ຄະນະຜູ້ແທນ ສປປ ລາວ ພົບປະການນຳ ອົງການ ອຸຍນິເຊັບ ທີ່ ນະຄອນນິວຢອກ ເພື່ອປຶກສາຫາລືກ່ຽວກັບ ການເສີມຂະຫຍາຍການຮ່ວມມື ເພື່ອສິດທິເດັກ

    ນະຄອນນິວຢອກ ເດືອນກັນຍາ 2023 ຄະນະຜູ້ແທນຂັ້ນສູງຈາກ ສປປ ລາວ ໄດ້ພົບປະການນຳຂອງ ອົງການ ອຸຍນິເຊັບ ທີ່ ນະຄອນນິວຢອກ ເພື່ອປຶກສາຫາລືກ່ຽວກັບບັນດາຜົນສໍາເລັດ ແລະ ສິ່ງທ້າທາຍຕ່າງໆ ກໍຄືແນວທາງການຮ່ວມມື ເພື່ອເພີ່ມທະວີວຽກງານສົ່ງເສີມສິດທິເດັກໃນຂົງເຂດຕ່າງໆ ໂດຍສະເພາະ ໃນໂອກາດຄົບຮອບ 50 ປີ ຂອງ ອົງການ ອຸຍນິເຊັບ ຢູ່ ສປປ ລາວ ໃນປີນີ້ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ ສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 78 (UNGA 78) ກອງປະຊຸມສຸດຍອດວ່າດ້ວຍ ເປົ້າໝາຍການພັດທະນາແບບຍືນຍົງ (SDG Summit) ແລະ ກອງປະຊຸມປິ່ນອ້ອມອື່ນໆ ແຕ່ວັນທີ 18-23 ກັນຍາ 2023.

    ໃນນັ້ນ ວັນທີ 19 ກັນຍາ 2023 ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ພົບປະກັບ ທ່ານ ດຣ ຈອດຈ໌ ລາຍີ-ອາດເຈ (George Laryea-Adjei) ຜູ້ອໍານວຍການຝ່າຍໂຄງການ ຂອງ ອົງການ ອຸຍນິເຊັບ ພ້ອມດ້ວຍຄະນະ ເພື່ອປຶກສາຫາລືກ່ຽວກັບ ສະພາບປັດຈຸບັນຂອງວຽກງານສາທາລະນະສຸກໃນ ສປປ ລາວ ລວມທັງບັນດາສິ່ງທ້າທາຍ ເພື່ອຊອກຫາວິທີທາງ ສໍາລັບການສະ   ໜັບສະໜູນດ້ານງົບປະມານ ແລະ ວິຊາການເພີ່ມເຕີມ ແນໃສ່ປັບປຸງການບໍລິການດ້ານສຸຂະພາບຂັ້ນຕົ້ນໃນປະເທດ.

    ທ່ານ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ສະເເດງຄວາມຂອບໃຈໄປຍັງ ອົງການ ອຸຍນິເຊັບ ເເລະ ຄູ່ຮ່ວມງານ ສຳລັບການສະໜັບສະໜູນອັນມີຄ່າ ໃນການພັດທະນາ ເເລະ ຮ່າງກົດໝາຍວ່າດ້ວຍ ການດູເເລສຸຂະພາບຂັ້ນຕົ້ນ ພ້ອມທັງໄດ້ກ່າວວ່າ “ກົດໝາຍສະບັບນີ້ ເມື່ອໄດ້ຮັບການຮັບຮອງຈາກ ລັດຖະບານ ເເຫ່ງ ສປປ ລາວ ຈະເປັນຕົວຢ່າງທີ່ສະແດງເຖິງຄວາມໝາຍໝັ້ນຂອງລັດຖະບານລາວ ໃນການສົ່ງເສີມການດູເເລສຸຂະພາບຂັ້ນຕົ້ນ ແລະ ສຸຂະພາບທີ່ດີຂອງຊຸມຊົນໃນທົ່ວປະເທດ” ນອກນັ້ນ ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ ອົງການ ອຸຍນິເຊັບ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ ໃນໄລຍະການລະບາດຂອງພະຍາດ ໂຄວິດ-19 ລວມທັງ ການຈັດສົ່ງວັກຊີນ ການເສີມສ້າງລະບົບຄວາມເຢັນ ເພື່ອເກັບຮັກສາວັກຊີນ ການຈັດສົ່ງອຸປະກອນປ້ອງກັນຕ່າງໆ ແລະ ການສ້າງຄວາມເຊື່ອໝັ້ນຂອງຊຸມຊົນ ຕໍ່ກັບປະສິດທິພາບຂອງວັກຊີນ.

    ທ່ານ ດຣ ຈອດຈ໌ ລາຍີ-ອາດເຈ ກໍໄດ້ສະເເດງຄວາມເຊື່ອໝັ້ນ ໃນການສືບຕໍ່ປະສານສົມທົບກັນລະຫວ່າງ ອົງການ ອຸຍນິເຊັບ ເເລະ ລັດຖະບານ ເເຫ່ງ ສປປ ລາວ ລວມທັງວຽກງານການຮ່າງກົດໝາຍວ່າດ້ວຍ ການດູເເລສຸຂະພາບຂັ້ນຕົ້ນ ເເລະ ໄດ້ຢັ້ງຢືນເຖີງຄວາມມຸ່ງໝັ້ນຂອງ ອົງການ ອຸຍນິເຊັບ ໃນການເສີມສ້າງທັກສະຂອງບັນດາອາສາສະໝັກສາທາລະນະສຸກບ້ານໃນ ສປປ ລາວ ໂດຍເນັ້ນໜັກເຖີງ ຄວາມຈຳເປັນໃນການສະໜັບສະໜູນພວກກ່ຽວໃນການປະກອບອາຊີບ.

    ນອກຈາກນັ້ນ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ກໍໄດ້ພົບປະກັບ ທ່ານ ນາງ ຈູນ ຄູນູກິ (June Kunugi) ຜູ້ອໍານວຍການຝ່າຍການຮ່ວມມື ເເລະ ທ່ານ ດຣ ວິດຍາ ກາເນດສ໌ (Vidhya Ganesh) ຜູ້ອໍານວຍການຝ່າຍການວິເຄາະຂໍ້ມູນ ວາງແຜນ ແລະ ການຕິດຕາມ ຂອງ ອົງການ ອຸຍນິເຊັບ ເພື່ອປຶກສາຫາລືກ່ຽວກັບ ການສະເຫຼີມສະຫຼອງຄົບຮອບ 50 ປີ ຂອງ  ອົງການ ອຸຍນິເຊັບ ໃນ ສປປ ລາວ ແລະ ແຜນງານການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ຢູນິເຊັບ ສົກປີ 2022-2026, ເຊິ່ງເປັນເອກະສານທີ່ກໍານົດຂອບການຮ່ວມມື ລະຫວ່າງທັງສອງພາກຝ່າຍ ໃນສົກ 5 ປີດັ່ງກ່າວ.

    ທ່ານ ນາງ ພອນວັນ ອຸທະວົງ ໄດ້ກ່າວວ່າ ປີນີ້ເປັນປີທີສອງຂອງ ການຈັດຕັ້ງປັດຕິບັດແຜນງານດັ່ງກ່າວ ເເລະ ໄດ້ຢັ້ງຢືນເຖິງຄວາມໝາຍໝັ້ນຂອງ ກະຊວງແຜນການ ແລະ ການລົງທຶນ ໃນການສືບຕໍ່ຮ່ວມມືກັບພາກສ່ວນຕ່າງໆ ລວມທັງບັນດາອົງການຈັດຕັ້ງທາງສັງຄົມ ແລະ ພາກສ່ວນເອກະຊົນ ໃນການລະດົມທຶນເຂົ້າໃນວຽກງານສົ່ງເສີມສິດທິເດັກ ໃຫ້ບັນລຸໝາກຜົນໃຫ້ໄດ້ຫຼາຍກວ່າເກົ່າ ພ້ອມນັ້ນ ທ່ານ ຍັງໄດ້ເນັ້ນໜັກກ່ຽວກັບ ສິ່ງທ້າທາຍຍ້ອນການລະບາດຂອງພະຍາດໂຄວິດ-19 ບັນຫາເສດຖະກິດມະຫາພາກ ແລະ ບັນຫາອື່ນໆໃນທົ່ວໂລກ ເຊິ່ງຈໍາເປັນຕ້ອງເພີ່ມທະວີຄວາມພະຍາຍາມຕື່ມໃນການລະດົມທຶນໃສ່ການຈັດຕັ້ງໜ້າວຽກໃນໄລະຍະທີ່ເຫຼືອຂອງເເຜນງານ ພ້ອມກັນນີ້ ທ່ານ ນາງ ພອນວັນ ອຸທະວົງ ຍັງໄດ້ເເລກປ່ຽນກ່ຽວກັບ ຍຸດທະສາດການເງິນເພື່ອສະໜັບສະໜູນ ແຜນການ 5 ປີ ຄັ້ງທີ IX ແລະ ແຜນງານການຟຶ້ນຟູເສດຖະກິດ ເພື່ອຊ່ວຍເລັ່ງລັດການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ IX ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.

    ທ່ານ ນາງ ຈູນ ຄູນູກິ ກໍໄດ້ເນັ້ນວ່າ ການສະເຫຼີມສະຫຼອງຄົບຮອບ 50 ປີ ຂອງ  ອົງການ ອຸຍນິເຊັບ ໃນ ສປປ ລາວ ເປັນໂອກາດອັນພິເສດ ເພື່ອລະນຶກເຖີງ 5 ທົດສະວັດຂອງການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ອຸຍນີເຊັບ ແລະ ຢ້ຳຄືນຄໍາໝັ້ນສັນຍາຂອງທັງສອງຝ່າຍ ໃນການຮ່ວມມືກັນເພື່ອສົ່ງເສີມສິດທິເດັກ ທ່ານນາງ June Kunugi ໄດ້ສະແດງຄວາມຂອບໃຈກະຊວງແຜນການ ແລະ ການລົງທຶນ ໃນນາມເປັນກະຊວງຫຼັກ ນຳພາການຈັດງານ ສະເຫຼີມສະຫຼອງຄົບຮອບ 50 ປີ ຂອງ  ອົງການ ອຸຍນິເຊັບ ໃນ ສປປ ລາວ.

    ນອກນັ້ນ ທ່ານ ດຣ Ganesh ກໍ່ຍັງໄດ້ສະເເດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງ ກະຊວງແຜນການ ແລະ ການລົງທຶນ ໃນການສຳຫຼວດຕົວຊີ້ວັດທາງສັງຄົມຂອງລາວ ຄັ້ງທີສາມ (LSIS) ເຊິ່ງໄດ້ລວບລວມເອົາຂໍ້ມູນຕົວຈິງຈາກຊຸມຊົນ ໃຫ້ກາຍເປັນເຄື່ອງຮັບໃຊ້ຂະບວນການກະກຽມ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຂອງ ສປປ ລາວ.

    ໃນວັນທີ 22 ກັນຍາ 2023 ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດໄດ້ພົບປະກັບ ທ່ານ ນາງ ກິດຕີ້ ວັນ ເດີ ເຮເດັນ (Kitty van der Heijden) ຮອງຜູ້ອຳນວຍໃຫຍ່ ຝ່າຍການຮ່ວມມືຂອງອົງການ ອຸຍນິເຊັບ ເພື່ອປຶກສາຫາລືກັນກ່ຽວກັບ ການເສີມຂະຫຍາຍຂົງເຂດການຮ່ວມມື ລະຫວ່າງລັດຖະບານ ເເຫ່ງ ສປປ ລາວ ແລະ ອົງການ ອຸຍນິເຊັບ ເຊິ່ງໃນນັ້ນລວມເຖີງ ວຽກງານໄວໜຸ່ມ ເເລະ ບັນຫາການປ່ຽນແປງຂອງດິນຟ້າອາກາດ ໃນນັ້ນ ທ່ານ ຮອງລັດຖະມົນຕີ ໄດ້ສະເເດງຄວາມຊົມເຊີຍ ອົງການ ອຸຍນິເຊັບ ໃນຖານະທີ່ເປັນອົງການໜຶ່ງໃນອົງການເຄືອຂ່າຍ ສະຫະປະຊາຊາດ ທີ່ໄດ້ເຮັດວຽກມາເປັນເວລາຍາວນານທີ່ສຸດ ໃນ ສປປ ລາວ ພ້ອມທັງສະເເດງຄວາມຂອບໃຈຕໍ່ອົງການ ອຸຍນິເຊັບ ທີ່ໄດ້ລະດົມການສະໜັບສະໜູນ ເພື່ອຊ່ວຍເຫຼືອຊຸມຊົນທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພ ທີ່ເເຂວງອັດຕະປື ໃນປີ 2018 ພ້ອມທັງໄດ້ສະໜັບສະໜູນ ສປປ ລາວ ຢ່າງຕໍ່ເນື່ອງໃນໄລຍະການລະບາດຂອງພະຍາດ ໂຄວິດ-19 ທ່ານຍັງໄດ້ກ່າວເຖິງ ບັນຫາການປ່ຽນແປງຂອງດິນຟ້າອາກາດ ທີ່ໄດ້ສົ່ງຜົນກະທົບຕໍ່ການພັດທະນາ ກໍຄືຊີວິດການເປັນຢູ່ຂອງປະຊາຊົນ ການປ່ຽນແປງຂອງດິນຟ້າອາກາດ ຈະເປັນຫົວຂໍ້ສຳຄັນໃນກອງປະຊຸມປຶກສາຫາລືຮ່ວມກັບ ໄວໜຸ່ມ ແລະ ບັນດາເຈົ້າແຂວງ/ຮອງເຈົ້າແຂວງ ທີ່ຈະຈັດຂຶ້ນໃນ ວັນເດັກໂລກ ປີນີ້ ເຊິ່ງຖືເປັນບັນຫາສຳຄັນໃນປະເທດ ເນື່ອງຈາກວ່າ ສປປ ລາວ ກໍເປັນປະເທດໜຶ່ງທີ່ມີຄວາມສ່ຽງຕໍ່ໄພພິບັດທໍາມະຊາດພໍສົມຄວນ.

    ທ່ານນາງ Kitty van der Heijden ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຮ່ວມມືອັນແໜ້ນແຟ້ນຂອງ ລັດຖະບານ ແຫ່ງ ສປປ ລາວ ໃນທຸກຂະແໜງການວຽກງານ ທີ່ຕິດພັນກັບເດັກນ້ອຍ ນັບແຕ່ວຽກງານດ້ານສຸຂະພາບ ຈົນເຖິງດ້ານການສຶກສາ ເເລະ ໄດ້ສະແດງຄວາມຊົມເຊີຍຕໍ່ ສປປ ລາວ ໃນການກໍານົດເອົາບັນຫາການປ່ຽນແປງຂອງດິນຟ້າອາກາດ ເປັນບັນຫາບູລິມະສິດໜຶ່ງ ສຳລັບວັນເດັກໂລກປີນີ້ ພ້ອມທັງໄດ້ສະແດງຄວາມໝາຍໝັ້ນທີ່ຈະສືບຕໍ່ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ລາວ ໃນການພັດທະນາປະເທດ.

error: Content is protected !!