ເມື່ອບໍ່ດົນມານີ້ ບໍລິສັດ ຊີໂນ-ອາກຣີໂປຕາສ ຈຳກັດ ໄດ້ຈັດກິດຈະກຳການບໍລິຈາກສອງປະການພາຍໃນແຂວງຄຳມ່ວນ ເພື່ອແຈກຢາຍກອງທຶນພັດທະນາບ້ານຈຳນວນ 1.696 ລ້ານກີບ ແລະ ບໍລິຈາກປຸ່ຍໂປຕາສ 48 ໂຕນ ມູນຄ່າ 354 ລ້ານກີບ ໃຫ້ແກ່ 20 ບ້ານ ໃນເຂດໃກ້ຄຽງ ໂດຍອີງຕາມຄວາມຕ້ອງ ການຂອງຊາວບ້ານອອ້ມຂ້າງ ກິດຈະກຳບໍລິຈາກດັ່ງກ່າວ ໄດ້ ຊວ່ຍເຫຼືອເພີ່ມຜົນຜະລິດ ແລະ ເພີ່ມລາຍຮັບໃຫ້ຊາວກະສິກອນ ຊຸກຍູ້ການກໍ່ສ້າງພັດທະນາບ້ານ ສະແດງໃຫ້ເຫັນເຖິງ ຄວາມຮັບຜິດຊອບຂອງວິສະ ຫະກິດຢ່າງຈະແຈ້ງ ດ້ວຍການປະຕິປັດຕົວຈິງ ທັງໄດ້ຮັບການຍ້ອງຍໍຊົມເຊີຍຈາກລັດຖະບານ ທ້ອງຖິ່ນ ແລະ ຊາວບ້ານອ້ອມຂ້າງຢ່າງເປັນເອກະພາບ.


ໂດຍມີການນຳຈາກຫ້ອງວ່າການແຂວງຄໍາມ່ວນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ພະແນກພະລັງ ງານ ແລະ ບໍ່ແຮ່ ພະແນກກະສິກຳ ແລະ ປ່າໄມ້ ພ້ອມດ້ວຍບັນດາຄະນະການນຳຂອງເມືອງທ່າແຂກ ແລະ ເມືອງໜອງບົກ ຄະນະການນຳບ້ານ ແລະ ຕົວແທນຊາວບ້ານ 200 ກວ່າຄົນ ຈາກ 20 ບ້ານ ພ້ອມກັນເຂົ້າຮ່ວມເປັນສັກຂີພິຍານໃນກິດຈະກຳ ຄັ້ງນີ້.



ໃນພິທີບໍລິຈາກ ທ່ານ ຈູ່ ຊຽງລີ້ ຮອງຜູ້ອຳນວຍການບໍລິສັດ ຊີໂນ-ອາກຣີໂປຕາສ ໄດ້ກ່າວວ່າ: ບໍລິ ສັດ ຊີໂນ-ອາກຣີໂປຕາສ ໃນຖານະທີ່ເປັນວິສາຫະກິດມາດຕະຖານ ໃນຂະນະທີ່ຂະຫຍາຍຕົວເອງຍັງບໍ່ລືມທີ່ຈະປະຕິບັດໜ້າທີ່ສັງຄົມຢ່າງຕັ້ງໜ້າ ແລະ ປັບປຸງຄວາມເປັນຢູ່ຂອງບ້ານອ້ອມຂ້າງໃຫ້ດີຂຶ້ນ ການມາແຈກຢາຍກອງທຶນພັດທະນາບ້ານໃນຄັ້ງນີ້ ຈຸດປະສົງເພື່ອ ນຳໃຊ້ໃນ ການສ້ອມແປງໂຮງຮຽນ ກໍ່ສ້າງເສັ້ນທາງ ປັບປຸງຄຸນນະພາບນ້ຳດື່ມ ປັງປຸງສຸກສາລາ ແລະ ສິ່ງອຳນວຍຄວາມສະດວກພື້ນ ຖານອື່ນໆ ເຮັດໃຫ້ຊີວິດການເປັນຢູ່ຂອງຊາວບ້ານດີກວ່າເກົ່າ ທ່ານ ຄໍາໝັ້ນ ສໍປະເສີດ ຫົວໜ້າພະແນກຊັບພະຍາ ກອນທຳ ມະຊາດ ແລະ ສິ່ງແວດລອ້ມ ແລະ ທ່ານ ຄຳພອນ ສີກຸມພົນ ເຈົ້າເມືອງໜອງບົກ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງບໍ ລິສັດ ທີ່ຈັດກິດຈະກຳການບໍລິຈາກໃນຄັ້ງນີ້ ເຫັນວ່າທາງບໍລິສັດເປັນວິສາ ຫະກິດຂະໜາດໃຫຍ່ ທີ່ປະຕິບັດໜ້າທີ່ຕໍ່ສັງຄົມ ໄດ້ເຊື່ອມໂຍງເຂົ້າກັບທ້ອງຖິ່ນ ສ້າງຄວາມສຸກໃຫ້ປະຊາ ຊົນ ແລະ ຍັງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະ ກິດຂອງທ້ອງຖິ່ນ ການບໍລິຈາກປຸ໋ຍໂປຕາສ ແລະ ມອບກອງທຶນພັດທະນາບ້ານໃນຄັ້ງນີ້ ແມ່ນພໍດີຮອດໄລຍະສຳຄັນຕໍ່ການ ໃສ່ປຸ໋ຍໃນລາວ ເຊິ່ງໄດ້ນໍາເອົາຜົນປະໂຫຍດມາສູ່ຊາວບ້ານໃນການເພີ່ມຜົນຜະລິດ ແລະ ລາຍຮັບຢ່າງແທ້ຈິງ.
ໃນສະຖານທີ່ບໍລິຈາກ ວິຊາການຈາກຫ້ອງການກະສິກຳທັນສະໄໝຂອງບໍລິສັດ ຊີໂນ-ອາກຣີໂປຕາສ ໄດ້ອະທິບາຍກ່ຽວກັບການສ້າງກະສິກຳທີ່ທັນສະໄໝ ແລະ ກະສິກຳອັດສະລິຍະ ສົ່ງເສີມໃຫ້ຊາວບ້ານດຳເນີນການປະກອບອາຊີບປູກຝັງ-ລ້ຽງສັດ ໄດ້ສະໜອງທຶນ ແລະ ແກ່ນພັນໃຫ້ຊາວບ້ານ ແລະ ຮັບຊື້ຜົນຜະລິດຄືນພາຍຫຼັງເກັບກ່ຽວແລ້ວ ເພື່ອຮັບປະກັນລາຍຮັບ ແລະ ວຽກເຮັດງານທຳຂອງຊາວບ້ານ ສົມທົບກັບປະສົບການໆໃສ່ປຸ໋ຍປູກຝັງກະສິກຳທັນສະໄໝ ໄດ້ເຜີຍແຜ່ວິທີການໃຊ້ປຸ໋ຍໂປ ຕາສ ແລະ ຜົນປະໂຫຍດການນຳໃຊ້ປຸ໋ຍໂປຕາສໃຫ້ແກ່ວິຊາການບ້ານ ຊາວບ້ານຜູ້ທີ່ໄດ້ຮັບເຄື່ອງບໍລິຈາກດັ່ງກ່າວ ໄດ້ສະແດງ ຄວາມຮູ້ບູນຄຸນ ແລະ ຂອບໃຈຢ່າງຈິງໃຈ ທີ່ບໍລິສັດໄດ້ໃຫ້ການບໍລິຈາກຢ່າງເອື້ອເຟື່ອເພື່ອແຜ່.
ບໍລິສັດ ຊີໂນ-ອາກຣີໂປຕາສ ໃນຖານະທີ່ເປັນວິສາຫະກິດຕົວແບບພາຍໃຕ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ຍຶດໝັ້ນແນວຄິດການພັດທະນາ “ເຄົາລົບນັບຖື ປະສານກົມກຽວ ການປະຕິບັດຕົວຈິງ ຮັບໄຊ ຊະນະຮ່ວມກັນ” ເພື່ອເປັນຜູ້ຊ່ວຍເຫຼືອເສດຖະກິດຂອງລາວ ເປັນຜູ້ຊຸກຍູ້ການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ເປັນຜູ້ນໍາໜ້າໃນດ້ານກະສິກໍາທັນສະໄໝ ຕັ້ງແຕ່ຊ່ວຍເຫຼືອເກັບກ່ຽວຈົນເຖິງບໍລິຈາກປຸ໋ຍໂປຕາສ ຕັ້ງແຕ່ບັນເທົາຄວາມທຸກຍາກດ້ວຍອຸດສະຫະກຳຈົນເຖິງ ຊ່ວຍເຫຼືອໄພພິບັດ ນ້ຳຖ້ວມ ຕັ້ງແຕ່ສະໜອງທຶນກໍ່ສ້າງພັດທະນາບ້ານຈົນເຖິງເປີດໂຄງການກະສິກຳທັນສະໄໝ ໂດຍຜ່ານບັນດາມາດຕະການ ແລະ ການເຄື່ອນໄຫວທີ່ສ້າງຜົນປະໂຫຍດໃຫ້ປະຊາຊົນ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖີ່ນ ແລະ ຊຸກຍູ້ການພັດທະນາເສດຖະກິດທ້ອງຖິ່ນ ເພື່ອປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການກໍ່ສ້າງຄູ່ຮ່ວມຊາຕະກຳລະຫວ່າງລາວ-ຈີນ.