ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມ ພາກອະພິ ປາຍທົ່ວໄປ ຂອງສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 78

ໃນວັນທີ 19 ກັນຍາ 2023 ທີ່ ນະຄອນຫຼວງນິວຢອກ ສ ອາເມລິກາ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມອະພິປາຍທົ່ວໄປຂອງ ສະ ມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 78 ເຊິ່ງໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ຫົວຂໍ້: “ສ້າງຄວາມເຊື່ອໝັ້ນ ແລະ ຄວາມເປັນໜຶ່ງດຽວຄືນໃຫມ່ ໃຫ້ແກ່ປະຊາຄົມໂລກ: ເລັ່ງລັດການຈັດຕັ້ງປະຕິບັດວາລະ 2030 ແລະ ເປົ້າໝາຍການ ພັດທະນາແບບຍືນຍົງ (ປພຍ) ເພື່ອສັນຕິພາບ ຄວາມຈະເລີນຮຸ່ງເຮືອງ ຄວາມກ້າວໜ້າ ແລະ ຍືນຍົງໃຫ້ແກ່ທຸກຄົນ”

ທ່ານ ອັນໂຕນິໂອ ກູເຕເຣັສ ເລຂາທິການໃຫຍ່ ອົງການ ສປຊ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມ ເຊິ່ງໃນນັ້ນ ໄດ້ຢ້ຳຄືນ ບັນ ດາຫຼັກການຂອງກົດບັດ ສປຊ ເພື່ອຮັກສາສັນຕິພາບ ແລະ ຄວາມຫມັ້ນຄົງສາກົນ ທັງຮຽກຮ້ອງໃຫ້ເພີ້ມທະວີຄວາມເຂັ້ມ ແຂງ ຂອງຂອບການຮ່ວມມືຫຼາຍຝ່າຍ ຄວາມເປັນຫນຶ່ງດຽວຂອງບັນດາປະເທດສະມາຊິກ ເພື່ອພ້ອມກັນແກ້ໄຂ ບັນດາ ສິ່ງທ້າທາຍທີ່ປະຊາຄົມໂລກພວມປະເຊີນໃນປັດຈຸບັນ ຄວາມຕ້ອງການໃນການຊ່ວຍເຫຼືອດ້ານມະນຸດສະທຳໃນທົ່ວໂລກ ທີ່ນັບມື້ນັບເພີ່ມຂຶ້ນເນື່ອງຈາກຂໍ້ຂັດແຍ່ງດ້ານອາວຸດ ແຕ່ກົງກັນຂ້າມ ການຊ່ວຍເຫຼືອດ້ານການພັດທະນາຂອງສາກົນ ແມ່ນ ນັບມື້ນັບຫຼຸດລົງ ຢໍ້າຄືນເຖິງຄວາມຈຳເປັນອັນຮີບດ່ວນ ໃນການລະດົມເງິນທຶນໃຫ້ໄດ້ຈຳນວນ 500 ຕື້ໂດລາ ເພື່ອຊຸກຍູ້ການ ຈັດຕັ້ງປະຕິບັດ ເປົ້າຫມາຍການພັດທະນາແບບຍືນຍົງ (ປພຍ) ຮຽກຮ້ອງໃຫ້ປະເທດຮັ່ງມີ ແລະ ປະເທດທີ່ປ່ອຍມົນລະພິດ ຈຳນວນຫຼາຍ ຕ້ອງໃຫ້ການຊ່ວຍເຫຼືອແກ່ປະເທດທີ່ມີເສດຖະກິດຂະຫຍາຍຕົວໃໝ່ ແລະ ຕ້ອງແກ້ໄຂບັນຫາສະພາບການ ປ່ຽນແປງດິນຟ້າອາກາດທັນທີ ໂດຍຜ່ານການສະໜອງທຶນ ຕາມສັນຍາທີ່ໃຫ້ໄວ້ ແລະ ປ່ຽນແທນການນຳໃຊ້ພະລັງງານ ເຊື້ອໄຟໃນປະຈຸບັນ ເປັນພະລັງງານທົດແທນ.

ປະທານ ສະມັດຊາໃຫຍ່ ສປຊ ສະໄໝທີ 78 ທ່ານ ເດນນີສ ຟຣານຊີສ, ໄດ້ມີຄໍາເຫັນຕໍ່ກອງປະຊຸມ ໂດຍໄດ້ວາງແນວທາງ ເພື່ອເຕົ້າໂຮມບັນດາປະເທດສະມາຊິກ ເພື່ອບັນລຸຈຸດປະສົງຮ່ວມກັນ ສຸມໃສ່ແກ້ໄຂບັນດາສິ່ງທ້າທາຍ ເປັນຕົ້ນແມ່ນ ຂໍ້ຂັດ ແຍ່ງ ການປ່ຽນແປງສະພາບດິນຟ້າອາກາດ ບັນຫາໜີ້ສິນ ວິກິດການພະລັງງານ ແລະ ສະບຽງອາຫານ ຄວາມທຸກຍາກ ແລະ ໄພອຶດຫິວ ເຊິ່ງທັງໝົດ ໄດ້ກະທົບຕໍ່ຫມາກຜົນຂອງການພັດທະນາ ທີ່ຍາດມາໄດ້ໃນຫລາຍປີຜ່ານມາ ແລະ ເຮັດໃຫ້ຄວາມ ທຸກຍາກຂອງປະຊາຊົນໃນທົ່ວໂລກ ເພີ່ມສູງຂຶ້ນ ທ່ານຈຶ່ງຮຽກຮ້ອງໃຫ້ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນຂອງສາກົນ ຄືນໃໝ່ ແລະ ນຳໃຊ້ເວທີສະມັດຊາໃຫຍ່ອົງການ ສປຊ ເພື່ອຈຸດປະກາຍໄຟແຫ່ງການຫັນປ່ຽນ ສ້າງຄວາມສາມັກຄີສາກົນ ແລະ ພ້ອມກັນແກ້ໄຂສິ່ງທ້າທາຍຕ່າງໆ ໄປພ້ອມກັນ.

ພ້ອມດຽວກັນນີ້ ທ່ານ ປະທານສະມັດຊາໃຫຍ່ ຍັງໄດ້ຮຽກຮ້ອງໃຫ້ ຊອກວິທີການເພື່ອຢຸດຕິຂໍ້ຂັດແຍ່ງໂດຍໄວ ແນ່ໃສ່ສ້າງສັນ ຕິພາບ ແລະ ການພັດທະນາແບບຍືນຍົງ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ສ້າງຂີດຄວາມສາ ມາດໃຫ້ແມ່ຍິງ ແລະ ເດັກ ຍິງ ສືບຕໍ່ເອົາໃຈໃສ່ ສະໜັບສະໜູນປະເທດດ້ອຍພັດທະນາ ປະເທດທີ່ບໍ່ມີຊາຍແດນຕິດທະເລ ແລະ ບັນດາປະເທດເກາະ ດອນນ້ອຍ ຫຼັງຈາກນັ້ນ ບັນດາປະມຸກລັດ ແລະ ຫົວໜ້າລັດຖະບານ ກໍ່ໄດ້ຜັດປ່ຽນກັນຂຶ້ນກ່າວປາໄສ ເພື່ອສະແດງທັດສະ ນະ ຕໍ່ບັນຫາພາກພື້ນ ແລະ ສາກົນ ກໍຄືນະໂຍບາຍຂອງແຕ່ລະປະເທດ ໃນການປົກປ້ອງຜົນປະໂຫຍດແຫ່ງຊາດ.

ໃນວັນດຽວກັນ ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ເຂົ້າຮ່ວມກອງປະຊຸມລະດັບສູງ ພາຍໃຕ້ຂໍ້ລິ ເລີ່ມດ້ານການພັດທະນາສາກົນ (Global Development Initiative ຫລື GDI) ຈັດຂຶ້ນພາຍ ໃຕ້ການເປັນປະທານຂອງ ທ່ານ ຮັນ ເສິງ, ຮອງປະທານປະເທດ ສປ ຈີນ ເພື່ອສືບຕໍ່ຜັນຂະຫຍາຍ ຜົນຂອງກອງປະຊຸມເວທີປຶກສາຫາລືຂັ້ນສູງຄັ້ງທຳອິດ ວ່າດ້ວຍການຈັດຕັ້ງປະຕິບັດ ວຽກງານ ເພື່ອການພັດທະນາຮ່ວມກັນຂອງສາກົນ ຈັດຂຶ້ນທີ່ ປັກກິງ ສປ ຈີນ ໃນເດືອນ ກໍລະ ກົດ ຜ່ານມາ ຜ່ານມາ ສປປ ລາວ ສາມາດຍາດໄດ້ຜົນປະໂຫຍດຈາກນະໂຍບາຍ ແລະ ຂໍ້ລິເລີ່ມຂອງ ສປ ຈີນ ໂດຍສະເພາະ ແມ່ນ ຂໍ້ລິເລີ່ມໜື່ງແລວໜື່ງເສັ້ນທາງ ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ການປະກາດສ້າງຕັ້ງກອງ ທຶນພິເສດທີ່ມີຈຳນວນ 10 ຕື້ໂດລາ ເພື່ອຈັດຕັ້ງປະຕິບັດ ຂໍ້ລິເລີ່ມ GDI ແລະ ໄດ້ຢໍ້າຄືນການສະຫນັບສະຫນູນ ແລະ ມີສ່ວນ ຮ່ວມ ຂອງ ສປປ ລາວ ພາຍໃຕ້ຂໍ້ລິເລີ້ມ GDI.

ນອກນີ້ ຫົວຫນ້າຄະນະຜູ້ແທນ ສປປ ລາວ ຍັງໄດ້ປະກອບຄຳເຫັນ ຕໍ່ກອງປະຊຸມສຸດຍອດວ່າດ້ວຍເປົ້າໝາຍການພັດ ທະ ນາແບບຍືນຍົງ ໃນຫົວຂໍ້ ກ່ຽວກັບ “ການລະດົມທຶນຮອນ ການລົງທຶນ ແລະ ບັນດາວິທີການຈັດຕັ້ງປະຕິບັດ ເພື່ອບັນລຸເປົ້າ ໝາຍການພັດທະນາແບບຍືນຍົງ” ເຊິ່ງໄດ້ຢໍ້າຄືນຄວາມໝາຍໝັ້ນຂອງ ສປປ ລາວ ໃນການເລັ່ງລັດການຈັດຕັ້ງປະຕິບັດເປົ້າ ໝາຍການພັດທະນາແບບຍືນຍົງ ທ່າມກາງສະພາບວິກິດການຂອງໂລກໃນປັດຈຸບັນ ໂດຍຜ່ານການຈັດຕັ້ງປະຕິບັດ ແຜນ ພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຍຸດທະສາດດ້ານການເງິນ ເພື່ອໃຫ້ສາມາດບັນລຸເປົ້າໝາຍການພັດທະນາ ແບບຍືນຍົງຢ່າງມີປະສິດທິພາບ ໂດຍມີການການສະໜັບສະໜູນ ແລະ ການຮ່ວມມືຈາກສາກົນ ກໍ່ຄື ຄູ່ຮ່ວມພັດທະນາ ເພື່ອຈັດຕັ້ງປະຕິ ບັດແຜນວຽກບູລິມະສິດ ລວມທັງ ການຊອກຫາວິທີທາງເພື່ອແກ້ໄຂ ບັນດາສິ່ງທ້າທາຍດ້ານເສດຖະກິດ ແລະ ການເງິນ ໃຫ້ມີຄວາມຍືນຍົງ, ພ້ອມທັງສະເໜີໃຫ້ມີການປະຕິຮູບໂຄງສ້າງທາງດ້ານການເງິນສາກົນ ຢ່າງຮີບດ່ວນ.

error: Content is protected !!