ສົ່ງເສີມການດໍາເນີນທຸລະກິດຂອງຜູ້ປະກອບການ ປະຕິບັດພັນທະອາກອນໃຫ້ຖືກຕ້ອງ

ກະຊງການເງິນໄດ້ຈັດກອງປະຊຸມເຜີຍແຜ່ ດໍາລັດວ່າດ້ວຍການຄຸ້ມຄອງໃບເກັບເງິນ ດໍາລັດວ່າດ້ວຍເລກປະຈໍາຕົວຜູ້ເສຍອາກອນ ແລະ ນິຕິກໍາທີ່ກ່ຽວຂ້ອງໃຫ້ຂະແໜງການກ່ຽວຂ້ອງທັງພາກລັດ ແລະ ເອກະຊົນໄດ້ຮັບຮູ້ ເຂົ້າໃຈໃນການຈັດຕັ້ງປະຕິບັດບັນດານິຕິກໍາຕ່າງໆໃນວັນທີ 6 ຕຸລາ 2023  ທີ່ກົມສ່ວຍສາອາກອນ ເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ມີຫົວໜ້າຫ້ອງການ ຫົວໜ້າກົມ-ຮອງຫົວໜ້າກົມ ຫົວໜ້າພະແນກ-ຮອງຫົວໜ້າພະແນກອ້ອມຂ້າງກະຊວງການເງິນ ກະຊວງອ້ອມຂ້າງ ຂະແໜງການຕ່າງໆຈາກພາກລັດ ເອກະຊົນ ຫົວໜ່ວຍທຸລະກິດເຂົ້າຮ່ວມ.

ໃນກອງປະຊຸມທ່ານ ສັນຕິພາບ ພົມວິຫານ ໄດ້ມີຄຳເຫັນວ່າ: ເພື່ອຮັບປະກັນໃນການຊຸກຍູ້ ສົ່ງເສີມການດໍາເນີນທຸລະກິດຂອງຜູ້ປະກອບການໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງບົນພື້ນຖານກົດໝາຍ ແລະ ລະບຽບການ ທັງເປັນການປະຕິບັດພັນທະອາກອນໃຫ້ຖືກຕ້ອງ ຄົບຖ້ວນຕາມກົດໝາຍໃບເກັບເງິນ ແມ່ນໜຶ່ງໃນປັດໃຈຕົ້ນຕໍ ແລະ ສຳຄັນທີ່ເຮັດໜ້າທີ່ໃນການຢັ້ງຢືນການຊື້-ຂາຍສິນຄ້າ ແລະ ການບໍລິການ ເປັນເອກະສານຫຼັກຖານໃນການລົງບັນຊີລາຍຮັບ ລາຍຈ່າຍ ການຫັກ ການຂໍຄືນເງິນອາກອນຂອງບັນດາຫົວໜ່ວຍທຸລະກິດ.

ສຳລັບບັນດາຂະແໜງການຂອງລັດໃບເກັບເງິນກໍມີບົດບາດສໍາຄັນໃນການຄຸ້ມຄອງ ຕິດຕາມການເກັບຄ່າທຳນຽມ ແລະ ຄ່າບໍລິການເຂົ້າງົບປະມານ ແລະ ເປັນຢັ້ງຢືນລາຍຮັບ ລາຍຈ່າຍທີ່ຕິດພັນກັບຮ່ວງເງິນບໍລິຫານ ສະນັ້ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ລັດຖະບານຈຶ່ງມອບໃຫ້ກະຊວງການເງິນ ກໍຄື ກົມສ່ວຍສາອາກອນຄົ້ນຄວ້າປັບປຸງດຳລັດວ່າດ້ວຍການຄຸ້ມຄອງໃບເກັບເງິນ ເພື່ອເປັນເຄື່ອງມືໃນການຄຸ້ມຄອງ ຕິດຕາມ ກວດກາວຽກງານໃບເກັບເງິນ ໂດຍອີງຕາມມາດຕາ 53 ວັກ 3 ຂອງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ສະບັບເລກທີ 66/ສພຊ ໄດ້ກໍານົດໃບເກັບເງິນມີພຽງ 3 ປະເພດ (ໃບເກັບເງິນເປັນເຈ້ຍ ແລະ ໃບເກັບເງິນເອເລັກໂຕຣນິກ) ໃນນີ້ ໃບເກັບເງິນເປັນເຈ້ຍກໍມີພຽງ 3 ແບບຄື: 1.ໃບເກັບເງິນອາກອນມູນຄ່າເພີ່ມ 2. ໃບເກັບເງິນຈຸນລະວິສາຫະກິດ 3. ໃບເກັບເງິນຄ່າທຳນຽມ ຄ່າບໍລິການຊຶ່ງໄດ້ກໍານົດໃບເກັບເງິນແຕກຕ່າງຈາກດຳລັດໃບເກັບເງິນ ເລກທີ 12/ນຍ ປີ 2006 ແລະ ໄດ້ກໍານົດມາດຕະການຕໍ່ຜູ້ລະເມີດຢູ່ໃນດຳລັດໃບເກັບເງິນເລກທີ 297/ລບນີ້ແມ່ນໜັກໜ່ວງພໍສົມຄວນ ຖ້າພາກສ່ວນໃດລະເມີດ (ບໍ່ວ່າຈະແມ່ນເຈົ້າໜ້າທີ່ສ່ວຍສາອາກອນຂະແໜງການຂອງລັດ ທີ່ເກັບຄ່າທຳນຽມ ຄ່າບໍລິການ ແລະ ຫົວໜ່ວຍທຸລະກິດຈະຖືກປະຕິບັດມາດຕະການເຊັ່ນ: ສຶກສາອົບຮົມ ລົງວິໄນ ປັບໃໝ ແລະ ທາງອາຍາຕາມແຕ່ລະກໍລະນີ.

ສະນັ້ນ ໃນໄລຍະນີ້ໃຫ້ພາກສ່ວນທີ່ກ່ຽວຂ້ອງໄດ້ກະກຽມ ກວດກາ ທ້ອນໂຮມ ແລະ ທຳລາຍ ບັນດາໃບເກັບເງິນ (ທີ່ບໍ່ຖືກຕ້ອງ) ທີ່ມີການພິມ ຈໍາໜ່າຍ ແລະ ນໍາໃຊ້ໂດຍບໍ່ໄດ້ຮັບອະນຸຍາດຈາກຂະ   ແໜງສ່ວຍສາອາກອນໃນໄລຍະຜ່ານມາ ກະຊວງການເງິນ ຈຶ່ງໄດ້ອອກຄຳສັ່ງສະບັບເລກທີ 2804/ກງ ລົງວັນທີ 15 ກັນຍາ 2023 ວ່າດ້ວຍການຫ້າມພິມ ຈໍາໜ່າຍ ແລະ ນໍາໃຊ້ໃບເກັບເງິນທີ່ບໍ່ໄດ້ຮັບອະນຸຍາດຈາກຂະແໜງສ່ວຍສາອາກອນ ຈຸດ ປະສົງເພື່ອລົບລ້າງໃບເກັບເງິນທີ່ພີມ ຈໍາໜ່າຍ ແລະ ນໍາໃຊ້ໂດຍບໍ່ຖືກຕ້ອງ (ນັບແຕ່ນີ້ຕໍ່ໄປຫ້າມນຳໃຊ້ໃບເກັບເງິນທີ່ບໍ່ຖືກຕ້ອງຕື່ມອີກ) ແລະຫັນມານຳໃຊ້ໃບເກັບເງິນທີ່ຖືກຕ້ອງຕາມທີ່ໄດ້ກຳນົດໄວ້ໃນດໍາລັດວ່າດ້ວຍການຄຸ້ມຄອງໃບເກັບເງິນເລກທີ 297/ລບ ທັງນີ້ ກໍເພື່ອຮັບປະກັນຜົນປະໂຫຍດຂອງພາກລັດ ແລະ ຫົວໜ່ວຍທຸລະກິດ ເພາະໃບເກັບເງິນຈະເປັນຕົວຢັ້ງຢືນຄວາມເປັນຈິງຂອງການຊື້-ຂາຍສິນຄ້າ ແລະ ການບໍລິການ ແລະ ການຄຸ້ມຄອງເກັບລາຍຮັບເຂົ້າງົບ ປະມານແຫ່ງລັດໃຫ້ຖືກຕ້ອງ ຄົບຖ້ວນຕາມກົດໝາຍ.

ສຳລັບເລກປະຈຳຕົວຜູ້ເສຍອາກອນກໍແມ່ນເລກລະຫັດທີ່ອອກໃຫ້ແກ້ ບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງ ຜູ້ທີ່ມີພັນທະເສຍອາກອນຢູ່ໃນດິນແດນ ສປປ ລາວ ເປົ້າໝາຍຜູ້ທີ່ຕ້ອງມີເລກປະຈາຕົວຜູ້ຍອາກອນແມ່ນພົນ ລະເມືອງລາວ ຄົນຕ່າງດ້າວ ຄົນບໍ່ມີສັນຊາດ ຄົນຕ່າງປະເທດ ນິຕິບຸກຄົນ ແລະ ການຈັດຕັ້ງທີ່ດຳເນີນທຸລະກິດ ຫຼື ເຄື່ອນໄຫວອື່ນທີ່ມີລາຍໄດ້ຊຶ່ງມີພັນທະຕ້ອງເສຍອາກອນ.

ເພາະວາເລກປະຈຳຕົວຜູ້ເສຍອາກອນ ແມ່ນລະຫັດບັນຈຸຂໍ້ມູນດ້ານຕ່າງໆຂອງຜູ້ເສຍອາກອນ ຊຶ່ງເຈົ້າໜ້າທີ່ສ່ວຍສາອາກອນກໍສາມາດມາໃຊ້ເປັນເຄື່ອງມືໃນການຄຸ້ມຄອງ ຕິດຕາມ ກວດກາ ການແຈ້ງ-ການມອບອາກອນຂອງຜູ້ເສຍອາກອນ ພ້ອມນີ້ ເລກປະຈຳຕົວຜູ້ເສຍອາກອນຍັງແມ່ນລະຫັດອຳນວຍຄວາມສະດວກໃຫ້ແກ່ຜູ້ເສຍອາກອນ ສາມາດແຈ້ງ-ເສຍອາກອນຜ່ານລະບົບແທັກຣິສ (Tax RIS) ຖ້າຫາກບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງໃດບໍ່ມີເລກປະຈາຕົວຜູ້ເສຍອາກອນກໍຈະບໍ່ສາມາດເຂົ້າເຖິງລະບົບແທັກຣິສ Tax RIS ຂອງອາກອນໄດ້ ແລະ ເພື່ອເຮັດໃຫ້ການຄຸ້ມຄອງ ການຈັດຕັ້ງປະຕິບັດເລກປະຈຳຕົວຜູ້ເສຍອາກອນມີຄວາມເປັນເອກະພາບລວມສູນກະຊວງການເງິນ ຖືກຕາມກຳນົດຫຼັກການ ລະບຽບການ ມາດຕະການໃນການຄຸ້ມຄອງການອອກ ແລະ ນໍາໃຊ້ເລກປະຈຳຕົວຜູ້ເສຍອາກອນໃຫ້ຖືກຕ້ອງ, ສອດຄ່ອງຕາມກົດໝາຍ.

ຕາມວາລະກອງປະຊຸມດັ່ງກ່າວໄດ້ຮັບຟັງການສະເໜີເຜີຍແຜ່ດຳລັດວ່າດ້ວຍການຄຸ້ມຄອງໃບເກັບເງິນ ສະບັບເລກທີ 297/ລບ ລົງວັນທີ 20 ສິງຫາ 2022 ດຳລັດວ່າດ້ວຍເລກປະຈຳຕົວຜູ້ເສຍອາກອນ ສະບັບເລກທີ  213/ລບລົງວັນທີ 2 ມິຖຸນາ 2023 ຄຳສັ່ງ ສະບັບເລກທີ 2804/ກງ ລົງວັນທີ 15 ກັນຍາ 2023 ແລະ ນິຕິກຳຕ່າງໆກ່ຽວຂ້ອງ

ພ້ອມທັງໄດ້ຮັງຟັງການປະກອບຄຳເຫັນ ການແລກປ່ຽນບົດຮຽນຂອງເຂົ້າຮ່ວມກອງປະຊຸມທັງໝົດຢ່າງກົງໄປກົງມາ.

error: Content is protected !!