ຫາລືກະກຽມຄວາມພ້ອມ ໃນການຈັດປີທ່ອງທ່ຽວລາວ 2024

    ກອງປະຊຸມຊີ້ນໍາລະດັບຊາດ ເພື່ອຈັດປີທ່ອງທ່ຽວລາວ 2024 ຈັດຂຶ້ນວັນທີ 22 ກັນຍາ 2023 ຢູ່ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໂດຍມີທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະຊີ້ນຳລະດັບຊາດ ເພື່ອຈັດປີທ່ອງທ່ຽວ 2024​ ມີບັນດາທ່ານລັດຖະ ມົນຕີ ທ່ານຮອງລັດຖະມົນຕີ ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານຮອງເຈົ້າແຂວງ ພ້ອມດ້ວຍແຂກທີ່ເຂົ້າຮ່ວມກອງປະຊຸມ ທັງເຊິ່ງໜ້າ ແລະ ປະຊຸມທາງໄກ.

    ໂອກາດນີ້ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ ກ່າວວ່າ:ສໍາລັບກິດຈະກຳປີທ່ອງທ່ຽວລາວ 2024 ໂດຍສົມທົບນຳບັນດາພະແນກ ຖວທ ນະຄອນຫຼວງ ແລະ ແຂວງ ໃນຂອບເຂດທົ່ວປະເທດ ສັງລວມລາຍການກິດຈະກໍາປີທ່ອງທ່ຽວລາວ 2024 ໄດ້ທັງໝົດ 75 ກິດຈະກຳ ເຊິ່ງແບ່ງອອກເປັນ 2 ລະດັບຄື: ກິດຈະກຳລະດັບຊາດ ຈຳນວນ 14 ກິດຈະກຳ ແລະ ລະດັບແຂວງ ຈຳນວນ 61 ກິດຈະກຳ ສ່ວນແຜນວຽກປັບປຸງສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ ໄດ້ປັບປຸງບັນດາສະຖານທີ່ທ່ອງທ່ຽວ ໃຫ້ໄດ້ມາດຕະຖານການຈັດລະດັບສະຖານທີ່ທ່ອງທ່ຽວຂອງ ສປປ ລາວ ຢູ່ບັນດາສະຖານທີ່ເປົ້າໝາຍ ໃຫ້ໄດ້ຕິດປ້າຍດາວ ຢັ້ງຢືນມາດຕະຖານສ້າງ ແລະ ຕິດຕິດຕັ້ງປ້າຍຊີ້ບອກ ຕາມເສັ້ນທາງເຊື່ອມຕໍ່ແຕ່ລະພາກ ເຊື່ອມຕໍ່ກັບປະເທດໃກ້ຄຽງ ແລະ ຕາມເສັ້ນທາງເຂົ້າສະຖານທີ່ທ່ອງທ່ຽວ ປັບປຸງເມືອງທ່ອງທ່ຽວໃຫ້ໄດ້ມາດຕະຖານ ແລະ ປັບປຸງສິ່ງອຳນວຍຄວາມສະດວກຈຸດຊົມວິດຕ່າງໆ ປັບປຸງສິ່ງອໍານວຍຄວາມສະດວກ ກິດຈະກໍາການທ່ອງທ່ຽວແບບອະນຸລັກ (Ecotourism) ເຊັ່ນ:ເສັ້ນທາງຍ່າງປ່າ-ປີນພູ ທາງຂື້ນ-ລົງເຮືອ ຈຸດຕັ້ງແຄ້ມ ແລະ ບ່ອນຈອດລົດທົວນອນ ອອກໃບຢັ້ງຢືນດ້ານເຕັກນິກ ແລະ ຄວາມປອດໄພ ຂອງກິດຈະກໍາການທ່ອງທ່ຽວພະຈົນໄພ ເຊັ່ນ:ກິດຈະກໍາຂີ່ສະລິງ ປີນຜາ ບໍລູນ ເຮືອບິນຂະໜາດນ້ອຍ ແລະ ລ່ອງເຮືອ ພ້ອມທັງປັບປຸງສິ່ງອໍານວຍຄວາມສະດວກເຂົ້າຫາ ແລະ ພາຍໃນສະຖານທີ່ທ່ອງທ່ຽວແບບອະນຸລັກປະຊາຊົນມີສ່ວນຮ່ວມ ໃຫ້ໄດ້ມາດຕະຖານ.

     ໂອກາດດຽວກັນນີ້ ທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ ກ່າວວ່າ:ກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ພ້ອມພາກັນປຶກສາຫາລືບັນຫາສຳຄັນຈຳນວນໜຶ່ງເປັນຕົ້ນ: ສ້າງຄວາມເອກະພາບດ້ານສັນຍາລັກປີທ່ອງທ່ຽວ ຄຳຂວັນປີທ່ອງທ່ຽວ ບັນດາກິດຈະກຳຂອງປີທ່ອງທ່ຽວ ດ້ານງົບປະມານ ດ້ານສິ່ງອຳນວຍຄວາມສະດວກໃຫ້ປີທ່ອງທ່ຽວ ແລະ ສິ່ງອຳນວຍຄວາມສະດວກດ້ານພື້ນຖານໂຄງລ່າງໃນໄລຍະປີທ່ອງທ່ຽວ ແລະ ຍາວນານ ເຊິິິ່ງສ່ວນໜຶ່ງຄະນະຮັບຜິດຊອບ ກໍຄືກະຊວງ ຖວທ ລວມທັງບັນດາແຂວງໃນຂອບເຂດທົ່ວປະເທດ ກໍໄດ້ເລີ່ມກະກຽມຄວາມພ້ອມໃນການຈັດປີທ່ອງທ່ຽວ 2024 ໄດ້ມີຄວາມຄືບໜ້າຫຼາຍພໍສົມຄວນ ດັ່ງທີ່ໄດ້ລາຍງານໃນກອງປະຊຸມລັດຖະບານທີ່ຜ່ານມາແລ້ວ.

    ກອງປະຊຸມໃນມື້ນີ້ ພວກເຮົາຈະໄດ້ຮັບຟັງການລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມ ໃນການຈັດປີທ່ອງທ່ຽວ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ພ້ອມທັງປຶກສາຫາລືກ່ຽວກັບການກຳນົດຫົວຂໍ້ ໂຄສະນາປີທ່ອງທ່ຽວ ການກຳນົດກິດຈະກຳທີ່ຈະຈັດຂຶ້ນໃນປີ 2024 ສັນຍາລັກ ຫຼື ໂລໂກ້ ທີ່ຈະນຳໃຊ້ເຂົ້າການໂຄສະນາປີທ່ອງທ່ຽວ ແລະ ງົບປະມານທີ່ຕອບສະໜອງໃຫ້ແກ່ການຈັດປີທ່ອງທ່ຽວ 2024 ນອກຈາກນີ້ ຄະນະພວກເຮົາກໍຈະໄດ້ປຶກສາຫາລື ກ່ຽວກັບວຽກງານຂອງຂະແໜງການປິ່ນອ້ອມ ເຮັດແນວໃດ ເພື່ອເຮັດໃຫ້ການຈັດປີທ່ອງທ່ຽວ ຂອງພວກເຮົາ ປະສົບຜົນສຳເລັດ ສາມາດດຶງດູດນັກທ່ອງທ່ຽວ ເກີນລະດັບຄາດໝາຍ.

error: Content is protected !!