ລັດຖະບານສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ

     ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2023 ໄດ້ໄຂຂຶ້ນໃນວັນທີ 28 ແລະ ອັດລົງວັນທີ 29 ກັນຍາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ ສະມາຊິກລັດຖະບານ ຕາງໜ້າກະຊວງ ອົງການທຽບເທົ່າເຂົ້າຮ່ວມແບບເຊິ່ງໜ້າ ການນໍາບັັນດາແຂວງ ແລະ ນະຄອນຫຼວງວຽງຈັນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.

   ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ບັນດາວາລະຕ່າງໆເຊັ່ນ:ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາບົດສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນກັນຍາ ແລະ ທິດທາງແຜນການ ປະຈຳເດືອນຕຸລາ 2023 ຂອງລັດຖະບານ ໃນນັ້ນ ລວມມີການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານສໍາຄັນ ຄື:ລາຍງານຄວາມຄືບໜ້າ ການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ ບັນຫາເງິນເຟີ້ ອັດຕາແລກປ່ຽນເງິນຕາ ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດມະຕິ ວ່າດ້ວຍການຮັບຮອງແຜນຈັດຕັ້ງປະຕິບັດຕົວຈິງ ກ່ຽວກັບການປະຕິຮູບລັດວິສາຫະກິດ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດມະຕິ ວ່າດ້ວຍການຮັບຮອງແຜນປະຕິບັດຕົວຈິງ ກ່ຽວກັບການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານເປັນທັນສະໄໝ ໃນໄລຍະ 5 ປີ (2021-2025) ແລະ ລາຍງານຜົນກອງປະຊຸມການກະກຽມປີທ່ອງທ່ຽວລາວ ປີ 2024.

    ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາບົດລາຍງານກ່ຽວກັບການເຊົ່າ ແລະ ສຳປະທານຊັບສິນຂອງລັດ ແລະ ໄດ້ຊີ້ນໍາກະຊວງການເງິນໃຫ້ສົມທົົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ກວດກາ ແລະ ປະເມີນຄືນລະອຽດ ບັນດາກິດຈະການເຊົ່າ ແລະ ສຳປະທານຊັບສິນຂອງລັດ ໂດຍໃຫ້ເຂັ້ມງວດ ແລະ ເດັດຂາດ ຕໍ່ຫົວໜ່ວຍທີ່ລະເມີດສັນຍາ ຫົວໜ່ວຍທີ່ບໍ່ມີປະສິດທິຜົນ ກົດໜ່ວງຖ່ວງດຶງການພັດທະນາ ແລະ ເຮັດໃຫ້ລັດເສຍຜົນປະໂຫຍດ ຄຽງຄູ່ກັນນັ້ນ ກໍສົ່ງເສີມຫົວໜ່ວຍເຊົ່າ ແລະ ສຳປະທານຊັບສິນຂອງລັດ ທີ່ມີການເຄື່ອນໄຫວທຸລະກິດດີ.

    ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງແຜນແມ່ບົດ ລະບົບພະຍາກອນ ແລະ ແຈ້ງເຕືອນໄພນໍ້າຖ້ວມລ່ວງໜ້າແຫ່ງຊາດ ແລະ ໄດ້ຊີ້ນໍາກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ການນຳໃຊ້ຄຳສັບໃຫ້ຈະແຈ້ງ ແລະ ເຂົ້າໃຈງ່າຍປັບປຸງຊື່ຂອງແຜນແມ່ບົດ ແລະ ບາງເນື້ອໃນ ໃຫ້ຊັດເຈນ ແລະ ຄົບຖ້ວນສົມບູນຂຶ້ນ ໂດຍສະເພາະກ່ຽວກັບການຄົ້ນຄວ້າວິໄຈລະບົບດັ່ງກ່າວການກຳນົດກົນໄກການປະສານງານ ແລະ ອື່ນໆ.    

    ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງບົດລາຍແຫ່ງຊາດ ປະຈຳໄລຍະທີ 7 ໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ແລະ ໄດ້ຊີ້ນໍາຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງແມ່ ແລະ ເດັກ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນຂຶ້ນຕື່ມ.

    ກອງປະຊຸມໄດ້ພິຈາລະນາ ຮ່າງດຳລັດວ່າດ້ວຍພາລະກອນ ແລະ ຮ່າງດຳລັດວ່າດ້ວຍການຫັນຫົວໜ່ວຍບໍລິຫານວິຊາການເປັນເຈົ້າຕົນເອງ ແຕ່ເນື່ອງຈາກວ່າສອງຮ່າງດໍາລັດດັ່ງກ່າວ ມີຄວາມສຳຄັນຫຼາຍເປັນບັນຫາໃໝ່ຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ຍັງບໍ່ທັນເປັນເອກະພາບກັນດັ່ງນັ້ນ ກອງປະຊຸມໄດ້ຊີ້ນຳກະຊວງພາຍໃນ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ຈັດສຳມະນາວິທະຍາສາດເພື່ອລະດົມຄວາມຄິດເຫັນ ຕໍ່ສອງຮ່າງດຳລັດດັ່ງກ່າວຕື່ມ ໂດຍສະເພາະໃຫ້ຄົ້ນຄວ້າຄືນບັນດາຈຸດທີ່ຍັງບໍ່ທັນຈະແຈ້ງ ແລະ ບໍ່ທັນເປັນເອກະພາບ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ຫຼັງຈາກນັ້ນ ຈຶ່ງເຮັດລາຍງານຫາລັດຖະບານ ເພື່ອພິຈາລະນາໃນຂັ້ນຕໍ່ໄປ.

    ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງຍຸດທະສາດແຫ່ງຊາດ ວຽກການບໍລິການຜ່ານກົນໄກປະຕູດຽວ ຮອດປີ 2030 ແລະ ໄດ້ຊີ້ນໍາກະຊວງພາຍໃນ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຮ່າງຍຸດທະສາດດັ່ງກ່າວ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນຕື່ມ ເປັນຕົ້ນ ຊື່ຂອງຍຸດທະສາດ ເນື້ອໃນຄຳຂວັນ ການກຳນົດຫຼັກການພື້ນຖານ ແລະ ຫຼັກການຈັດຕັ້ງປະຕິບັດ ກຳນົດລະອຽດ ແລະ ຈະແຈ້ງຕື່ມ ກ່ຽວກັບແຜນງານ ແລະ ໂຄງການຕ່າງໆ ລວມທັງແຜນການຮ່ວມມືກັບສາກົນໃນວຽກງານດັ່ງກ່າວ ໂດຍໃຫ້ມີຄາດໝາຍ ແລະ ກຳນົດເວລາຄັກແນ່ ສຳລັບຫຼັກການຄົ້ນຄວ້າ ແລະ ປັບປຸງ ໃຫ້ພິຈາລະນາບົນພື້ນຖານ ຫັນເປັນທັນສະໄໝ ລວມສູນ ສະດວກ ວ່ອງໄວ ໂປ່ງໃສ ແລະ ຍຸຕິທຳ.

    ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍການປັບໄໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການບິນພົນລະເຮືອນ ແລະ ໄດ້ຊີ້ນຳກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ການໃຊ້ຄຳສັບ ໃຫ້ເຂົ້າໃຈງ່າຍ ອະທິບາຍເພີ່ມບາງຄຳສັບຊື່ຂອງຮ່າງດຳລັດ ໃຫ້ສັ້ນກະທັດຮັດ ປັບປຸງການກຳນົດອັດຕາ ແລະ ຂັ້ນຕອນການປັບໄໝການຄຸ້ມຄອງເງິນປັບໄໝໃຫ້ສອດຄ່ອງກັບນິຕິກຳທີ່ກ່ຽວຂ້ອງ ກຳນົດເພີ່ມຕື່ມບາງມາດຕະການທີ່ຈຳເປັນ ຈັດລຽງເນື້ອໃນຂອງມາດຕາ ຢູ່ໃນແຕ່ລະໝວດໃຫ້ກົມກຽວກັນ.

   ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດວ່າດ້ວຍການຄຸ້ມຄອງສິນຄ້າສອງດ້ານ  ແລະ ໄດ້ຊີ້ນໍາກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ຊື່ຂອງຮ່າງດຳລັດ ອະທິບາຍຕື່ມ ກ່ຽວກັບສິນຄ້າສອງດ້ານ ເພື່ອບໍ່ໃຫ້ເກີດຄວາມສັບສົນ ໃນເວລາຈັດຕັ້ງປະຕິບັດ ປັບປຸງ ເນື້ອໃນກ່ຽວກັບການຄຸ້ມຄອງການນຳເຂົ້າ ແລະ ນຳໃຊ້ສິນຄ້າດັ່ງກ່າວການອະນຸຍາດສົ່ງອອກ ແລະ ຜ່ານແດນລວມທັງການບໍລິການນາຍໜ້າ ທີ່ກ່ຽວຂ້ອງກັບສິນຄ້າດັ່ງກ່າວ ໃຫ້ມີເນື້ອໃນລະອຽດຊັດເຈນ ຂຶ້ນຕື່ມ.

    ສຳລັບ ແຜນວຽກຈຸດສຸມໃນເດືອນຕຸລາ ທີ່ຈະມາເຖິງນີ້ ລັດຖະບານ ຈະໄດ້ສຸມໃສ່ປະຕິບັດບາງແຜນວຽກຈຸດສຸມໃນທ້າຍປີ 2023 ໃນນັ້ນ ຈະໄດ້ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ຕາມມາດຕະການ ແລະ ບັນດານິຕິກໍາ ທີ່ລັດຖະບານໄດ້ວາງອອກໃໝ່ ເຊິ່ງຈະໄດ້ເລັ່ງປະຕິບັດວຽກງານຈຸດສຸມຕົວຈິງຈຳນວນໜຶ່ງ.

error: Content is protected !!