ແນະນຳເວັບໄຊສູນລວມຂໍ້ມູນ GIS-PLATFORM “VirGo” ສູ່ສາທາລະນະ

    ການສຳມະນາເປີດກວ້າງ ແລະ ການບັນຍາຍເປີດກວ້າງກ່ຽວກັບການພັດທະນາຕົວເມືອງໃນນະຄອນຫຼວງວຽງຈັນ.

    ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດຕັ້ງກົນໄກການປະສານງານເພື່ອການຄຸ້ມຄອງຕົວເມືອງ (UMP) ເຊິ່ງເປັນກົນໄກທຳອິດ ສຳລັບການແບ່ງປັນຂໍ້ມູນຂ່າວສານ ແລະ ປຶກສາຫາລືກ່ຽວກັບການພັດທະນາຕົວເມືອງຢູ່ນະຄອນຫຼວງວຽງຈັນ ກອງປະຊຸມ UMP ຄັ້ງທີ 4 ແລະ 5 ຈັດຂຶ້ນເມື່ອບໍ່ດົນຜ່ານມາ ພາຍໃຕ້ຫົວຂໍ້ “ເປີດກວ້າງ ການພັດທະນາຕົວເມືອງ ທົດລອງນຳໃຊ້ເວັບໄຊສູນລວມຂໍ້ມູນ GIS-PLATFORM VirGo” ແລະ ເປີດໂຕເວັບໄຊ ‘VirGo’ ຢ່າງເປັນທາງການ ເຊິ່ງເວັບໄຊດັ່ງກ່າວຈະຊ່ວຍຂັບເຄື່ອນວຽກງານການພັດທະນາຕົວເມືອງໃນປະເທດລາວເຂົ້າສູ່ນະວັດຕະກຳດິຈິຕອນ ພາຍໃຕ້ການສະໜັບສະໜູນໂດຍໂຄງການສ້າງຂີດຄວາມສາມາດໃນການຄຸ້ມຄອງ ແລະ ສົ່ງເສີມການພັດທະນາຕົວເມືອງ (JICA CDUDCP).

    ກອງປະຊຸມ UMP ຄັ້ງທີ 4 ເຊິ່ງເປັນການສຳມະນາເປີດກວ້າງໃຫ້ແກ່ປະຊາຊົນ ໄດ້ຈັດຂຶ້ນທ້າຍເດືອນ ກັນຍາ 2023 ຢູ່ທີ່ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເປັນປະທ່ານຮ່ວມຂອງທ່ານ ນະລົງໄຊ ມີວາປະດິດ ຮອງຫົວໜ້າກົມເຄຫາ ແລະ ຜັງເມືອງ ແລະ ທ່ານ ຈັນທະວັງໂສ ອຸດົມເດດ ຮອງຫົວໜ້າສະຖາບັນໂຍທາທິການ ແລະ ຂົນສົ່ງ ໂຄງການ JICA CDUDCP ໄດ້ຈັດກິດຈະກໍາໃຫ້ທົດລອງນໍາໃຊເວັບໄຊ Virgo ແລະ ໄດ້ຈັດເວທີສົນທະນາ ເພື່ອໃຫ້ຜູ້ມີສ່ວນຮ່ວມຈາກຫຼາກຫຼາຍພາກສ່ວນເຊັ່ນ ອົງການພາກລັດຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ທີ່ກ່ຽວຂ້ອງ ບໍລິສັດອອກແບບ-ກໍ່ສ້າງເອກະຊົນ ແລະ ປະຊາຊົນໄດ້ເຂົ້າໃຈວິທີການນໍາໃຊ້ ແລະ ປະສິດທິພາບຂອງເວັບໄຊນີ້ ພ້ອມທັງໄດ້ມີການແລກປ່ຽນຄໍາຄິດເຫັນກ່ຽວກັບຂໍ້ມູນທີ່ຕ້ອງການເອົາລົງໃສ່ເວັບໄຊສູນລວມຂໍ້ມູນດັ່ງກ່າວ.

    ສ່ວນກອງປະຊຸມ UMP ຄັ້ງທີ 5 ເຊິ່ງເປັນການບັນຍາຍເປີດກວ້າງໃຫ້ແກ່ນັກຮຽນທີ່ເປັນຄົນລຸ້ນໃໝ່ໃນ “ຍຸກດິຈິຕອນ” ເຊິ່ງຈັດຢູ່ທີ່ໂຮງຮຽນ ມສ ວຽງຈັນ ໂດຍການເປັນປະທານຂອງອາຈານ ແສງເພັດ ບຸດສະບາປະເສີດ ຮອງຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ ໃນກອງປະຊຸມດັ່ງກ່າວໄດ້ບັນຍາຍຄວາມຮູ້ກ່ຽວກັບຜັງເມືອງໃຫ້ແກ່ນັກຮຽນຊັ້ນ ມ7 ນອກຈາກນັ້ນ ກໍຍັງໄດ້ຈັດກິດຈະກໍາໃຫ້ນັກຮຽນໄດ້ຈິນຕະນາການ ແລະ ສະເໜີແນວຄວາມຄິດກ່ຽວກັບນະຄອນຫຼວງວຽງຈັນໃນອະນາຄົດທີ່ເຂົາເຈົ້າຕ້ອງການ ໂດຍເຂົ້າເບິ່ງຂໍ້ມູນໃນເວັບໄຊ VirGo ຜ່ານສະມາດໂຟນຂອງເຂົາເຈົ້າ.     

ທ່ານສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມໄດ້ທີ່ເວັບໄຊ VirGo; https://urbangis.mpwt.gov.la/   

error: Content is protected !!