ອາຊີ-ໂປຕາສ ສາກົນ ຕົວແທນວິສາຫະກິດດີເດັ່ນເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 20.

ບໍລິສັດ ອາຊີ-ໂປຕາສ ສາກົນ ເປັນຕົວແທນວິສາຫະກິດດີເດັ່ນ ໄດ້ເຂົ້າຮ່ວມງານວາງສະແດງສິນ ຄ້າ ຈີນ-ອາຊຽນ ຄັ້ງທີ 20 ຈັດຂຶ້ນທີ່ຫໍວາງສະແດງສາກົນ ນະຄອນໜານໜິງ ສປ.ຈີນ ໃນລະຫວ່າງວັນທີ 16-18 ກັນຍາ 2023 ​ໂດຍ​ມີທ່ານ ສອນໄຊ ສີພັນດອນ ນາຍົກລົດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນເສດຖະກິດ ແລະ ການຄ້າ ທ່ານ ຫຼີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ.ຈີນ ບັນດາປະມຸກລັດ ​ແລະ ບຸກຄົນສໍາຄັນຈາກອາຊຽນເຂົ້າຮ່ວມ ໃນຖານະຕົ້ນແບບຂອງການຮ່ວມມີ ລາວ-ຈີນ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ເປັນຜູ້ນໍາລະດັບໂລກທີ່ພົ້ນເດັ່ນດ້ານໂປຕາສ ອາຊີ-ໂປຕາສ ສາກົນ ໄດ້ກ່າວບົດສົນທະນາສໍາຄັນໃນ “ເວທີສົນທະນາການຄ້າ-ການລົງທຶນ ລາວ-ຈີນ” ມີບັນດາເຈົ້າໜ້າທີ່ລັດ ຖະບານ ແລະ ບໍລິສັດຊັ້ນນໍາຈາກ 40 ກວ່າປະເທດໃນອາຊຽນ ເພື່ອເຈລະຈາກ່ຽວກັບການພັດທະນາຄຸນນະພາບສູງ ສະແດງໃຫ້ເຫັນເຖິງສະພາບແວດລ້ອມແຫ່ງການລົງທຶນ ແລະ ການພັດທະນາຂອງລາວທີ່ມີຄຸນນະພາບສູງ ແລະ ຄວາມເຂັ້ມແຂງຂອງບໍລິສັດ ໃນການພັດທະນາເກືອໂປຕາສ ແລະ ການພັດທະນານິຄົມອຸດສາຫະກໍາ.

    ພາຍໃຕ້ການຊີ້ນໍາຂອງນະໂຍບາຍ “ໜຶ່ງແລວ ໜຶ່ງເສັ້ນທາງ” ອາຊີ-ໂປຕາສ ສາກົນ ໄດ້ພັດທະນາເປັນວິສາຫະກິດດ້ານຊັບພະຍາກອນໂປຕາສທີ່ໃຫຍ່ທີ່ສຸດໃນອາຊີ ແລະ ເປັນຜູ້ຜະລິດຝຸ່ນໂປຕາສທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ບໍລິສັດປະສົບຄວາມສໍາເລັດຢ່າງກ້າວໜ້າ ແລະ ຍືນຍົງ ໃນດ້ານການພັດທະນາແຮ່ໂປຕາສຢູ່ລາວ ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງ ໃນຖານະເປັນຕົວແທນວິສາຫະກິດດີເດັ່ນຂອງລາວ ອາຊີ-ໂປຕາສ ສາກົນ ໄດ້ສະແດງໃຫ້ເຫັນດ້ານການພັດທະນາ ແລະ ກາລະໂອກາດການລົງທຶນທີ່ກວ້າງຂວາງຂອງລາວ ໂດຍຜ່ານພື້ນທີ່ວາງສະແດງ ຮ່ວມກັນທີ່ຮ້ານວາງສະແດງຂອງປະເທດລາວ ຄວາມຄືບໜ້າໃນການກໍ່ສ້າງຖານຝຸ່ນໂປຕາສ ການພັດທະນານິຄົມອຸດສາຫະກໍາອະໂປຕາສ ຜົນງານການດຶງດູດການລົງທຶນ ແລະ ອື່ນໆຂອງບໍລິສັດ ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ແລະ ໄດ້ຮັບການຍອມຮັບຈາກນັກການເມືອງ ສື່ມວນຊົນທີ່ມີບົດບາດ ແລະ ບຸກຄົນໃນແວດວົງອຸດສາຫະກໍາຈາກຫຼາຍປະ ເທດ ເຊິ່ງຕ່າງກໍຍົກຍ້ອງຕໍ່ “ຄວາມໄວຂອງອາຊີ-ໂປຕາສ ສາກົນ” ແລະ ຕື່ນເຕັ້ນກັບ “ຄວາມມະຫັດສະຈັນຂອງລາວ”.

    ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຢ້ຽມຢາມຮ້ານວາງສະແດງຂອງອາຊີ-ໂປຕາສ ສາກົນ ເພື່ອຊົມແຮ່ດິບຄານາໄລ ແລະ ເກືອຫີນໂປຕາສ ຜະລິດຕະພັນຝຸ່ນໂປຕາສແບບຜົງ ແລະ ແບບເມັດສີແດງໃຫຍ່ ຮຽນຮູ້ລາຍລະອຽດກ່ຽວກັບການສ້າງກໍາລັງການຜະລິດຝຸ່ນໂປຕາສ ຂອງບໍລິສັດ ແລະ ສະພາບການປັດຈຸບັນຂອງໂຄງການນິຄົມອຸດສາຫະກໍາອະໂປຕາສ ການສົ່ງອອກຜະລິດຕະພັນຝຸ່ນໂປຕາສ ແລະ ແຜນການກ່ຽວຂ້ອງສໍາລັບໂຄງການຝຸ່ນປະສົມ ແລະ ໄດ້ມີການແລກປ່ຽນຢ່າງສະ ໜິດສະໜົມກັບທີມງານຂອງອາຊີ-ໂປຕາສສາກົນ.

 ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ຄວາມເອົາໃຈໃສ່ຕໍ່ກັບການພັດທະນາຂອງບໍລິສັດ ອາຊີ-ໂປຕາສ ສາກົນ ແລະ ມີຄວາມຫວັງຢ່າງສູງຕໍ່ບໍລິສັດ ໃນເດືອນກຸມພາປີນີ້ ທ່ານໄດ້ໄປຢ້ຽມຢາມກວດກາຖານການຜະລິດຝຸ່ນໂປຕາສຂອງບໍລິສັດຢູ່ລາວ ທ່ານໄດ້ກ່າວເຖິງບົດບາດທີ່ໂດດເດັ່ນຂອງອາຊີ-ໂປຕາສ ສາ ກົນ ເຊິ່ງເປັນເສົາຫຼັກໃນການພັດທະນາອຸດສາຫະກໍາໃນລາວ ແລະ ການພັດທະນາຄຸນນະພາບສູງຂອງ ບໍລິສັດ ໃນການສົ່ງເສີມເສດຖະກິດຂອງລາວ ທ່ານໄດ້ກ່າວຫຼາຍຄັ້ງວ່າ ລັດຖະບານລາວຈະສືບຕໍ່ສະໜັບສະໜູນການພັດທະນາຂອງບໍລິສັດ ແລະ ຫວັງວ່າບໍລິສັດ ຈະສືບຕໍ່ຮັກສາຕໍາແໜ່ງຜູ້ນໍາໃນອຸດສາຫະກໍານີ້ຕໍ່ໄປ ແລະ ສ້າງປະທດລາວ ໃຫ້ເປັນຖານການຜະລິດຝຸ່ນໂປຕາສ ທີ່ໃຫຍ່ເປັນອັນດັບ 4 ຂອງໂລກ.

     ໂຄງການເກືອໂປຕາສຂອງ ອາຊີ-ໂປຕາສ ສາກົນ ຢູ່ລາວ ເປັນໜຶ່ງໃນໂຄງການກໍາລັງການຜະລິດ ແລະ ໂຄງການຮ່ວມມືລົງທຶນທີ່ສໍາຄັນລະຫວ່າງ ລາວ-ຈີນ  ໃນຖານະອົງກອນແບບຢ່າງສໍາລັບການລົງທຶນ ແລະ ການພັດທະນາໃນລາວ ແລະ ກົນໄກໃໝ່ສໍາລັບການພັດທະນາເສດຖະກິດຂອງລາວ ທ່ານ ເຈິ່ງ ໂຢເຢ້ (Zheng Youye) ຜູ້ອໍານວຍການ ແລະ ຮອງຜູ້ຈັດການໃຫຍ່ຂອງບໍລິສັດອາຊີ-ໂປຕາສ ສາກົນ ໄດ້ຮັບເຊີນເຂົ້າຮ່ວມ “ເວທີສົນທະນາການຄ້າ ແລະ ການລົງທຶນ ລາວ-ຈີນ” ທີ່ກະຊວງແຜນການ ແລະ ການລົງທຶນຂອງລາວຈັດຂຶ້ນ ໂດຍເນັ້ນໃສ່ຫົວຂໍ້ທີ່ກໍາລັງເປັນປະເດັນຟົດຟື້ນເຊັ່ນ: ກາລະໂອກາດໃນການລົງທຶນ ແນວໂນ້ມການພັດທະນາອຸດສາຫະກໍາໃນລາວ ພ້ອມນັ້ນ ທ່ານໄດ້ກ່າວບົດສົນທະນາພິເສດໃນຫົວຂໍ້ “ການປະຕິບັດຕົວຈິງໃນການສໍາຫຼວດຂອງນິຄົມອຸດສາຫະກໍາອາຊີ-ໂປຕາສ ສາກົນ” ໃນຖານະແຂກຄົນສໍາຄັນ ໄດ້ສົນທະນາ ແລະ ການແລກປ່ຽນກັບເຈົ້າໜ້າທີ່ພາກລັດ ແລະ ບໍລິສັດທີ່ສົນໃຈ 100 ກວ່າຄົນ ທີ່ຢູ່ໃນງານ ເພື່ອປຶກສາກ່ຽວກັບກາລະໂອກາດໃນການລົງທຶນດ້ານຂະແໜງບໍ່ແຮ່ຂອງລາວ ແລະ ຮ່ວມສ້າງແຜນ ຜັງການພັດທະນາອຸດສາຫະກໍາ ​ໂດຍ​ມີທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຂອງລາວ ທ່ານ Qian Xueming ກໍາມະການປະຈໍາຄະນະປະຈໍາ ສະພາທີ່ປຶກສາການເມີືອງທົ່ວປະເທດ ສປ.ຈີນ ແລະ ຮອງປະທານບໍລິຫານເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ທ່ານ ວັນທະນາ ນໍລິນທາ ຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ທ່ານ ທິບພະກອນ ໂຄດສີເມືອງ ຮອງພະແນກທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກໍາ ແລະ ການຄ້າ ເຂົ້າຮ່ວມສົນທະນາ ແລະ ມີຄໍາເຫັນໃນຫົວຂໍ້ການສົນທະນາ.

    ທ່ານ Zheng Youye ໄດ້ກ່າວຢ່າງໜັກແໜ້ນວ່າ:ນິຄົມອຸດສາຫະກໍາອັດສະລິຍະອາຊີ-ໂປຕາສສາກົນ ໃນຖານະເປັນເວທີຄຸນນະພາບສູງ ທີ່ສັງລວມຊັບພະຍາກອນຊັ້ນນໍາຂອງໂລກ ຈະຍຶດໝັ້ນກົນໄກການພັດທະນາ ຂອງວິສາຫະກິດທີ່ມີຄຸນນະພາບສູງ ແລະ ຖືການຈັດວາງລະອຽດສໍາລັບລະບົບຕ່ອງໂສ້ອຸດສາຫະກໍາ ເປັນເສັ້ນທາງແຫ່ງພັດທະນາ ສືບຕໍ່ດຶງດູດການລົງທຶນ ຂະຫຍາຍຂະໜາດໂຄງການ ບູລະນະຢ່າງເລິກເຊິ່ງ ຊັບພະຍາກອນບໍ່ແຮ່ທີ່ມີຄຸນນະພາບສູງ ຊຸກຍູ້ໃຫ້ ສປປ ລາວ ກໍາແໜ້ນກາລະໂອກາດໃຫຍ່ຂອງການເຄື່ອນຍາຍຕ່ອງໂສ້ອຸດສາຫະກໍາຈາກທົ່ວໂລກ ແລະ ກາຍເປັນ “ຜູ້ຊ່ວຍແຮງ” ໃນການພັດທະນາເສດຖະກິດຂອງ ສປປ ລາວ.

error: Content is protected !!