ລາວ-ຍີ່ປຸ່ນ ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື

ພະນະທ່ານ ນາງ ຄາມິກາວະ ໂຢໂກະ (KAMIKAWA Yoko) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຍີ່ປຸ່ນ ໄດ້ນໍາພາ ຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 11-12 ຕຸລາ 2023 ຕາມການເຊື້ອເຊີນ ຂອງພະ ນະທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເພື່ອສືບ ຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະ ສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

ການພົບປະສອງຝ່າຍ ລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະ ມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ຄາມິກາວະ ໂຢໂກະ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະຜູ້ ແທນທັງສອງຝ່າຍ ຈັດຂຶ້ນວັນທີ 11 ຕຸລາ 2023 ທີ່ກະຊວງການຕ່າງປະເທດ.

ໂອກາດນີ້ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຂອງ ທ່ານ ນາງ ຄາມິກາວະ ໂຢໂກະ ແລະ ຄະນະ ໃນຄັ້ງນີ້ ເຊິ່ງຖືເປັນຂີດ  ໝາຍສໍາຄັນສໍາລັບການພົວພັນ ແລະ ການ ຮ່ວມມືຂອງສອງປະເທດ ລາວ-ຍີ່ປຸ່ນ ລວມທັງການສະເຫຼີມສະຫຼອງການພົວພັນ ແລະ ການຮ່ວມມືອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ໃນປີ 2023 ທັງຍັງເປັນການສະໜັບສະໜູນ ສປປ ລາວ ຢ່າງຕັ້ງໜ້າ ໃນການເປັນປະທານອາຊຽນ ໃນປີ 2024 ໄດ້ສະ ແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ ທ່ານ ນາງ ຄາມິກາວະ ໂຢໂກະ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ລັດຖະມົນຕີ ກະຊວງການຕ່າງປະເທດຍີ່ປຸ່ນ ໃນຫວ່າງບໍ່ດົນມານີ້ ພ້ອມທັງສະແດງຄວາມພ້ອມ ທີ່ຈະເຮັດວຽກຮ່ວມກັບ ທ່ານ ນາງ ຄາ ມິກາວະ ໂຢໂກະ ຢ່າງໃກ້ຊິດ ເພື່ອສືບຕໍ່ເປັນໃຈກາງໃນການປະສານສົມທົບ ແລະ ຊຸກຍູ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະບານລາວ ແລະ ຍີ່ປຸ່ນ ໃຫ້ປະສົບຜົນສໍາເລັດ ຕາມລະດັບຄາດໝາຍ ກໍຄືການພົວພັນ ແລະ ການຮ່ວມມືຂອງສອງກະຊວງການຕ່າງປະເທດ ລາວ ແລະ ຍີ່ປຸ່ນ ໃຫ້ມີບາດ ກ້າວຂະຫຍາຍຕົວຍິ່ງໆຂຶ້ນ.

ສອງຝ່າຍ ໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ, ເຊິ່ງໄດ້ຕີລາຄາສູງຕໍ່  ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງສອງປະເທດ ແລະ ສະແດງຄວາມປິຕິຍິນດີທີ່ເຫັນວ່າ ການ ພົວພັນຮ່ວມມືຂອງສອງປະເທດ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ໄດ້ຮັບການພັດທະ ນາຂຶ້ນຢ່າງບໍ່ຢຸດຢັ້ງ ສະແດງ ອອກຄື ການແລກປ່ຽນການຢ້ຽມຢາມ ເຊິ່ງການ ແລະ ກັນ ຂອງການນໍາຂັ້ນສູງ ຂອງສອງປະເທດ ລວມເຖິງການໄປມາຫາສູ່ ລະຫວ່າງ ປະຊາຊົນສອງຊາດ ກໍດໍາເນີນເປັນປົກກະຕິ, ການພົວພັນຮ່ວມມືໃນຫຼາຍໆດ້ານໄດ້ຮັບການເສີມຂະຫຍາຍ ແລະ ຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ.

ສອງຝ່າຍ ຍັງໄດ້ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ເຊິ່ງສອງຝ່າຍເຫັນດີສືບຕໍ່ຮັດແໜ້ນການພົວພັນຮ່ວມມື ເພື່ອເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ໜັກແໜ້ນ ໂດຍສະເພາະການຮ່ວມມື ທາງດ້ານເສດຖະກິດ ກໍຄືການຮ່ວມມືທາງດ້ານການຄ້າ ການລົງທຶນ ແລະ ການທ່ອງ ທ່ຽວ ອັນຈະເປັນການນໍາໃຊ້ທ່າແຮງ ບົ່ມຊ້ອນການເຊື່ອມໂຍງ ແລະ ເຊື່ອມຈອດພາກພື້ນຂອງ ສປປ ລາວ ດ້ານການຂົນສົ່ງໃຫ້ເກີດປະໂຫຍດສູງສຸດ ລວມເຖິງ ການຊຸກຍູ້ສົ່ງເສີມການຮ່ວມມືໃນການຈັດສົ່ງແຮງານລາວ ໄປເຮັດວຽກຢູ່ຍີ່ປຸ່ນ ແລະ ອື່ນໆ.

ພ້ອມນີ້ ສອງຝ່າຍ ຍັງສະແດງຄວາມພ້ອມທີ່ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອກະກຽມໃຫ້ແກ່ການເປັນປະທານ ອາ ຊຽນ ຂອງ ສປປ ລາວ ໃນປີ 2024 ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ ກໍຄືການເປັນ ຄູ່ຮ່ວມຍຸດທະສາດ ລາວ-ຍິ່ປຸ່ນ ຄົບຮອບ 10 ປີ ໃນປີ 2025 ແລະ ອື່ນໆ ສອງຝ່າຍ ຍັງແລກ ປ່ຽນຄໍາຄິດເຫັນ ກ່ຽວກັບ ສະພາບການພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ ນອກນັ້ນ ຝ່າຍລາວ ໄດ້ແຈ້ງໃຫ້ຝ່າຍຍີ່ປຸ່ນຊາບ ກ່ຽວກັບການກະກຽມເປີດປີທ່ອງທ່ຽວລາວ ໃນປີ 2024 ແລະ ໄດ້ເຊື້ອເຊີນຊາວຍີ່ປຸ່ນເຂົ້າມາທ່ອງ ທ່ຽວ ສປປ ລາວ ໃຫ້ຫຼາຍຂຶ້ນ ພ້ອມທັງສະເໜີໃຫ້ຝ່າຍຍີ່ປຸ່ນສືບຕໍ່ຊຸກຍູ້ນັກທຸລະກິດຍີ່ປຸ່ນ ມາລົງທຶນຢູ່ລາວຫຼາຍຂຶ້ນ.

ໂອກາດດຽວກັນນີ້ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນການພັດທະ ນາຊັບພະຍາກອນມະ ນຸດ ສາທາລະນະສຸກ ກະສິກໍາ-ປ່າໄມ້ ການພັດທະນາພື້ນຖານໂຄງລ່າງ ແລະ ການຊ່ວຍເຫຼືອເພື່ອຮັບມືກັບການແຜ່ລະບາດ ຂອງພະຍາດໂຄວິດ-19 ພິເສດແມ່ນການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ (UXO), ອັນໄດ້ເປັນການສະໜັບສະໜູນ ສປປ ລາວ ຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ແລະ ການແກ້ໄຂ 2 ວາ ລະແຫ່ງຊາດ ຂອງ ສປປ ລາວ ລວມເຖິງການສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

ພ້ອມນີ້ ທ່ານ ນາງ ຄາມິກາວະ ໂຢໂກະ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ສະແດງ ຄວາມພ້ອມທີ່ຈະເຮັດວຽກຮ່ວມກັບຝ່າຍ ສປປ ລາວ ຢ່າງໃກ້ຊິດ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ພາຍໃຕ້ການ ເປັນຄູ່ຮ່ວມຍຸດທະສາດ ຍີ່ປຸ່ນ-ລາວ ກໍຄືການພົວພັນຮ່ວມມື ຍີ່ປຸ່ນ-ອາຊຽນ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ພ້ອມທັງ ໄດ້ ຢືນຢັນຄືນຄວາມໝາຍໝັ້ນ ທີ່ຈະໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ. ຍີ່ປຸ່ນຍິນດີຈະສືບຕໍ່ໃຫ້ການຮ່ວມມືໃນດ້ານຕ່າງໆ ລວມທັງການສືບຕໍ່ ຮ່ວມກັບຝ່າຍລາວ ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນຂອງ ສປປ ລາວ ພ້ອມດຽວກັນນີ້ ທ່ານ ນາງ ຄາມິກາວະ ໂຢໂກະ ຍັງໄດ້ເຊື້ອເຊີນທ່ານ ສະເຫຼີມໄຊ ກົມມະສິດ ເດີນທາງຢ້ຽມຢາມຍີ່ປຸ່ນ ໃນເວລາອັນເໝາະສົມ.

error: Content is protected !!