ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ສປ ຈີນ ຄັ້ງທີ 26 ກອງປະ ຊຸມສຸດຍອດ ອາຊຽນ-ສ ເກົາຫຼີ ຄັ້ງທີ 24 ກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 26 ກອງປະຊຸມສຸດຍອດ ອາຊຽນ+3 ຄັ້ງ ທີ 26 ກອງປະຊຸມສຸດຍອດ ອາຊຽນ-ສ ອາເມຣິກາ ຄັ້ງທີ 11 ແລະ ກອງປະຊຸມສຸດຍອດ ອາຊຽນ-ການາດາ ວັນທີ 6 ກັນຍາ 2023 ຢູ່ນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ.

ໃນກອງປະຊຸມສຸດຍອດ ອາຊຽນ-ສປ ຈີນ ຄັ້ງທີ 26 ຜູ້ນໍາອາຊຽນ ແລະ ສປ ຈີນ ໄດ້ສະແດງຄວາມຊົມ ເຊີຍຕໍ່ການສະເຫຼີມສະ ຫຼອງການເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງ ໃຕ້ ຂອງ ສປ ຈີນ ຄົບຮອບ 20 ປີ ງານວາງສະແດງສິນຄ້າ ອາຊຽນ-ຈີນ ຢູ່ ໜານໜິງ ຄົບຮອບ 20 ປີ ແລະ ຂໍ້ລິເລີ່ມ “ໜຶ່ງແລວ-ໜຶ່ງເສັ້ນທາງ” ຄົບຮອບ 10 ປີ ພ້ອມທັງສະແດງຄວາມຍິນດີຕໍ່ການຈັດຕັ້ງປະຕິບັດປີແຫ່ງການພັດທະນາດ້ານກະສິກໍາ ແລະ ການຮ່ວມມືດ້ານຄວາມໝັ້ນ ຄົງທາງສະບຽງອາຫານ ອາຊຽນ-ຈີນ ປີ 2023 ພິເສດກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາຖະແຫຼງການຮ່ວມວ່າດ້ວຍການຮ່ວມ ມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ກ່ຽວກັບແນວຄວາມຄິດອາຊຽນ ກ່ຽວກັບອິນໂດ-ປາຊີຟິກ ຖະແຫຼງການຮ່ວມ ອາຊຽນ- ຈີນ ວ່າດ້ວຍການຮັດແໜ້ນການຮ່ວມມືດ້ານກະສິກໍາ ຂໍ້ລິເລີ່ມ ອາຊຽນ-ຈີນ ວ່າດ້ວຍການເສີມຂະຫຍາຍໂຄງການຮັດແໜ້ນ ດ້ານນະວັດຕະກໍາ ເຕັກໂນໂລຊີ ແລະ ວິທະຍາສາດ ແລະ ຂໍ້ລິເລີ່ມວ່າດ້ວຍການຮັດແໜ້ນການຮ່ວມມືດ້ານການຄ້າເອເລັກ ໂຕຣນິກ.

ກອງປະຊຸມສຸດຍອດ ອາຊຽນ-ສ ເກົາຫຼີ ຄັ້ງທີ 24 ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າໃນການຈັດ ຕັ້ງປະຕິບັດແຜນປະ ຕິບັດງານການຮ່ວມມື ອາຊຽນ-ສ ເກົາຫຼີ ປີ 2021-2025 ແລະ ຕີລາຄາສູງຕໍ່ຄວາມ ໝາຍໝັ້ນຂອງ ສ ເກົາຫຼີ ໃນການເພີ່ມ ທະວີການຮ່ວມມືກັບອາຊຽນ ໂດຍຜ່ານຂໍ້ລິເລີ່ມວ່າດ້ວຍຄວາມສາມັກຄີ ອາຊຽນ-ສ ເກົາຫຼີ (KASI) ໃນນີ້ກອງປະຊຸມໄດ້ເຫັນ ດີຍົກລະດັບການພົວພັນຮ່ວມມື ອາຊຽນ-ສ ເກົາຫຼີ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ (CSP) ໃນໂອກາດຄົບຮອບ 35 ປີ ແຫ່ງການພົວພັນ ອາຊຽນ-ສ ເກົາຫຼີ ປີ 2024 ພ້ອມນີ້ຍັງໄດ້ຮັບຮອງເອົາຖະແຫຼງການຮ່ວມ ອາຊຽນ-ສ ເກົາຫຼີ ວ່າດ້ວຍການ ຮ່ວມມືພາຍໃຕ້ແນວຄວາມຄິດອາຊຽນ ກ່ຽວກັບອິນໂດ-ປາຊີຟິກ.
ກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 26 ໄດ້ເຫັນດີຍົກລະດັບການພົວພັນ ອາຊຽນ-ຍີ່ປຸ່ນ ຂຶ້ນເປັນຄູ່ຮ່ວມຍຸດທະ ສາດຮອບດ້ານ ໂດຍຮັບຮອງເອົາຖະແຫຼງການຮ່ວມວ່າດ້ວຍການສ້າງຕັ້ງຄູ່ຮ່ວມຍຸດທະສາດຮອບ ດ້ານ ອາຊຽນ-ຍີ່ປຸ່ນ ພ້ອມ ນີ້ບັນດາຜູ້ນໍາອາຊຽນ ແລະ ຍີ່ປຸ່ນ ຍັງໄດ້ເຫັນດີຈັດກອງປະຊຸມສຸດຍອດສະເຫຼີມສະ ຫຼອງ ຄົບຮອບ 50 ປີແຫ່ງມິດຕະພາບ ແລະ ການຮ່ວມມື ອາຊຽນ-ຍີ່ປຸ່ນ ວັນທີ 16-18 ທັນວາ 2023 ຢູ່ນະ ຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ.
ກອງປະຊຸມສຸດຍອດ ອາຊຽນ+3 ຄັ້ງທີ 26 ຜູ້ນໍາໄດ້ສະແດງຄວາມຍິນດີຕໍ່ໝາກຜົນຂອງການພົວພັນຮ່ວມມື ອາຊຽນ+3 (ສປ ຈີນ ສ ເກົາຫຼີ ແລະ ຍີ່ປຸ່ນ) ໄລຍະ 26 ປີຜ່ານມາ ແລະ ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືກັນ ໂດຍຜ່ານບັນດາກົນໄກ ແລະ ຂໍ້ລິເລີ່ມຂອງອາຊຽນ+3 ທີ່ມີຢູ່ໃນປັດຈຸບັນ ເປັນຕົ້ນກອງທຶນການຮ່ວມມືຫຼາຍຝ່າຍ ພາຍໃຕ້ຂໍ້ລິເລີ່ມຊຽງໃໝ່ ຫ້ອງການຕິດ ຕາມເສດຖະກິດມະຫາພາກ ອາຊຽນ+3 ຄັງແຮເຂົ້າສຸກເສີນອາຊຽນ+3 ເວທີປຶກສາຫາລືອາຊີຕາເວັນອອກ ແລະ ເຄືອຂ່າຍ ຄັງປັນຍາອາຊີຕາເວັນອອກ ໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິຜົນຫຼາຍຂຶ້ນ ກອງປະຊຸມໄດ້ຊຸກຍູ້ໃຫ້ບັນດາປະເທດ ອາ ຊຽນ+3 ສືບຕໍ່ຮ່ວມມືໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄໝ ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ ໃນນີ້ໄດ້ຮັບຮອງເອົາຖະແຫຼງການຂອງຜູ້ນໍາອາຊຽນ+3 ວ່າດ້ວຍການພັດທະນາລະບົບນິ ເວດລົດໄຟຟ້າ.
ກອງປະຊຸມສຸດຍອດ ອາຊຽນ-ສ ອາເມຣິກາ ຄັ້ງທີ 11 ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ອາຊຽນ-ສ ອາເມຣິກາ ໃນໄລຍະ ຜ່ານມາ ໂດຍສະເພາະຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ສ ອາເມຣິກາ ປີ 2021-2025 ພ້ອມນີ້ຍັງໄດ້ປະກາດສ້າງຕັ້ງສູນ ອາຊຽນ-ສ ອາເມຣິກາ ແລະ ຮັບຮອງເອົາຖະແຫຼງການຜູ້ນໍາ ອາຊຽນ-ສ ອາເມຣິກາ ວ່າດ້ວຍ ການຮ່ວມມືເພື່ອສົ່ງເສີມແນວຄວາມຄິດອາຊຽນ ກ່ຽວກັບອິນໂດ-ປາຊິຟິກ.

ສ່ວນ ກອງປະຊຸມສຸດຍອດ ອາຊຽນ-ການາດາ ໄດ້ເຫັນດີຍົກລະດັບການຮ່ວມມືຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ອາຊຽນ-ການາ ດາ ໂດຍຮັບຮອງເອົາຖະແຫຼງການຮ່ວມຂອງຜູ້ນໍາວ່າດ້ວຍຄູ່ຮ່ວມຍຸດທະສາດ ອາຊຽນ-ການາດາ ແລະ ຖະແຫຼງການຮ່ວມ ຂອງຜູ້ນໍາ ອາຊຽນ-ການາດາ ວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງດ້ານສະບຽງອາຫານໃນຍາມມີວິກິດການ ເພື່ອເປັນ ທິດ ທາງໃນເສີມຂະຫຍາຍການຮ່ວມມື ລະຫວ່າງອາຊຽນ ແລະ ການາດາ ໃນຕໍ່ໜ້າ.
ວັນດຽວກັນນີ້ ທ່ານ ສອນໄຊ ສີພັນດອນ ຍັງໄດ້ພົບປະສອງຝ່າຍກັບນາຍົກລັດຖະມົນຕີຕີມໍແລັດສະເຕ ນາຍົກລັດຖະມົນຕີ ອົດສະຕຣາລີ ແລະ ຕ້ອນຮັບການເຂົ້າພົບປະຂອງຜູ້ອໍານວຍການກອງທຶນການເງິນສາກົນຕື່ມອີກ.