ເປີດວາລະສານອາລຸນໃໝ່ເອເລັກໂຕຣນິກ ຢ່າງເປັນທາງການ

    ພິທີເປີດວາລະສານອະລຸນໃໝ່ເອເລັກໂຕຣນິກຢ່າງເປັນທາງການໄດ້ຈັດຂຶ້ນໃນວັນທີ 9 ຕຸລາ 2023 ທີ່ຫ້ອງວ່າການສູນກາງພັກ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ສະຫາຍ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ສະຫາຍ​ນາງ​ ວິລະ​ວອນ​ ພັນທະ​ວົງ​ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ມີພາກສ່ວນທີ່ກ່ຽວເຂົ້າຮ່ວມ.​

    ສະຫາຍ ວັນລາຕີ ຄຳວານວົງສາ ວ່າການຫົວໜ້າບັນນາທິການວາລະສານອະລຸນໃໝ່ກ່າວວ່າ: ການເປີດເວັບໄຊ ວາລະສານອະລຸນໃໝ່ເອເລັກໂຕຣນິກ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ຄວາມພະ ຍາຍາມບຸກບືນ ແລະ ບົນຈິດໃຈສ້າງການຫັນປ່ຽນສູ່ຄຸນນະພາບໃໝ່ ຂອງວາລະສານອະລຸນໃໝ່ ດ້ວຍຄວາມເປັນເຈົ້າການ ປະດິດສ້າງ ແລະ ປັບປຸງຢ່າງຕັ້ງໜ້າ ເພື່ອຕອບສະໜອງຄວາມຕ້ອງການດ້ານຂໍ້ມູນຂ່າວ ສານໃຫ້ຜູ້ອ່ານ ທີ່ເພີ່ມສູງຂຶ້ນນັບມື້ ວາລະສານ ອະລຸນໃໝ່ເອເລັກໂຕຣນິກ ຈະຕ້ອງປະສານສົມທົບກັບ ພາກສ່ວນຕ່າງໆ ເພື່ອຍົກລະດັບ ຍົກສູງຄວາມສາມາດດ້ານຕ່າງໆ ເພື່ອເພີ່ມປະສິດທິພາບ ປະສິດທິຜົນໃນວຽກງານໂຄສະນາສຶກອົບຮົມ ປະຕິບັດໜ້າທີ່ ການເມືອງທີ່ໄດ້ຮັບມອບໝາຍເປັນຢ່າງດີ ກຳແໜ້ນສະຖານະການ ແລະ ຕອບສະໜອງຢ່າງທັນການຜ່ານສື່ມວນຊົນ ເປັນຕົ້ນຜ່ານສື່ແບບໃໝ່ ໃຫ້ແກ່ການນຳພະນັກງານ ສະມາຊິກພັກ ທັງສູນກາງ ແລະ ທ້ອງຖິ່ນໃຫ້ ກວ້າງຂວາງກວ່າເກົ່າ ປະກອບສ່ວນ ຕົວຈິງໃນການແກ້ໄຂບັນຫາ ແລະ ສະພາບຕ່າງໆທີ່ມີຄວາມສະຫຼັບສັບຊ້ອນ-ມີຫຼາຍຮູບແບບ ໃນຍຸກແຫ່ງຂໍ້ມູນ ຂ່າວສານປັດຈຸບັນ ປະກອບສ່ວນໃຫ້ວາລະສານອະລຸນໃໝ່ ເຮັດສຳເລັດໜ້າທີ່ການເມືືອງຂອງຕົນໃນ ການຫັນເປັນທັນສະໄໝ ສົມກັບຄວາມເຊື່ອໝັ້ນ ຂອງພັກ-ລັດ ແລະ ປະຊາຊົນ.

    ສະຫາຍ ຄຳພັນ ເຜີຍຍະວົງ ກ່າວຄຳເຫັນວ່າ: ກ່ອນໜ້ານີ້ 38 ປີ ເນື່ອງໃນໂອກາດວັນສ້າງຕັ້ງ ແລະ ພິມຈຳໜ່າຍວາລະສານ ອະລຸນໃໝ່ ປະທານ ໄກສອນ ພົມວິຫານ ໄດ້ມີຄຳເຫັນວ່າ: “ວາລະສານອະລຸນ ໃໝ່ ແມ່ນອົງການທິດສະດີ ແລະ ການເມືອງຂອງສູນກາງພັກ ມີໜ້າທີ່ສໍາຄັນໃນການເຜີຍແຜ່ ສຶກສາອົບຮົມທິດສະດີມາກ-ເລນິນ ທັດສະນະ ແນວທາງ ນະໂຍບາຍ ຂອງພັກ ວາລະສານອະລຸນໃໝ່ ຍັງມີໜ້າທີ່ປະກອບສ່ວນເຂົ້າໃນການສະຫຼຸບສັງລວມ ຖອດຖອນບົດຮຽນການນຳພາຂອງພັກໃນທຸກຂົງເຂດວຽກງານ ປະຕິວັດໃນແຕ່ລະໄລຍະ.

    ສະຫາຍ ຄຳພັນ ເຜີຍຍະວົງ ກ່າວຕື່ມວ່າ: ພາຍໃຕ້ການນຳພາຂອງພັກ ໂດຍສະເພາະການຊີ້ນຳ ຂອງກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ແລະ ຄະນະໂຄສະນາອົບຮົມສູນກາງພັກນັບແຕ່ປີ 1985 ຈົນເຖິງປັດຈຸບັນ ວາລະສານ ອະລຸນໃໝ່ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ໄດ້ປະກອບ ສ່ວນຢ່າງຕັ້ງໜ້າໃນວຽກງານການເມືອງ-ແນວຄິດ ວຽກງານ ໂຄສະນາອົບຮົມຂອງພັກ ໂດຍສະເພາະໄດ້ ປະກອບສ່ວນ ສ້າງຄວາມຮູ້ ກ່ຽວກັບການປ່ຽນແປງໃໝ່ດ້ານຈິນຕະນາການ ຄວາມຮັບຮູ້ກ່ຽວກັບການ ສ້າງສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນຂອງປະເທດຊາດ ເຊື່ອມຊຶມກຳແໜ້ນແນວທາງ ປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ ດ້ວຍການ ຄົ້ນຄວ້າຂຽນບົດຕ່າງໆ ແປ ກວດແກ້ ຮຽບຮຽງ ຈັດພິມລົງໃນບັນດາຄໍລຳຂອງວາລະສານເປັນປົກກະຕິ ແລະ ຕໍ່ເນື່ອງ ໂດຍເຫັນໄດ້ບົດບາດຄວາມ ສຳຄັນຂອງໜ້າທີ່ການເມືອງນັບມື້ສູງຂຶ້ນ ວາລະສານ ອະລຸນໃໝ່ ເຊິ່ງເປັນວາລະສານທິດສະດີ ແລະ ພຶດຕິກຳຂອງພັກປະຊາຊົນປະຕິວັດລາວ ມີຄວາມຈຳເປັນຢ່າງຍິ່ງຈະຕ້ອງໄດ້ພັດທະນາ ຍົກລະດັບ ແລະ ຫັນປ່ຽນໄປສູ່ ຄວາມທັນສະໄໝເທື່ອລະກ້າວ ກໍຄື ການສ້າງວາລະສານເອເລັກໂຕຣນິກ ເພື່ອຍົກລະດັບຄວາມສາມາດຕົວຈິງ ການປະຕິບັດພາລະບົດບາດ ແລະ ເຮັດຫຼຸ້ອນ ໜ້າທີ່ການເມືອງຂອງຕົນໃຫ້ນັບມື້ດີຂຶ້ນ ແລະ ສ້າງການຫັນປ່ຽນໃໝ່ສູ່ຄຸນ ນະພາບໃໝ່ເທື່ອລະກ້າວ ທັງເນື້ອໃນ ແລະ ຮູບການ ເຮັດໃຫ້ວາລະສານ ມີຫຼາຍຮູບ ຫຼາຍສີ ທັນກັບສະພາບການ ແລະ ສາມາດຕອບສະໜອງດ້ານ ຂໍ້ມູນ-ຂ່າວສານໃຫ້ແກ່ກັບຜູ້ບໍລິໂພກໄດ້ຢ່າງສະດວກ ວ່ອງໄວ ແລະ ກວ້າງຂວາງກວ່າເກົ່າ ສະນັ້ນການເປີດເວັບໄຊວາລະສານອະລຸນໃໝ່ເອເລັກໂຕຣນິກ ຖືເປັນເຫດການທີ່ມີຄວາມໝາຍຄວາມສໍາຄັນຂອງສື່ມວນຊົນ ຕີລາຄາສູງ ແລະ ຊົມເຊີຍ ໃນຈິນຕະນາການໃໝ່ ວິໄສທັດ ແລະ ການປັບປຸງປ່ຽນແປງ ຢ່າງປະດິດສ້າງຂອງວາລະ ສານອະລຸນໃໝ່ ໂດຍ ສະເພາະແມ່ນຄວາມຕັດສິນ ໃຈຂອງການນຳແຕ່ລະຮຸ່ນ ພິເສດແມ່ນ ຄວາມພະຍາຍາມຂອງຄະນະບັນ ນາທິການວາລະສານ ແລະ ພະນັກງານທັງໝົດຂອງວາລະສານອະລຸນໃໝ່ ພ້ອມນີ້ສະແດງຄວາມຊົມເຊີຍ ມາຍັງພາກສ່ວນຕ່າງໆທັງພາຍໃນ ແລະ ຕ່າງປະເທດເປັນຕົ້ນແມ່ນວາລະສານ ກົງສານ ສສ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສະໜັບສະໜູນ ດ້ວຍດີຕະຫຼອດມາ ເຊື່ອໝັ້ນວ່າ ວາລະສານ ອະລຸນ ໃໝ່ເອເລັກໂຕຣນິກ ຈະກາຍເປັນແຫຼ່ງສະໜອງ ຂໍ້ມູນ-ຂ່າວສານອັນຈຳເປັນ ເພື່ອຮັບໃຊ້ໃນວຽກງານສື່ມວນຊົນ ຂອງພັກ-ລັດ ກໍຄືໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ນະໂຍບາຍຂອງລັດ ແລະ ເວົ້າສະເພາະ ແມ່ນໃນວຽກງານການເມືອງ-ແນວຄິດ ວຽກງານໂຄສະນາອົບ ຮົມຢ່າງມີປະສິດພາບປະສິດທິຜົນສູງຂຶ້ນໃນຕໍ່ໜ້າ.

(ຂ່າວ-ພາບ:ສຳນານ)

error: Content is protected !!