ນາຍົກລັດຖະມົນຕີ ສືບຕໍ່ພົບປະສອງຝ່າຍ ກັບຜູ້ນຳປະເທດເພື່ອນມິດ-ຄູ່​ຮ່ວມ​ພັດ​ທະ​ນາ

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ທີ່ ຈາກາຕາ ສ ອິນໂດເນເຊຍ ໃນວັນທີ 6 ກັນຍາ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບຜູ້ນຳປະເທດເພື່ອນມິດ ແລະ ຄູ່ຮ່ວມພັດ ທະນາ ຂອງ ສປປ ລາວ ເພື່ອທົບທວນຄືນການຮ່ວມມືທີ່ຜ່ານມາ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືໃນຕໍ່ໜ້າ.

ທ່ານ ສອນໄຊ ສີພັນດອນ ໄດ້ພົບປະກັບ ທ່ານ ແອນໂທນີ້ ແອວບານິຊີ (Antony Albanese) ນາຍົກລັດຖະມົນຕີ ອົດສະ ຕຣາລີ ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ລາວ-ອົດສະຕຣາລີ ຕະຫຼອດ ໄລຍະ 71 ປີ ຜ່ານມາ ພ້ອມທັງ ສະແດງຄວາມຍິນດີຈະສືບຕໍ່ການພົວພັນຮ່ວມມືກັນໃນຕໍ່ໜ້າ ເຊິ່ງທັງສອງຝ່າຍ ໄດ້ສະແດງ ຄວາມຍິນດີເປັນຢ່າງຍິ່ງທີ່ທັງສອງປະເທດ ຈະຍົກລະດັບສາຍພົວພັນມິດຕະພາບຂອງສອງປະເທດເປັນ “ຄູ່ຮ່ວມມືຮອບ ດ້ານ (Comprehensive Partnership)” ໃນອະນາຄົດອັນໃກ້ນີ້ ລວມທັງການສົ່ງເສີມດ້ານການຄ້າ-ການລົງທຶນ ແລະ ການຮ່ວມມືດ້ານອື່ນຂອງສອງປະເທດ ໃຫ້ນັບມື້ນັບເພີ່ມຂຶ້ນ.

ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືໃນຂອບການຮ່ວມມື ອາຊຽນ-ອົດສະຕຣາລີ ໂດຍສະເພາະໃນໄລຍະການເປັນ ປະເທດປະສານງານອາຊຽນ-ອົດສະຕຣາລີ ຂອງ ສປປ ລາວ ໃນສົກປີ 2021-2024 ເຊິ່ງ ສປປ ລາວ ຈະສືບຕໍ່ເຮັດວຽກຢ່າງໃກ້ ຊິດກັບບັນດາປະເທດສະມາຊິກອາຊຽນ ແລະ ອົດສະຕຣາລີ ເພື່ອຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາ ຊຽນ-ອົດສະຕຣາລີ ໃຫ້ມີປະສິດທິຜົນສູງ ກໍຄື ເພື່ອຜົນສຳເລັດຂອງກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ສະໄໝພິ ເສດ ເພື່ອສະເຫລີມສະຫລອງການພົວພັນອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ທີ່ຈະໄດ້ຈັດຂຶ້ນໃນວັນທີ 4-6 ມີນາ 2024 ທີ່ ເມວເບີນ ອົດສະຕຣາລີ. ພ້ອມກັນນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະ ບານ ແລະ ປະຊາຊົນອົດສະຕຣາລີ ທີ່ໄດ້ໃຫ້ການຊ່ວຍເຫລືອ ໃນການກະກຽມເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ.

ພ້ອມນີ້ ທ່ານ ສອນໄຊ ສີພັນດອນ ຍັງໄດ້ພົບປະກັບ ທ່ານ ເກ ຣາລາ ຊານານາ ກຸສເມົາ (Kay Rala Xanana Kusmao), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແຣັດສະເຕ ສອງຝ່າຍ ໄດ້ຕີລາຄາສູງ ແລະ ຈະຮ່ວມກັນສືບ ຕໍ່ສົ່ງເສີມການພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ຕີມໍ-ແຣັດສະເຕ ຕະຫຼອດໄລຍະ 2 ທົດສະວັດ ຜ່ານມາ ພ້ອມທັງເຫັນດີຮ່ວມກັນ ທີ່ຈະຊຸກຍູ້ໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງສອງປະເທດ ສືບຕໍ່ປຶກສາຫາລືກັນ ໃນການສ້າງສັນຍາ ແລະ ຂໍ້ຕົກລົງຕ່າງໆ ເພື່ອເປັນບ່ອນອີງໃນການເອື້ອອໍານວຍຄວາມສະດວກໃຫ້ແກ່ການສົ່ງເສີມການ ຮ່ວມມືຂອງສອງປະເທດ ໃນອະນາຄົດ. ພ້ອມກັນນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຢໍ້າຄືນທີ່ຈະສືບຕໍ່ສະ ໜັບສະໜູນການເປັນສະມາຊິກອາຊຽນ ຂອງ ຕີມໍ-ແຣັດສະເຕ.

ໃນຕອນແລງວັນດຽວກັນ ທ່ານ ສອນໄຊ ສີພັນດອນ ກໍໄດ້ສືບຕໍ່ພົບປະກັບ ທ່ານ ນາງ ຄິດສະຕາລິນາ ຈໍຈີວາ (Kristalina Georgieva), ຜູ້ອໍານວຍການຂອງອົງການກອງທຶນການເງິນສາກົນ (IMF) ເຊິ່ງ ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນ ຄຳຄິດເຫັນການຮ່ວມມື ລະຫວ່າງ ສປປ ລາວ ແລະ IMF ໃນໄລຍະຜ່ານມາ ລວມທັງທິດທາງແຜນການຕໍ່ໜ້າ ຝ່າຍລາວ ໄດ້ ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ອົງການ IMF ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນຫລາຍດ້ານ ໂດຍສະເພາະ ການຊ່ວຍເຫລືອດ້ານການເງິນ ແລະ ດ້ານວິຊາການ ລວມທັງການໃຫ້ຄຳແນະນຳ ແລະ ຄຳປຶກສາດ້ານນະໂຍບາຍ ແລະ ສະ ໜັບສະໜູນການພັດທະນາເສດຖະກິດ-ການເງິນ ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປ ປ ລາວ ຕະຫລອດມາ ແລະ ຫວັງວ່າ IMF ຈະສືບຕໍ່ໃຫ້ການຊ່ວຍເຫລືອ ສປປ ລາວ ໃນຕໍ່ໜ້າ ໂດຍສະເພາະ ການກະກຽມ ເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

ສປປ ລາວ ແລະ ອົງການ IMF ໄດ້ສ້າງຕັ້ງສາຍພົວພັນການຮ່ວມມືນຳກັນແຕ່ປີ 1961 ແລະ ໄດ້ມີການພົວພັນທີ່ດີ ແລະ ຮ່ວມກັນເຮັດວຽກຢ່າງໃກ້ຊິດຕະຫຼອດມາ.

error: Content is protected !!