ເສີມສ້າງຊາຍແດນ ສັນຕິພາບ ມິດຕະພາບ ລາວ-ກຳປູເຈຍ

    ກອງປະຊຸມເສີມສ້າງຊາຍແດນ ສັນຕິພາບ ມິດຕະພາບ ລາວ-ກຳປູເຈຍ ຄັ້ງທີ 3 ຝ່າຍລາວນຳໂດຍ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ຝ່າຍກຳປູເຈຍ ນຳໂດຍ ທ່ານ ແຍມ ວາ ລີ ກຳມະການສູນກາງພັກປະຊາຊົນກຳປູເຈຍ ຮອງປະທານສະພາແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກຳປູເຈຍ ມີທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງໆຈຳປາສັກ ຜູ້ຕາງໜ້າຈາກຄະນະພົວພັນຕ່າງປະເທດສູນກາງພັກ ຄະນະກຳມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ທະຫານຊາຍແດນກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະຜູ້ແທນສອງຝ່າຍ ລາວ-ກຳປູເຈຍ ເຂົ້າຮ່ວມທີ່ເມືອງໂຂງ ແຂວງຈຳປາສັກ ໃນວັນທີ 3 ຕຸລາ 2023.

    ກອງປະຊຸມຄັ້ງນີ້ ທັງສອງຝ່າຍໄດ້ທົບທວນການຜັນຂະຫຍາຍຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມມື ລະ ຫວ່າງຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ສະພາແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກຳປູເຈຍ ໄລຍະ 2019–2023 ແລະ ບົດລົງນາມການຮ່ວມມື ທີ່ໄດ້ລົງນາມ ປີ 2020 ທີ່ແຂວງຊຽງແຕງ ຣາຊະອານາຈັກກຳປູເຈຍ ຕີລາຄາຜົນການຈັດຕັ້ງປະຕິບັດຖະແຫຼງການຮ່ວມກອງປະຊຸມເສີມສ້າງຊາຍແດນສັນຕິພາບ ມິດຕະພາບ ຄັ້ງທີ 2 ປີ 2019 ຜ່ານມາ ພ້ອມກັນນີ້ ທ່ານຮອງປະທານຜູ້ປະຈໍາການ ສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນຕໍ່ກອງປະຊຸມທີ່ມີຄວາມໝາຍສຳຄັນນີ້່ວ່າ: ຕະຫຼອດໄລຍະຜ່ານມາສອງປະເທດ ກໍຄືປະຊາຊົນສອງຊາດ ລາວ-ກໍາປູເຈຍ ໄດ້ປະກອບສ່ວນເອົາໃຈໃສ່ສຶກສາອົບຮົມ ປຸກລະດົມເຕົ້າໂຮມຄວາມສາມັກຄີ ປົກປັກຮັກສາເສັ້ນຊາຍແດນເປັນຊາຍແດນສັນຕິພາບ-ມິດຕະ ພາບ ຮັກສາໄດ້ຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ປະຊາຊົນຢູ່ລຽບຕາມຊາຍແດນສາມາດໄປມາຫາສູ່ ມີຄວາມຮັກແພງທີ່ສະໜິດແໜ້ນ ແລກປ່ຽນວັດທະນະທຳ ສິລະປະວັນນະ ຄະດີ ດ້ານເສດຖະກິດ ແລະ ການຄ້າຂາຍ ໄດ້ມີການຮ່ວມມືກັນເປັນຢ່າງດີ.

    ທ່ານ ເຮ ບາວີ ໄດ້ຜ່ານບົດສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດຖະແຫຼງການຮ່ວມໄລຍະ 5 ປີຜ່ານມາ 2019-2023 ເຊິ່ງໄດ້ຍົກໃຫ້ເຫັນດ້ານຕັ້ງໜ້າທີ່ພົ້ນເດັ່ນເປັນຕົ້ນແມ່ນສາມາດຮັກສາເສັ້ນຊາຍແດນ ລາວ-ກຳປູເຈຍ ເປັນຊາຍແດນສັນຕິພາບ ມິດຕະພາບ ເວົ້າລວມ ເວົ້າສະເພາະແມ່ນປະຊາຊົນຢູ່ລຽບຕາມຊາຍແດນ ລາວ-ກຳປູເຈຍ ສາມາດຮັກສາໄດ້ຄວາມສາມັກຄີ ຄວາມເປັນລະບຽບຮຽບຮ້ອຍໄປມາຫາສູ່ແລກປ່ຽນຄ້າຂາຍ ແລກປ່ຽນວັດທະນະທຳ ເຊິ່ງໄດ້ບັນລຸໝາກຜົນຫຼາຍດ້ານເປັນໜ້າເພິ່ງພໍໃຈ ນີ້ແມ່ນສະແດງເຖິງຜົນສຳເລັດ ຂອງສອງປະເທດ ກໍຄືສອງອົງການແນວໂຮມ ບັນດາແຂວງ ຂອງລາວ ແລະ ແຂວງຂອງກຳປູເຈຍ ທີ່ມີຊາຍແດນຕິດຈອດກັນ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມ ເພື່ອເປັນການຢັ້ງຢືນເຖິງຄວາມສາມັກຄີມິດຕະພາບ ຄວາມຮັດແໜ້ນສາຍພົວພັນ ຂອງບັນແຂວງທີ່ມີຊາຍແດນຕິດຈອດກັນ ຄື: ແຂວງຈຳປາສັກ-ແຂວງຊຽງແຕງ ແຂວງອັດຕະປື-ແຂວງລັດຕະນະຄີຣີ ແລະ ແຂວງເພຣຍວິເຮຍ.

    ກອງປະຊຸມຄັ້ງນີ້ ທັງສອງຝ່າຍໄດ້ພ້ອມກັນລົງນາມບົດຖະແຫຼງການຮ່ວມ ແລະ ສືບຕໍ່ການຈັດຕັ້ງປະຕິບັດ 7 ບັນຫາທີ່ສຳຄັນຄື: ໜຶ່ງ ສືບຕໍ່ຜັນຂະຫຍາຍການໂຄສະນາ ສຶກສາອົບຮົມຢ່າງມີປະສິດທິຜົນສາຍພົວພັນ ລະຫວ່າງ ລາວ-ກຳປູເຈຍ ແຕ່ປີ 2023-2027 ສອງ ເສີມຂະຫຍາຍສາຍພົວພັນຮ່ວມມືທາງດ້ານການເມືອງ ແລກປ່ຽນຄະນະຜູ້ແທນຂັ້ນສູງ ຮ່ວມມືດ້ານເສດຖະກິດ ດ້ານການທ່ອງທ່ຽວ ແລະ ອື່ນໆ ສາມ ສອງອົງການແນວໂຮມສືບຕໍ່ຢຶດໝັ້ນປະຫວັດມູນເຊື້ອຄວາມສາມັກຄີ ທີ່ເຄີຍມີມາແຕ່ດົນນານ ສີ່ ເພີ່ມທະວີເປີດກວ້າງການພົວພັນ ລະຫວ່າງ ແນວໂຮມ ບັນດາອົງການພາຄີ ຂອງສອງປະເທດ ຫ້າ ສົ່ງເສີມໃຫ້ປະຊາຊົນສອງປະເທດມີການແລກປ່ຽນຄ້າຂາຍສິນຄ້າ ທີ່ຖືກຕ້ອງຕາມລະບຽບກົດໝາຍ ຢູ່ລຽບຕາມບໍລິເວນຊາຍແດນໃຫ້ຫຼາຍຂຶ້ນ ຫົກ ຊຸກຍູ້ ສົ່ງເສີມ ຮັດແໜ້ນຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂົງເຂດພຸດທະສາສະໜາ ວັດທະນະທຳອັນດີງາມ ຂອງທ້ອງຖິ່ນ ເຈັດ ກົນໄກການເສີມສ້າງຊາຍແດນສັນຕິພາບ ມິດຕະພາບ ແມ່ນຊຸກຍູ້ໃຫ້ອົງການປົກຄອງຂັ້ນບ້ານ ເມືອງ ແນວໂຮມເມືອງ ແຂວງ ທີ່ມີຊາຍແດນຕິດຈອດກັນ ຕ້ອງມີການແລກປ່ຽນຄະນະຜູ້ແທນ ແລະ ໃຫ້ສືບຕໍ່ໃກ້ຊິດໄປມາຫາສູ່ກັນແບບຍາດພີ່ນ້ອງຕະຫຼອດໄປ.

ຂ່າວ-ພາບ: ເລົ່າລໍ່

error: Content is protected !!