ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຈັດກອງປະຊຸມເຜີຍແຜ່ ການກະກຽມ ແລະ ດຳເນີນ ກອງປະຊຸມ 3 ຂັ້ນຂອງພັກ ພ້ອມຈັດພິທີປະກາດການຈັດຕັ້ງ ແລະ ຜົນການປະເມີນຜົນພະນັກງານລັດຖະ ກອນ ປະຈຳປີ 2022 ໃນວັນທີ 8 ກັນຍາ 2023 ທີ່ຫ້ອງປະຊຸມ ກຕສ (ຕຶກສີສະເກດ) ໂດຍເປັນປະທານ ຂອງທ່ານ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກຕສ ພ້ອມດ້ວຍ ທ່ານຮອງລັດຖະມົນຕີ ຫົວໜ້າຫ້ອງການ ກົມ ສະຖາບັນ ສູນ ສະມາຊິກພັກ ແລະ ພະນັກງານລັດຖະກອນ ອ້ອມຂ້າງກະຊວງ ເຂົ້າຮ່ວມ.



ໂອກາດນີ້ ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ຍົກໃຫ້ເຫັນ ຄວາມໝາຍສຳຄັນ ການກະກຽມ ແລະ ດຳເນີນ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເພື່ອເປັນການປັບປຸງພາຍໃນພັກ ໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກ ແໜ້ນ ຮັບປະກັນການກໍ່ສ້າງພັກຕາມ 5 ຫຼັກການ ແລະ 3 ທິດນຳຂອງພັກ ຖືກຕ້ອງຕາມກົດລະບຽບພັກ ເພີ່ມທະວີຄວາມສາມັກຄີ ຍົກສູງຄວາມສາມາດນຳພາ ແລະ ກຳລັງແຮງສູ້ຮົບຂອງການຈັດຕັ້ງພັກ ເສີມຂະ ຫຍາຍປະຊາທິປະໄຕ ເຊີດຊູສະຕິປັນຍາ ຄວາມຮັບຜິດຊອບຂອງຄະນະພັກ ແຕ່ລະຂັ້ນ ແລະ ບັນດາອົງ ການຈັດຕັ້ງ ໃນລະບົບການເມືອງ ເພື່ອເປັນການກວດກາຕີລາການຜັນຂະຫຍາຍນຳພາ-ຊີ້ນຳຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກົດລະບຽບພັກ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແຫ່ງລັດ ຄັ້ງທີ IX ພ້ອມທັງເປັນການຄັດເລືອກບຸກຄະລາກອນ ແລະ ເພື່ອເປັນການຍູ້ແຮງການເຄື່ອນໄຫວ ວຽກງານຮອບດ້ານ ໃນທົ່ວອົງຄະນະພັກ ປຸກລະດົມທົ່ວປວງຊົນ ສ້າງໄດ້ກົມກອງ ບຸກຄົນດີເດັ່ນ ໃນທຸກຂົງ ເຂດວຽກງານ ທັງຢູ່ສູນກາງ ແລະ ທ້ອງຖິ່ນ.



ໃນພິທີຍັງໄດ້ຜ່ານດຳລັດ ວ່າດ້ວຍການແຕ່ງຕັ້ງ ຮອງລັດຖະມົນຕີ ກຕສ ຂອງທ່ານນາຍົກລັດຖະມົນຕີ ເລກທີ 267/ນຍ ລົງວັນທີ 29/08/2023 ວ່າດ້ວຍການແຕ່ງຕັ້ງ ຮອງລັດຖະມົນຕີ ກຕສ ແຕ່ງຕັ້ງ ທ່ານ ໄຊລືຊາ ອິນສີຊຽງໃໝ່ ເປັນຮອງລັດຖະມົນຕີ ກຕສ ຜ່ານດຳລັດ ເລກທີ 268/ນຍ ລົງວັນທີ 29/08/2023 ວ່າດ້ວຍການແຕ່ງຕັ້ງ ທ່ານ ວິໄລສອນ ບຸບຜາລັດ ເປັນຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ ກຕສ ຜ່ານດຳລັດ ເລກທີ 269/ນຍ ລົງວັນທີ 29/08/2023 ວ່າ ດ້ວຍການແຕ່ງຕັ້ງ ທ່ານ ປະດັບໄຊ ໄຊຍະໂຄດ ເປັນຫົວໜ້າສະຖາບັນເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ກຕສ ແລະ ຜ່ານຂໍ້ຕົກລົງ ເລກທີ 2357/ກຕສ ລົງວັນທີ 06/09/2023 ແຕ່ງຕັ້ງ ທ່ານ ສົມພອນ ສີຫາລາດ ຮອງຫົວໜ້າກົມຄົ້ນຄວ້າຄວາມ ຖີ່ວິທະຍຸສື່ສານ ເປັນຜູ້ຮັກສາການຫົວໜ້າກົມຄົ້ນຄວ້າ ຄວາມຖີ່ວິທະຍຸສື່ສານ.




ພ້ອມດຽວກັນຍັງໄດ້ຮັບຮອງຜົນການປະເມີນຜົນ ຂອງພະນັກງານລັດຖະກອນປະຈຳປີ 2022 ໃນ ການຈັດແບ່ງປະເພດ ລວມທັງໝົດ 529 ຄົນ ຍິງ 248 ຄົນ ໃນນັ້ນມີປະເພດດີຫຼາຍ ຈຳນວນ 417 ຄົນ ຍິງ 191 ຄົນ ປະເພດດີ 108 ຄົນ ຍິງ 56 ຄົນ ແລະ ປະເພດກາງ 4 ຄົນ ຍິງ 1 ຄົນ.


