ນວ – ແຂວງສະຫວັນນະເຂດຮ່ວມມືສົ່ງເສີມການພັດທະນາເສດຖະກິດ-ສັງຄົມ

        ວັນທີ 7 ກັນຍາ 2023 ທີ່ ຫ້ອງວ່າການປົກຄອງແຂວງສະຫວັນນະເຂດໄດ້ຈັດກອງປະຊຸມພົບປະເພື່ອສົ່ງເສີມການຮ່ວມມື ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ ນຳໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ມີ ການນຳຂັ້ນສູງ ແລະ ພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ.

      ກອງປະຊຸມຄັ້ງນີ້ທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບພົ້ນເດັ່ນການພັດທະນາເສດຖະກິດສັງຄົມ ແລະ ຮ່ວມກັນປຶກສາຫາລືການຮ່ວມມືສອງຝ່າຍເພື່ອເປັນການເສີມຂະຫຍາຍສາຍພົວພັນຮ່ວມມື ມິດຕະພາບ ຮ່ວມມືຮອບດ້ານ ລະຫວ່າງ ແຂວງ ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ແລະ ຄັ້ງທີ IX ຂອງອົງຄະນະພັກແຂວງສະຫວັນນະເຂດ ກໍຄືການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ- ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຕິດພັນກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໃຫ້ກາຍເປັນຮູບປະທຳ ແລະ ປະກົດຜົນເປັນຈິງເທື່ອລະກ້າວ ທັງເປັນການ ແລກປ່ຽນ ຖອດຖອນບົດຮຽນ ສົ່ງເສີມການຮ່ວມມືໃນການພັດທະນາເສດຖະກິດ-ສັງຄົມໃຫ້ເຂັ້ມແຂງ.

      ໃນກອງປະຊຸມພົບປະທັງສອງຝ່າຍໄດ້ເຫັນດີເປັນເອກະພາບລົງນາມບົດບັນທຶກຮ່ວມມືໃນຫຼາຍວຽກງານສຳຄັນຄື: 1.ການຮ່ວມມືຂົງເຂດເສດຖະກິດ ແລະ ບໍລິການໂດຍສະເພາະສຸມໃສ່ດ້ານການລົງທຶນເຫັນດີເປັນເອກະພາບ ໃນການເລີ່ມຕົ້ນແລກປ່ຽນການສະໜອງດ້ານຂໍ້ມູນຂ່າວສານ ກ່ຽວກັບທ່າແຮງບົ່ມຊ້ອນ ແລະ ກາລະໂອກາດລົງທຶນ 2.ດ້ານການເງິນໃຫ້ມີການແລກປ່ຽນ ແລະ ສ້າງຄວາມເຂັ້ມແຂງວຽກຈັດເກັບລາຍຮັບລະຫວ່າງກັນ ແລກປ່ຽນຂໍ້ມູນ ກວດກາ ແລະ ຄົ້ນຄ້ວາການເກັບລາຍຮັບຈາກຫົວໜ່ວຍທຸລະກິດ ທີ່ສ້າງຢູ່ແຂວງສະຫວັນນະເຂດ ແລ້ວໄປເຄື່ອນໄຫວຢູ່ນະຄອນຫຼວງວຽງຈັນ ຫຼື ບໍລິສັດທີ່ສ້າງຕັ້ງຢູ່ນະຄອນຫຼວງວຽງຈັນ ແລ້ວມາເຄື່ອນໄຫວຢູ່ແຂວງສະຫວັນນະເຂດ ແລກປ່ຽນບົດຮຽນໃນການຄຸ້ມຄອງຂະແໜງການ ທີ່ມີໜ້າທີ່ຈັດເກັບລາຍຮັບວິຊາການ ເພື່ອສາມາດຄຸ້ມຄອງລາຍຮັບດັ່ງກ່າວໃຫ້ຖືກຕ້ອງ ແລະ ສົ່ງເສີມໃຫ້ຂະແໜງການສາມາດກຸ້ມຕົນເອງທາງດ້ານງົບປະມານ 3.ດ້ານອຸດສາຫະກຳ ແລະ ການຄ້າ ໃຫ້ແລກປ່ຽນບົດຮຽນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານອຸດສາຫະກຳ-ການຄ້າ ແລະ ວຽກງານສະພາການຄ້າ ແລະ ອຸດສາຫະກຳ ເຫັນດີເປັນເອກະພາບ ຊຸກຍູ້ ສົ່ງເສີມ ແລະ ອຳນວຍຄວາມສະດວກ ໃຫ້ບັນດາຫົວໜ່ວຍການຜະລິດສິນຄ້າພູມປັນຍາທີ່ເປັນເອກະລັກຂອງທ້ອງຖິ່ນ ODOP ແລະສິນຄ້າອື່ນໆ ສາມາດນຳເອົາສິນຄ້າເຂົ້າໄປຈຳໜ່າຍຢູ່ຕະຫຼາດ ສູນການຄ້າ ແລະ ບັນດາຫ້າງຮ້ານຕ່າງໆ ພາຍໃນແຂວງ ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ 4. ດ້ານກະສິກໍາ ແລະ ປ່າໄມ້ ສ້າງເຄືອຂ່າຍການຜະລິດກະສິກໍາ ລະຫວ່າງກັນ ແນໃສ່ເຮັດໃຫ້ການຜະລິດກະສິກໍາຂອງນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ ເປັນລະບົບ ຕໍ່ເນື່ອງ ແລະ ສາມາດຜະລິດທົດແທນກັນໄດ້.

5. ດ້ານໂຍທາທິການ ແລະ ຂົນສົ່ງ ລະບົບໂລຈິສຕິກ ເຫັນດີແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນການອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ ແລະ ລະບົບໂລຈີສຕິກ ວຽກງານທ່າບົກສະຫວັນນະເຂດ ແລະ ທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນ ພັດທະນາລະບົບຂົນສົ່ງສາທາລະນະໃນຕົວເມືອງ ພ້ອມທັງຮ່ວມມືແລກປ່ຽນບົດຮຽນເພື່ອພັດທະນາພື້ນຖານໂຄງລ່າງໂຍທາທິການ ແລະ ຂົນສົ່ງ 6. ຮ່ວມມືດ້ານການຄຸ້ມຄອງເຂດເສດຖະກິດພິເສດ ແລກປ່ຽນສະ ໜອງຂໍ້ມູນຂ່າວສານ ກ່ຽວກັບທ່າແຮງບົ່ມຊ້ອນ ກາລະໂອກາດການລົງທຶນ ໃຫ້ພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ມາລົງທຶນຢູ່ເຂດເສດຖະກິດພິເສດທັງສອງທ້ອງຖິ່ນ ແລະ ຈະແລກປ່ຽນ ແລະ ສ້າງຄວາມເຂັ້ມແຂງ ວຽກງານການສະໜອງແຮງງານ ແລະ ຄຸ້ມຄອງສິ່ງແວດລ້ອມ ລະຫວ່າງກັນ 7.ຂົງເຂດວັດທະນະທຳ-ສັງຄົມ ໂດຍສະເພາະດ້ານການພັດທະນາການທ່ອງທ່ຽວຈະສ້າງເຄືອຂ່າຍການທ່ອງທ່ຽວ ລະຫວ່າງກັນ ແນໃສ່ເຮັດໃຫ້ການທ່ອງທ່ຽວນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ ເຊື່ອມຈອດເຂົ້າຫາກັນ ແລະ  ຈະແລກປ່ຽນບົດຮຽນ ກ່ຽວກັບວຽກງານການພັດທະນາການຄຸ້ມຄອງ ແລະ ສົ່ງເສີມການທ່ອງທ່ຽວ ພ້ອມທັງຈັດເຝິກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ແກ່ບຸກຄະລາກອນໃນຂະແໜງການທ່ອງທ່ຽວ ຂອງນະຄອນຫຼວງວຽງຈັນ ແລະ ແຂວງ ສະຫວັນນະເຂດ ພ້ອມນັ້ນຈະແລກປ່ຽນບົດຮຽນ ເພື່ອສ້າງຄວາມເຂັ້ມແຂງໃນວຽກງານສື່ມວນຊົນ ລະຫວ່າງກັນ ຈະຊ່ວຍໂຄສະນາການທ່ອງທ່ຽວລະຫວ່າງກັນ ດ້ວຍຫຼາຍຮູບແບບ ເພື່ອໃຫ້ສາມາດເຂົ້າເຖິງກຸ່ມເປົ້າໝາຍນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ມີນັກທ່ອງທ່ຽວເຂົ້າມາທ່ຽວນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ ຫຼາຍຂຶ້ນ 8. ດ້ານການສ້າງສີມືແຮງງານຈະໃຫ້ຄວາມຮ່ວມມືເຊິ່ງກັນ ແລະ ກັນ ໃນການພັດທະນາວິຊາຊາຊີບ ແລະ ສົ່ງເສີມສີມືແຮງງານ ເພື່ອສ້າງອາຊີບໃຫ້ແຮງງານສອງແຂວງ ໄດ້ມີວຽກເຮັດງານທຳ ຫຼຸດຜ່ອນການໄປອອກແຮງງານຢູ່ຕ່າງ ປະເທດຈະຄົ້ນຄວ້າ ປະສານສົມທົບເຊິ່ງກັນ ແລະ ກັນ ເພື່ອຕອບສະໜອງຄວາມຕ້ອງການແຮງງານ ໃຫ້ຝ່າຍນະຄອນຫຼວງວຽງຈັນ ຫຼື ຝ່າຍແຂວງສະຫວັນນະເຂດ ກໍລະນີມີແຮງງານເຫຼືອ ທີ່ຫົວໜ່ວຍທຸລະກິດຂາດເຂີນແຮງງານ ຫຼື ໃນເຂດເສດຖະກິດພິເສດ ແລະ ນອກເຂດ 9. ການຮ່ວມມືຂົງເຂດການບໍລິຫານ ແລະ ການປົກຄອງ ແລະ 10. ດ້ານການຕ່າງປະເທດ.

     ນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດຈະໄດ້ຜັດປ່ຽນກັນ ເປັນເຈົ້າພາບຈັດກອງປະຊຸມ ເພື່ອຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມື ໃນຕົ້ນເດືອນກັນຍາ ຂອງແຕ່ລະປີ ແລະ ໃນທ້າຍປີ ປີ 2025 ຈະໄດ້ສະຫຼຸບການຈັດຕັ້ງປະຕິບັດບົດບັນທຶກ.

error: Content is protected !!