ເສດຖະກິດພາກພື້ນອາຊີ-ປາຊີຟິກ ຈະເຕີບໂຕຢ່າງແຂງແຮງ ແຕ່ມີຄວາມສ່ຽງຫຼາຍຂຶ້ນ

ບົດລາຍງານຂອງທະນາຄານພັດທະນາອາຊີ (ADB) ສະບັບເດືອນກັນຍາ 2023 ທີ່ລາຍງານວັນທີ 20 ກັນຍາ 2023 ລະບຸວ່າ: ເສດຖະກິດຂອງປະເທດທີ່ພວມພັດທະນາໃນພາກພື້ນອາຊີ ແລະ ປາຊີຟິກ ຄາດວ່າຈະເຕີບໂຕ 4,7% ໃນປີນີ້ ເຊິ່ງປັບລົງເລັກໜ້ອຍຈາກການຄາດຄະເນໃນກ່ອນໜ້ານີ້ (4,8%) ແລະ ຄາດຄະ ເນການເຕີບໂຕສໍາລັບປີໜ້າ ຍັງຮັກສາ ໄວ້ຢູ່ທີ່ 4,8% ໂດຍການເຕີບໂຕຂອງພາກພື້ນ ເຮັດໄດ້ດີຂຶ້ນໃນ 6 ເດືອນຕົ້ນປີ ຍ້ອນຄວາມຕ້ອງການພາຍໃນຍັງແຂງແຮງ ແລະ ຍ້ອນການເປີດປະເທດຄືນໃໝ່ຂອງ ສປ ຈີນ ເຖິງຈະມີການຄາດຄະເນການສົ່ງອອກຂອງໂລກ ອ່ອນລົງ ການຟື້ນໂຕ ຂອງ ຂະແໜງການທ່ອງທ່ຽວ ການປັບໂຕຂອງຂະແໜງການບໍລິການ ການໂອນເງິນເຂົ້າມາໃນພາກພື້ນທີ່ດີຂຶ້ນ ແລະ ການປັບປຸງເງື່ອນໄຂດ້ານການເງິນ ຈະຊ່ວຍສະໜັບສະໜູນກິດຈະກໍາທາງເສດຖະກິດ ແລະ ອັດຕາເງິນເຟີ້ ກຳລັງຫຼຸດລົງໃນ ເສດຖະກິດຂອງຫຼາຍປະເທດ ຫຼັງຈາກທີ່ຂຶ້ນໄປຮອດຈຸດສູງສຸດໃນປີຜ່ານມາ.

ທ່ານ Albert Park ຫົວໜ້ານັກເສດຖະສາດຂອງ ADB ກ່າວວ່າ: ບາງທະນາຄານກາງໃນພາກພື້ນ ໄດ້ເລີ່ມຫຼຸດອັດຕາດອກ ເບ້ຍລົງ ເຊິ່ງຈະຊ່ວຍຊຸກຍູ້ໃຫ້ການເຕີບໂຕ ແຕ່ລັດຖະບານຍັງຈຳເປັນຕ້ອງລະມັດລະວັງຕໍ່ຄວາມສ່ຽງຫຼາຍຢ່າງທີ່ພາກພື້ນກຳ ລັງປະເຊີນ ຄວາມອ່ອນແອຂອງຕະຫຼາດອະສັງຫາລິມມະຊັບໃນ ສປ ຈີນ ຍັງໜ້າເປັນຫ່ວງ ສະພາບອາກາດທີ່ຮ້າຍແຮງຍ້ອນ ການປ່ຽນແປງຂອງດິນຟ້າອາກາດ ແລະ ຜົນກະທົບຂອງປະກົດການ El Niño ໄດ້ເຕືອນຮູ້ວ່າເສດຖະກິດຂອງບັນດາປະເທດ ຕ້ອງເຮັດວຽກຮ່ວມກັນເພື່ອສ້າງຄວາມຍືດ ຍຸ່ນ ແລະ ປົກປ້ອງກຸ່ມຄົນທີ່ຄວາມອ່ອນແອທີ່ສຸດ ອັດຕາເງິນເຟີ້ຂອງປະເທດກໍາ ລັງພັດທະນາໃນພາກພື້ນອາຊີ ແລະ ປາຊີຟິກ ຄາດວ່າຈະຢູ່ໃນອັດຕາ 3,6% ໃນປີນີ້ ເຊິ່ງຫຼຸດລົງຈາກອັດຕາທີ່ຄາດຄະເນໄວ້ ກ່ອນໜ້ານີ້ 4,2% ໂດຍສ່ວນໃຫຍ່ຍ້ອນອັດຕາເງິນເຟີ້ໃນ ສປ ຈີນ ຕໍ່າ ປະກອບກັບລາຄາອາຫານ ແລະ ພະລັງງານທີ່ຄົງທີ່ ການຄາດຄະເນອັດຕາເງິນເຟີ້ໃນປີໜ້າ ຈະຢູ່ໃນອັດ 3,5%.

ໃນບັນດາປະເທດກຳລັງພັດທະນາໃນອະນຸພາກພື້ນຂອງອາຊີ ການຄາດຄະເນການເຕີບໂຕຂອງອາຊີຕາ ເວັນອອກສຽງໃຕ້ ຫຼຸດລົງຈາກ 4,7% ເປັນ 4,6 ໃນປີນີ້ ເນື່ອງຈາກຄວາມຕ້ອງການຂອງຂະແໜງການ ສົ່ງອອກຫຼຸດລົງ ການຄາດຄະເນສໍາລັບຂົງ ເຂດອາຊີໃຕ້ ຫຼຸດລົງ 0,1% ມາຢູ່ທີ່ 5,4% ແຕ່ຂົງເຂດນີ້ຍັງເປັນອະນຸພາກພື້ນທີ່ມີການເຕີບໂຕໄວທີ່ສຸດ ຍ້ອນການລົງທຶນ ແລະ ການບໍລິໂພກ ສູງ ການຄາດຄະເນສໍາລັບຂົງເຂດອາຊີຕາເວັນອອກ ປັບລົງເປັນ 4,4% ຈາກ 4,6% ສປ ຈີນ ຄາດວ່າຈະ ເຕີບໂຕໃນອັດຕາ 4,9% ໃນປີນີ້ ຈາກ 5,% ທີ່ໄດ້ມີການຄາດຄະເນໄວ້ໃນເດືອນເມສາ 2023 ການຄາດຄະເນການເຕີບໂຕໄດ້ ຖືກປັບຂຶ້ນສໍາລັບບັນດາປະເທດທີ່ຢູ່ຕາມສາຍພູຄໍເຄຊັດ ແລະ ຂົງເຂດອາຊີກາງ ແລະ ປາຊີຟິກ.

error: Content is protected !!