ຄູລາວທີ່ໄດ້ຮັບລາງວັນຈາກສົມເດັດເຈົ້າຟ້າມະຫາຈັກກຣີ

    ດັ່ງທີ່ຫຼາຍທ່ານໄດ້ຍິນ ແລະ ຮັບຮູ້ເລື້ອຍໆວ່າ “ ຄູປຽບດັງແມ່ພິມຂອງຊາດ ” ທີ່ຊຸບຫຼໍ່ ແລະ ສ້າງຊັບພະຍາກອນມະນຸດໃຫ້ມີ ຄວາມຮູ້ ຄວາມສາມາດ ມີວິໄນ ມີຄຸນສົມບັດສິນທໍາປະຕິວັດ ແລະ ເປັນລູກຮັກ ຫລາຍແພງ ຂອງປວງຊົນລາວທັງຊາດ ເຊິ່ງຖືວ່າເປັນຄວາມພາກພູມໃຈ ໃນສາຍອາຊີບຄູໂດຍສະເພາະຜູ້ທີ່ອຸທິດຕົນເຂົ້າໃນການສຶກສາ ພັດທະນາສິດສອນນັກຮຽນ ນັກຮຽນຮູ້ປັນຍາຊົນ ໃຫ້ກາຍເປັນໜໍ່ແໜງຮຸ່ນສືບທອດ ຂອງຊາດ ໃນອະນາຄົດ.

    ໃນໂອກາດວັນຄູແຫ່ງຊາດຄົບຮອບ 29 ປີ 7 ຕຸລາ 2023 ເຫັນວ່າການສະຫຼອງວັນດັ່ງກ່າວມີບັນຍາກາດຟົດຟື້ນໂດຍ ຜ່ານການມອບຂອງຂວັນໃຫ້ຄູ ສ້າງກິດຈະກໍາສະແດງສິລະປະ ການແຂ່ງຂັນກີລາ ຕອບ-ຄໍາຖາມສາລະໜ້າຮູ້ ແລະ ອື່ນໆ ແຕ່ສິ່ງທີ່ພົ້ນເດັ່ນອີກເຫດການໜຶ່ງຄື: ຄູລາວເຮົາໄດ້ຮັບລາງວັນຄູດີເດັ່ນ ຈາກສົມເດັດເຈົ້າຟ້າມະຫາຈັກກຣີ ທີ່ີມອບ ແກ່ຄູທີ່ມີຜົນງານດີເດັ່ນ ທີ່ສ້າງປະໂຫຍດ ສ້າງການປ່ຽນແປງ ແລະ ການຂັບເຄື່ອນລະບົບການສຶກສາລາວ ໃຫ້ມີການພັດທະນາຂຶ້ນ ເທື່ອລະກ້າວ ເພື່ອທຽບເທົ່າພາກພື້ນ ແລະ ສາກົນ.

   ລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ເປັນລາງວັນເພື່ອຍົກຍ້ອງເຊີດຊູກຽດຄູຜູ້ມີຜົນງານດີເດັ່ນ ແລະ ສ້າງຄຸນປະໂຫຍດຕໍ່ການສຶກສາ ໃນປະເທດຕ່າງໆ ອັນເປັນຄວາມພາກພູມໃຈໃນຂົງເຂດອາຊີຕະເວັນ ອອກສ່ຽງ ໃຕ້ ລວມ 11 ປະເທດ: ບຣູໄນ ດາຣຸສະລາມ ອິນໂດເນເຊຍ ກໍາປູເຈຍ ລາວ ມາເລເຊຍ ມຽນມາ ຟີລິບປິນ ສິງກະໂປ ຕິມໍແລັດສະເຕ ຫວຽດນາມ ແລະ ໄທ ປະເທດລະ 1 ຄົນ ລວມ 11 ລາງວັນ ຈຶ່ງຈະດໍາເນີນການຄັດເລືອກ ຄູໃນທຸກ 2 ປີ ໂດຍຄະນະກໍາມະການມູນນິທິລາງວັນສົມເດັດ ເຈົ້າຟ້າມະຫາ ຈັກກຣີ ຈະສະເໜີແນວຄິດ ແລະ ຄຸນລັກສະນະຂອງຄູທີ່ຈະໄດ້ຮັບ ລາງວັນ ສົມເດັດ ເຈົ້າຟ້າມະຫາຈັກກຣີ ໄປຍັງກະຊວງ ສຶກສາທິການທັງ 11 ປະເທດ ສ່ວນການກໍານົດເກນການຄັດເລືອກ ແລະ ກົນໄກໃຫ້ຂຶ້ນກັບການ ພິຈາລະນາຂອງແຕ່ລະປະເທດ.

      ສໍາລັບປະເທດລາວ ໃນປີນີ້ ຄູທີ່ໄດ້ຮັບລາງວັນແມ່ນ ທ່ານ ນາງ ກິມເຟືອງ ເຮືອງມະນີ ເປັນຄູຈາກໂຮງຮຽນ ປະຖົມ ບ້ານເພຍໃໝ່ ເມືອງລະມາມ ແຂວງເຊກອງ ເຊິ່ງພິທີຮັບລາງວັນຈະຈັດຂຶ້ນ ໃນວັນທີ 17 ຕຸລາ 2023 ທີ່ລາຊະອານາຈັກໄທ ສໍາລັບຄູລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ໃນສ່ວນຂອງ ສປປ ລາວ ທັງ 5 ຮຸ່ນ ຕັ້ງແຕ່ປີ 2015 ເຖິງ 2023 ມີດັ່ງນີ້: ຄູ ຄໍາສອຍ ວົງສໍາພັນ ປີ 2015 ຈາກນະຄອນຫຼວງວຽງຈັນ ຄູ ຄຸນວິໄລເຄນ ກິຕິສັກ ປີ 2017 ຈາກນະຄອນຫຼວງວຽງຈັນ ຄູ ໂພສະນິດ ປັນຍາສະຫວັດ ປີ 2019 ຈາກ ນະຄອນຫຼງພະບາງ ຄູ ແສງເພັດ ຄຸນປະເສີດ ປີໄດ້ຮັບລາງ ວັນປີ 2021 ຈາກ ແຂວງ ອຸດົມໄຊ ແລະ ປີຫຼ້າສຸດ ຄູ ກິມເຟືອງ ເຮືອງມະນີ ປີ 2023 ຈາກ ແຂວງເຊກອງ.

    ນອກຈາກນັ້ນແລ້ວ ໃນໂອກາດທີ່ ສົມເດັດ ພຣະກະນິຖາທິລາດເຈົ້າ ກຣົມສົມເດັດພະເທບ ລັດຕະນະຣາຊະສຸດາສະຍາມບໍຣົມຣາຊະກຸມາລີ ຊົງມີພະຊົນມາຍຸຄົບຮອບ 60 ພັນສາ ໃນປີ 2558 ສໍານັກງານເລຂາທິການຄຸຣຸສະພາ ກະຊວງສຶກສາທິການ ຮ່ວມກັບຜູ້ປະຕິບັດງານ ດ້ານການສຶກສາ ໄດ້ຂໍພະຣາຊະທານ ພະຣາຊານຸຍາດ ຈັດຕັ້ງລາງວັນລະດັບນານາຊາດນີ້ຂຶ້ນ ເພື່ອສະເຫຼີມພະກຽດ ພະປີຊາດ້ານ ການສຶກສາ ທີ່ຊົງອຸທິດພະອົງເພື່ອສົ່ງເສີມການ ສຶກສາໃຫ້ແກ່ເດັກ ແລະ ເຍົາວະຊົນໃນລະດັບຕ່າງໆ ມາໂດຍຕະຫຼອດ ໂດຍສະເພາະເດັກ ເຍົາວະຊົນຜູ້ ດ້ອຍໂອກາດໃນທ້ອງຖິ່ນຫ່າງໄກທົ່ວປະເທດ.

ຂ່າວ+ພາບໂດຍ: ມາລີດາ

error: Content is protected !!