ແຫຼ່ງທ່ອງທ່ຽວນໍ້າປຽນຢໍລະປາ ມີຄວາມພ້ອມຕ້ອນຮັບນັກທ່ອງທ່ຽວພາຍໃນຕ່າງປະເທດ

ແຫຼ່ງທ່ອງທ່ຽວນໍ້າປຽນຢໍລະປາ ໄດ້ມີການປັບປຸງ ແລະ ແກ້ໄຂບາງຈຸດ ພ້ອມທັງຂະຫຍາຍກິດຈະກໍາຫຼາຍດ້ານ ເພື່ອໃຫ້ ຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວ ເຊິ່ງມາຮອດປັດຈຸບັນແຫຼ່ງທ່ອງທ່ຽວດັ່ງກ່າວມີຄວາມພ້ອມໃນລະດັບດີ ແລະ ຈະສືບຕໍ່ປັບປຸງໃຫ້ດີຂຶ້ນເລື້ອຍໆ ເພື່ອກຽມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເນື່ອງໃນໂອກາດ ປີທ່ອງທ່ຽວລາວ 2024.

ທ່ານ ສົມເພັດ ມ້າວປະເສີດ ປະທານບໍລິສັດ ແຟເຊັດ ພັດທະນາແຫຼ່ງທ່ອງທ່ຽວທໍາມະຊາດ ຈໍາກັດຜູ້ດຽວ ຜູ້ພັດທະນາແຫຼ່ງ ທ່ອງທ່ຽວນໍ້າປຽນຢໍລະປາ ໃຫ້ສໍາພາດເມື່ອບໍ່ດົນມານີ້ ວ່າ: ແຫຼ່ງທ່ອງທ່ຽວນໍ້າປຽນຢໍລະປາ ຕັ້ງຢູ່ເມືອງປາກງື່ມ ນະຄອນ ຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ປະຕິບັດຕາມແນວທາງແຜນແມ່ບົດດຽວກັນກັບແຫຼ່ງທ່ອງທ່ຽວນໍ້າກັດຢໍລະປາ ແຂວງອຸ ດົມໄຊ ເນື່ອງຈາກຜົນສຳເລັດຂອງໂຄງການນໍ້າກັດຢໍລະປາ ພວກເຮົາຈຶ່ງຂະຫຍາຍຈິດຈະການມາສາຂາໃໝ່ ໂດຍເລັງໃສ່ 3 ເປົ້າໝາຍ ຄື: ອະນຸຮັກ ແລະ ຟື້ນຟູຊັບພະຍາກອນ ທຳມະຊາດ ແລະ ຊີວະນາໆພັນ ຕິດພັນກັບການອະນຸຮັກ ວິຖີຊິວິດຂອງ ປະຊາຊົນບັນດາເຜົ່າໃນທ້ອງຖິ່ນ ຕາມທິດພັດທະນາສີຂຽວ ແລະ ຍືນຍົງ ເພື່ອປະກອບສ່ວນສ້າງຜະລິດຕະພັນການ ທ່ອງ ທ່ຽວໃໝ່ໃຫ້ມີຫຼາຍຮູບແບບ ແລະ ໄດ້ມາດຕະຖານລະດັບສາກົນ ເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວປະເທດລາວຫຼາຍຂຶ້ນ ເພື່ອສ້າງອາຊີບ ສ້າງວຽກເຮັດງານທຳ ແລະ ສ້າງລາຍໄດ້ທີ່ໝັ້ນຄົງໃຫ້ປະຊາຊົນໃນ ທ້ອງຖິ່ນ ເພື່ອຫັນປ່ຽນອາຊີບແບບຂຸດຄົ້ນ ທຳລາຍຊັບພະຍາກອນທຳມະຊາດ ມາເປັນການອະນຸຮັກ ແລ້ວໃຊ້ປະໂຫຍດ ແບບຢືນຍົງ.

ເຖິງຈະໄດ້ຮັບການຕອບ-ຮັບຢ່າງກວ້າງຂວາງຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໃນໄລຍະ ຜ່ານມາ ແຕ່ພວກ ເຮົາກໍຍັງສືບຕໍ່ພັດທະນາໄປເລື້ອຍໆ ເພື່ອເຮັດໃຫ້ແຫຼ່ງທ່ອງທ່ຽວແຫ່ງນີ້ມີມາດຕະຖານລະດັບສາກົນ ແລະ ສາມາດຕອບ ສະໜອງຕາມຄວາມຕ້ອງການຂອງຜູ້ມາໃຊ້ບໍລິການຫຼາຍຂຶ້ນ ໂດຍໄດ້ເລີ່ມປັບປຸງໃຫຍ່ແຕ່ທ້າຍປີ 2022 ເປັນຕົ້ນມາ ໂດຍ ໄດ້ປັບປຸງ ແກ້ໄຂ ແລະ ຂະຫຍາຍກິດຈະກໍາຫຼາຍຢ່າງ ເພື່ອກະ ກຽມຕ້ອນຮັບປີທ່ອງທ່ຽວລາວ 2024 ພວກເຮົາກໍຍິ່ງໄດ້ ປັບປຸງ ແລະ ກຽມຄວາມພ້ອມດ້ານຕ່າງໆໃຫ້ດີຂຶ້ນ ໂດຍສະເພາະດ້ານສະຖານທີ່ ບຸກຄະລາກອນ ການບໍລິການ ແລະ ອື່ນໆ ລວມທັງແຫ່ງທ່ອງທ່ຽວນໍ້າປຽນຢໍລະປາ ແລະ ນໍ້າກັດຢໍລະປາ ໃນນີ້ສະເພາະນໍ້າປຽນຢໍລະປາໄດ້ຂະຫຍາຍກິດຈະກໍາທົວ ຢູ່ສ່ວນລຸ່ມຕື່ມອີກ 3-4 ລາຍການ ນອກນີ້ຍັງໄດ້ຮ່ວມມືກັບສູນອະນຸຮັກສັດປ່າ (ສວນສັດບ້ານເກິນ) ເພື່ອສົ່ງເສີມກິດຈະກໍາ ການທ່ອງ ທ່ຽວໃຫ້ມີຫຼາຍຮູບແບບ ຕິດພັນກັບການອະນຸຮັກປ່າ ແລະ ອະນຸຮັກສັດ ເພື່ອໃຫ້ສາມາດດຶງດູດນັກທ່ອງທ່ຽວໃຫ້ ຫຼາຍຂຶ້ນ ປັດຈຸບັນຖືວ່າພວກເຮົາມີຄວາມກຽມພ້ອມໃນລະດັບດີສົມຄວນ ແລະ ຈະປັບປຸງໃຫ້ດີຂຶ້ນເລື້ອຍໆ ເພື່ອສ້າງຄວາມ ປະທັບໃຈໃຫ້ຜູ້ເຂົ້າຮ່ວມທ່ຽວຊົມ ໂອກາດນີ້ກໍຂໍເຊີນຊວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ ມາທ່ອງທ່ຽວຢູ່ແຫ່ງ ທ່ອງທ່ຽວນໍ້າປຽນຢໍລະປາ ອາດເປັນການທ່ອງທ່ຽວ ພັກຜ່ອນ ຫຼື ຖອດຖອນບົດ ຮຽນ ເພື່ອພັດທະນາຂະແໜງການທ່ອງ ທ່ຽວທໍາມະຊາດຂອງປະເທດເຮົາໃຫ້ນັບມື້ດີຂຶ້ນ ພວກເຮົາກໍມີຄວາມຍິນດີ ແລະ ພ້ອມແລ້ວທີ່ຈະໃຫ້ການສະໜັບສະໜູນ ຢ່າງເຕັມທີ່.

error: Content is protected !!