ອາຊີ-ໂປຕາສ ຕົວແທນວິສາຫະກິດດີເດັ່ນ ໃນງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 2.

ງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ຈັດຂຶ້ນວັນທີ 16-18 ກັນຍາ 2023 ທີ່ຫໍວາງ ສະແດງສາກົນ ນະຄອນ ໜານ ໜິງ ສປ ຈີນ ທ່ານ ສອນໄຊ ສີພັນດອນ ນາຍົກລົດຖະມົນຕີ ແຫ່ງ ສ ປປ ລາວ ໄດ້ນໍາພາຄະນະຜູ້ແທນເສດຖະກິດ ແລະ ການຄ້າເຂົ້າຮ່ວມ ທ່ານ ຫຼີ ສຽງ ນາຍົກລັດຖະ ມົນຕີ ແຫ່ງ ສປ ຈີນ ພ້ອມບັນດາທ່ານປະມຸກລັດ ແລະ ບຸກຄົນສໍາຄັນ ຈາກ ອາຊຽນ ກໍໄດ້ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງນີ້.

ງານວາງສະແດງສິນຄ້າ ຈີນ-ອາຊຽນ ເປັນເວທີແລກປ່ຽນດ້ານເສດຖະກິດ ແລະ ການຄ້າສາກົນ ທີ່ສໍາຄັນທີ່ສຸດ ລະຫວ່າງ ລາວ ແລະ 10 ປະເທດໃນອາຊຽນ ຄໍາຂວັນຂອງງານວາງສະແດງໃນຄັ້ງນີ້ແມ່ນ “ຮ່ວມແຮງກັນເພີື່ອຄວາມກົມກຽວ ເປັນຄູ່ ຮ່ວມອະນາຄົດດຽວກັນ” ແລະ “ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງຂອງຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ແລະ ຮັກ ສາຄວາມເປັນສູນກາງແຫ່ງການຈະ ເລີນເຕີບໂຕທາງເສດຖະກິດອັນໃໝ່” ໃນໄລຍະງານໄດ້ມີການຈັດເວທີສົນທະນາລະດັບ ສູງ ກວ້າງ ຂວາງ ແລະ ຫຼາຍຂັ້ນ ແລະ ໄດ້ມີການຈັດກິດຈະກໍາເຊື່ອມໂຍງລະຫວ່າງພາກລັດ ແລະ ທຸລະກິດ ແລະ ກິດຈະກໍາ ສົ່ງເສີມການລົງທຶນ.

ໃນຖານະຕົ້ນແບບຂອງການຮ່ວມມີື ລາວ-ຈີນ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ເປັນຜູ້ນໍາລະດັບໂລກທີ່ ພົ້ນ ເດັ່ນດ້ານໂປຕາສ ອາຊີ-ໂປຕາສ ສາກົນ ໄດ້ກ່າວບົດສົນທະນາສໍາຄັນໃນ “ເວທີສົນທະນາການຄ້າ-ການລົງທຶນ ລາວ-ຈີນ” ໄດ້ ເຂົ້າຮ່ວມງານມະຫາກໍາດັ່ງກ່າວ ກັບບັນດາເຈົ້າ ໜ້າທີ່ລັດຖະບານ ແລະ ບັນດາບໍລິສັດຊັ້ນນໍາຈາກ 40 ກວ່າປະເທດໃນອາ ຊຽນ ເພີື່ອເຈລະຈາກ່ຽວກັບການພັດທະນາຄຸນນະພາບສູງ ສະແດງໃຫ້ເຫັນເຖິງສະພາບແວດລ້ອມແຫ່ງການລົງທຶນ ແລະ ການພັດທະນາຂອງລາວທີ່ມີຄຸນນະພາບສູງ ແລະ ຄວາມເຂັ້ມແຂງຂອງບໍລິສັດໃນການພັດທະນາເກີືອໂປຕາສ ແລະ ການ ພັດທະນານິຄົມອຸດສາຫະກໍາ.

ພາຍໃຕ້ການຊີ້ນໍາຂອງນະໂຍບາຍ “ໜຶ່ງແລວ ໜຶ່ງເສັ້ນທາງ” ອາຊີ-ໂປຕາສ ສາກົນ ໄດ້ພັດທະ ນາເປັນວິສາຫະກິດດ້ານ ຊັບພະຍາກອນໂປຕາສ ທີ່ໃຫຍ່ທີ່ສຸດໃນອາຊີ ແລະ ເປັນຜູ້ຜະລິດຝຸ່ນໂປຕາສທີ່ໃຫຍ່ທີ່ສຸດ ໃນອາຊີຕາເວັນອອກສ່ຽງໃຕ້ ບໍລິສັດປະສົບຄວາມສໍາເລັດຢ່າງກ້າວໜ້າ ແລະ ຍີືນຍົງ ໃນດ້ານການພັດທະນາແຮ່ໂປຕາສຢູ່ລາວ ໄດ້ຮັບຄວາມສົນໃຈ ຢ່າງກວ້າງຂວາງ ໃນຖານະເປັນຕົວແທນວິສາຫະກິດດີເດັ່ນຂອງລາວ ອາຊີ-ໂປຕາສ ສາກົນ ໄດ້ສະແດງໃຫ້ເຫັນຄວາມ ສົດໃສດ້ານການພັດທະນາ ແລະ ກາລະໂອກາດການລົງທຶນທີ່ກວ້າງຂວາງຂອງລາວ ໂດຍຜ່ານພີື້ນທີ່ວາງສະແດງ ຮ່ວມ ກັນທີ່ຮ້ານວາງສະແດງຂອງປະເທດລາວ ຄວາມຄີືບໜ້າໃນການກໍ່ສ້າງຖານຝຸ່ນໂປຕາສ ການພັດທະນານິຄົມອຸດ ສາຫະ ກໍາອະໂປຕາສ ຜົນງານການດຶງດູດການລົງທຶນ ແລະ ອື່ນໆຂອງບໍລິສັດ ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ແລະ ໄດ້ຮັບ ການຍອມຮັບຢ່າງເຕັມສ່ວນຈາກນັກການເມີືອງ ສີື່ມວນຊົນທີ່ມີບົດບາດ ແລະ ບຸກຄົນໃນແວດວົງອຸດສາຫະກໍາຈາກ ຫຼາຍປະເທດ ເຊິ່ງຕ່າງກໍຍົກຍ້ອງຕໍ່ “ຄວາມໄວຂອງອາຊີ-ໂປຕາສສາກົນ” ແລະ ຕີື່ນເຕັ້ນກັບ “ຄວາມມະຫັດສະຈັນຂອງລາວ”.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຢ້ຽມຢາມຮ້ານວາງສະແດງຂອງອາຊີ-ໂປຕາສ ສາກົນ ເພີື່ອ ຊົມແຮ່ດິບຄານາໄລ ແລະ ເກີືອຫີນໂປຕາສ ຜະລິດຕະພັນຝຸ່ນໂປຕາສແບບຜົງ ແລະ ແບບເມັດສີແດງໃຫຍ່ ຮຽນຮູ້ລາຍລະ ອຽດກ່ຽວກັບການສ້າງກໍາລັງການຜະລິດຝຸ່ນໂປຕາສຂອງບໍລິສັດ ແລະ ສະພາບການປັດຈຸບັນຂອງໂຄງການນິຄົມອຸດສາຫະ ກໍາອະໂປຕາສ ການສົ່ງອອກຜະລິດຕະພັນຝຸ່ນໂປຕາສ ແລະ ແຜນການກ່ຽວຂ້ອງສໍາລັບໂຄງການຝຸ່ນປະສົມ ແລະ ໄດ້ມີການ ແລກປ່ຽນຢ່າງສະໜິດສະໜົມກັບທີມງານຂອງອາຊີ-ໂປຕາສສາກົນ.

ໂຄງການເກີືອໂປຕາສຂອງອາຊີ-ໂປຕາສ ສາກົນ ຢູ່ລາວ ເປັນໜຶ່ງໃນໂຄງການກໍາລັງການຜະລິດ ແລະ ໂຄງການຮ່ວມມີືລົງ ທຶນທີ່ສໍາຄັນລະຫວ່າງ ລາວ-ຈີນ ໃນຖານະອົງກອນແບບຢ່າງສໍາລັບການລົງທຶນ ແລະ ການພັດທະນາໃນລາວ ແລະ ກົນ ໄກໃໝ່ສໍາລັບການພັດທະນາເສດຖະກິດຂອງລາວ ທ່ານ ເຈິ່ງ ໂຢເຢ້ (Zheng Youye) ຜູ້ອໍານວຍການ ແລະ ຮອງຜູ້ຈັດ ການໃຫຍ່ຂອງບໍລິສັດ ອາຊີ-ໂປຕາສ ສາກົນ ໄດ້ຮັບເຊີນເຂົ້າຮ່ວມ “ເວທີສົນທະນາການຄ້າ ແລະ ການລົງທຶນ ລາວ-ຈີນ” ທີ່ກະ ຊວງແຜນການ ແລະ ການລົງທຶນ ຂອງລາວຈັດຂຶ້ນ ໂດຍເນັ້ນໃສ່ຫົວຂໍ້ທີ່ກໍາລັງເປັນປະເດັນຟົດຟື້ນເຊັ່ນ: ກາລະໂອ ກາດໃນການລົງທຶນ ແນວໂນ້ມການພັດທະນາອຸດສາຫະກໍາໃນລາວ ພ້ອມນັ້ນ ທ່ານໄດ້ກ່າວບົດສົນທະນາພິເສດໃນຫົວຂໍ້ “ການປະຕິບັດຕົວຈິງໃນການສໍາຫຼວດຂອງນິຄົມອຸດສາຫະກໍາອາຊີ-ໂປຕາສ ສາກົນ” ໃນຖານະແຂກຄົນສໍາຄັນ ໄດ້ດໍາເນີນ ການໂອ້ລົມສົນທະນາລະດັບສູງ ແລະ ການແລກປ່ຽນໃນລວງເລິກກັບເຈົ້າໜ້າທີ່ພາກລັດ ແລະ ບໍລິສັດທີ່ສົນໃຈ 100 ກວ່າ ຄົນ ທີ່ຢູ່ໃນງານ ເພື່ອປຶກສາກ່ຽວກັບກາລະໂອກາດໃນການລົງທຶນດ້ານຂະແໜງບໍ່ແຮ່ຂອງລາວ ແລະ ຮ່ວມສ້າງແຜນຜັງການ ພັດທະນາອຸດສາຫະກໍາ.

ທ່ານ Zheng Youye ໃຫ້ຮູ້ວ່າ: ປັດຈຸບັນ ບໍລິສັດໄດ້ສຸມໃສ່ໂດຍປີ່ນອ້ອມເປົ້າໝາຍຍຸດທະສາດ “ຜູ້ສະໜອງຝຸ່ນໂປຕາສລະ ດັບໂລກ” ແລະ ພວມຊຸກຍູ້ການເຕີບໂຕຢ່າງວ່ອງໄວຂອງກໍາລັງ ແລະ ປະ ລິມານການຜະລິດຝຸ່ນໂປຕາສ ດ້ວຍຄວາມໄວ “ປີໜຶ່ງເພີ່ມຂຶ້ນໜຶ່ງລ້ານໂຕນ” ໂຄງການ 1 ລ້ານໂຕນ ແຫ່ງທີ 3 ກໍາລັງເລັ່ງກໍ່ສ້າງ ແລະ ຄາດວ່າຈະສໍາເລັດ ແລະ ເລີ່ມຜະລິດ ໃນທ້າຍປີ 2023 ສູ້ຊົນກໍ່ສ້າງກໍາລັງການຜະລິດໃຫ້ໄດ້ 5 ລ້ານໂຕນໃນປີ 2025 ສິ່ງພົ້ນເດັ່ນດ້ານຊັບພະຍາກອນຂອງບໍລິສັດ ສີືບຕໍ່ເຂັ້ມແຂງຂຶ້ນ ຂະໜາດກໍາລັງການຜະລິດສີືບຕໍ່ຍົກສູງຂຶ້ນ ປະສິດທິຜົນຈາກຂະໜາດໄດ້ຮັບການປົດປ່ອຍ ອອກມາເທື່ອ ລະກ້າວ ເຊິ່ງເປັນການເປີດຊ່ອງທາງການພັດທະນາທີ່ມີຄຸນນະພາບສູງຢ່າງຮອບດ້ານ.

ນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ ໃນຖານະເປັນເວທີຄຸນນະພາບສູງ ທີ່ສັງລວມຊັບພະຍາ ກອນຊັ້ນນໍາ ຂອງໂລກ ຈະຍຶດໝັ້ນກົນໄກການພັດທະນາຂອງວິສາຫະກິດທີ່ມີຄຸນນະພາບສູງ ແລະ ຖີືການຈັດວາງລະອຽດສໍາລັບລະບົບ ຕ່ອງໂສ້ອຸດສາຫະກໍາ ເປັນເສັ້ນທາງແຫ່ງພັດທະນາ ສີືບຕໍ່ດຶງດູດການລົງທຶນ ຂະຫຍາຍຂະໜາດໂຄງການ ບູລະນະຢ່າງເລິກ ເຊິ່ງຊັບພະຍາ ກອນບໍ່ແຮ່ທີ່ມີຄຸນນະພາບສູງ ຊຸກຍູ້ໃຫ້ ສປປ ລາວ ກໍາແໜ້ນກາລະໂອກາດໃຫຍ່ຂອງການເຄີື່ອນຍາຍ ຕ່ອງ ໂສ້ອຸດສາຫະກໍາຈາກທົ່ວໂລກ ແລະ ກາຍເປັນ “ຜູ້ຊ່ວຍແຮງ” ໃນການພັດທະນາເສດຖະກິດຂອງ ສປປ ລາວ.

error: Content is protected !!