ຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ ພະແນກສາທາລະນະສຸກແຂວງຫຼວງພະບາງ ສຸມໃສ່ຈັດຕັ້ງປະຕິບັດວຽກງານໂພຊະນາການແມ່-ເດັກ ໂດຍຕັ້ງເປົ້າບັນລຸເປົ້າໝາຍ ນ້ຳໜັກຫຼຸດມາດຕະຖານ ເດັກເຕ້ຍ ແລະ ການໄດ້ຮັບທາດເຫຼັກຂອງແມ່ຍິງຈະເລີນພັນ ໃນປີ 2025 ຂະນະທີ່ຍັງປະສົບກັບສິ່ງທ້າທາຍ.

ທ່ານ ນາງ ບົວແກ້ວ ສີສຸພັນ ຮອງຫົວໜ້າ ຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ ໃຫ້ສຳພາດຕໍ່ຄະນະສື່ມວນຊົນຈາກສູນກາງ ທີ່ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງເມື່ອບໍ່ຜົນຜ່ານມາວ່າ:ສະພາບການບໍລິການວຽກງານໂພຊະນາ ການຂອງແມ່ ແລະ ເດັກ ເດັກເກີດໃໝ່ ເດັກນ້ອຍ ແລະ ໄວໜຸ່ມຂອງແຂວງຫຼວງພະບາງ ປິ 2022 ເດັກນ້ຳໜັກຫຼຸດມາດຈະຖານ 10,3% ເດັກເຕ້ຍ 14,5% ປິ 2021 ເດັກນ້ຳໜັກຫຼຸດມາດຈະຖານ 14,5% ເດັກເຕ້ຍ 10,9% ປິ 2022 ເດັກນ້ຳໜັກຫຼຸດມາດຈະຖານ 7,8% ເດັກເຕ້ຍ 10,5% ມາຮອດເດືອນ ສິງຫາ 2023 ເດັກນ້ຳໜັກຫຼຸດມາດຈະຖານ 8,1% ເດັກເຕ້ຍ 11,4% ແລະ ແມ່ຍິງຈະເລີນພັນທີ່ໄດ້ຮັບທາດເຫຼັກ 4,11%.
ທ່ານຮອງຫົວໜ້າຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ ໄດ້ກ່າວເຖິງທິດທາງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໂດຍຈະສືບຕໍ່ສຸມໃສ່ເພື່ອເຮັດໃຫ້ບັນລຸເປົ້າໜາຍຮອດປີ 2025 ແມ່ນນໍ້າໜັກລຸດມາດຕະຖານ 10,5% ເດັກເຕັ້ຍ 19,7% ແມ່ ຍິງຈະເລີນພັນໄດ້ຮັບທາດເລັກ 50%.

ຢ່າງໃດກໍຕາມ ການຈັດຕັ້ງປະຕິດບັດວຽກງານດັ່ງກ່າວຍັງປະສົບກັບສິ່ງທ້າທາຍອີກຫຼາຍບັນຫາ ເຊັ່ນ: ການໃຫ້ຄວາມຮູ້ຂອງ ຜູ້ປົກຄອງເດັກ (ຫ່າງໄກ) ຍັງບໍ່ມີຄວາມຮູ້ກ່ຽວກັບດ້ານໂພຊະນາການທີ່ຖຶກຕ້ອງໂດຍເພາະການກີນຢູ່ ການປ່ຽນແປງພືດຕິ ກຳທາງດ້ານສັງຄົມ ຍັງເປັນສິ່ງທ້າທ້າຍ ໂດຍສະເພາະ ແມ່ນໃນຜູ້ປົກຄອງຂອງເດັກ ແລະ ຂອງຊຸມຊົນກ່ຽວກັບການບໍລິໂພ ກອາຫານ ໃນຕໍ່ໜ້າຢາກໃຫ້ ທຸກພາກສວນຕ້ອງໄດ້ອອກແຮງໃນການໃຫ້ສຸຂະສຶກສາ,ໃຫ້ຄໍາປຶກສາ ແນະນໍາໃນການກີນອາ ຫານໃຫ້ພຽງພໍເລີ້ມແຕ່ໄລ່ຍະຖືພາ ຫຼັງເກີດ ການສົ່ງເສີມລ້ຽງລູກດ້ວຍນົມແມ່ ແລະອາຫານເສີມເມື່ອເດັກໄດ້ 6 ເດືອນຂືຶ້ນ ໄປ.

ທີມງານ ເຄື່ອນທີ່ເຊື່ອມສານ ຕ້ອງໄດ້ເອົາໃຈໃສ່ກວດກາຕິດຕາມສຸຂະພາບເດັກ ປະເມີນ ກັ່ນຕອງ ຊອກຄົ້ນເດັກທີ່ຂາດອາ ຫານໃຫ້ມີຄຸນນະພາບ ມີການສົ່ງຕໍ່ໄປຫາບ່ອນທີ່ມີເງື່ອນໄຂ ແລະ ຮັບປະກັນໃຫ້ໄດ້ປີ່ນປົວທັນທີ ການລົງເຄື່ອນໄຫວຂອງນັກຂ່າວຈາກສູນກາງໃນຄັ້ງນີ້ ແມ່ນຳໂດຍກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເຊິ່ງໄດ້ຮັບການສະໜັບສະໜຸນຈາກອົງການ Unicef.