ນະຄອນຫຼວງວຽງຈັນ ( ນວ) ແລະ ແຂວງຈຳປາສັກໄດ້ລົງນາມບົດບັນທຶກການຮ່ວມມືໃນເດືອນກຸມພາປີ 2022 ຮ່ວມມືໃນ 4 ຂົງເຂດວຽກງານທີ່ສຳຄັນຄື: : ຂົງເຂດອຸດສາຫະກໍາ ແລະ ການຄ້າ ຂົງເຂດກະສິກໍາ ແລະ ປ່າໄມ້ ຂົງເຂດຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຂົງເຂດໂຍທາທິການ ແລະ ຂົນສົ່ງ ໃນໄລຍະໜຶ່ງປີຜ່ານມາສາມາດຍາດໄດ້ຜົນສຳເລັດພົ້ນເດັ່ນຫຼາຍດ້ານ ສ່ວນການຮ່ວມມືໃນປີ 2023 ເພີ່ມ 2 ຂະແໜງການຄື: ຂົງເຂດການເງິນ ແລະ ເຂດເສດຖະກິດພິເສດ.

ໃນວັນທີ 6 ກັນຍາ 2023 ທີ່ ຫ້ອງວ່າການປົກຄອງແຂວງຈຳປາສັກ ໄດ້ຈັດກອງປະຊຸມພົບປະສອງຝ່າຍ ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ ນຳໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ມີ ການນຳ ຫົວໜ້າພະແນກການ ແລະ ພະນັກງານວິຊາການຫຼັກແຫຼ່ງຂອງສອງຝ່າຍເຂົ້າຮ່ວມ.



ກອງປະຊຸມໃນຄັ້ງນີ້ທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມ ພ້ອມທັງໄດ້ລາຍງານສະພາບພົ້ນເດັ່ນຂອງການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ພ້ອມດຽວກັນນັ້ນ ສອງຝ່າຍໄດ້ຕີລາຄາຄືນການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມືໃນໄລຍະ 1ປີຜ່ານມາ ໃນ 4 ຂົງເຂດວຽກງານ ສາມາດຍາດໄດ້ຜົນງານພົ້ນເດັ່ນ ໂດຍສະເພາະຂົງເຂດວຽກງານກະສິກຳ ແລະ ການຄ້າ ໄດ້ມີການພົບປະແລກປ່ຽນບົດຮຽນໃນການສ້າງຕະຫຼາດຈໍາໜ່າຍສິນຄ້າ ການຂົນສົ່ງ ແລະ ດັດສົມສິນຄ້າລະຫວ່າງກັນເປັນຢ່າງດີ ໃນນີ້: ສິນຄ້າທີ່ ນະຄອນຫຼວງວຽງຈັນ ສົ່ງເຂົ້າຕະຫຼາດແຂວງຈໍາສັກ ມີທັງສິນຄ້າອຸດສາຫະກໍາ ແລະ ກະສິກໍາ ລວມແລ້ວເກືອບ 100 ໂຕນຕໍ່ວັນ ລວມມູນຄ່າການຄ້າລະຫວ່າງກັນ ປະມານ 252 ຕື້ກີບ ຕໍ່ປີ ໃນການຮ່ວມມື ຂົງເຂດຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຂົງເຂດໂຍທາທິການ ແລະ ຂົນສົ່ງກໍໄດ້ຜັນຂະຫຍາຍ ແຕ່ກໍຍັງບໍ່ທັນໄດ້ມີການແລກປ່ຽນ.

ສຳລັບແຜນການໃນຕໍ່ໜ້າທັງສອງຝ່າຍ ເຫັນດີ ເປັນເອກະພາບສືບຕໍ່ການຮ່ວມມື ໃນ 4 ຂົງເຂດ ທີ່ໄດ້ລົງນາມຮ່ວມກັນ ໃນປີ 2022 ໂດຍເນັ້ນເພີ່ມທະວີຮ່ວມມື ໃນຂົງເຂດໂຍທາທິການ ແລະ ຂົນສົ່ງ ໃຫ້ເພີ່ມການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນການວາງແຜນ-ຄຸ້ມຄອງຜັງເມືອງ ການພັດທະນາໂຄງລ່າງພື້ນຖານ ລວມທັງການຄຸ້ມຄອງລະບົບຂົນສົ່ງຢູ່ໃນຕົວເມືອງ ສ່ວນໃນຂະແໜງທ່ອງທ່ຽວແມ່ນຈະໄດ້ຮ່ວມມືກັນແລກປ່ຽນການວາງສະແດງການທ່ອງທ່ຽວຕິດພັນກັບການສົ່ງເສີມການຄ້າໃນງານບຸນປະເພນີ ແລະ ບຸນສຳຄັນຕ່າງໆ ພ້ອມດຽວກັນ ສອງຝ່າຍຍັງ ເຫັນດີ ໃຫ້ມີການຮ່ວມມື ຕື່ມ 2 ຂົງເຂດຄື: ຂົງເຂດການເງິນ ດ້ວຍການສ້າງຄວາມເຂັ້ມແຂງ ວຽກງານການຈັດເກັບລາຍຮັບ ລະຫວ່າງກັນ ແລກປ່ຽນຂໍ້ມູນ ການກວດກາ ແລະ ຄົ້ນຄວ້າ ການເກັບລາຍຮັບ ຈາກຫົວ ໜ່ວຍທຸລະກິດ ທີ່ສ້າງຕັ້ງຢູ່ ແຂວງຈໍາປາສັກ ແລ້ວໄປເຄື່ອນໄຫວ ຢູ່ນະຄອນຫຼວງວຽງຈັນ ຫຼື ບໍລິສັດ ທີ່ສ້າງຕັ້ງຢູ່ນະຄອນຫຼວງວຽງຈັນ ແລ້ວມາເຄື່ອນໄຫວ ຢູ່ແຂວງຈໍາປາສັກ ສອງຝ່າຍ ຈະແລກປ່ຽນບົດຮຽນ ໃນການຄຸ້ມຄອງຂະແໜງການທີ່ມີໜ້າທີ່ຈັດເກັບລາຍຮັບວິຊາການ ເພື່ອສາມາດຄຸ້ມຄອງລາຍຮັບດັ່ງກ່າວ ໃຫ້ຖືກຕ້ອງ ສອດຄ່ອງກັບຄວາມເປັນຈິງ ສາມາດສົ່ງເສີມໃຫ້ຂະ ແໜງການກຸ້ມຕົນເອງທາງດ້ານວຽກງານງົບປະມານ ສ່ວນອີກການຮ່ວມມືແມ່ນຂົງເຂດເຂດເສດຖະກິດພິເສດໂດຍທັງສອງຝ່າຍ ເຫັນດີ ໃຫ້ມີການແລກປ່ຽນບົດຮຽນ ໃນການຄຸ້ມຄອງ ແລະ ພັດທະນາເຂດເສດຖະກິດພິເສດ ເປັນຕົ້ນ: ການສົ່ງເສີມການລົງທຶນ ກົນໄກການບໍລິການປະຕູດຽວ ການຄຸ້ມຄອງສິ່ງແວດລ້ອມ ແລະ ການສະໜອງ-ຄຸ້ມຄອງແຮງງານ ໃຫ້ທຸລະກິດ ທີ່ເຄື່ອນໄຫວໃນເຂດເສດຖະກິດພິເສດ.

ໃນກອງປະຊຸມຄັ້ງນີ້ການນຳສອງແຂວງໄດ້ຮ່ວມລົງນາມບົດບັນທຶກສືບຕໍ່ການຮ່ວມມື ຕາງໜ້າລົງນາມຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ແລະ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໂດຍມີພາກສ່ວນກ່ຽວຂ້ອງສອງຝ່າຍຮ່ວມເປັນສັກຂີພິຍານ.
ຕອນທ້າຍກອງປະຊຸມ ອົງການປົກຄອງ ນວ ຍັງໄດ້ຮ່ວມກັບຄະນະກຳມະການໂອແລມປິກແຫ່ງຊາດລາວ ມອບເງິນເພື່ອເປັນການປະກອບສ່ວນໃນການກະກຽມພິທີສະຫຼອງວັນໂອແລັມປິກແຫ່ງຊາດລາວ ຄົບຮອບ 45 ປີ ລວມມູນຄ່າ 150 ລ້ານກີບ ໃຫ້ແກ່ເມືອງໂຂງ ແຂວງຈຳປາສັກ ອີກດ້ວຍ.