ສານອວຍພອນຂອງພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 29 ປີ

    ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວເຖິງ ບັນດາທ່ານ ຄະນະນໍາກະຊວງສຶກສາທິການ ແລະ ກີລາ ບັນດາທ່ານ ຜູ້ບໍລິຫານການສຶກສາທຸກຂັ້ນ ຄູອາຈານ ນັກຮຽນ-ນັກສຶກສາ ແລະ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ວ່າ:

    ວັນຄູແຫ່ງຊາດ ວັນທີ 7 ຕຸລາ ເຊິ່ງເປັນວັນປະຫວັດສາດທີ່ສໍາຄັນໜຶ່ງຂອງຊາດລາວເຮົາ ໄດ້ໝູນວຽນມາບັນຈົບຄົບຮອບ 29 ປີ ຕາງໜ້າສູນກາງພັກ-ລັດຖະບານ ແຫ່ງ ສປປ ລາວ ຂໍສະແດງຄວາມຢື້ຢາມຖາມຂ່າວ ຄວາມສາມັກຄີຮັກແພງອັນອົບອຸ່ນ ມາຍັງເພື່ອນໆ ຄູອາຈານ ໃນຂອບເຂດທົ່ວປະເທດ ຕະຫຼອດຮອດຜູ້ບໍລິຫານການສຶກສາ, ກິລາ ແລະ ວິທະຍາສາດທຸກຂັ້ນ.

     ພັກ ແລະ ລັດຖະບານ ເວລາໃດກໍໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານການສຶກສາຄູ ແລະ ຖືເອົາຄູສອນເປັນກົກ ໃນການຍົກສູງຄຸນນະພາບຂອງການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດ ຄູໄດ້ມີບົດບາດສໍາຄັນ ໃນການສ້າງອະນາຄົດໃຫ້ຄົນແຕ່ລະຮຸ່ນ ແລະ ໃນພາລະກິດສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ຈົນຖືກສັງຄົມຂະໜານນາມວ່າ: “ຄູແມ່ນຄົນຂອງພັກ ຄູແມ່ນວິສະວະກອນແຫ່ງດວງວິນຍານ ຄູແມ່ນແມ່ພິມຂອງຊາດ ຄູແມ່ນພໍ່ແມ່ຜູ້ທີ່ສອງຂອງເດັກ ຄູແມ່ນຜູ້ທີ່ມີຄວາມຮູ້ ແລະ ປະສົບການສາມາດຖ່າຍທອດໃຫ້ແກ່ຜູ້ອື່ນ ຄູຄື ຜູ້ນໍາພາການປ່ຽນແປງໃໝ່ ແລະ ອື່ນໆ” ເມື່ອທົບທວນເບິ່ງແລ້ວ ຈະເຫັນວ່າ ພາລະໜ້າທີ່ຂອງຄູແມ່ນມີຄວາມສໍາຄັນ ໜັກໜ່ວງ ແລະ ມີຂອບເຂດກວ້າງຂວາງຫຼາຍ ໃນການດໍາເນີນພາລະກິດການສຶກສາຂອງພັກ ແລະ ລັດຖະບານ ກໍຄືການຈັດຕັ້ງຜັນຂະຫຍາຍແຜນພັດທະນາການສຶກສາ ວິທະຍາສາດ ແລະ ກີລາ ໂດຍສະເພາະການຮັບປະກັນການສະໜອງການສຶກສາໃຫ້ມີຄຸນນະພາບ ແລະ ສາມາດເຂົ້າເຖິງປະຊາຊົນບັນດາເຜົ່າ.

    ໃນສະພາບການທີ່ທົ່ວໂລກ ພວມປະສົບກັບສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ ສປປ ລາວ ຂອງພວກເຮົາ ກໍບໍ່ສາມາດຫຼີກລ່ຽງໄດ້ ຊຶ່ງສົ່ງຜົນກະທົບໄປທຸກຂົງເຂດ ລວມທັງຂະແໜງການສຶກສາ ວິທະຍາສາດ ແລະ ກີລາ ໂດຍສະເພາະຕໍ່ການດຳລົງຊີວິດ ແລະ ປະຕິບັດໜ້າທີ່ຂອງຄູ  ພໍ່ແມ່ຜູ້ປົກຄອງພົບຄວາມຫຍຸ້ງຍາກ ໃນການຊຸກຍູ້ສົ່ງເສີມໃຫ້ລູກຫຼານໄດ້ເຂົ້າຮຽນຢ່າງເປັນປົກກະຕິ ແລະ ເຂົ້າຮຽນຕໍ່ໃນສາຍອາຊີບ ເຖິງແນວໃດກໍຕາມ ພວກເຮົາຈະພ້ອມພາກັນຜ່ານຜ່າວິກິດ ແລະ ຄວາມຫຍຸ້ງຍາກນີ້ ໄປໃຫ້ໄດ້ ພັກ ແລະ ລັດຖະບານ ຍາມໃດ ກໍເຊື່ອໝັ້ນ ຕໍ່ອຸດົມການຂອງຄູ ຊຶ່ງເປັນຄົນຂອງພັກ ທີ່ໄດ້ອຸທິດສະຕິປັນຍາ-ເຫື່ອແຮງ ເຂົ້າໃນການປະຕິບັດໜ້າທີ່ການສອນຂອງຕົນ ດ້ວຍຄວາມພາກພຽນ ແລະ ມານະອົດທົນ ອັນໄດ້ເຮັດໃຫ້ວຽກງານພັດທະນາການສຶກສາຂະຫຍາຍຕົວນັບແຕ່ສູນກາງຮອດທ້ອງຖິ່ນ ຕາໜ່າງການສຶກສາ ໄດ້ຂະຫຍາຍໄປທົ່ວປະເທດ ເຂດຫ່າງໄກສອກຫຼີກທຸກແຫ່ງລ້ວນແຕ່ເຂົ້າເຖິງການຮຽນການສອນ ຄູອາຈານຫຼາຍໆຄົນ ກາຍເປັນຄູສອນດີ-ສອນເກັ່ງ ກາຍເປັນຄູຊ່ຽວຊານ ຄູປະສົບການ ຄູຊໍານານງານ ຜູ້ຊ່ວຍອາຈານ ອາຈານ ຮອງສາດສະດາຈານ ແລະ ສາດສະດາຈານ ທັງມີສະຖານະພາບ ແລະ ມີບົດບາດສູງຂຶ້ນໃນສັງຄົມ.

    ຕາງໜ້າໃຫ້ການນໍາຂອງພັກ ແລະ ລັດຖະບານ ຂ້າພະເຈົ້າ ຂໍສະແດງຄວາມກະຕັນຍູ ຮູ້ບຸນຄຸນ ແລະ ຍ້ອງຍໍຊົມເຊີຍ ຕໍ່ຄຸນງາມຄວາມດີຂອງຄູ-ອາຈານ ພ້ອມກັນນີ້ ກໍຂໍສະແດງຄວາມຂອບໃຈ ມາຍັງທຸກພາກສ່ວນໃນທົ່ວສັງຄົມ ທີ່ໄດ້ມີສ່ວນຮ່ວມ ແລະ ໃຫ້ການຊ່ວຍເຫຼືອຄູອາຈານ ແລະ ຜູ້ບໍລິຫານການສຶກສາ ໃນຊຸມປີຜ່ານມາ ເປັນການປະກອບສ່ວນຍົກສູງຄຸນນະພາບການສຶກສາ ຂອງປະເທດເຮົາ ໃຫ້ເທົ່າທຽມກັບພາກພື້ນ ແລະ ສາກົນຂຶ້ນເປັນກ້າວໆ.

    ພັກ ແລະ ລັດຖະບານ ຕີລາຄາສູງຕໍ່ຜົນງານການປະກອບສ່ວນຂອງຄູ-ອາຈານ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງປະເທດ ໂດຍສະເພາະການກໍ່ສ້າງ ແລະ ການພັດທະນາຊັບພະຍາກອນມະນຸດ, ພັດທະນາຄົນ ນັບແຕ່ຊັ້ນເດັກກ່ອນໄວຮຽນ ຈົນຮອດມະຫາວິທະຍາໄລ.

    ບັນດາຄູອາຈານ ແລະ ຜູ້ບໍລິຫານການສຶກສາ ທີ່ຮັກແພງທັງຫຼາຍ ໃນປະຫວັດແຫ່ງການຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ແລະ ການປົກປັກຮັກສາ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ ກໍລ້ວນແຕ່ຮຽກຮ້ອງໃຫ້ມີຊັບພະຍາກອນມະນຸດ ທີ່ມີຄວາມຮູ້ ຄວາມສາມາດ ມີແບບແຜນການດຳລົງຊີວິດທີ່ປອດໄສ ມີຄຸນສົມບັດສິນທຳປະຕິວັດທີ່ໜັກແໜ້ນ ຢາກເຮັດໄດ້ຄືແນວນັ້ນ ຄູອາຈານ ຂອງພວກເຮົາ ທີ່ຢູ່ບັນດາສະຖານການສຶກສາ ໃນໂຮງຮຽນ ແລະ ນອກໂຮງຮຽນ ຍິ່ງຈະຕ້ອງໄດ້ເສີມຂະຫຍາຍການຮຽນຮູ້ຂອງຕົນເອງ ໃຫ້ກ້າວທັນກັບການປ່ຽນແປງຂອງສາກົນກວ່າເວລາໃດໝົດ ໃນສະພາບການທີ່ມີຄວາມທ້າທາຍຫຼາຍຢ່າງ ຕໍ່ຂະແໜງສຶກສາທິການ ແລະ ກີລາ ພວກເຮົາບໍ່ອາດຈະປະໃຫ້ຄູປະເຊີນກັບສີ່ງທ້າທາຍນັ້ນພຽງລຳພັງໄດ້ ສະນັ້ນ ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນໃນທົ່ວສັງຄົມ ຈະຕ້ອງໄດ້ໃຫ້ການຮ່ວມມື ແລະ ເຮັດວຽກຮ່ວມກັນ ດັ່ງນີ້:

    ຮຽກຮ້ອງໃຫ້ຄະນະພັກ ອົງການປົກຄອງທຸກຂັ້ນ ເພີ່ມທະວີການນໍາພາຊີ້ນໍາ ການພັດທະ ນາການສຶກສາ ເອົາໃຈໃສ່ຕໍ່ການຄຸ້ມຄອງ ແລະ ນະໂຍບາຍຕໍ່ຊີວິດການເປັນຢູ່ຂອງຄູ ໂດຍສະເພາະຄູອາສາສະໝັກ ໃນທ້ອງຖິ່ນຂອງຕົນ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ ໃຫ້ຜູ້ບໍລິຫານການສຶກສາ ແລະ ກີລາ ທຸກຂັ້ນ ຈົ່ງເພີ່ມທະວີຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານຂອງຕົນ ໃນການຄຸ້ມຄອງບໍລິຫານການສຶກສາໃຫ້ສູງຂຶ້ນ ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ ໄດ້ມາດຕະຖານຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ 3 ຂໍ້ແຂ່ງຂັນຂອງຂະແໜງການ ຄື: ສອນດີ-ຮຽນເກ່ງ ຕ້ານປະກົດການຫຍໍ້ທໍ້ ແລະ ສ້າງສະພາບແວດລ້ອມທີ່ດີ ໃນສະຖານການສຶກສາ ໃຫ້ເປັນຮູບປະທຳ ພ້ອມກັນຕ້ານປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະການສະກັດກັ້ນ ແລະ ຕ້ານບັນຫາຢາເສບຕິດ ທີ່ຕິດພັນກັບວາລະແຫ່ງຊາດ ໃຫ້ເຂັ້ມງວດ ແລະ ເດັດຂາດ ບັນດາຄູອາຈານ ຈົ່ງເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ ປະຕິບັດໜ້າທີ່ຢ່າງມືອາຊີບ ໃຫ້ສົມກັບເປັນແມ່ພິມທີ່ດີຂອງຊາດ ມີຈັນຍາບັນ ຈັນຍາທໍາ ເຝິກຝົນ ແລະ ພັດທະນາຕົນເອງດ້ານວິຊາສະເພາະ ສຶກສາຄົ້ນຄວ້າ ທໍາຄວາມເຂົ້າໃຈກ່ຽວກັບຫຼັກສູດ ທົບທວນ-ສໍາມະນາກັນຄືນ ກ່ຽວກັບຮູບແບບ ເຕັກນິກ ວິທີການສອນ-ການວັດຜົນ ແລະ ຮັບປະກັນວ່າ ນັກຮຽນທີ່ຮຽນອ່ອນ-ຮຽນບໍ່ທັນໝູ່ ຈະໄດ້ຮັບການບຳລຸງຄືນ ນອກຈາກຈະມີວິຊາສະເພາະແລ້ວ ຕ້ອງຮຽນຮູ້ບັນດາທັກສະສັດຕະວັດທີ 21 ເຊັ່ນ: ການນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ ປະກອບການສອນ ທັກສະການຮຽນດ້ວຍຕົນເອງ ທັກສະທາງດ້ານສັງຄົມ ຮຽນຮູ້ພາສາຕ່າງປະເທດ ສ້າງຄວາມເຂັ້ມແຂງ ໃຫ້ແກ່ຄູໃນການສອນທາງໄກ-ອອນລາຍ ຫັນເປັນດີຈີຕອນ ໃນຂົງເຂດການສຶກສາ ແລະ ວິທະຍາສາດ ເພື່ອສົ່ງຄວາມຮູ້ໃຫ້ແກ່ນັກຮຽນ-ນັກສຶກສາ ຢ່າງມີປະສິດທິຜົນສູງຂຶ້ນ.

    ພໍ່ແມ່ຜູ້ປົກຄອງນັກຮຽນ ຈົ່ງພ້ອມກັນຊຸກຍູ້ສົ່ງເສີມໃຫ້ລູກຫຼານ ທີ່ຢູ່ໃນເກນອາຍຸເຂົ້າຮຽນ ໄປເຂົ້າໂຮງຮຽນ ທັງການສຶກສາກ່ອນໄວຮຽນ ສາມັນສຶກສາ ວິຊາຊີບ ແລະ ການສຶກສາຊັ້ນສູງ ແລະ ເອົາໃຈໃສ່ ແນະນໍາລູກຫຼານ ໃນການສຶກສາຮໍ່າຮຽນເວລາຢູ່ເຮືອນ ອົບຮົມຕັກເຕືອນເຂົາເຈົ້າ ໃຫ້ເຫັນຄວາມສໍາຄັນຂອງການສຶກສາ ທັງຕໍ່ຕົນເອງ ຄອບຄົວ ສັງຄົມ ແລະ ປະເທດຊາດ ສໍາລັບລູກຫຼານນັກຮຽນ ນັກສຶກສາ ຈົ່ງຕັ້ງໃຈສຶກສາຮໍ່າຮຽນ ຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍຕົນເອງໃຫ້ຫຼາຍຂຶ້ນ ມີຄວາມດຸໝັ່ນຂະຫຍັນພຽນ ຕັ້ງໜ້າຝຶກຝົນຫຼໍ່ຫຼອມ ໃຫ້ກາຍເປັນນັກຮຽນທີ່ຮຽນດີ ຮຽນເກ່ງ ເປັນລູກຫຼານທີ່ດີຂອງພໍ່ແມ່ ຄູອາຈານ ແລະ ເປັນພົນລະເມືອງທີ່ດີຂອງປະເທດຊາດ.

    ສຸດທ້າຍນີ້ ຂໍອວຍພອນໄຊອັນປະເສີດມາຍັງບັນດາຄູອາຈານສອນ ຜູ້ບໍລິຫານການສຶກສາຜູ້ປະກອບການ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບເຂັ້ມແຂງ ມີພະລານາໄມສົມບູນ ມີຄວາມສຸກຄວາມຈະເລີນ ແລະ ປະສົບຜົນສໍາເລັດ ໃນການປະຕິບັດໜ້າທີ່ວຽກງານຂອງຕົນ.

ນໍ້າໃຈວັນຄູແຫ່ງຊາດ 7 ຕຸລາ ໝັ້ນຍືນ

ຂໍສະແດງຄວາມຂອບໃຈ (ຂໍ້ມູນຈາກ: ສນຍ)

error: Content is protected !!