ສປປ ລາວ ສົ່ງອອກສິນຄ້າກະສິກໍາໄປຕ່າງປະເທດໄດ້ 1,7 ລ້ານກວ່າໂດລາສະຫະລັດ

ປີ 2022 ຜ່ານມານີ້ ສປປ ລາວ ສາມາດສົ່ງອອກສິນຄ້າກະສິກໍາ ແລະ ປ່າໄມ້ ໄປຕ່າງປະເທດ ໄດ້ທັງໝົດ 1.733,11 ລ້ານໂດລາສະຫະລັດ ໃນນີ້ ປະເພດພືດມູນຄ່າ 855,31 ລ້ານໂດລາສະຫະລັດ ປະເພດສັດ 80,93 ລ້ານໂດລາສະຫະລັດ ແລະ ຜະລິດຕະພັນໄມ້ສາມາດສົ່ງອອກໄດ້ 796,87 ລ້ານໂດລາສະຫະລັດ.

​ທ່ານ  ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລາຍງານຕໍ່ກອງປະຊຸມຜູ້ປະກອບການທຸລະກິດໃນຂະ ແໜງກະສິກໍາ ແລະ ປ່າໄມ້ ຄັ້ງທີ I ປີ 2023 ຈັດຂຶ້ນວັນທີ 15 ກັນຍາ 2023 ຢູ່ຫໍປະຊຸມແຫ່ງຊາດ ວ່າ: ໃນຈໍານວນສິນຄ້າ ທີ່ສົ່ງອອກດັ່ງກ່າວ ແລະ ຫຼາຍກວ່າໝູ່ປະກອບມີ ຢາງພາລາຈໍານວນ 407.112 ໂຕນ ມູນຄ່າ 386,46 ລ້ານໂດລາສະຫະລັດ ໝາກກ້ວຍ 908.777 ໂຕນ ມູນຄ່າ 246,39 ລ້ານໂດລາສະຫະລັດ ມັນຕົ້ນແຫ້ງ ຈໍານວນ 1.679.312 ໂຕນ ມູນຄ່າ 236,98 ລ້ານໂດລາສະຫະລັດ ແປ້ງມັນຕົ້ນ 197.723 ໂຕນ ມູນຄ່າ 78,02 ລ້ານໂດລາສະຫະລັດ ກາເຟ 26.911 ໂຕນ ມູນຄ່າ 71,78 ລ້ານໂດລາສະຫະລັດ ສາລີ ຈໍານວນ 190.315 ໂຕນ ມູນຄ່າ 46,19 ລ້ານໂດລາສະຫະລັດ ໝາກໂມ ຈໍານວນ 116.371 ໂຕນ ມູນຄ່າ 31,75 ລ້ານໂດລາສະຫະລັດ ແລະ  ອ້ອຍ 265.216 ໂຕນ ມູນຄ່າ 13,97 ລ້ານໂດລາສະຫະລັດ ແລະ ອື່ນໆ.

ສໍາລັບ 6 ເດືອນຕົ້ນປີ 2023  ສາມາດປະຕິບັດການສົ່ງອອກສິນຄ້າກະສິກຳໄດ້ 901,72 ລ້ານກວ່າໂດລາສະຫະລັດ ໃນນີ້ ປະ ເພດພືດ 736 ລ້ານໂດລາສະຫະລັດ ສັດ 0,76 ລ້ານໂດລາສະຫະລັດ ແລະ ຜະລິດຕະພັນໄມ້ 164,96 ລ້ານໂດລາສະຫະລັດ ເຊິ່ງສິນຄ້າທີ່ພົ້ນເດັ່ນໃນການສົ່ງອອກລວມມີ ມັນຕົ້ນ (ດິບ ແຫ້ງ ແປງມັນຕົ້ນ) 408,14 ລ້ານໂດລາສະຫະລັດ ໝາກກ້ວຍ 136,67 ລ້ານໂດລາສະຫະລັດ ເຍື້ອໄມ້ 106,87 ລ້ານໂດລາສະຫະລັດ ຢາງພາລາ 58,08 ລ້ານໂດລາສະຫະລັດ ກາເຟ 40,31 ລ້ານໂດລາສະຫະລັດ ແລະ ອື່ນໆ.

ຂະນະທີ່ບັນຫາຄວາມຫຍຸ້ງຍາກໃນການສົ່ງອອກ ຍັງພົບເຫັນຫຼາຍຢ່າງເຊິ່ງບັນຫາທີ່ສໍາຄັນແມ່ນປະເທດຄູ່ຄ້າລາຍໃຫຍ່ ໄດ້ ຫັນການຄ້າຊາຍແດນ ມາເປັນການຄ້າທາງການ ເຮັດໃຫ້ມາດຖານສິນຄ້າຂອງປະເທດຄູ່ຄ້າສູງຂຶ້ນ ແຕ່ຄວາມສາມາດໃນ ການຜະລິດຂອງຜູ້ປະກອບການ ກຸ່ມຜູ້ຜະລິດຂະໜາດນ້ອຍ ບໍ່ທັນສາມາດຕອບສະໜອງໄດ້ທັງປະລິມານ ແລະ ຄຸນນະ ພາບເທົ່າທີ່ຄວນ ແລະ ອື່ນໆ.

error: Content is protected !!