍາໃຊ້ເປັນເອກະສານສໍາລັບການຄົ້ນຄວ້າ ແລະ ຕໍາລາການສິດສອນຮໍ່າຮຽນ. ປີ 2009 ກໍເປັນປີການນໍາກະຊວງຕັດສິນໃຈລົງທຶນການສ້າງອາຄານສະຖາບັນການຕ່າງປະເທດ ຫຼັງໃໝ່ ຢູ່ທີ່ດ້ານຫຼັງຕຶກ ICTC -ສູນການຝຶກອົບຮົມ ແລະ ຮ່ວມມືສາກົນ ຊຶ່ງການສ້າງສຳເລັດລົງໃນປີ 2019 ແລະ ເປີດນຳໃຊ້ຢ່າງເປັນທາງການໃນປີ 2020.
  • ປີ 2010: ການນໍາກະຊວງໄດ້ມອບໝາຍໃຫ້ສະຖາບັນການຕ່າງປະເທດ ຂຽນປື້ມ ການພົວພັນການທູດລາວ-ຣັດເຊຍ ຄົບຮອບ 50 ປີ ເພື່ອເປັນກິດຈະກຳແບບຕໍາລາຫົວທຳອິດ ປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງ ວັນປະຫວັດສາດການທູດ ອັນຍາວນານຂອງສອງປະເທດ. ໃນໂອກາດຄົບຮອບ 50 ປີ ຂອງສາຍພົວພັນການທູດນີ້ ລັດຖະມົນການຕ່າງປະເທດຣັດເຊຍ ໄດ້ເດີນທາງມາຢ້ຽມຢາມລາວ ແລະ ໃນໂອກາດນີ້ ຂ້າພະເຈົ້າໄດ້ຮັບກຽດເຊັນບົດບັນທຶກຄວາມເຂົ້າໃຈຮ່ວມມືກັບວິທະຍາການທູດຂອງຣັດເຊຍ ໂດຍມີທ່ານ  Sergey Lavrov, ລັດຖະມົນຕີການຕ່າງປະເທດຣັດເຊຍ ແລະ ທ່ານຮອງນາຍົກລັດຖະມົນຕີ ແລະ  ລັດຖະມົນຕີການຕ່າງປະເທດຂອງລາວ ທ່ານ ທອງລຸນ ສີສຸລິດ ເຂົ້າຮ່ວມເປັນສັກຂີພິຍານ.

 ທ່ານຜູ້ອ່ານທີ່ຮັກແພງ,

ຂ້າພະເຈົ້າຄິດກັບໄປກັບມາວ່າ ຈະເອົາຄວາມຈົດຈໍາດີໆນີ້ຂຽນລົງໃສ່ບົດຄວາມຊົງຈໍານີ້ດີບໍນໍ ເພາະວ່າເມື່ອຄິດເຖິິງຊີວິດຢູ່ສະຖາບັນການຕ່າງປະເທດ ຂ້າພະເຈົ້າ ຈະຄິດຮອດເວລານາທີດີໆ ນີ້ສະເໜີມາ (ຄວາມຈິງກໍມີຫລາຍສິ່ງດີໆ ເພາະ 6 ປີ ທີ່ສະຖາບັນການຕ່າງປະເທດ ຊຶ່ງປຽບເໝືອນເຮືອນທີສອງຂອງຂ້າພະເຈົ້າ) ແລະ ຂ້າພະເຈົ້າ ກໍຂໍຍົກບາງຄວາມຮູ້ສຶກທີ່ຝັງໃຈຕະຫຼອດມາດັ່ງນີ້:

  1. ພໍເຂົ້າໄປນັ່ງບໍລິຫານງານຢູ່ສະຖາບັນການຕ່າງປະເທດ, ຂ້າພະເຈົ້າຄິດສະເໜີວ່າ ຕົນເອງເປັນຫົວໜ້າໃໝ່ ມາທີ່ຫຼັງ ເພາະສະຖາບັນການຕ່າງປະເທດ ເພື່ອຖືກສ້າງ ແລະ ຄົງຕົວມາໄດ້ເປັນເວລາ 10 ກວ່າປີແລ້ວ (1993-2004). ສະນັ້ນ, ຂ້າພະເຈົ້າ ຈະໃຫ້ຄວາມເຄົາລົບນັບຖືພະນັກງານທີ່ທຳງານມາກ່ອນຂ້າພະເຈົ້າ, ມີຄວາມຈົ່ງຈຽມ ແລະ ລະມັດລະວັງຕົນ ຊຶ່ງສະແດງອອກ ກ່ອນອື່ນໝົດຢູ່ບ່ອນວ່າ ເວລາກວດກາເອກະສານຂອງພະນັກງານເຖິງຈະເຫັນຄວາມຜິດ ຫລື ສຳນວນການຂິດຂຽນບໍ່ຄັກບໍ່ແນ່, ໃນໄລຍະຕົ້ນໆ ຂ້າພະເຈົ້າ ຈະລະມັດລະວັງໃນການແປງ ເຊັ່ນ: ຂ້າພະເຈົ້າຈະໃຊ້ບິກສີຟ້າ (ຖ້າພະນັກງານຂຽນບິກສີດຳ) ຫຼື ໃຊ້ບິກສີດຳ (ຖ້າພະນັກງານຂຽນບິກສີຟ້າ) ເພື່ອກວດແກ້ ໂດຍຈະບໍ່ໃຊ້ວິທີຂິດຂ້າຖີ້ມບ່ອນແປງ ແຕ່ຂ້າພະເຈົ້າ ຈະຂິດລົງກ້ອງແຖວແບບຂິດເປັນຄືຄື້ນນໍ້າແລ້ວຂຽນການແປງໃສ່ທາງຂ້າງເຈັ້ຍເພື່ອໃຫ້ພະນັກງານພິຈາລະນາສົມທຽບແລ້ວແປງເອົາເອງ. ເມື່ອໄລຍະຕໍ່ໆມາ ຂ້າພະເຈົ້າສັງເກດເຫັນວ່າ ພະນັກງານກໍມີຄວາມເຊື່ອໝັ້ນໃນການດັດແປງຂອງຂ້າພະເຈົ້າ; ແຕ່ວ່າ ພະນັກງານ ກໍຍັງຂຽນຜິດຊໍ້າຄືເກົ່າ. ສະນັ້ນ, ບາດນີ້ ຂ້າພະເຈົ້າຈະໃຊ້ບິກຂຽວເພື່ອແປງ ແລະ ໃຫ້ຄຳແນະນຳແບບກວ້າງໆ ໃນກອງປະຊຸມປະຈຳອາທິດ ກັບບັນດາຫົວໜ້າ ແລະ ຄະນະພະແນກ. ໃນເວລາຕໍ່ມາ ຂ້າພະເຈົ້າກໍຍັງເຫັນການຂຽນຜິດຊໍ້າຕົວໜັງສືເກົ່າ ຊຶ່ງມາຮອດບັ້ນນີ້ ເມື່ອເຫັນວ່າ ພະນັກງານມີຄວາມເຊື່ອໝັ້ນແທ້ໆ ໃນການກວດເອກະສານຂອງຫົວໜ້າ, ຂ້າພະເຈົ້າຈະໃຊ້ບິກສີແດງ ເພື່ອກວດແກ້ ແລະ ແປງໃຫ້ເລີຍໂດຍຂິດຂ້າຄວາມຜິດ ພ້ອມທັງແນະນຳວ່າຕໍ່ໄປໃນຂ້າງໜ້າ ຈົ່ງພະຍາຍາມຢ່າໃຫ້ໄດ້ແປງຄໍາສັບເກົ່າ ແລະ ຂໍໃຫ້ຂຽນຄຳສັບທີ່ຫົວໜ້າແປງໃຫ້ແລ້ວນັ້ນຕິດໃສ່ຂ້າງຝາບ່ອນນັ່ງເຮັດວຽກ ເພື່ອຈະແນມເຫັນສະດວກຂໍ້ຄວາມທີ່ຄວນໃສ່ໃຈເວລາຂຽນບົດລາຍງານ ຫຼື ບົດຄົ້ນຄວ້າ. ໃນທີ່ສຸດ ກໍເຫັນວ່າ ຄຳສັບທີ່ພະນັກງານຂຽນຜິດຊໍ້າຊາກນັ້ນ ກໍໝົດໄປ, ບໍ່ໄດ້ປະກົດມາໃຫ້ຂ້າພະເຈົ້າກວດແກ້ອີກເລີຍ. [ ໝາຍເຫດ: ຂ້າພະເຈົ້າໃຊ້ວິທີດັ່ງກ່າວ ໃນການກວດແກ້ເອກະສານຂອງພະນັກງານເວລາເຂົ້າມາປະຈຳການໃໝ່ໆ ຢູ່ສະຖາບັນການຕ່າງປະເທດ ກໍຍ້ອນວ່າຂ້າພະເຈົ້າເຄີຍເຫັນບົດຮຽນທີ່ຜ່ານມາ ລະຫວ່າງ ຫົວໜ້າ ແລະ ພະນັກງານທີ່ຂັດຂ້ອງກັນຈົນກາຍເປັນອະຄະຕິຕໍ່ກັນ ເລື່ອງມີຢູ່ວ່າ ພະນັກງານຂຽນບົດລາຍງານຄົງຈະຂີ້ລ້າຍແດ່ ແລະ ບໍ່ຖືກກັບເປົ້າໝາຍ ທີ່ສັ່ງລົງໄປ. ສະນັ້ນ, ຫົວໜ້າຜູ້ນັ້ນຕັດສິນໃຈບໍ່ກວດ ແກ້ເອກະສານນັ້ນ ແຕ່ກັບຍ່ອງເອກະສານຂອງພະນັກງານຖີ້ມລົງໃສ່ກະຕ່າຂີ້ເຫຍື່ອ. ສ່ວນພະນັກງານທີ່ລໍຖ້າເອກະສານກວດກາຈາກຫົວໜ້າ ແຕ່ກໍບໍ່ເຫັນສົ່ງລົງມາຈັກເທື່ອ. ແຕ່ວ່າມີມື້ໜຶ່ງເວລາພະນັກງານຜູ້ນັ້ນເຮັດອະນາໄມຫ້ອງການ (ເພາະສະໄໝນັ້ນ ບໍ່ທັນມີຄົນອະນາໄມຫ້ອງການສະເພາະ ແລະ ແມ່ນພະນັກງານເອງ ຕ້ອງໄດ້ອະນາໄມຫ້ອງການ) ແລ້ວໄປເຫັນບົດລາຍງານຂອງຕົນເອງຖືກຍ່ອງຢູ່ໃນກະຕ່າຂີ້ເຫຍື່ອ. ຈາກເຫດການນີ້, ໄດ້ສ້າງຄວາມຜິດໃຈກັນໂດຍສະເພາະພະນັກງານແມ່ນເສຍຄວາມຮູ້ສຶກແຮງນຳໄປເລົ່າສູ່ໝູ່ຄູ່ຟັງເລື້ອງບົດລາຍງານຖືກຖີ້ມລົງກະຕ່າຂີ້ເຫຍື່ອແທນທີ່ຊິຖືກສົ່ງລົງມາໃຫ້ແປງ ຫລື ສົ່ງຂຶ້ນຫາຂັ້ນເທິງ. ສະຫຼຸບແລ້ວ ຫົວໜ້າຂຽນບົດລາຍງານໃໝ່ທັງໝົດ ເພື່ອນຳລາຍງານຂັ້ນເທິງ] .
  2. ສະຖາບັນການຕ່າງປະເທດ ແມ່ນ “ມີວຽກຫລາຍ” ໂດຍສະເພາະ ວຽກບໍລິຫານການຈັດຝຶກອົບຮົມຕະຫຼອດປີ ເປັນຫຼາຍໆຊຸດ ທັງໄລະຍະສັັ້ນ, ໄລຍະຍາວ, ຫຼາຍຫົວຂໍ້ທັງຝຶກອົບຮົມການເມືອງ, ວິຊາສະເພາະການທູດ ແລະ ພາສາຕ່າງປະເທດ; ນອກຈາກນີ້ ຍັງຕ້ອງມີໜ້າທີ່ໄປຮ່ວມກອງປະຊຸມວິຊາການ ແລະ ກອງປະຊຸມການທູດຊ່ອງທາງທີສອງ ຊຶ່ງສະເລັ່ຍແລ້ວ ບໍ່ຫຼຸດເດືອນລະໜຶ່ງຄັ້ງ, ບາງຄັ້ງກໍມີ 3 ກອງປະຊຸມຕໍ່ເດືອນທີ່ຮຽກຮ້ອງການມີໜ້າຂອງຫົວ ໜ້າ ຫຼື ຮອງຫົວໜ້າສະຖາບັນການຕ່າງປະເທດ. ຕາມທີ່ທ່ານທູດເອື້ອຍ ແສງຈັນ ສຸກຂະເສີມ ເພີ່ນຖອດຖອນບົດຮຽນ ໃຫ້ເພີ່ນວ່າ “ ສະຖາບັນມີວຽກຫຼາຍ” ແລະ ຄວາມຈິງກໍແມ່ນແທ້. ເພາະວ່າມີເທື່ອໜຶ່ງຍ້ອນຄິດເຖິງວຽກຫລາຍ, ຫຼັງຈາກຂ້າພະເຈົ້າເດີນທາງກັບມາ ແຕ່ກອງປະຊຸມຫົວໜ້າສະຖາບັນການຕ່າງປະເທດອາຊຽນ ທີ່ ສິງກະໂປໃນຕອນຄໍ່າ, ຄືນນັ້ນ ເມື່ອມາຮອດບ້ານແລ້ວ ຂ້າພະເຈົ້າລືມບິດໂມງປຸກກັບຄືນ ເພາະເວລາສິງກະໂປຈະໄປກ່ອນເວລາເຮົາໜຶ່ງຊົ່ວໂມງ. ສະນັ້ນ, ມື້ເຊົ້າຕໍ່ມາ ຂ້າພະເຈົ້າໄປຮອດໂຮງການ ແຕ່ຫົກໂມງເຄີ່ງ ຕອນເຊົ້າ ແລະ ກໍມີເທື່ອດຽວທີ່ຂ້າພະເຈົ້າຕ້ອງໄດ້ໄຂປະຕູເຂົ້າຫ້ອງການເອງ ແລະ ກໍຄິດໃນໃຈວ່າ ໂທ້! ເວລາຫົວໜ້າບໍ່ຢູ່ພະນັກງານມາການຊັກຊ້າປານນີ້ນໍ. ບາດເຂົ້າມານັ່ງໃນຫ້ອງການ, ເປີດໂທລະພາບແລ້ວ ແນມເບິ່ງໂມງຕິດຢູ່ຝາເຫັນວ່າຫາກໍ 6 ໂມງເຄີ່ງແລ້ວແນມເບິ່ງໂມງໃນແຂນພັດແມ່ນ 7 ໂມງເຄີ່ງ… ອ້າວ ນີ້ແປວ່າວຽກຫລາຍ, ລືມໂມງ.
  3. ໄດ້ທັງວຽກ-ໄດ້ທັງຮັກສາສຸຂະພາບ: ປົກກະຕິ ຂ້າພະເຈົ້າຈະອອກຈາກເຮືອນເພື່ອໄປການເຊົ້າ ເພື່ອຫຼີກເວັ້ນຈາກລົດຕິດ, ໃນຂະນະທີ່ນັ່ງຂັບລົດໄປ ກໍຟັງຂ່າວ ໂດຍສະເພາະຟັງການອ່ານຂ່າວໂດຍ ສ. ແພງຄໍາຮັກ ຊຶ່ງຖືວ່າເປັນການສຶກສາອົບຮົມແນວຄິດຕົນເອງໄປໃນຕົວ, ກິນເຂົ້າເຊົ້າໄປໃນລົດ, ຮອດຫ້ອງການກໍເສີມສວຍຕໍ່ ເພາະຍັງມີເວລາກ່ອນຮອດ 8:00 ໂມງ ເຊົ້າເຂົ້າການ. ຂ້າພະເຈົ້າເປັນຄົນທີ່ບໍ່ມັກເຮັດວຽກຄ້າງຄາຊັກຊ້າ ເພາະກ່ອນອອກຈາກຫ້ອງການເວລາ 4:00 ໂມງແລງ ຈະບໍ່ໃຫ້ມີເອກະສານຄ້າງຢູ່ໜ້າໂຕະ ຫລື ຖ້າແມ່ນເອກະສານຄົ້ນຄວ້າຍາວ ກໍເອົາໄປອ່ານຕໍ່ຢູ່ບ້ານຕອນຄໍ່າ. ມີມື້ໜຶ່ງໃນຂະນະທີ່ຂ້າພະເຈົ້າ ກຽມໂຕຈະອອກຈາກຫ້ອງການໃຫ້ຈະຮອດ 4:00 ໂມງແລງ, ກໍພໍດີມີພະນັກງານມາເຄາະປະຕູຫ້ອງການ, ຂ້າພະເຈົ້າຄິດວ່າອ້າວ! ໃກ້ 4:00 ໂມງແລ້ວ ຊຶ່ງປົກກະຕິພະນັກງານກໍຮູ້ວ່າ 4:00 ໂມງ ຂ້າພະເຈົ້າຈະອອກຈາກຫ້ອງການ, ຖ້າມີເອກະສານຫຍັງພະນັກ ງານຈະເອົາເຂົ້າມາລາຍງານກ່ອນ 4:00 ໂມງ. ພໍເຫງີຍໜ້າຂຶ້ນກະພໍດີເຫັນພະນັກງານ ຖືກ້ອນເຄັກເຂົ້າມາ ພ້ອມດ້ວຍສຽງເພັງ ສຸກສັນວັນເກີດ! …… ຫາ? ໂອ້ຍ…. ແມ່ນຫວະນີ້?  ມຶ້ນີ້ແມ່ນວັນເກີດຕົນເອງ. ເມົາວຽກ-ຄິດຮອດສຸຂະພາບຈົນລືມມື້ເກີດ.

ນີ້ອີກຈຸດໜຶ່ງທີ່ແມ່ນສະເໜ່ຂອງພະນັກງານສະຖາບັນການຕ່າງປະເທດ ທີ່ຂ້າພະເຈົ້າປະທັບໃຈຄື ຄວາມມີນໍ້າໃຈ, ຄວາມເອື້ອເຝື້ອ ສາມັກຄີຮັກແພງ ອັນສ້າງໄດ້ຄວາມສາມັກຄີຮັກແພງ ລະຫວ່າງ ຮຸ່ນຄົນອາວຸໂສ ແລະ ຮຸ່ນພະນັກງານໜຸ່ມນ້ອຍທີ່ເປັນປະເພນີ-ວັດທະນະທຳ ອັນດີງາມ ຂອງສະຖາບັນການຕ່າງປະເທດ ທີ່ຂ້າພະເຈົ້າ ຮັກສາໄວ້ໃນຄວາມຊົງຈໍາດີໆ.

4. ຄວາມຊົງຈໍາອັນດີໆກັບສະຖາບັນການຕ່າງປະເທດ ແມ່ນມີຫຼາຍໂດຍສະເພາະການສ່ອງແສງ ຈາກພະນັກງານຕໍ່ການນໍາກໍມີ. ບາງກໍລະນີພະນັກງານ ກໍຂັດຂ້ອງເພາະຢາກໄປປະຊຸມຕ່າງປະເທດ, ແຕ່ພັດບໍ່ເກັ່ງພາສາອັງກິດ.

             ແຕ່ຂ້າພະເຈົ້າກໍມີມາດຖານການກໍ່ສ້າງພະນັກງານວິຊາການ 3 ຢ່າງຄື:

  1. ຂຽນບົດລາຍງານຂັ້ນເທິງໄດ້;
  2. ຂຽນບົດຄົ້ນຄວ້າໄດ້;
  3. ມີຄວາມສາມາດ ແລະ ກ້າຫານ ອອກຄໍາເຫັນເວລາໄປປະຊຸມຕ່າງປະເທດນໍາຂ້າພະເຈົ້າ.

ແນ່ນອນພະນັກງານຜູ້ໄດ້ມາດຖານກໍໄດ້ໄປປະຊຸມຕ່າງປະເທດເລື້ອຍກວ່າ. ແຕ່ກໍຫຼີກເວັ້ນບໍ່ໄດ້ ທີ່ຜູ້ບໍ່ໄດ້

ມາດຖານພາສາອັງກິດ ແຕ່ກໍຢາກໄປຕ່າງປະເທດ. ສະນັ້ນ, ວິທີແກ້ໄຂຂອງຂ້າພະ ເຈົ້າແມ່ນ ຈະເອົາມາຝຶກແອບໃຫ້ຮຽນຂຽນບົດບັນທຶກການພົບປະຂອງຂ້າພະເຈົ້າກັບບັນດາທູດ ຫຼື ແຂກຕ່າງປະເທດ. ຖ້າສາມາດເຂົ້າໃຈພາສາອັງກິດ ແລະ ສາມາດຂຽນບັນທຶກໄດ້ຕາມຄາດໝາຍກໍ່ຖືວ່າເສັງຜ່ານສາມາດພັດທະນາໄປສູ່ກອງປະຊຸມຢູ່ຕ່າງປະ ເທດຕາງໜ້າປະເທດຊາດໄດ້. ດ້ວຍວິທີການນີ້ໄດ້ຊ່ວຍຕີຖອຍແນວຄິດຂອງພະນັກງານທີ່ມັກຂັດຂ້ອງ ແລະ ສາມາດສົ່ງເສີມໄດ້ດ້ານກ້າວໜ້າຂອງພະນັກງານ.

5. ສິ່ງທີ່ຂ້າພະເຈົ້າຍັງຈົດຈໍາສຸດທ້າຍກ່ອນທີ່ຈະຈົບໜ້າທີ່ໆສະຖາບັນການຕ່າງປະເທດເພື່ອເດີນທາງໄປເປັນທູດ ແມ່ນຢູ່ສະຖາບັນການຕ່າງປະເທດ ບໍ່ມີພະນັກງານລະດັບປະລິນຍາເອກ (ນອກຈາກມື້ລາງ ດຣ ລັດຕະນະ  ຖາວອນສຸກ ພຽງຜູ້ດຽວທີ່ເພິ່ນມີການສຶກສາລະດັບປະຣິນຍາເອກ ກໍແມ່ນຍ້ອນຄວາມມີມານະສູ້ຊົນທັງເຮັດວຽກທັງຮຽນໃນໄລຍະທີ່ເພິ່ນໄປປະຈໍາການຢູ່ສະຖານທູດລາວ ທີ່ປະເທດຟີລິບປິນ).

ສະນັ້ນ, ເພື່ອຍົກລະດັບການສຶກສາຂອງພະນັກງານໃຫ້ໄດ້ລະດັບປະຣິນຍາເອກຕື່ມ ຂ້າພະເຈົ້າໄດ້ຕັດສິນໃຈເຊື້ອເຊີນ ທ່ານ ທູດ ຈີນ ມາພົບແບບອັດທະຍາໃສ ພ້ອມສະເໜີຂໍທຶນໂດຍກົງນໍາເພິ່ນ ຂໍໃຫ້ເພິ່ນແບ່ງທຶນສະເພາະໃຫ້ສະຖາບັນການຕ່າງປະເທດ, ຊຶ່ງດ້ວຍວິທີນີ້ໄດ້ຊ່ວຍໃຫ້ສະຖາບັນການຕ່າງປະເທດໄດ້ມີ ດຣ  ພູວາ  ຊາມູນຕີ ເປັນຄົນທໍາອິດທີ່ເກີດຂຶ້ນທີ່ຢູ່ສະຖາບັນການຕ່າງປະເທດ ດ້ວຍການສູ້ຊົນຂອງສະຖາບັນເອງ ແລະ ຕໍ່ໆມາກໍ່ຈຶ່ງມີພະນັກງານປະຣິນຍາເອກຄົນຕໍ່ໆໄປ.

        ທ່ານຜູ້ອ່ານທີ່ຮັກແພງ,

          ເພື່ອມ້ວນທ້າຍບົດຂຽນແຫ່ງຄວາມຊົງຈໍາ 6 ປີທີ່ສະຖາບັນການຕ່າງປະເທດ, ຂ້າພະເຈົ້າຢາກຂໍຝາກຄໍາເຫັນກ່ຽວກັບປະສົບການ ແລະ ບົດຮຽນທີ່ຂ້າພະເຈົ້າ ພາກພຽນສັງເກດ ແລະ ບັນທຶກໄວ້ສະເພາະຕົນເອງ ແລະ ເພື່ອພະນັກງານຮຸ່ນລູກໆຫຼານໆດັ່ງນີ້:

          ເມື່ອເປັນຜູ້ນໍາອົງກອນ:

  1. ທ່ານ ແມ່ນ ຜູ້ບັນຊາໃນສາຍງານ-ສັ່ງແລ້ວ ພະນັກງານຕ້ອງປະຕິບັດ;
  2. ທ່ານ ແມ່ນ ຄູອາຈານ – ໃນການຖ່າຍທອດຄວາມຮູ້ ແລະ ປະສົບການ;
  3. ທ່ານ ແມ່ນ ພໍ່ແມ່- ມີນໍ້າໃຈໃນຍາມພະນັກງງານມີບັນຫາ;
  4. ທ່ານ ແມ່ນ ຜູ້ໃຫ້ຄວາມເປັນທໍາແກ່ພະນັກງານ: ເມື່ອທ່ານອີງໃສ່ຫຼັກການ “Meritocracy ” ທ່ານ ຈະໄດ້ຄວາມເຄົາລົບນັບຖືຮັກແພງ ແລະ ເຫຼື້ອມໃສສັດທາຈາກພະນັກງານ, ໃນເວລາດຽວກັນນັ້ນ ທ່ານ ຈະຊ່ວຍດຶງດູດເອົາຄົນທີ່ສະຫຼາດທີ່ສຸດ ແລະ ດີທີ່ສຸດມາໃຫ້ກະຊວງການຕ່າງປະເທດ ດັ່ງຄໍາກ່າວທີ່ວ່າ:

“ If  You  uphold the principle  of meritocracy, you can  attract the brightest and the best  for your foreign service”

  1. ຫົວໜ້າເພດຍິງ: ແມ່ຍິງທີ່ເປັນຫົວໜ້າ, ຂ້າພະເຈົ້າເຫັນວ່າ ແມ່ຍິງທີ່ສາມາດກ້າວຂຶ້ນມາຮອດຕໍາແໜ່ງຫົວໜ້າກົມ ຫຼື ເອກອັກຄະລັດຖະທູດ ທີ່ເປັນຄວາມຮັບຜິດຊອບທາງການນີ້ແມ່ນມີຄວາມສໍາຄັນຫຼາຍ, ເພາະວ່າຄຽງຄູ່ກັບການສ້າງຄວາມສໍາເລັດຢູ່ໃນທີ່ທໍາງານໂຮງການແລ້ວ ແມ່ຍິງເຮົາຍັງມີພາລະໜັກໜ່ວງກວ່າເພດຊາຍ ຄື ການຈັດສັນບໍລິຫານວຽກງານໃນຄອບຄົວ ລູກ ຜົວ ໃຫ້ມີຄວາມສໍາເລັດ ແລະ ງຽບສະຫງົບໄປພ້ອມໆກັນ.

ສະນັ້ນ, ແມ່ຍິງທີ່ເປັນຫົວໜ້າຍິ່ງມີພາລະຮັບຜິດຊອບພັດທະນາຕົນເອງ ເພື່ອໃຫ້ມີຄວາມເທົ່າທຽມກັນກັບເພດຊາຍທຸກດ້ານ ບໍ່ວ່າຈະເປັນ IQ ( Intelligence Quotient ) ຄືການພັດທະນາດ້ານສະຕິປັນຍາ, ຈະເປັນ EQ ( Emotional  Quotient )  ຄືຄວາມສະຫຼາດດ້ານອາລົມ ຫຼື ຈະເປັນ AQ ( Adaptability Quotient )ຄືຄວາມສະຫຼາດໃນການແກ້ໄຂບັນຫາ-ຮູ້ປັບຕົວໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ.

ສຸດທ້າຍ, ໃນໂອກາດການສະເຫຼີມສະຫຼອງ ວັນຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນການຕ່າງປະເທດນີ້, ຂ້າພະເຈົ້າ ຂໍອວຍພອນມາຍັງທ່ານ ຫົວໜ້າ ແລະ ຄະນະ ພ້ອມພະນັກງານ ສະຖາບັນການຕ່າງປະເທດ ທັງໝົດ ຈົ່ງປະສົບແຕ່ຄວາມສຸກ ແລະ ຄວາມສໍາເລັດສູງພ້ອມມີຜົນງານໃໝ່ ຍິ່ງໃຫຍ່ກວ່າເກົ່າ. 

ໃນໂອກາດສະຫຼອງ ວັນການທູດລາວ ຄົບຮອບ 78 ປີ ( 12/10/1945 – 12/10/2023 ) ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ແລະ ຂໍອວຍພອນ ວັນການທູດລາວ ຈົ່ງໝັ້ນຍືນ ວັດທະນາຖາວອນ !

error: Content is protected !!