ສະມາຄົມມິດຕະພາບລາວ-ສປປ ເກົາຫຼີ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິ ທີປາຖະກະຖາເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 75 ປີ (9/9/ 1948-9/9/2023) ໃນວັນທີ 6 ກັນຍາ 2023 ທີ່ ແຂວງຈຳປາສັກ ເປັນກຽດເຂົ້າຮ່ວມຂອງ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າ ແຂວງຈໍາປະສັກ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ປະທານສະມາຄົມມິດຕະພາບ ລາວ- ສປປ ເກົາຫຼີ ທ່ານ ລີຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທ່ານ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກ ພ້ອມດ້ວຍພະນັກງານທີ່ມາຈາກພາກສ່ວນກ່ຽວຂ້ອງທັງ ສປປ ເກົາຫຼີ ແລະ ລາວ ເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ລີ ຢົງ ຊົນ ໄດ້ຂຶ້ນກ່າວປາຖະກະຖາເຖິງຜົນງານຂອງພັກແຮງງານເກົາຫຼີ ລັດຖະບານ ແລະ ປະຊາຊົນ ສປ ປ ເກົາຫຼີ ພາຍໃຕ້ການຊີ້ນໍາໆພາຂອງ ສະຫາຍ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ ປະທານປະເທດຕະຫຼອດການ ແຫ່ງ ສປປ ເກົາ ຫຼີ ແລະ ຜູ້ນຳພາແສງສະຫວ່າງແນວຄິດຈຸດເຊ່ ໃນພາລະກິດປະຕິວັດຂອງພັກ ກໍາລັງປະກອບອາວຸດ ແລະ ປະຊາຊົນ ສປປ ເກົາຫຼີ ໃນຂະບວນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດ ກໍຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສປປ ເກົາຫຼີ ແລະ ສະຫາຍ ກິມ ເຈີງ ອິນ ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນເກົາຫຼີ ປະທານຄະນະກໍາມະທິການປ້ອງກັນຊາດແຫ່ງ ສປປ ເກົາ ຫຼີ ຕະຫຼອດການ ໃນປະຈຸບັນພາຍໃຕ້ການນໍາພາຂອງ ສະຫາຍ ກິມ ເຈີງ ອຸນ ຜູ້ນໍາທີ່ເຄົາລົບຮັກ ເລຂາທິການໃຫຍ່ພັກແຮງ ງານເກົາຫຼີ ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດແຫ່ງ ສປປ ເກົາຫຼີ ອັນ ໄດ້ເຮັດໃຫ້ ສປປ ເກົາຫຼີ ມີການພັດທະນາຮອບດ້ານ ການເມືອງມີສະຖຽນລະພາບໜັກແໜ້ນ ວຽກງານປ້ອງກັນຊາດປ້ອງ ກັນຄວາມສະຫງົບມີຄວາມເຂັ້ມແຂງທັນສະໄໝ ເສດຖະກິດມີການພັດທະນາ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການ ປັບປຸງດີຂຶ້ນເລື້ອຍໆ.

ພາຍຫຼັງ ທີ່ ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ສປປ ເກົາຫຼີ ປະຈຳ ສປປ ລາວ ສໍາເລັດກ່າວປາຖະກະຖາ ທ່ານ ວິໄລວົງ ບຸດດາຄໍາ ໃນນາມຄະນະຈັດຕັ້ງພິທີ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການໃຫ້ກຽດປາຖາກະຖາທີ່ມີເນື້ອໃນ ສໍາຄັນ ແລະ ມີຄວາມໝາຍເລິກເຊິ່ງຂອງ ທ່ານທູດ ແລະ ເຊື່ອໝັ້ນວ່າພາຍໃຕ້ການນຳພາອັນຖືກຕ້ອງ ເດັດດ່ຽວ ເຂັ້ມແຂງ ຂອງພັກແຮງງານເກົາຫຼີ ອັນມີ ສະຫາຍ ກິມ ເຈິງ ອຸນ ຜູ້ນໍາທີ່ເຄົາລົບຮັກ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດ ຈະການແຫ່ງລັດ ສປປ ເກົາຫຼີຜູ້ບັນຊາການສູງສຸດກໍາລັງປະກອບອາວຸດແຫ່ງ ສປປ ເກົາຫຼີ ປະຊາຊົນ ສປປ ເກົາຫຼີ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດສ້າງສາປະເທດສັງຄົມນິຍົມໃຫ້ມີຄວາມມັ່ງຄັ່ງ ແລະ ເຂັ້ມແຂງ.



ໃນໂອກາດດັ່ງກ່າວມີການວາງສະແດງຮູບພາບ ສາຍວີດີໂອ ສະແດງສິລະປະຂອງສປປ ເກົາຫຼີ ແລະ ປາຖະກະຖາກ່ຽວກັບຜົນ ງານມູນເຊື້ອການຕໍ່ສູ້ ພາຍໃຕ້ການນໍາພາຂອງພັກແຮງງານເກົາຫຼີໃນໄລຍະຜ່ານມາ ແລະ ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ສປປ ເກົາຫຼີໃນປະຈຸບັນ.