ສະຫຼອງວັນປະຖົມພະຍາບານໂລກ 2023

    ພິທີສະເຫຼີມສະຫຼອງວັນປະຖົມພະຍາບານໂລກ ພາຍໃຕ້ຄໍາຂວັນ ການປະຖົມພະຍາບານໂລກ ດິຈິ ຕອນ ຈັດຂຶ້ນໃນວັນທີ 27 ກັນຍາ 2023 ຢູ່ໂຮງຮຽນ ມປາຍ ມິດຕະພາບ ວຽງຈັນ-ໂຮຈິມິງ ໂດຍມີທ່ານ ຮສ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ ທ່ານນາງ ຮິໂຕມິ ກິມູຣະ ຜູ້ຕາງໜ້າດ້ານສຸຂະພາບ ສະຫະພັນກາແດງສາກົນ ແລະ ຊີກວົງເດືອນແດງສາກົນ ປະຈໍາປະເທດລາວ ໄທ ກໍາປູເຈຍ ແລະ ຫວຽດນາມ ພ້ອມດ້ວຍຄະນະອໍານວຍການໂຮງຮຽນ ມປາຍ ມິດຕະພາບ ວຽງຈັນ-ໂຮຈິມິງ ຄູອາຈານ ອາສາສະໝັກ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

    ໃນພິທີ ທ່ານນາງ ຮິໂຕມິ ກິມູຣະ ກ່າວວ່າ: ການສົ່ງເສີມການປະຖົມພະຍາບານ ໄດ້ຖືກຈັດຕັ້ງປະຕິ ບັດໂດຍອົງການກາແດງລາວ ມາເປັນເວລາດົນນານ ອົງການກາແດງແຫ່ງຊາດລາວ ໄດ້ອຳນວຍຄວາມສະດວກ ໃນການຈັດເຝິກອົບຮົມການເປັນຄູເຝກການປະຖົມພະຍາບານ ເພື່ອໄປຈັດອົບຮົມປະຖົມພະຍາ ບານ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍ ທີ່ສະໜັບສະໜູນທຶນໂດຍສະຫະພັນກາແດງ ແລະ ຊິກວົງເດືອນແດງສາກົນ (IFRC) ແລະ ສະພາກາກາແດງຍີ່ປຸ່ນ ຈົນເຖິງມາປັດຈຸບັນ ອົງການກາແດງລາວ ເປັນໜຶ່ງໃນອົງການທີ່ມີຄວາມຮັບຜິດຊອບ ໃນການຈັດງານປະຖົມພະຍາບານໂລກ ດ້ວຍປະຕິບັດຫຼາຍກິດຈະ ກຳ ເພື່ອສ້າງຈິດສໍານຶກໃຫ້ປະຊາຊົນໄດ້ຮັບຮູ້ ຄວາມສໍາຄັນຂອງການປະຖົມພະຍາບານ.

    ພວກເຮົາຮູ້ສຶກຊາບຊື້ງເປັນຢ່າງສູງ ກັບຜົນງານທີ່ໄດ້ຮັບຈາກອົງການກາແດງແຫ່ງຊາດລາວ ໃນຄວາມພະຍາຍາມສ້າງຄວາມຮູ້ຄວາມສາມາດ ໃນການປະຖົມພະຍາບານຂອງຊຸມຊົນ ຕະຫຼອດຈົນການກຽມພ້ອມຮັບມືກັບສະຖານະການສຸກເສີນຢ່າງທັນການ ພວກເຮົາເຊື່ອວ່າການປະຖົມພະຍາບານ ເປັນການເຮັດວຽກດ້ານມະນຸດສະທໍາ ເຊິ່ງມີຄວາມສໍາຄັນຕໍ່ການສະໜັບສະໜູນຊຸມຊົນທີ່ມີສຸຂະພາບດີ ແລະ ຟື້ນຕົວໄດ້ ທຸກຄົນຄວນສາມາດເຂົ້າເຖິງໄດ້ທຸກທີ່ ໂດຍບໍ່ມີການຈໍາແນກ ເຮົາຈະໄດ້ຮຽນຮູ້ແນວທາງການປະຕິບັດທີ່ດີທີ່ສຸດຈາກຊຸມຊົນ ທີ່ມີຄວາມກະຕືລືນລົ້ນຂອງພະນັກງານ ອາສາສະໝັກ ແລະ ຊີກວົງເດືອນແດງ ທີ່ມຸ່ງໝັ້ນສະໜອງການປະຖົມພະຍາບານສໍາລັບທຸກຄົນ.

    ໂອກາດນີ້ ທ່ານ ຮສ ດຣ ສິງ ເມໂນລາດ ກ່າວວ່າ: ການສະເຫຼີມສະຫຼອງວັນປະຖົມພະຍາບານ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ກຳນົດເອົາວັນເສົາຂອງອາທິດທີ່ສອງຂອງເດືອນກັນຍາໃນທຸກໆປີ ເປັນວັນປະຖົມພະຍາບານໂລກ (WFAD) ເຊິ່ງໄດ້ຈັດຕັ້ງແຕ່ປີ 2000 ເປັນຕົ້ນມາ ເຊິ່ງເປັນໂອກາດໃຫ້ສໍາລັບທຸກຄົນ ທີ່ຈະໄດ້ສົ່ງເສີມ ແລະ ໄດ້ຮັບຄວາມຮູ້ໃນການປະຖົມພະຍາບານ ບັນດາປະເທດສະມາຊິກກາແດງໃນທົ່ວໂລກ ໄດ້ຖືໂອກາດນີ້ ໂດຍມີສ່ວນຮ່ວມກັບຊຸມຊົນ ໂດຍຜ່ານກິດຈະກຳປູກຈິດສຳ ນຶກ ໃນວວຽກງານປະຖົມພະຍາບານ ແລະ ກຳລັງສະເຫຼີມສະຫຼອງວັນປະຖົມພະຍາບານໂລກ ໃນນັ້ນ ລວມທັງອົງການກາແດງແຫ່ງຊາດລາວ.

    ວັນການປະຖົມພະຍາບານໂລກປີນີ້ ພວກເຮົາສະເຫຼີມສະຫຼອງດ້ວມຄວາມເບີກບານມ່ວນຊື່ນ ພາຍໃຕ້ຄຳຂວັນ ການປະຖົມພະຍາບານໃນໂລກ ດິຈິຕອນ ໄດ້ເນັ້ນໃສ່ການເຝິກອົມຮົມ ປະຖົມພະຍາບານ ໂດຍຜ່ານການນຳໄຊ້ເຕັກໂນໂລຊີທີ່ທັນສະໃໝ່ ຜ່ານແອັບຕ່າງໆ ແບບທາງໄກ ອອນລາຍ ແລະ ໃຫ້ກວມເອົາທຸກກຸ່ມອາຍຸ ເດັກນ້ອຍ ຜູ້ໃຫຍ່ ແລະ ຜູ້ອາຍຸສູງ.

    ນອກຈາກນັ້ນ ຍັງເຄື່ອນໄຫວໃນການບໍລິການປະຖົມພະຍາບານ ໃນວັນສຳຄັນຕ່າງໆຂອງຊາດ ເຊັ່ນ: ງານມະຫາກຳກີລາແຫ່ງຊາດ ງານປະເພນີຕ່າງໆໃນແຕ່ລະປີ ແລະ ອື່ນໆ ອາສາສະໝັກກູ້ໄພ ອົງການກາແດງລາວ ໃຫ້ການປະຖົມພະຍາບານຊ່ວຍເຫຼືອຄົນທີ່ຖືກອຸປະຕິເຫດ ແລະ ບາດເຈັບຕ່າງໆ ປັດຈຸບັນ ອົງການກາແດງແຫ່ງຊາດ ມີຄູປະຖົມພະຍາບານຫຼາຍກວ່າ 100 ຄົນ ມີອາສາສະໝັກປະຖົມພະຍາບານ ແລະ ຜູ້ທີ່ຜ່ານການເຝິກອົບຮົມ ຫຼາຍພັນຄົນ ທົ່ວປະເທດ.

error: Content is protected !!