ສອງນາຍົກລັດຖະມົນຕີລາວ-ຈີນພົບປະຢ່າງເປັນທາງການຢູ່ທີ່ ນະຄອນໜານໜິງ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ຢູ່ທີ່ນະຄອນໜານໜິງ ສປ ຈີນ ຕອນແລງຂອງວັນທີ 16 ກັນຍາ 2023 ຢູ່ທີ່ ສູນປະຊຸມສາກົນໂຮງແຮມລີ້ຢວນ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ພ້ອມດ້ວຍຄະນະຜູ້ ແທນຂັ້ນສູງ ແຫ່ງ ສປປ ລາວ ໄດ້ພົບປະຢ່າງເປັນທາງການ ກັບສະຫາຍ ຫຼີ ສຽງ ນາຍົກລັດຖະ ມົນຕີ ພ້ອມດ້ວຍຄະນະຜູ້ ແທນຂັ້ນສູງແຫ່ງ ສປ ຈີນ ເຊິ່ງການພົບປະຢ່າງເປັນທາງການຂອງສອງສະຫາຍຄັ້ງນີ້ ຖືວ່າເປັນຄັ້ງທໍາອິດ ພາຍຫຼັງໄດ້ຮັບ ການເເຕ່ງຕັ້ງເປັນນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ເເລະ ແຫ່ງ ສປ ຈີນ ເພື່ອສືບຕໍ່ຮັດເເໜ້ນການພົວພັນການຮ່ວມມື ສອງຝ່າຍ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດພົບປະ ສະຫາຍນາຍົກລັດຖະມົນຕີແຫ່ງ ສປ ຈີນ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍນາຍົກລັດຖະ ມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມງານ ວາງສະແດງສິນຄ້າ ຈີນ- ອາຊຽນ ຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ໃນການປະກອບສ່ວນເຂົ້າໃນສາຍພົວພັນ ການຮ່ວມມືຂອງສອງປະ ເທດນັບມື້ນັບກ້າວເຂົ້າ ສູ່ທັງລວງກວ້າງ ແລະ ລວງເລິກ.

ໃນໂອກາດດຽວກັນ ສະຫາຍ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ພັກ ແລະ ລັດ ຖະບານຈີນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃຫ້ແກ່ຄະນະຜູ້ແທນ ສປປ ລາວ ທີ່ເດີນທາງມາເຂົ້າຮ່ວມງານວາງ ສະແດງ ໃນຄັ້ງນີ້ ພ້ອມທັງ ຕີລາຄາສູງຕໍ່ໝາກ ຜົນຂອງການພົວພັນມິດຕະພາບ ອັນເປັນມູນເຊື້ອ ການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈີນ-ລາວ ຕະຫຼອດໄລຍະຜ່ານມາ.

ໃນການພົບປະຄັ້ງນີ້ ທັງສອງຝ່າຍຕີລາຄາສູງຕໍ່ສາຍພົວພັນການຮ່ວມມື ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງ ຊາດ ທີ່ມີມາແຕ່ດົນນານແລ້ວ ໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ມີໝາກຜົນຕົວຈິງນັບມື້ນັບຫຼາຍຂຶ້ນ ພິເສດການໄປມາຫາສູ່ຂອງການນໍາຂັ້ນສູງ ຂອງສອງປະເທດ ນັບມື້ນັບຫຼາຍເຊັ່ນກັນ ໂດຍສະເພາະໃນທ້າຍປີ 2022 ທີ່ຜ່ານ ມາ ຢູ່ທີ່ນະຄອນຫຼວງປັກກິ່ງ ການພົບປະຂອງສອງສະຫາຍເລຂາທິການໃຫຍ່ ສອງປະເທດ ກໍໄດ້ພ້ອມກັນຕີລາຄາຄືນ ການ ຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການເປັນຄູ່ຮ່ວມຊາຕາກຳລາວ-ຈີນ ໃນໄລຍະ 2020-2023 ເເລະ ຕົກລົງ ທີ່ຈະ ພ້ອມ ກັນຮັບຮອງເອົາເເຜນເເມ່ບົດ ວ່າດ້ວຍການເປັນຄູ່ຮ່ວມ ຊາຕາກຳ ລາວ-ຈີນ ສະບັບປີ 2024-2028 ແລະ ຈະຮ່ວມກັນຈັດຕັ້ງ ປະຕິບັດໃຫ້ເກີດດອກອອກຜົນດ້ວຍຄຸນນະພາບສູງ ເຊິ່ງເຊື່ອໝັ້ນວ່າ ຈະເປັນການຊຸກຍູ້ເສີມຂະຫຍາຍສາຍພົວພັນ ລະ ຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ໃຫ້ນັບມື້ມີເນື້ອໃນເລິກເຊິ່ງຂຶ້ນ.

ສໍາລັບການພົວພັນຮ່ວມມືຂອງສອງຝ່າຍ ເຫັນໄດ້ວ່າ ສາມາດຮ່ວມກັນຈັດຕັ້ງປະຕິບັດຢ່າງມີໝາກຜົນຕົວຈິງ ໂດຍສະເພາະ ການເປີດນຳໃຊ້ ລົດໄຟ ລາວ-ຈີນ ກໍ່ຄືການເປີດຂະບວນລົດໄຟສາຍສາກົນ ວຽງຈັນ-ຄຸນໝິງ-ວຽງຈັນ ໃນວັນທີ 13 ເມສາ 2023 ທີ່ຜ່ານມາ ເຊິ່ງລ້ວນແຕ່ເປັນເຫດການທີ່ມີຄວາມໝາຍສໍາຄັນ ສະແດງອອກໃຫ້ເຫັນຢ່າງຈະແຈ້ງ ເຖິງສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນແໜ້ນແຟ້ນຂອງສອງປະເທດ ນັບມື້ກ້າວສູ່ລະດັບສູງກວ່າເກົ່າ ການຮ່ວມມືອັນແໜ້ນ ແຟ້ນຂອງສອງປະເທດ ໄດ້ນໍາເອົາໝາກຜົນຕົວຈິງມາສູ່ປະຊາຊົນສອງຊາດ ທັງເປັນການໂຄສະນາ ແລະ ສົ່ງເສີມການທ່ອງ ທ່ຽວ ການຄ້າ ການລົງທຶນ ກໍຄື ການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງຊາດ ແລະ ປະຊາຊົນ ໃນຂົງເຂດນີ້ ຫຼາຍຂຶ້ນ ກວ່າເກົ່າ.

ນອກຈາກນີ້ ທັງສອງຝ່າຍຍັງໄດ້ປຶກສາຫາລືກັນ ກ່ຽວກັບບັນຫາອື່ນໆ ທີ່ຕ່າງຝ່າຍຕ່າງໃຫ້ຄວາມສົນໃຈ ໃນຕໍ່ໜ້າ ທັງສອງ ຝ່າຍຍັງຢືນຢັນຮ່ວມກັນວ່າ ຈະພ້ອມກັນສືບຕໍ່ປະຕິບັດ ບັນດາເນື້ອໃນທີ່ການນໍາພັກ-ລັດຂັ້ນສູງຂອງສອງປະເທດ ໄດ້ຕົກລົງ ເພື່ອຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທໍາ ແລະ ສໍາເລັດຕາມແຜນການ ສືບຕໍ່ແລກປ່ຽນ ຄໍາຄິດຄໍາເຫັນ ຂໍ້ມູນຂ່າວສານ ແລະ ປະສານສົມທົບກັນຢ່າງໃກ້ຊິດ ລວມທັງ ການສືບຕໍ່ການຮ່ວມມືທາງດ້ານ ພະລັງງານ, ກະສິກໍາ ຫຼື ດ້ານອື່ນ ຢູ່ບັນດາແຂວງ ຂອງ ສປປ ລາວ ທີ່ມີທ່າແຮງບົ່ມຊ້ອນ ຕື່ມອີກ.

ໃນໂອກາດນີ້ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ຕາງໜ້າໃຫ້ແກ່ພັກ-ລັດຖະບານ ແລະ ປະຊາ ຊົນລາວ ຂໍ ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ພັກ-ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ຢ່າງຕໍ່ເນື່ອງ ໃຫ້ແກ່ລັດຖະບານລາວ ໃນການປະກອບສ່ວນພັດທະນາພື້ນຖານໂຄງລ່າງ ຊັບພະຍາກອນມະນຸດ ແລະ ວຽກງານດ້ານອື່ນໆ ໃນໄລຍະຜ່ານມາ ລວມທັງ ໃຫ້ການສະໜັບສະໜູນ ເເລະ ຊ່ວຍເຫຼືອ ໃນການເປັນເຈົ້າພາບຈັດກອງປະຊຸມອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງນີ້ ພ້ອມທັງ ຫວັງຢ່າງຍິ່ງວ່າສອງຝ່າຍ ຈະຮ່ວມກັນຊຸກຍູ້ການພົວພັນຮ່ວມມື ລະຫວ່າງ  ອາຊຽນ-ຈີນ ກໍ່ຄື ອາຊຽນຄູ່ຮ່ວມເຈລະຈາ ໃຫ້ກາຍເປັນການຮ່ວມມືຍຸດທະສາດຮອບດ້ານ.

ໃນຕອນທ້າຍ ສະຫາຍນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ກໍ່ໄດ້ອວຍພອນໃຫ້ສະຫາຍນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດໃນການເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ແລະ ເຄື່ອນ ໄຫວຢ້ຽມຢາມ ຢູ່ ສປ ຈີນ ຄັ້ງນີ້ ພ້ອມທັງ ເດີນທາງກັບ ສປປ ລາວ ດ້ວຍຄວາມສະຫວັດດີພາບ.

ໃນວັນດຽວກັນ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບທ່ານ Ding Yan zhang ປະທານ ກຸ່ມບໍລິສັດ China Power  ພ້ອມດ້ວຍຄະນະ ແລະ ໃຫ້ສຳພາດຕໍ່ສື່ມວນຊົນ ສປ ຈີນ ຕື່ມອີກ.

ຂ່າວ ແລະ ພາບໂດຍ: ກົມປະຊາສຳພັນ ຫສນຍ

error: Content is protected !!