ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ວ່າດ້ວຍເປົ້າໝາຍການພັດທະນາແບບຍຶນຍົງ

ໃນວັນທີ 18-19 ກັນຍາ 2023 ທີ່ ນະຄອນ ນິວຢອກ ສ ອາເມລິກາ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນໍາພາຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍ ເປົ້າໝາຍການ ພັດທະນາແບບຍືນຍົງ (SDG Summit) ເຊິ່ງຈັດຂຶ້ນໃນໄລຍະກາງສະໄໝຂອງການຈັດຕັ້ງປະຕິບັດວາລະ 2030 ເພື່ອການ ພັດທະນາແບບຍືນຍົງ.

ຈຸດປະສົງຕົ້ນຕໍຂອງກອງປະຊຸມສຸດຍອດໃນປີນີ້ ແມ່ນເພື່ອທົບທວນຄືນ ບັນດາຜົນສໍາເລັດ ຄວາມຄືບໜ້າ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃນລະດັບສາກົນ ພ້ອມທັງ ເປັນໂອກາດໃຫ້ບັນດາ ປະເທດສະມາຊິກ ຢືນຢັນຄືນຄວາມໝາຍໝັ້ນຂອງຕົນ ໃນການເລັ່ງລັດຈັດຕັ້ງປະຕິບັດ ປພຍ ໃນຊຸມປີຕໍ່ ໜ້າ.

ທ່ານ ເດນິສ໌ ຟຣານຊິສ໌ (Denis Francis) ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 78 ໄດ້ກ່າວເປີດກອງປະຊຸມ ໂດຍໄດ້ຍົກ ໃຫ້ເຫັນເຖິງ ຄວາມສໍາຄັນຂອງກອງປະຊຸມທີ່ຈັດຂຶ້ນໃນທ່າມກາງສະພາບວິກິດການ ແລະ ຜົນກະທົບຮ້າຍແຮງ ຈາກການ ລະ ບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ໄພຂົ່ມຂູ່ທີ່ເກີດຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ຂໍ້ຂັດ ແຍ່ງ ຢູ່ໃນຫຼາຍພາກພື້ນ ພ້ອມທັງຮຽກຮ້ອງໃຫ້ວົງຄະນາຍາດສາກົນ ຕ້ອງມີມາດຕະການທີ່ມີລັກສະນະຫັນປ່ຽນໃໝ່ ນັ້ນ ກໍຄື ການລົງທຶນທີ່ຈໍາເປັນສໍາລັບການຈັດຕັ້ງປະຕິບັດ ປພຍ ການປະຕິຮູບສະຖາບັນ ແລະ ກົນໄກດ້ານການເງິນສາກົນ ການ ປະຕິບັດຄໍາໝັ້ນສັນຍາ ແລະ ສົ່ງເສີມການເປັນຄູ່ຮ່ວມມື ລວມທັງ ການສ້າງຄວາມໄວ້ເນື້ອເຊື່ອໃຈຄືນໃໝ່ຕໍ່ກັບ ອົງການ ສປຊ ແລະ ຂອບການຮ່ວມມືຫຼາຍຝ່າຍ ເພື່ອພ້ອມກັນຈັດຕັ້ງປະຕິບັດ ວາລະ 2030 ເພື່ອການພັດທະນາແບບຍືນຍົງ ໃຫ້ ສໍາເລັດຜົນຕາມຄາດຫມາຍ.

ໃນໂອກາດດຽວກັນ ທ່ານ ອັນໂຕນິໂອ ກູເຕເຣັດສ໌ (António Guterres) ເລຂາທິການໃຫຍ່ອົງການ ສປຊ ໄດ້ຢໍ້າຄືນຄວາມ ໝາຍໝັ້ນຂອງວົງຄະນະຍາດສາກົນ ຢູ່ໃນກອງປະຊຸມສຸດຍອດ ທີ່ຮັບຮອງເອົາ ປພຍ ໃນປີ 2015 ໃນການແກ້ໄຂຄວາມທຸກ ຍາກ ໄພອຶດຫິວ ຂໍ້ຂັດແຍ່ງ ແລະ ສິ່ງທ້າທາຍຕ່າງໆ ເຖິງແນວໃດກໍຕາມ ຕະຫຼອດໄລຍະຜ່ານມາ ໃນທົ່ວໂລກ ສາມາດຈັດຕັ້ງ ປະຕິບັດໄດ້ພຽງແຕ່ 15 ສ່ວນຮ້ອຍ ຂອງບັນດາເປົ້າໝາຍທັງໝົດ ຕໍ່ໜ້າສະພາບການດັ່ງກ່າວ ທ່ານ ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ຮ່ວມກັນສ້າງແຜນງານ ເພື່ອຟື້ນຟູວາລະດ້ານການພັດທະນາດັ່ງກ່າວ ພ້ອມທັງໄດ້ສະ ເໜີ 6 ເປົ້າໝາຍຮີບດ່ວນໃນລະດັບສາກົນ ຄື:

  1. ການລຶບລ້າງໄພອຶດຫິວ ເພື່ອຮັບປະກັນການເຂົ້າເຖິງໂພຊະນາການທີ່ຄົບຖ້ວນສໍາລັບທຸກຄົນ.
  2. ການຫັນປ່ຽນໄປສູ່ການນໍາໃຊ້ພະລັງການທົດແທນ ກໍຄື ການຫຼຸດຜ່ອນການປ່ອຍອາຍກາກບອນ.
  3. ການຫັນເປັນດິຈິຕອນ ເພື່ອເຊື່ອມໂຍງທາງດ້ານເຕັກໂນໂລຊີທັນສະໄໝ.
  4. ການປັບປຸງຄຸນະພາບຂອງລະບົບການສຶກສາ ທີ່ທຸກຄົນສາມາດເຂົ້າເຖິງໄດ້ ໃນທຸກເກນອາຍຸ.
  5. ການສົ່ງເສີມໃຫ້ມີວຽກເຮັດງານທໍາທີ່ດີ ແລະ ມີລະບົບປະກັນສັງຄົມ.
  6. ການປົກປັກຮັກສາທໍາມະຊາດ ເພື່ອຢຸດຕິວິກິດການທີ່ຕິດພັນກັບການປ່ຽນແປງດິນຟ້າອາກາດ ມົນລະພິດ ແລະ ການສູນເສຍຊີວະນາໆພັນ ເລຂາທິການໃຫຍ່ ສປຊ ຍັງໄດ້ຮຽກຮ້ອງໃຫ້ບັນດາປະເທດ ນໍາໃຊ້ກາລະໂອກາດນີ້ ເພື່ອຮ່ວມກັນຮັກສາຄໍາໝາຍໝັ້ນໃນລະດັບສາກົນດັ່ງກ່າວ ເພື່ອຄວາມຫວັງທີ່ຈະສ້າງການປ່ຽນແປງທີ່ສໍາຄັນ ສໍາລັບທຸກຄົນໃນທົ່ວໂລກ.

ຫຼັງຈາກນັ້ນ ທ່ານ ນາງ ພໍລາ ນາຣ໌ແວຊ໌ (Paula Narváez) ປະທານສະພາເສດຖະກິດ-ສັງຄົມ ສປຊ ໄດ້ຍົກໃຫ້ເຫັນບັນດາ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດ ປພຍ ໃນທ່າມກາງສະພາບວິກິດການຫຼາຍດ້ານທີ່ກໍາລັງເກີດຂຶ້ນໃນປັດຈຸບັນ ແລະ ເຫັນ ວ່າ ກອງປະຊຸມຄັ້ງນີ້ ຖືເປັນຈຸດຫັນປ່ຽນໃນຄວາມພະຍາຍາມຂອງສາກົນ ເພື່ອບັນລຸ ປພຍ ສະພາເສດຖະກິດ-ສັງຄົມ ສປຊ ຈະສືບຕໍ່ນໍາເອົາຜົນຂອງກອງປະຊຸມສຸດຍອດ ແລະ ກອງປະຊຸມປິ່ນອ້ອມທີ່ກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດອີງຕາມພາລະບົດ ບາດຂອງຕົນ ໃນການສະໜັບສະໜູນຄວາມພະຍາຍາມ ແລະ ສົ່ງເສີມການປຶກສາຫາລືໃນຂອບຫຼາຍຝ່າຍ ເພື່ອຜັນຂະ ຫຍາຍແຜນງານຕ່າງໆ ໃຫ້ເປັນຮູບປະທໍາຫລາຍຂຶ້ນ.

ກອງປະຊຸມ ໄດ້ຮັບຮອງເອົາ ຖະແຫຼງການທາງການເມືອງ ແລະ ສືບຕໍ່ດໍາເນີນພາກອະພິປາຍທົ່ວໄປ ໄປຄຽງຄູ່ກັບເວທີປຶກສາ ຫາລື ໃນລະດັບຜູ້ນໍາເຊິ່ງປະກອບດ້ວຍ 6 ຫົວຂໍ້ ທີ່ຕິດພັນກັບການສືບຕໍ່ສົ່ງເສີມຄວາມພະຍາຍາມຂອງສາກົນໃນການຈັດຕັ້ງ ປະຕິບັດ ປພຍ ໃນຕໍ່ໜ້າ ໃນວັນທີ 19 ກັນຍາ 2023 ຫົວໜ້າຄະນະຜູ້ແທນ ສປປ ລາວ ຈະປະກອບຄຳເຫັນໃນຫົວຂໍ້ ກ່ຽວ ກັບ ການລະດົມທຶນ ການລົງທຶນ ແລະ ແນວທາງໃນການຈັດຕັ້ງປະຕິບັດ ເພື່ອສາມາດບັນລຸ ປພຍ.

ໃນວັນທີ 18 ກັນຍາ ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ພົບປະກັບ ທ່ານ ເດນນີສ ມົນຄາດາ ໂຄລິນເດຼສ໌ (Denis Moncada Colindres) ລັດຖະມົນຕີ ກະຊວງການຕ່າງປະເທດ ນີກາຣາກົວ (Nicaragua) ແລະ ທ່ານ ຢານ ກິວ ປິນໂຕ (Yvan Gil Pinto) ລັດຖະມົນຕີ ກະຊວງການຕ່າງປະເທດ ເວເນຊູເອລາ ເພື່ອແລກປ່ຽນທັດສະນະກ່ຽວກັບ ການເພີ່ມທະ ວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນແລະກັນ ໃນຂອບສອງຝ່າຍ ພາກພື້ນ ແລະ ສາກົນ ໂດຍສະເພາະໃນ ອົງການ ສປຊ.

error: Content is protected !!