ກະຊວງສຶກສາທິການ ແລະ ກີລາ (ສສກ) ແລະ ສປ ຈີນ ຈັດພິທີເປີດປ້າຍສູນມິດຕະພາບ ໃນການພັດທະນາອາຊີວະສຶກສາລະຫວ່າງສອງຝ່າຍ ພ້ອມທັງເປີດຊຸດເຝິກອົບຮົມທັກສະອາຊີບດ້ານການຄ້າເອເລັກໂຕຣນິກ ສຳລັບຄູອາຊີວະສຶກສາ ສປປ ລາວ ເພື່ອການແລກປ່ຽນ ແລະ ແບ່ງປັນຊັບພະຍາກອນມະນຸດ ເສີມຂະຫຍາຍທ່າແຮງເຊິ່ງກັນ ແລະ ກັນ ແລະ ຮ່ວມກັນປະດິດສ້າງ ພ້ອມການຮ່ວມມືກັບພາກສ່ວນອຸດສະຫະກໍາໃນຂົງເຂດວຽກງານອາຊີວະສຶກສາ ໂດຍເນັ້ນໃສ່ຜົນປະໂຫຍດເຊິ່ງກັນ ແລະ ກັນ ບົນພື້ນຖານສະເໝີພາບ ແລະ ດ້ວຍຄວາມສະໝັກໃຈ.



ພິທີເປີດປ້າຍ ຈັດຂຶ້ນວັນທີ 6 ກັນຍາ 2023 ທີ່ສະຖາບັນພັດທະນາອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປີດປ້າຍຂອງທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ທ່ານ ມາວ ເວີຍມິງ ເຈົ້າແຂວງຫູໜານ ສປປ ຈີນ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມ ອະທິການບໍດີ ຜູ້ອໍານວຍການສະຖາບັນ ສູນ ບັນດາບໍລິສັດ ຕະຫຼອດຮອດພະນັກງານ ຄູອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ.


ໂອກາດນີ້ ທ່ານ ຮສ ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ການສ້າງຕັ້ງສູນມິດຕະພາບ ການພັດທະນາອາຊີວະສຶກສາ ລາວ-ຈີນ ໃນຄັ້ງ ຈະເປັນການສົ່ງເສີມການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດອາຊີວະສຶກສາລະຫວ່າງສອງປະເທດ ລາວ-ຈີນ ແລະ ຈີນ-ລາວ ໂດຍສະເພາະແມ່ນລະຫວ່າງ ນະຄອນຫຼວງວຽງຈັນ ກັບ ແຂວງຫູໜານ ເປັນການປະກອບສ່ວນໃນການກໍ່ສ້າງບຸກຄະລາກອນໃຫ້ແກ່ການຈັດຕັ້ງປະຕິບັດ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ເປັນໂຄງການລິເລີ່ມໃນການສ້າງຕັ້ງເຄືອຂ່າຍການຮ່ວມມື ໃນການພັດທະນາອາຊີວະສຶກສາ ລາວ-ຈີນ ໂດຍເຄືອຂ່າຍດັ່ງກ່າວ ຈະຖືກຈັດເຂົ້າໃນຂອບສະມາຄົມອາຊີວະສຶກສາ ຈີນ-ອາຊຽນ ຈະປະກອບສ່ວນໃນການສ້າງຊັບພະຍາກອນມະນຸດໃນຂົງເຂດອາຊີວະສຶກສາ ລະຫວ່າງສອງປະເທດ ເສີມຂະຫຍາຍທ່າແຮງເຊິ່ງກັນ ແລະ ກັນ ຮ່ວມກັນປະດິດສ້າງໃໝ່ ເພື່ອບັນລຸທຸກຜົນສຳເລັດຮ່ວມກັນ ເພື່ອພັດທະນາອາຊີວະສຶກສາ ລາວ-ຈີນ ໃຫ້ມີປະສິດຕິພາບ ແລະ ມີຄຸນນະພາບຂຶ້ນໄປເລື້ອຍໆ.



ການເປີດປ້າຍສູນມິດຕະພາບ ໃນການພັດທະນາອາຊີວະສຶກສາ ແລະ ເປີດບັ້ນການເຝິກອົບຮົມ ໃນຫົວຂໍ້ “ການຄ້າເອເລັກໂຕຼນິກ” ແມ່ນເພື່ອຜັນຂະຫຍາຍເນື້ອໃນຈິດໃຈຂອງແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ແລະ ເພີ່ມທະວີການຮ່ວມມືລະຫວ່າງສອງພັກສອງລັດ ລາວ-ຈີນ ໃນດ້ານການແລກປ່ຽນ ແລະ ອົບຮົມໃນຂົງເຂດວຽກງານອາຊີວະສຶກສາ ພາຍໃຕ້ການຊີ້ນໍາ ແລະ ສະໜັບສະໜູນຈາກກະຊວງສຶກສາທິການ ແລະ ກີລາ ສປປ ລາວ ແລະ ເຈົ້າແຂວງຫູໜານ ສປ ຈີນ ໂດຍມີສະມາຄົມແລກປ່ຽນການສຶກສາສາກົນ ສປ ຈີນ ວິທະຍາໄລເຕັກນິກພົນລະເຮືອນສາງຊ່າ ຮ່ວມມືກັບສະຖາບັນ ພັດທະນາອາຊີວະສຶກສາ ແລະ ວິທະຍາໄລອາຊີວະສຶກສາ ສປປ ລາວ ເພື່ອສ້າງຕັ້ງເຄືອຂ່າຍການຮ່ວມມື ດ້ານການພັດທະນາອາຊີວະສຶກສາ ລາວ-ຈີນ ເປົ້າໝາຍຂອງເຄືອຂ່າຍ ແມ່ນເພື່ອການແລກປ່ຽນ ແລະ ແບ່ງປັນຊັບພະຍາກອນມະນຸດ ເສີມຂະຫຍາຍທ່າແຮງເຊິ່ງກັນ ແລະ ກັນ ແລະ ຮ່ວມກັນປະດິດສ້າງ ພ້ອມການຮ່ວມມືກັບພາກສ່ວນອຸດສະຫະກໍາໃນຂົງເຂດວຽກງານອາຊີວະສຶກສາ ໂດຍເນັ້ນໃສ່ຜົນປະໂຫຍດເຊິ່ງກັນ ແລະ ກັນ ບົນພື້ນຖານສະເໝີພາບ ແລະ ດ້ວຍຄວາມສະໝັກໃຈ ພ້ອມກັນນັ້ນ ຍັງຈະໄດ້ປັບປຸງມາດຕະຖານອາຊີບ ປັບປຸງຫຼັກສູດ ບຳລຸງຄູ ແລະ ຈັດຕັ້ງປະຕິບັດການຮຽນການສອນຢູ່ວິທະຍາໄລອາຊີວະສຶກສາ ຢູ່ ສປປ ລາວ ເພື່ອເສີມຂະຫຍາຍຄວາມສາມາດຂອງຄູສອນ ເຊື່ອມໂຍງກັບອຸດສາຫະກຳ ໃຫ້ເປັນຮູບປະທໍາຢ່າງມີປະສິດຕິພາບ ແລະ ມີຄຸນນະພາບຫຼາຍຂຶ້ນ ໂອກາດດຽວກັນຄະນະນໍາທັງສອງຝ່າຍຍັງໄດ້ພ້ອມກັນເປີດປ້າຍສູນມິດຕະພາບ ໃນການພັດທະນາອາຊີວະສຶກສາຢ່າງເປັນທາງການ ພ້ອມຢ້ຽມຊົມຫ້ອງເຝິກອົບຮົມອີກດ້ວຍ.


