ສ້າງຄວາມເຂັ້ມແຂງດ້ານການພັດທະນາຂີດຄວາມສາມາດດ້ານວິຊາຊີບຄູ

    ເມື່ອບໍ່ດົນຜ່ານມາ ກົມສ້າງຄູ ກະຊວງສຶກສາທິການ ແລະ ກີລາ (ສສກ) ໄດ້ຈັດກອງປະຊຸມປະຈຳໄຕມາດທີ 2 ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ຂຶ້ນທີ່ວິທະຍາໄລຄູຄັງໄຂ ແຂວງຊຽງຂວາງເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 79 ທ່ານ ທີ່ມາຈາກ ກົມສ້າງຄູ ກົມສາມັນສຶກສາ ວິທະຍາໄລຄູເປົ້າໝາຍ 3 ແຫ່ງ ຂອງແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ມີ (ຄັງໄຂ ຫຼວງນ້ຳທາ ແລະ ສະຫວັນນະເຂດ) ແລະ 7 ແຂວງເປົ້າໝາຍໃນເຂດບໍລິການ (ຊຽງຂວາງ ຫົວພັນ ຫຼວງນ້ຳທາ ຜົ້ງສາລີ ບໍ່ແກ້ວ ສະຫວັນນະເຂດ ແລະ ຄຳມ່ວນ) ພ້ອມດ້ວຍຫ້ອງການສຶກສາທິການ ແລະ ກີລາ ເມືອງ (ສກມ) ຈາກ 30 ເມືອງ ທີ່ນອນໃນເມືອງເປົ້າໝາຍຂອງແຜນງານບີຄວາ.

    ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: ກະຊວງ ສສກ ມີຄວາມມຸ່ງໝັ້ນທີ່ຈະສະໜັບສະໜູນການປັບປຸງການເຂົ້າເຖິງ ຄຸນນະພາບຂອງການພັດທະນາວິຊາຊີບຄູໃນ ສປປ ລາວ ແລະ ມີຄວາມຍິນດີທີ່ໄດ້ຮ່ວມມືກັບລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ເພື່ອບັນລຸເປົ້າໝາຍດັ່ງກ່າວ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເປັນວິທີທີ່ສໍາຄັນເພື່ອສະຫນັບສະຫນູນການປັບປຸງການຮຽນ-ການສອນໃນຫ້ອງຮຽນຊັ້ນປະຖົມ ສິ່ງສຳຄັນແມ່ນຕ້ອງຮັບປະກັນຄຸນນະພາບຂອງບັນດາກິດຈະກຳການພັດທະນາວິຊາຊີບຄູເພື່ອຮັບປະກັນວ່າຄູສອນຈະໄດ້ຮັບການສະໜັບສະໜູນທີ່ດີ.

    ກົມສ້າງຄູ ກະຊວງ ສສກ ແລະ ລັດຖະບານອົດສະຕຣາລີ ໂດຍແຜນງານບີຄວາ ໄລຍະທີ 2 ກໍາລັງເຮັດວຽກຮ່ວມກັນ ເພື່ອພັດທະນາຂີດຄວາມສາມາດໃຫ້ແກ່ວິທະຍາໄລຄູ 3 ແຫ່ງ ເພື່ອພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຈຸດປະສົງແມ່ນເພື່ອກະຈາຍຄວາມຮັບຜິດຊອບໃນການສົ່ງເສີມວຽກງານ CPD ລົງສູ່ເຂດທ້ອງຖິ່ນ ໂດຍການ ສ້າງລະບົບ ດຳເນີນການປະຕິບັດ ແລະ ສ້າງໃຫ້ເປັນວັດທະນະທຳຂອງສະຖານບັນຂອງຕົນ ໂດຍສະເພາະຢູ່ໃນຂັ້ນໂຮງຮຽນ  ພ້ອມດຽວກັນຍັງໄດ້ມີການແບ່ງຂັ້ນການພັດທະນາວິຊາຊີບຄູໂດຍການສ້າງຕັ້ງ ປະຕິບັດ ແລະ ການຈັດຕັ້ງລະບົບຂອງ CPD ໃນໂຮງຮຽນ ນໍາພາໂດຍ ບັນດາວິທະຍາໄລຄູ ໃນແຕ່ລະແຂວງຮ່ວມກັບ ສກມ ວິທະຍາໄລຄູ ຈະນໍາພາການປະຕິບັດຍຸດທະສາດຂອງວຽກງານ CPD ໃນຂັ້ນໂຮງຮຽນ ແລະ ໃນຂອບເຂດການໃຫ້ບໍລິການຂອງພວກເຂົາ ໂດຍເນັ້ນຫນັກໃສ່ການສ້າງຄວາມອາດສາມາດໃຫ້ແກ່ຜູ້ເຮັດວຽກສຶກສານິເທດພາຍໃນ ສກມ ຈະຮັບຜິດຊອບດ້ານການປະເມີນຄວາມຕ້ອງການ ການຄຸ້ມຄອງ ແລະ ການຮັບປະກັນຄຸນນະພາບຂອງການຮຽນຮູ້ຂອງຄູ ແລະ ການພັດທະນາດ້ານວິຊາຊີບ.

    ກອງປະຊຸມຍັງໄດ້ແລກປ່ຽນຄວາມຮູ້ເຊິ່ງກັນ ແລະ ກັນ ການສະທ້ອນຄືນດ້ານວຽກງານຂອງວິທະຍາໄລຄູ ແລະ ພະແນກສຶກສາທິການ ແລະ ກີລາ (ສກຂ) ຮ່ວມກັບບັນດາຄູ່ຮ່ວມງານ ເຊັ່ນ: ກົມສ້າງຄູ ເພື່ອຮ່ວມກັນໃນການວາງແຜນ ຈັດຕັ້ງປະຕິບັດ ແລະ ການລົງຕິດຕາມປະເມີນຜົນທີ່ໂຮງຮຽນ ແລະ ຂອບເຂດເມືອງໃນເຂດບໍລິການຂອງເຂົາເຈົ້າ ກົນໄກການໃຫ້ບໍລິການຂອງພວກເຂົາ ແມ່ນເພື່ອຊ່ວຍກົມສ້າງຄູ ແລະ ບັນດາແຂວງທີ່ບໍ່ແມ່ນແຂວງເປົ້າໝາຍຂອງແຜນງານບີຄວາ ໃຫ້ສາມາດໄດ້ຮັບຂໍ້ມູນຂ່າວສານ ແລະ ຄຳແນະນຳ ໃນການຍົກລະດັບດ້ານການປະຕິບັດການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນບັດດາແຂວງອື່ນໆ ທີ່ບໍ່ແມ່ນແຂວງເປົ້າໝາຍຂອງແຜນງານໃຫ້ປະສົບຄວາມສໍາເລັດ..     ສໍາລັບປີ 2023-2024 ໄດ້ຕົກລົງເປັນເອກະພາບກັນວ່າ ມີຄວາມຈຳເປັນຕ້ອງສ້າງແຜນວຽກຈາກຂໍ້ມູນຜົນສຳເລັດຂອງປີຜ່ານມາ ແລະ ສືບຕໍ່ອຳນວຍຄວາມສະດວກໃຫ້ແກ່ບັນດາຜູ້ເຂົ້າຮ່ວມ ໃຫ້ຮູ້ທັກສະພື້ນຖານ ແລະ ຄວາມຮູ້ອັນສຳຄັນ ເພື່ອໃຫ້ພວກເຂົາສາມາດປະຕິບັດພາລະບົດບາດການໃຫ້ການຊ່ວຍເຫຼືອຄູໃນລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແຜນງານບີຄວາ ໄດ້ນໍາສະເໜີກ່ຽວກັບຫ້ອງສະໝຸດອອນລາຍຂອງວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ທີ່ສ້າງຂຶ້ນໃໝ່ ຫ້ອງສະໝຸດອອນລາຍນີ້ ໄດ້ຖືກສ້າງຕັ້ງຂຶ້ນໃນ google drive ເພື່ອເຮັດໃຫ້ ວຄ ສກຂ ແລະ ສກມ ສາມາດປະສານງານກັນໄດ້ຢ່າງທັນການ ດ້ານການວາງແຜນ ແລະ ການປະຕິບັດກິດຈະກໍາ CPD ເອກະສານຢູ່ໃນ drive ຍັງຈະສາມາດເຂົ້າເຖິງ ບັນດາ ວຄ ທີ່ບໍ່ນອນໃນແຂວງເປົ້າໝາຍ ເພື່ອເປັນການຂະຫຍາຍກິດຈະກໍາ CPD ໃນເຂດບໍລິການຂອງພວກເຂົາ ຫ້ອງສະໝຸດ CPD ອອນລາຍຈະສາມາດເຂົ້າເຖິງໄດ້ຈາກອຸປະກອນຕ່າງໆ ລວມທັງຈາກແທັບເລັດທີ່ສະໜອງໃຫ້ໂດຍແຜນງານບີຄວາ ແກ່ບັນດາ 30 ສກມ ແລະ 1.043 ຜູ້ເຮັດວຽກສຶກສານິເທດພາຍໃນ.

error: Content is protected !!