ມອບປື້ມນິທານສໍາລັບມູມອ່ານໃຫ້ໂຮງຮຽນປະຖົມສຶກສາທົ່ວປະເທດ

    ພິທີມອບປື້ມນິທານສໍາລັບມູມອ່ານໃຫ້ໂຮງຮຽນປະຖົມສຶກສາທົ່ວປະເທດ ຈັດຂຶ້ນວັນທີ 15 ກັນຍາ 2023 ທີ່ໂຮງຮຽນປະຖົມສົມບູນທົ່ງກາງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເພື່ອເພີ່ມການສະໜັບສະໜູນໃຫ້ແກ່ກິດກະກຳການຮຽນຮູ້ພາສາລາວ ແລະ ຂະຫຍາຍແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄລຍະ 2 ໂດຍການສະໜັບສະໜູນທຶນຊ່ວຍເຫຼືອ ຈາກອົງການ USAID ໃນມູນຄ່າ 2,4 ລ້ານໂດລາ (ປະມານ 46,2 ຕື້ກີບ) ສົມທົບໃສ່ທຶນຊ່ວຍເຫຼືອຂອງລັດຖະບານອົດສະຕຣາລີ ໃນມູນຄ່າ 30 ລ້ານໂດລາ (ປະມານ 375,2 ຕື້ກີບ) ໂດຍມີທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິ ການ ແລະ ກີລາ (ສສກ) ທ່ານ ແດນ ເຮວເດິນ ອຸປະທູດ ຈາກສະຖານທູດອົດສະຕຣາລີ ແລະ ທ່ານ ນາງ ມິແຊວ ເອົ້າລໍ ອຸປະທູດຈາກສະຖານທູດສະຫະລັດອາເມຣິກາ ປະຈຳລາວ ພ້ອມດ້ວຍພະນັກງານ ຄູ-ອາຈານ ນັກຮຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານຮອງລັດຖະມົນຕີກະຊວງ ສສກ ກ່າວວ່າ: ການສ້າງມູມອ່ານ ໃນໂຮງຮຽນປະຖົມສຶກສາທັງໝົດແມ່ນບຸລິມະສິດຂອງກະຊວງ ສສກ ຕາມແຜນພັດທະນາຂະແໜງການສຶກສາທິການ ແລະ ກີລາ 2021-2025 ກະຊວງຮັບຮູ້ເຖິງບັນຫາ ທ້າທາຍຂອງໂຮງຮຽນຫຼາຍແຫ່ງບໍ່ມີປຶ້ມນິທານທີ່ມີຄຸນນະພາບ ໂດຍສະ ເພາະໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ຂໍສະແດງຄວາມຂອບໃຈມາຍັງລັດຖະບານອົດສະ ຕຣາລີ ແລະ ລັດຖະບານ ສະຫະລັດອາເມຣິກາ ທີ່ໃຫ້ການສະໜັບສະໜູນ ແລະ ມີຄວາມມຸ່ງໝັ້ນຮ່ວມກັນໃນການພັດທະນາການຮຽນຮູ້ໜັງສື ຜ່ານການສົ່ງເສີມການອ່ານ ປຶ້ມນິທານຈຳນວນ 30.000 ຊຸດ ເຊິ່ງປະກອບມີ ນິທານ 21 ເລື່ອງ ຈະໄດ້ຖືກແຈກຢາຍໃຫ້ແກ່ຫ້ອງຮຽນຂັ້ນ ປ3 ປ4 ແລະ ປ5 ໃນທົ່ວປະເທດຫ້ອງຮຽນ ຂັ້ນ ປ1 ແລະ ປ2 ແມ່ນໄດ້ຮັບຊຸດປຶ້ມນິທານຈາກແຜນງານບີຄວາ ໄລຍະທໍາອິດ ໃນສົກຮຽນນີ້ ແຜນງານບີຄວາ ໄດ້ຈັດພິມຊຸດປຶ້ມນິທານ 39 ເລື່ອງ ສຳລັບ ປ1 ແລະ ປ2 ຈໍານວນ 3.265 ຊຸດ ເພື່ອແຈກຢາຍໃຫ້ແກ່ບັນດາໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ໃນປີ 2019.

    ປຶ້ມນິທານທີ່ນໍາມາມອບໃນຄັ້ງນີ້ ໄດ້ຖືກຄັດເລືອກເປັນຢ່າງດີ ເພື່ອຮັບປະກັນວ່າເນື້ອໃນສ່ອງແສງເຖິງການ ເປັນຕົວແທນໃຫ້ແກ່ຄົນລາວທຸກຄົນ ແລະ ສົ່ງເສີມຄວາມສະເໝີພາບບົດບາດຍິງ-ຊາຍ ສົ່ງເສີມຄົນ ທີ່ມີຄວາມພິການ ແລະ ການມີສ່ວນຮ່ວມຂອງທຸກຄົນໃນສັງຄົມ ຊຸດປຶ້ມນິທານ ສຳລັບຂັ້ນ ປ5 ແມ່ນມີນິ ທານທີ່ຂຽນໂດຍພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກ ເຊິ່ງຖືກກວດແກ້ ແລະ  ອະນຸມັດ ໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ບົດເລື່ອງນິທານ ສົ່ງເສີມຄຸນຄ່າ ແລະ ຄວາມ ສຳຄັນໃຫ້ເດັກຍິງສືບຕໍ່ເຂົ້າຮຽນໃນຊັ້ນມັດທະຍົມ ຫຼັງຈາກຈົບຊັ້ນປະຖົມສຶກສາ ແລະ ຍັງສະແດງ ໃຫ້ເຫັນຄວາມສໍາຄັນຂອງການມີສ່ວນຮ່ວມຂອງຊຸມຊົນໃນການສົ່ງເສີມການສຶກສາສໍາລັບທຸກຄົນ.

    ໂອກາດດັ່ງກ່າວ ທ່ານ ແດນ ເຮວເດິນ ໄດ້ກ່າວວ່າ: ຈຸດປະສົງຂອງມູມອ່ານ ແມ່ນເພື່ອຂະຫຍາຍການເຂົ້າເຖິງ ບັນດາສື່ການອ່ານ ແລະ ສົ່ງເສີມວັດທະນະທໍາການອ່ານໃຫ້ແກ່ເດັກນ້ອຍ ປຶ້ມນິທານແມ່ນມີຄວາມສຳຄັນສຳລັບເດັກ ແລະ ຄູ ເພາະມັນບໍ່ພຽງແຕ່ສ້າງຄວາມມ່ວນຊື່ນໃຫ້ກັບເດັກນ້ອຍ ແຕ່ຍັງສົ່ງເສີມ ການສ້າງຈິນຕະນາການ ພັດທະນາການດ້ານພາສາ ເພີ່ມຄວາມຮູ້ ແລະ ຊ່ວຍພັດທະນາທັກສະໃນການແກ້ໄຂບັນຫາໃຫ້ແກ່ເດັກນ້ອຍ.     ທ່ານ ນາງ ມິແຊວ ເອົ້າລໍ ກໍໄດ້ກ່າວ ເຖິງການຂະຫຍາຍການຮ່ວມມື ລະຫວ່າງ ສາຫະລັດອາເມຣິກາ ແລະ ສປປ ລາວ ວ່າ: ລັດຖະບານ ສະຫະລັດອາເມຣິກາ ມີຄວາມພູມໃຈທີ່ໄດ້ເຮັດວຽກຮ່ວມກັບລັດຖະບານອົດສະຕຣາລີ ໃນການໃຫ້ທຶນແກ່ແຜນງານບີຄວາ ເພື່ອສະໜັບສະໜູນກະຊວງ ສສກ ສົ່ງເສີມການສຶກສາ ຂັ້ນປະຖົມສຶກສາໃຫ້ແກ່ເດັກນ້ອຍໃນລາວ ການໃຫ້ບູລິມະສິດ ຂອງແຜນງານບີຄວາໃນການສົ່ງເສີມ ການຮູ້ໜັງສື ແມ່ນມີຄວາມສຳຄັນຕໍ່ອະນາຄົດທີ່ສົດໃສຂອງເດັກຍິງ ແລະ ເດັກຊາຍທຸກຄົນ ທ່ານ ຍັງໄດ້ກ່າວຕື່ມວ່າ: ສະຫະລັດອາເມຣິກາ ຍັງຈະໄດ້ສືບຕໍ່ໃຫ້ຄຳໝັ້ນສັນຍາທີ່ຊ່ວຍເຫຼືອໃຫ້ເດັກນ້ອຍລາວ ໃຫ້ປະສົບຜົນສຳເລັດດ້ານການສຶກສາ ພ້ອມນີ້ຄະນະຜູ້ແທນກໍໄດ້ເຂົ້າຮ່ວມສັງເກດກິດຈະກຳການອ່ານໃນຫ້ອງຮຽນ 3 ຫ້ອງ ເຊິ່ງມີຄວາມປະທັບໃຈກັບບັນດານັກຮຽນ ທີ່ໄດ້ມີການປະກອບສ່ວນຢ່າງຫ້າວຫັນ ໃນຫ້ອງຮຽນ ເຮັດກິດຈະກຳຮ່ວມກັນ ນຳໃຊ້ອຸປະກອນການຮຽນ ນຳໃຊ້ຄວາມຄິດສ້າງສັນ ແລະ ທັກສະດ້ານສິລະປະ ເພື່ອສະແດງອອກຄວາມຄິດຂອງພວກເຂົາ.

error: Content is protected !!