ຖວທ ຫຼວງພະບາງ ເປັນເຈົ້າການໃນການໂຄສະນາວຽກງານໂພຊະນາການ

ພະແນກຖະຫຼວງຂ່າວ ວັດທະນະທໍາ ແລະ ທ່ອງ ທ່ຽວ ແຂວງພະບາງ (ຖວທ ຫຼວງພະບາງ) ເປັນເຈົ້າການໃນການໂຄສະນາວຽກງານໂພຊະນາການ ເພື່ອເປັນການປະກອບສ່ວນເຮັດໃຫ້ການຈັດຕັັ້ງປະຕິບັດວຽກງານດັ່ງກ່າວບັນລຸຕາມ 11 ໂຕຊີ້ບອກທີ່ລັດຖະບານວາງອອກ.

ທ່ານ ຈັນສະໝອນ ທິບພາວັນ ຮອງຫົວໜ້າພະ ແນກ ຖວທ ແຂວງວັງພະບາງ ໃຫ້ສໍາພາດໃນໂອ ກາດນັກຂ່າວສູນກາງລົງເຄື່ອນໄຫວຕິດຕາມການຈັດຕັ້ງປະຕິບັດວຽກງານໂພສະນາການຢູ່ແຂວງຫຼວງພະບາງວ່າ: ພະແນກ ຖະແຫຼງຂ່າວ ວັດທະ ນະທຳ ແລະ ທ່ອງທ່ຽວ ພວກເຮົາໄດ້ສົມທົບກັບ ພະແນກສາທາລະນະສຸກ ເອົາໃຈໃສ່ໃນການໂຄ ສະນາເຜີຍແຜ່ບັ້ນ ແລະ ກິດຈະກຳຕ່າງໆ ບໍ່ວ່າຈະເປັນການໃຫ້ຄວາມຮູ້ດ້ານສຸຂະພາບ ແກ່ກຸ່ມເປົ້າ ໝາຍ ການໃຫ້ຄວາມຮູ້ກ່ຽວກັບການປ້ອງການພະຍາດລະບາດ ນອກນັ້ນຍັງໄດ້ເອົາໃຈໃສ່ໃນການປະກອບສ່ວນເຂົ້າໃນການໂຄສະນາເຜີຍແຜ່ວຽກ ງານໂພຊະນາການແມ່-ເດັກ ເປັນຕົ້ນການລ້ຽງລູກດ້ວຍນົມແມ່ ການໃຫ້ອາຫານເສີມສຳລັບເດັກ ຜ່ານລາຍການຂ່າວຂອງສະຖານີວິທະຍຸກະຈາຍສຽງແຂວງຫຼາຍລາຍການເຊັ່ນ: ລາຍການຮູ້ໄວ້ໄດ້ປະໂຫຍດ ຟັງສະບາຍໄດ້ຄວາມຮູ້ ເປິດໃຈໄວໜຸ່ມ ພ້ອມນັ້ນກໍໂຄສະນາຜ່ານໂທລະພາບ ແລະ ສື່ອອນລາຍ ເພື່ອເຮັດໃຫ້ສັງຄົມ ຮັບຮູ້ ແລະ ເຂົ້າໃຈກ່ຽວ ກັບການຮັກສາສຸຂະພາບຫຼາຍຂຶ້ນ.

ເພື່ອເປັນການສືບຕໍ່ປະກອບສ່ວນເຂົ້າໃນການໂຄ ສະນາວຽກງານໂພຊະນາການແມ່-ເດັກ ໃຫ້ໄດ້ຮັບປະສິດທິຜົນ ພະແນກພວກເຮົາກໍຈະພະຍາຍາມສຸມໃສ່ທຸກຊ່ອງທາງ ເຮັດໃຫ້ມີລາຍການກ່ຽວກັບສຸຂະພາບຫຼາຍຂຶ້ນ ເພີ່ມທະວີຄວາມອາດສາມາດຂອງອ້າຍນ້ອງໃນການ ເພື່ອສະໜອງຂໍ້ມູນຂ່າວ ສານກ່ຽວກັບການຮັກສາສຸຂະພາບໃຫ້ກັບພໍ່ແມ່ປະຊາຊົນ ເພື່ອໃຫ້ເຂົາເຈົ້າເປັນສ່ວນໜຶ່ງໃນການຈັດຕັ້ງປະຕິບັດວຽກງານໂພຊະນາການແມ່-ເດັກໃຫ້ໄດ້ຮັບປະສິດທິຜົນ.

ສໍາລັບການລົງເຄື່ອນໄຫວຂອງສື່ມວນຊົນຈາກສູນ ກາງໃນເທື່ອນີ້ ມີຂຶ້ນລະຫວ່າງວັນທີ 25-29 ກັນຍາ 2023 ໂດຍການນໍາພາຂອງກົມສື່ມວນຊົນ ກະ ຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເຊິ່ງໄດ້ຮັບການສະໜັບສະໜູນໂດຍອົງການ Unicef ປະຈໍາລາວ.

error: Content is protected !!