ນວ-ຫູໜານ ສືບຕໍ່ຮັດແໜ້ນສາຍພົວພັນ-ການ ຮ່ວມມືຮອບດ້ານ

ພິທີພົບປະລະຫວ່າງສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະພັກເຈົ້າ​ຄອງ​ນະຄອນ ຫຼວງວຽງຈັນ (ນວ) ແລະ ສະຫາຍ ເໝົາ ເຫວີຍໝິງ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າແຂວງຫູໜານ ສປ ຈີນ ຈັດຂຶ້ນວັນທີ 5 ກັນຍາ 2023 ຢູ່ສູນຮ່ວມມືສາກົນ ແລະ ການເຝິກອົບຮົມ (ICTC) ໂດຍມີ ສະຫາຍ ພູວົງ ວົງຄໍາຊາວ ກໍາ ມະການປະຈໍາພັກ ຮອງເຈົ້າຄອງ ນວ ສະຫາຍ ຈ້າວ ເວິນຢູ ທີ່ປຶກສາເສດຖະກິດ-ການຄ້າ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຈາກແຂວງຫູໜານ ແລະ ນວ ເຂົ້າຮ່ວມ.

ສະຫາຍ ອາດສະພັງທອງ ສີພັນດອນ ກ່າວວ່າ: ນວ ແລະ ແຂວງຫູໜານ ໄດ້ລົງນາມສັນຍາວ່າດ້ວຍການສ້າງຕັ້ງເປັນນະຄອນ ມິດຕະພາບນໍາກັນ ວັນທີ 26 ພະຈິກ 2018 ເປັນຕົ້ນມາ ເຊິ່ງພວກເຮົາຕີລາຄາສູງ ຕໍ່ການຈັດຕັ້ງປະຕິບັດສັນຍາດັ່ງກ່າວ ນວ ມີປະຊາກອນປະມານ 1,3 ລ້ານຄົນ (ລວມທັງຄົນສັນຊາດລາວ ແລະ ຕ່າງປະເທດ) ປະກອບມີ 9 ເມືອງ 481 ບ້ານ ມີ 5 ເຂດ ເສດຖະກິດພິເສດ ມີເນື້ອທີ່ 392.000 ເຮັກ ຕາ ໃນນີ້ເນື້ອທີ່ດິນກະສິກໍາຕາມແຜນຈັດສັນ 178.818,56 ເຮັກຕາ ກໍານົດເຂດ ທີ່ດິນກະສິກໍາ 4 ປະເພດ ສໍາເລັດໂດຍພື້ນຖານ ຄື: ດິນນາ 111.822,67 ເຮັກຕາ ພືດອາຍຸສັ້ນ (ພືດລົ້ມລຸກ) 45.093,37 ເຮັກຕາ ພືດອາຍຸຍາວ (ໄມ້ໃຫ້ໝາກ) 18.770,54 ເຮັກຕາ ແລະ ທົ່ງຫຍ້າລ້ຽງສັັດ 3.131,97 ເຮັກຕາ ປີ 2022 ເສດ ຖະກິດ ນວ ຂະຫຍາຍຕົວລະດັບ 4,83% ສະເລ່ຍຕໍ່ຫົວຄົນ 62,91 ລ້ານກີບ ໃນນີ້ຂະແໜງກະສິກໍາ ກວມ 13,77% ຂອງ GDP ຂະ ແໜງອຸດສາຫະກໍາ-ການຄ້າ ກວມ 19,05% ແລະ ການບໍລິການ ກວມ 36,36% ໂຄງການສໍາປະທານໃນ ນວ ມີ 74 ໂຄງ ການ ໃນນີ້ກິດຈະການກະສິກໍາ 8 ໂຄງການ ເນື້ອທີ່ 558,89 ເຮັກ ຕາ ມູນຄ່າລົງທຶນ 48.197.000 ໂດລາສະຫະລັດ ເຊິ່ງການ ລົງທຶນຈາກ ສປ ຈີນ ເປັນອັນດັບ 1 ໃນ ນວ ໃນນີ້ກໍລວມມີນັກທຸລະກິດຈາກແຂວງຫູໜານ ປີ 2023 ພວກເຮົາ ໄດ້ສຸມທຸກ ກໍາລັງຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາເສດຖະ ກິດ-ການເງິນ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ການ ຜະລິດອຸດສາຫະກໍາ ກະສິກໍາ ແລະ ຫັດຖະກໍາ ສ້າງເຄືອຂ່າຍ ແລະ ຂະຫຍາຍການຜະລິດພາຍໃນ ແລະ ຍົກສູງມາດຕະຖານ ສິນ ຄ້າ ສ້າງຕະຫຼາດສິນຄ້າພາຍໃນ ແລະ ຕ່າງປະເທດ ຕິດພັນກັບການສ້າງບຸກຄະລາກອນທີ່ຊໍານານງານ ນໍາໃຊ້ເຕັກໂນໂລ ຊີທີ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ ພ້ອມນີ້ກໍໄດ້ກະກຽມຫຼາຍດ້ານ ໂດຍສະເພາະການປັບປຸງພື້ນຖານໂຄງລ່າງ ການອະນາໄມ ແລະ ປະດັບປະດາໃນໄລຍະການສ້າງກິດຈະກໍາຕ່າງໆຂອງປະຊາຄົມອາຊຽນ ທີ່ ສປປ ລາວ ຈະເປັນເຈົ້າພາບ ປີ 2024 ປີທ່ອງທ່ຽວ ລາວ-ຈີນ ຕິດພັນກັບການເປັນເຈົ້າພາບຈັດກອງປະຊຸມບັນດາເຈົ້າຄອງນະຄອນອາຊຽນ ການເປັນເຈົ້າ ພາບງານມະຫາກໍາກີລາແຫ່ງຊາດ.

ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືຢ່າງຮອບດ້ານ ລະຫວ່າງ ສອງພັກ ສອງລັດ ກໍຄື ນວ ແລະ ແຂວງຫູໜານ ໃຫ້ນັບມື້ໄດ້ຮັບໝາກຜົນເປັນຮູບປະທຳຍິ່ງຂຶ້ນ ຕົນຂໍສະເໜີບາງຈິດໃຈການ ຮ່ວມມືໃນຕໍ່ໜ້າ ດັ່ງນີ້: ສະເໜີ ໃຫ້ຊຸກຍູ້ເກີດການຮ່ວມມືລະຫວ່າງບັນດາເມືອງຂອງແຂວງຫູໜານ ກັບບັນດາເມືອງຂອງ ນວ ສະເໜີໃຫ້ມີການຮ່ວມມື ແລະ ແລກປ່ຽນບົດຮຽນ ລະຫວ່າງຂະແໜງ-ອົງການຂອງພັກ ແລະ ອົງການປົກຄອງ ເປັນຕົ້ນໂຮງຮຽນທິດສະ ດີການເມືອງ -ການປົກຄອງ ລົງເລິກການສ້າງບຸກຄະລາກອນ ສ້າງໂຄງການຈັດເຝິກອົບຮົມໃຫ້ຄະນະນໍາ ແລະ ວິຊາການຂອງບັນດາພະ ແນກ ແລະ ເມືອງ ຂົງເຂດການສຶກສາລົງເລິກຊຸກຍູ້ໃຫ້ເກີດການຮ່ວມມື ແລະ ແລກປ່ຽນລະຫວ່າງໂຮງຮຽນ ການແລກປ່ຽນ ນັກຮຽນ ການຍົກລະດັບການຮຽນ-ການສອນ… ຂົງເຂດໂຍທາທິການ ແລະ ຂົນສົ່ງ ລົງເລິກການສ້າງລະບົບຄົມມະນາຄົມ ແລະ ການເຊື່ອມໂຍງລະບົບການຄົມມະນາ-ຂົນສົ່ງປະເພດຕ່າງໆ ຂົງເຂດກະສິກໍາ ລົງເລິກການນໍາໃຊ້ເຄື່ອງຈັກທັນສະໄໝ ເຂົ້າໃນການຜະລິດ ການສ້າງຫ້ອງທົດລອງ ສ້າງສູນຄົ້ນຄວ້າແນວພັນພືດ-ສັດ… ຂົງເຂດອຸດສາຫະກໍາ ແລະ ການຄ້າ ລົງ ເລິກການສ້າງຄຸນນະພາບສິນຄ້າ ການຂະຫຍາຍຕະຫຼາດສິນຄ້າ ການຄ້າ-ຂາຍອອນລາຍ ການສ້າງອຸດສາຫະກໍາສະອາດ ແລະ ທັນສະໄໝ ຂົງເຂດການທ່ອງທ່ຽວ ລົງເລິກການດຶງດູດການທ່ອງທ່ຽວໃນເຂດປະຫວັດສາດ ການສ້າງແຫຼ່ງທ່ອງທ່ຽວ ໃໝ່ ການສ້າງເຄືອຂ່າຍການທ່ອງທ່ຽວ… ສະເໜີໃຫ້ມີການສ້າງເຂດການພັດທະນາທີ່ນໍາໃຊ້ເຕັກໂນໂລຊີເຂົ້າໃນ ການຜະ ລິດຕ່າງໆ (ເຂດເສດຖະກິດພິເສດ) ເຊິ່ງແຂວງຫູໜານ ມີບົດຮຽນ ແລະ ປະສົບຜົນສໍາເລັດຫຼາຍ ສະເໜີໃຫ້ມີການ ຮ່ວມມື ແລະ ແລກປ່ຽນບົດຮຽນໃນການຄຸ້ມຄອງ ແລະ ບໍລິການຕົວເມືອງ ໂດຍສະເພາະການສ້າງລາຍຮັບ ການບໍລິການ ການນໍາ ໃຊ້ເຄື່ອງມືທັນສະໄໝເຂົ້າໃນການອະນາໄມຕົວເມືອງ ສະເໜີໃຫ້ມີການແລກປ່ຽນການຢ້ຽມຢາມຂອງການນໍາ ການຈັດ ກອງປະຊຸມ ແລກປ່ຽນບົດຮຽນ ແລະ ສ້າງບຸກຄະລາກອນ ລະຫວ່າງ ນວ ແລະ ແຂວງຫູໜານ ເປັນປົກກະຕິ ເຊິ່ງປີ 2024 ນວ ຈະກະກຽມຫຼາຍດ້ານດັ່ງທີ່ກ່າວມາ ຈຶ່ງຂໍສະເໜີໃຫ້ແຂວງຫູໜານ ທີ່ມີຄວາມຊ່ຽວຊານໃນການນໍາໃຊ້ເຕັກໂນໂລຊີທັນ ສະໄໝ ແລະ ມີໂຮງງານຜະລິດດອກໄຟປະດັບປະດາທີ່ງົດງາມຊ່ວຍພວກເຮົາໃນດ້ານນີ້ຕື່ມ ນອກນີ້ພວກເຮົາກໍຈະສົ່ງເສີມ ແລະ ຊຸກຍູ້ໃຫ້ເກີດການຮ່ວມມືລະຫວ່າງພາກທຸລະກິດຂອງ ສປປ ລາວ ແລະ ສປ ຈີນ ກໍຄື ນວ ແລະ ແຂວງຫູໜານ ໃຫ້ມີ ການເຄື່ອນໄຫວສະດວກ ແລະ ເປັນໄປຕາມກົດໝາຍ ແລະ ລະບຽບການຂອງສອງປະເທດ ການຮ່ວມມືພັດທະນາສວນ ພຶກສາຊາດຢູ່ດົງໝາກຄາຍ ແລະ ອື່ນໆ.

ໂອກາດດັ່ງກ່າວ ສະຫາຍ ອາດສະພັງທອງ ສີພັນດອນ ແລະ ສະຫາຍ ເໝົາ ເຫວີຍໝິງ ຍັງໄດ້ເຂົ້າຮ່ວມເປັນສັກຂີ່ພິຍານໃນ ການລົງນາມບົດບັນທຶກວ່າດ້ວຍການພົວພັນຮ່ວມມືຍຸດທະສາດ ລະຫວ່າງໂຮງຮຽນການເມືອງ-ການປົກຄອງ ນວ ແລະ ໂຮງຮຽນພັກກອມມູນິດແຂວງຫູໜານ ເຊິ່ງລົງນາມໂດຍທ່ານນາງ ວຽງພອນ ແກ້ວຄູນສີ ຫົວໜ້າໂຮງຮຽນການເມືອງ-ການ ປົກຄອງ ນວ ແລະ ທ່ານ ຈ້າວ ໄຄໝິງ ຮອງຫົວໜ້າໂຮງ ຮຽນພັກກອມມູນິດແຂວງຫູໜານ ບົດບັນທຶກແຈ້ງເຈດຈໍານົງວ່າ ດ້ວຍການສ້າງຕັ້ງສາຍພົວພັນແບບເມືອງມິດຕະ ພາບ ລະຫວ່າງເມືອງຫາດຊາຍຟອງ ແລະ ນະຄອນຊ້າວຢາງ ແລະ ສັນ ຍາວ່າດ້ວຍການມອບ-ຮັບພາຫະນະອະນາໄມຕົວເມືອງ ໃຫ້ເມືອງຫາດຊາຍຟອງ ຈາກອໍານາດການປົກຄອງນະຄອນຊ້າວ ຢາງ ເຊິ່ງລົງນາມໂດຍທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ແລະ ທ່ານ ຮົວ ເສຈ້ຽນ ເຈົ້ານະຄອນຊ້າວຢາງ ຕື່ມອີກ.

error: Content is protected !!