ພິທີພົບປະສາມຝ່າຍ ລະຫວ່າງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ປະທານພັກປະຊາຊົນກຳປູເຈຍ ໄດ້ຈັດຂຶ້ນໃນວັນທີ 6 ກັນຍາ 2023 ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.

ການພົບປະຄັ້ງນີ້ ຖືເປັນເປັນເຫດການສຳຄັນ ເພື່ອການປັບປຸງ ເພີ່ມທະວີການພົວພັນລະຫວ່າງ ສາມພັກ ແລະ ປະຊາຊົນລາວ-ຫວຽດນາມ-ກຳປູເຈຍ ໃນສະພາບການຂອງໂລກ ແລະ ພາກພື້ນສືບຕໍ່ຜັນແປໄປຢ່າງສັບສົນ ແລະ ທັງສາມພັກ ແລະ ສາມປະເທດ ພວມກ້າວເຂົ້າສູ່ການພັດທະນາໃນໄລຍະໃໝ່.

ໂອກາດນີ້ ສະຫາຍ ທອງລຸນ ສີສຸລິດ ສະຫາຍ ຫງວຽນ ຝູ໋ ຈ້ອງ ແລະ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ ແລະ ແຕ່ລະປະເທດ ເປັນຕົ້ນ ວຽກງານກໍ່ສ້າງພັກ ແລະ ການພັດທະນາເສດຖະກິດ-ສັງຄົມ ແລກປ່ຽນກ່ຽວກັບສະພາບການສາກົນ ພາກພື້ນທີ່ພົ້ນເດັ່ນໃນມໍ່ໆມານີ້ ແລະ ບັນດາເນື້ອໃນທີ່ສາມຝ່າຍຕ່າງມີຄວາມສົນໃຈ ຕີລາຄາໝາກຜົນການຮ່ວມມືລະຫວ່າງ ສາມພັກ ສາມປະເທດໃນໄລຍະຜ່ານມາ ການນໍາ ສາມພັກ ໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາທິດທາງຕົ້ນຕໍຂອງການພົວພັນຮ່ວມມືລະຫວ່າງ ສາມພັກ ສາມປະເທດໃນທຸກຂົງເຂດໃນໄລຍະຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສາມປະເທດ.

ການນຳຂອງສາມພັກ ໄດ້ສະແດງຄວາມປິຕິຍິນດີຕໍ່ບັນດາຜົນສຳເລັດອັນສຳຄັນ ແລະ ຮອບດ້ານທີ່ສາມປະເທດຍາດມາໄດ້ ສະແດງຄວາມປິຕິຊົມຊື່ນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ ສາມພັກ ສາມລັດ ແລະ ປະຊາຊົນສາມປະເທດທີ່ນັບມື້ນັບໄດ້ຮັບການພັດທະນາ ຢ່າງກວ້າງຂວງ ແລະ ເລິກເຊິ່ງໃນແຕ່ລະຂົງເຂດ ໃນນີ້ ການພົວພັນທາງດ້ານການເມືອງສືບຕໍ່ໄດ້ຮັບການເພີ່ມທະວີ ການຮ່ວມມືທາງດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບໄດ້ຮັບການຊຸກຍູ້ຢ່າງມີປະສິດທິພາບ ການຮ່ວມມືດ້ານເສດຖະກິດ ວັດທະນະທຳ ການສຶກສາ ວິທະຍາສາດ-ເຕັກໂນໂລຊີ ໄດ້ມີບາດກ້າວຫັນປ່ຽນທີ່ຕັ້ງໜ້າ ຜູ້ນຳສາມພັກ ໄດ້ສືບຕໍ່ເນັ້ນໜັກເຖິງມູນເຊື້ອປະຫວັດ ສາດຄວາມສາມັກຄີ, ຄວາມຜູກພັນຊ່ວຍເຫຼຶອເຊິ່ງກັນ ແລະ ກັນລະຫວ່າງ ສາມພັກ ແລະ ສາມປະເທດ ເປັນຊັບສົມບັດອັນລ້ຳຄ່າ ແມ່ນໜຶ່ງໃນບັນດາປັດໄຈສຳຄັນທີ່ສຸດ ແມ່ນແຫລ່ງກຳລັງແຮງອັນໃຫຍ່ຫລວງທີ່ສຸດຕໍ່ກັບພາລະກິດຕໍ່ສູ້ປົດປ່ອຍຊາດ ຍາດເອົາເອກະລາດ ໃນເມື່ອກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງແຕ່ລະພັກ ແຕ່ລະປະເທດ ໃນປັດຈຸບັນ ແລະ ໃນອະນາຄົດ ພ້ອມກັນນັ້ນ ໄດ້ຢືນຢັນຮ່ວມກັນໃນການສືບຕໍ່ສຶກສາອົບຮົມໃຫ້ປະຊາຊົນສາມປະເທດ ໂດຍສະເພາະຄົນຮຸ່ນໜຸ່ມໃນການປົກປັກຮັກສາ ເພີ່ມພູນຄູນສ້າງ ສາຍພົວພັນອັນດີງາມລະຫວ່າງ ລາວ-ຫວຽດນາມ-ກຳປູເຈຍ.

ສະຫາຍ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ ຈ້ອງ ແລະ ສົມເດັດ ເຕໂຈ ຮຸນເຊນ ໄດ້ເຫັນດີເປັນເອກະພາບກັນວ່າ ໃນທ່າມກາງສະພາບການປັດຈຸບັນ ສາມພັກ ສາມປະເທດ ຕ້ອງໄດ້ເພີ່ມທະວີຄວາມສາມັກຄີ ປະສານສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ສືບຕໍ່ຖືເອົາການພົວພັນລະຫວ່າງ ສາມພັກເປັນແກນຫຼັກ ໃນການກຳນົດທິດທາງລວມການພົວພັນ ລະຫວ່າງ ສາມປະເທດ ປັບປຸງເສົາຄ້ຳໃນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພີ່ມທະວີການຮ່ວມມືວຽກງານການຕ່າງປະເທດ ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ ເພີ່ມທະວີການຮ່ວມມືດ້ານວັດທະ ນະທຳ ການສຶກສາ ວິທະຍາສາດ-ເຕັກໂນໂລຊີ, ການທ່ອງທ່ຽວ ແລະ ກະສິກໍາ; ຊຸກຍູ້ຕື່ມການພົວພັນຮ່ວມມືລະຫວ່າງບັນດາສຳນັກງານຂອງພັກ ແລະ ລັດແນວໂຮມ ບັນດາອົງການຈັດຕັ້ງມະຫາຊົນ ແລະ ບັນດາທ້ອງຖິ່ນຂອງສາມປະເທດ ບົນພື້ນຖານການຜັນຂະຫຍາຍຄວາມອາດສາມາດ ທ່າແຮງຂອງແຕ່ລະປະເທດ.

ສາມຝ່າຍເຫັນດີເປັນເອກະພາບ ສືບຕໍ່ເສີມຂະຫຍາຍບັນດາກົນໄກທີ່ມີຢູ່ຢ່າງມີປະສິດທິຜົນ ສືບຕໍ່ຄົ້ນຄວ້າ ສ້າງຕັ້ງກົນໄກການຮ່ວມມືໃໝ່ຈຳນວນໜຶ່ງ ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ສາມພັກ ສາມລັດ ເພື່ອຜົນປະໂຫຍດຂອງປະຊາຊົນ ສາມປະເທດ ເພື່ອສັນຕິພາບ ສະຖຽນລະພາບ ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.
ຂໍ້ມູນຈາກ: ຂປລ