ຄະນະສື່ມວນຊົນ ເຄື່ອນໄຫວຕິດຕາມ ການຈັດຕັ້ງປະຕິບັດ ວຽກງານໂພຊະນາການຢູ່ແຂວງຫຼວງພະບາງ

ຄະນະສື່ມວນຊົນຈາກສູນກາງ ລົງເຄື່ອນໄຫວຕິດຕາມ ແລະ ລາຍງານຜົນການຈັດຕັັ້ງປະຕິບັດວຽກງານໂພຊະນາການຂອງ ແມ່-ເດັກ ການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ ຢູ່ແຂວງຫຼວງພະບາງ ເພື່ອສົ່ງເສີມວຽກງານດັ່ງກ່າວການ ໂຄສະນາຜ່ານສື່ ໃຫ້ສອດຄ່ອງຕາມບັ້ນ​ການໂຄສະນາເຜີຍແຜ່ບັ້ນສົ່ງເສີມໂພຊະນາການຂອງແມ່ ເດັກອ່ອນ ແລະ ເດັກ.

ການລົງເຄື່ອນໄຫວຄັ້ງນີ້ມີຂຶ້ນລະຫວ່າງວັນທີ 25-29 ກັນຍາ 2023 ນໍາພາໂດຍ ທ່ານ ວັນນະສິນ ສິມມະວົງ ຮອງຫົວໜ້າ ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ໄດ້ຮັບການສະໜັບສະໜູນຈາກອົງການ Unicef.

ທ່ານ ວັນນະສິນ ສິມມະວົງ ກ່າວວ່າ: ຈຸດປະສົງຂອງການເຄື່ອນໄຫວໃນຄັ້ງນີ້ ເປັນການຕິດຕາມຕີລາຄາການຈັດຕັ້ງປະຕິບັດ ວຽກງານໂພຊະນາການແມ່-ເດັກ ຢູ່ແຂວງຫຼວງພະບາງ ໃນໄລຍະຜ່ານມາໃຫ້ເຫັນໄດ້ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ແລະ ທິດ ທາງແຜນການ ເພື່ອນໍາໄປເຜີຍແຜ່ຜ່ານສ່ອງທາງສື່ຕ່າງໆ ທັງນີ້ກໍເພື່ອສອດຄ່ອງກັບບັ້ນການໂຄສະນາເຜີຍແຜ່ບັ້ນສົ່ງເສີມໂພ ຊະນາການຂອງແມ່ ເດັກອ່ອນ ແລະ ເດັກນ້ອຍ ທີ່ລັດຖະບານ ຮ່ວມກັບ ອົງການ Unicef ຈັດຕັ້ງປະຕິບັດໃຫ້ບັນລຸຜົນສໍາ ເລັດຕາມລະ ດັບຄາດໝາຍ.

ບັ້ນການສົ່ງເສີມວຽກງານດັ່ງກ່າວເເມ່ນໄດ້ສຸມໃສ່ການເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບພຶດຕິກໍາການໃຫ້ອາຫານຕໍ່ເດັກ ຜ່ານສື່ຫຼາກຫຼາຍຮູບແບບເຊັ່ນ: ວິທະຍຸ ໂທລະພາບ ແລະ ຮູບພາບ, ຄຽງຄູ່ກັບສື່ດິຈິຕອລ ແລະ ສື່ສັງຄົມອອນລາຍ ເພື່ອເຂົ້າ ເຖິງກຸ່ມເປົ້າໝາຍຕ່າງໆ ທັງນີ້ກໍເພື່ອເຮັດໃຫ້ວຽກງານໂຄສະນາສົ່ງເສີມໂພຊະນາການແມ່-ເດັກ ໄດ້ຖືກຈັດຕັ້ງປະຕິບັດຢ່າງມີ ປະສິດທິຜົນ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.

error: Content is protected !!