ມອບ-ຮັບໜ້າທີ່ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຜູ້ເກົ່າ-ຜູ້ໃໝ່

    ໃນວັນທີ 10 ຕຸລາ 2023 ສູນກາງສະຫະພັນແມ່ຍິງລາວ ໄດ້ຈັດພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານ ສສຍລ ຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ ຜູ້ເກົ່າ ແລະ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ ຜູ້ໃໝ່ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ມີຮອງປະທານຄະນະບໍລິຫານງານ ສສຍລ ແຂກຖືກເຊີນຈາກສູນກາງແນວລາວສ້າງຊາດ ສູນກາງສະຫະພັນກຳມະບານລາວ ຄະນະຈັດຕັ້ງສູນກາງພັກ ຄະນະຫ້ອງການ ກົມ ສູນ ຫ້ອງການ ຄຊກມດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.  

    ໃນພິທີ ທ່ານ ປອ ສີສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 08/ກມສພ ລົງວັນທີ 27 ກັນຍາ 2023 ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ໂດຍເຫັນດີຍົກຍ້າຍ ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານ ສສຍລ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ ຢູ່ສູນກາງແນວລາວສ້າງຊາດ ພ້ອມທັງຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 440/ຄລສພ ລົງວັນທີ 27 ກັນຍາ 2023 ວ່າດ້ວຍການແຕ່ງຕັ້ງຄະນະບໍລິຫານງານພັກ ໂດຍຕົກລົງແຕ່ງຕັ້ງ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ  ກຳມະການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ສສຍລ ມະຕິຕົກລົງກົມການເມືອງສູນກາງພັກ ສະບັບເລກທີ 24/ກມສພ ລົງວັນທີ 27 ກັນຍາ 2023 ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກ ສສຍລ ໂດຍຕົກລົງແຕ່ງຕັ້ງ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກໍາມະການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ປະທານ ສສຍລ ຜູ້ໃໝ່.

    ໂອກາດນີ້ ສະຫາຍ  ຄໍາພັນ ພົມມະທັດ ໄດ້ມີຄຳເຫັນບາງຕອນວ່າ: ການມອບ-ຮັບໜ້າທີ່ໃນຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນໃນການສັບປ່ຽນພະນັກງານຂັ້ນສູງຂອງພັກ ໂດຍອີງຕາມຫຼັກການຄຸ້ມຄອງ ສັບຊ້ອນພະນັກງານຂັ້ນສູງຂອງພັກ ທັງອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກໃນໄລຍະໃໝ່ ລວມທັງມາດຕະຖານເງື່ອນໄຂຂອງພະນັກງານນຳພາຂັ້ນສູງຂອງພັກ-ລັດ ເຊິ່ງຜ່ານມາພັກເຮົາໄດ້ດຳເນີນການສັບຊ້ອນພະນັກງານນຳພາຫຼັກແຫຼ່ງຢ່າງເປັນປົກກະຕິທັງຢູ່ສູນກາງ ແລະ ທ້ອງຖິ່ນ ທັງເປັນຫຼັກການອັນໜຶ່ງຂອງພັກ ເພື່ອຮັບປະກັນລັກສະນະສືບທອດຕໍ່ເນື່ອງໃນການປະຕິບັດໜ້າທີ່ການເມືອງໃນແຕ່ລະຂົງເຂດ ກໍຄືການປັບປຸງວຽກງານໃນແຕ່ລະໄລ ຍະ ສໍາລັບສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ທີ່ຖືກຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ສູນກາງແນວລາວສ້າງຊາດ ຈົ່ງສືບຕໍ່ເສີມຂະຫຍາຍບົດຮຽນການນຳພາ-ຊີ້ນໍາ ຮ່ວມກັບໝູ່ຄະນະນຳໄປໝູນໃຊ້ເຂົ້າໃນການຄຸ້ມຄອງ ບັນຊາ ນຳພາວຽກງານຂົງເຂດຂອງຕົນໃຫ້ນັບມື້ນັບດີຂຶ້ນ ສຳລັບ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ທີ່ຖືກແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານ ສສຍລ ຜູ້ໃໝ່ ໃຫ້ສືບຕໍ່ເສີມຂະຫຍາຍຜົນງານທີ່ຜ່ານມາຂອງ ສສຍລ ແລະ ເຮັດໃຫ້ວຽກງານດັ່ງກ່າວມີຜົນສຳເລັດນັບມື້ດີຂຶ້ນເປັນກ້າວໆ.

ຂ່າວ-ພາບ ສສຍລ

error: Content is protected !!