ໃນລະຫວ່າງວັນທີ 16-18 ກັນຍາ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ ແທນລາວເຂົ້າຮ່ວມງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 20 ແລະ ກອງປະຊຸມສຸດຍອດການຄ້າ-ການລົງທຶນ ອາຊຽນ -ຈີນ ຄັ້ງທີ 20 ທີ່ນະຄອນໜານໜິງ ແຂວງກວາງຊີ ສປ ຈີນ ພາຍໃຕ້ຄຳຂວັນ: “ຮ່ວມແຮງກັນ ເພື່ອຄວາມກົມກຽວ ເປັນຄູ່ ຮ່ວມອະນາຄົດດຽວກັນ” ແລະ “ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ ຂອງຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ແລະ ຮັກ ສາຄວາມເປັນສູນກາງແຫ່ງການຈະເລີນເຕີບໂຕອັນໃໝ່” ເຊິ່ງໃນປີ 2023 ນີ້ ຖືເປັນປີທີ່ມີຄວາມໝາຍສໍາຄັນຫຼາຍຢ່າງ ເພາະ ແມ່ນປີແຫ່ງການສະເຫຼີມສະຫຼອງງານວາງສະແດງສິນຄ້າອາຊຽນ-ຈີນ ຄົບຮອບ 20 ປີ (2004-2023) ເປັນປີແຫ່ງການສະ ເຫຼີມສະຫຼອງ ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ຄົບຮອບ 10 ປີ ທັງເປັນປີທໍາອິດຂອງການຍົກລະດັບການເຈລະຈາ ເຂດການ ຄ້າເສລີ ອາຊຽນ-ຈີນ ສະບັບທີ 3.

ທ່ານ ຫຼີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປຈີນ ໄດ້ກ່າວເປີດງານວາງສະແດງຢ່າງເປັນທາງການ ໂດຍໄດ້ກ່າວບາງຕອນວ່າ: ງານດັ່ງກ່າວແທ່ນເພື່ອເສີມສ້າງທິດທາງການຮ່ວມມື ລະຫວ່າງ ຈີນ-ອາຊຽນ ໃຫ້ມີຄວາມສະໜິດສະໜົມ ຮັກແພງຄືພີ່ນ້ອງ ກັນ ຮ່ວມມືກັນດ້ວຍຄວາມຈິງໃຈ ເພື່ອສ້າງຄວາມເຊື່ອໝັ້ນ ເຊິ່ງກັນ ແລະ ກັນ ແລະ ຮ່ວມມືກັນຍາວນານ ເພື່ອນໍາເອົາຜົນ ປະໂຫຍດມາຮ່ວມກັນ ແລະ ເຊື່ອມໂຍງກັນທາງດ້ານໂຄງລ່າງພື້ນຖານ ກໍຄື ລະບົບ ແລະ ປັດໄຈການຜະລິດ.


ໃນໂອກາດດຽວກັນ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຂຶ້ນກ່າວຄໍາປາໄສ ໂດຍໄດ້ເນັ້ນໃຫ້ເຫັນເຖິງຄວາມສໍາ ຄັນຂອງງານວາງສະແດງສິນຄ້າອາຊຽນ-ຈີນ ທີ່ໄດ້ຈັດຂຶ້ນຕະຫຼອດໄລຍະຜ່ານມາ ລວມທັງການພົວພັນຮ່ວມມືລະຫວ່າງ ອາ ຊຽນ-ຈີນ ຕະຫຼອດໄລຍະຜ່ານມາ ໂດຍສະເພາະໃນໄລຍະທີ່ອາຊຽນໄດ້ປະເຊີນກັບຄວາມຫຍຸ້ງຍາກຕ່າງໆ ເປັນຕົ້ນ ການແຜ່ ລະບາດພະຍາດໂຄວິດ-19 ເຊິ່ງລັດຖະບານ ສປ ຈີນ ກໍໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນຢ່າງທັນການ ພ້ອມທັງໄດ້ ເນັ້ນເຖິງຄວາມສໍາຄັນ ກ່ຽວກັບການເຊື່ອມຈອດເຊື່ອມໂຍງພາກພື້ນ ແລະ ສາກົນ ໂດຍຮຽກຮ້ອງໃຫ້ມີການຮ່ວມມືກັນ ເພື່ອ ສ້າງໃຫ້ມີຄວາມກົມກຽວ ບໍ່ວ່າຈະເປັນການຈັດຕັ້ງປະຕິບັດຖະແຫຼງການຮ່ວມອາຊຽນ-ຈີນ ກ່ຽວກັບການເຊື່ອມສານແຜນ ແມ່ບົດ ວ່າດ້ວຍການເຊື່ອມຈອດ ອາຊຽນ 2025 ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຂອບການຟື້ນຟູຮອບດ້ານອາຊຽນ ສັນຍາ ເສດຖະກິດຮອບດ້ານລະດັບພາກພື້ນ ຫຼື ອາເຊັບ ແລະ ໄດ້ສະແດງຄວາມຊົມເຊີຍທີ່ສັນຍາດັ່ງກ່າວ ໄດ້ມີຜົນບັງຄັບໃຊ້ໃນຕົ້ນ ປີ 2022 ຜ່ານມາ ພ້ອມດຽວກັນ ກໍໄດ້ແຈ້ງໃຫ້ຊາບກ່ຽວກັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຈະມາ ເຖິງນີ້.


ນອກຈາກເຂົ້າຮ່ວມພີທີເປີດງານດັ່ງກ່າວແລ້ວ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມ ຊົມບັນດາຫ້າງຮ້ານຂາຍສິນຄ້າ ຈາກຫົວໜ່ວຍທຸລະກິດຕ່າງໆ ທີ່ໄດ້ນໍາມາວາງສະແດງໃນງານເທື່ອນີ້ ລວມທັງຫ້າງຮ້ານ ທີ່ມີຫຼາກຫຼາຍຜະລິດຕະພັນຂອງ ສປປ ລາວ ພ້ອມດຽວກັນນັ້ນ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເຊັນສັນ ຍາລະຫວ່າງ ບໍລິສັດ ລັດລວມສູນຜະລິດຕະພັນສິນຄ້າກະສິກໍາ ກັບກຸ່ມບໍລິສັດຢຸນນານຮົວມານຊຽງ ພັດທະນາກະສິກໍາ ກຸ່ມບໍລິສັດ ກວາງຊີຈີນຊູຍ ກະສິກໍາ ກຸ່ມບໍລິສັດຈົງອີ ລົງທຶນສາກົນ ເຂົ້າຮ່ວມພິທີເປີດຫໍວາງສະແດງສິນຄ້າຂອງລາວ ເຂົ້າ ຮ່ວມ ແລະ ມີຄໍາເຫັນກ່າວປາໄສ ຕໍ່ກອງປະຊຸມຜູ້ນໍາທຸລະກິດອາຊຽນ-ຈີນ ພ້ອມທັງໄດ້ພົບປະກັບທ່ານປະທານ ບໍລິສັດ China Communications Construction ແລະ ທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ ເພື່ອແລກປ່ຽນບາງ ບັນຫາທີ່ມີຄວາມສົນໃຈຮ່ວມກັນຕື່ມອີກ.