ຫຼວງພະບາງ ເອົາໃຈໃສ່ວຽກງານໂພຊະນາການ ຄາດວ່າຈະບັນລຸຕາມຕົວຊີ້ບອກໃນທ້າຍປີ

ພະແນກສາທາລະນະສຸກ ແຂວງຫຼວງພະບາງ ສົມທົບກັບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ວຽກງານໂພຊະນາການ ຄາດວ່າທ້າຍປີນີ້ຈະສາມາດບັນລຸຕາມ 11 ໂຕຊີ້ບອກຂອງຂອງລັດຖະບານວາງອອກ.

ທ່ານ ດຣ ຫຸມພັນ ຈີລະສັກ ຮອງຫົວໜ້າພະແນກສາທາລະນະສູກແຂວງຫຼວງພະບາງ ໃຫ້ສໍາພາດໃນວັນທີ 26 ກັນຍາ 2023 ໃນໂອກາດທີ່ຄະນະນັກຂ່າວຈາກສູນກາງເຄື່ອນໄຫວເກັບກໍາຂ່າວໃນບັ້ນໂຄສະນາການລ້ຽງດູເດັກອ່ອນດ້ວຍນົມແມ່ ເພື່ອໂພຊະນາການທີ່ດີຜ່ານສື່ມວນຊົນ ວ່າ: ສະພາບໂພຊະນາການຢູ່ແຂວງຫຼວງພະບາງປະຈຸບັນຖືວ່ານັບມື້ນັບດີຂຶ້ນຫຼາຍ ຖ້າທຽບໃສ່ຊຸມປີທີ່ຜ່ານມາ ໂດຍສະເພາະທຽບໃສ 11 ຕົວຊີ້ບອກຂອງລັດຖະບານວາງອອກແມ່ນສາມາດບັນລຸໄດ້ທັງ ໝົດໃນປີ 2022 ແລະ ໃນປີ 2023 ນີ້ກໍມີຄວາມອາດສາມາດຈະບັນລຸໄດ້ເຊັ່ນດຽວກັນ.

ໃນປີ 2022 ອັດຕາເດັກລຸ່ມ 5 ປີ ທີ່ມີນ້ຳໜັກລຸດມາດຕະຖານ ຢູ່ທີ 7,7% ຂອງເດັກເກີດມີຊີວິດ ເດັກເຕ້ຍແມ່ນ 10,5% ຂອງ ເດັກເກີດມີຊີວິດ ເດັກລຸ່ມ 1 ປີຕາຍແມ່ນ 11,5 ສ່ວນພັນຂອງເດັກເກີດມີຊີວິດ ເດັກລຸ່ມ 5 ປີຕາຍແມ່ນ 13,2 ສ່ວນພັນຂອງ ເດັກເກີດມີຊີວິດ ອັດຕາການຕາຍຂອງແມ່ແມ່ນ 72,8 ສ່ວນແສນຂອງເດັກເກີດມີຊີວິດ ການເກີດລູກຢູ່ສະຖານທີ່ບໍລິການ ແລະ ການເກີດຢູ່ບ້ານທີ່ມີແພດຊ່ວຍ ໄດ້ 89% ອັດຕາການສັກຢາວັກຊິນກັນພະຍາດ ແພັນຕາ3 ໄດ້ 100% ນອກຈາກນີ້ ວຽກງານນຳ ແລະ ອະນາໄມ ກໍສາມາດບັນລຸຕາມຄາດໝາຍເຊັ່ນດຽວກັນ.

ບັນດາຜົນສໍາເລັດດັ່ງກ່າວທີ່ຍາດມາໄດ້ນັ້ນພວກເຮົາມີທ່າແຮງດັ່ງຕໍ່ໄປນີ້: ທາງດ້ານພື້ນຖານຕາໜ່າງສາທາລະນະສຸກແມ່ນ ທົ່ວເຖິງ ມີໂຮງໝໍແຂວງ 1 ແຫ່ງ ໂຮງໝໍເມືອງ 12 ແຫ່ງ ແລະ ສຸກສາລາ 83 ແຫ່ງ ບວກກັບເຮົາມີອາສາສະມັກສາທາ ລະ ນະສຸກທີ່ໄດ້ຜ່ານການຝຶກອົບຮົມ ແລະ ຍັງເຄື່ອນໄຫວຢູ່ຈຳນວນ 386  ຄົນ ແພດບ້ານ 14 ຄົນ.

ນອກນັ້ນ ຄະນະກຳມະການເພື່ອສຸຂະພາບແມ່ ແລະ ເດັກແຕ່ລະຂັ້ນໄດ້ໃຫ້ການສະໜັບສະໜູນ ແລະ ໃຫ້ຄວາມສໍາຄັນຕໍ່ ວຽກງານສາ ທາລະນະສຸກຫລາຍຂຶ້ນໂດຍສະເພາະພາຍຫຼັງທີພົບວິກິດການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ ການສະ ໜອງງົບປະມານສຳຫຼັບລົງເຄື່ອນທີ່ເຊື່ອມສານວຽກງານແມ່ ແລະ ເດັກ ສັກຢາກັນພະຍາດ ແລະ ໂພຊະນາການມີ ບໍ່ໄດ້ຂາດພະນັກງານຢູ່ຂັ້ນພື້ນຖານໄດ້ມີຄວາມຫ້າວຫັນ ແລະ ໄດ້ຮັບການຍົກລະດັບຄວາມສາມາດຢ່າງເປັນປົກະຕິ ໄດ້ຮັບ ການສະໜັບສະໜູນຈາກອົງການຈັດຕັ້ງສາກົນໃນການເຄື່ອນໄຫວພ້ອມມີວິຊາການປະຈຳເຮັດວຽກຮ່ວມນໍາ ການປະສານ ງານທາງດ້ານວິຊາການສາຍຕັ້ງລະຫວ່າງສູນກາງ ແຂວງ ແລະ ທ້ອງຖິ່ນກໍ່ນັບມື້ນັບດີຂຶ້ນ ພ້ອມນັ້ນກໍຍັງມີໂຮງໝໍ ເພື່ອນລາວ ທີ່ມີຄວາມສາມາດສູງໃນການປິ່ນປົວເດັກ ໂດຍສະເພາະເດັກຂາດສານອາຫານຮຸນແຮງ ແລະ ມີລະບົບການສົ່ງຕໍ່ໃນການປິ່ນ ປົວຈາກທ້ອງຖິ່ນຫາແຂວງ ແລະ ການສິ່ງກັບຈາກແຂວງກັບຄືນທ້ອງຖິ່ນເພື່ອຕິດຕາມ ແລະ ສືບຕໍ່ປິ່ນປົວໃຫ້ຫາຍຂາດ.

ການລົງເຄື່ອນໄຫວຂອງຄະນະນັກຂ່າວຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຈາກອົງການ Unicef ນໍາພາໂດຍ ກົມສື່ມວນ ຊົນ ກະຊວງຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ.

error: Content is protected !!