ນວ-ຈຳປາສັກທົບທວນຄືນການຈັດຕັ້ງປະຕິບັດການຮ່ວມມືສອງຝ່າຍ

    ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດບັນທຶກການຮ່ວມມື ລະຫວ່າງ ນະຄອນຫຼວງວຽງຈັນ(ນວ) ແລະ ແຂວງ ຈຳປາສັກ ໄດ້ຈັດຂຶ້ນວັນທີ 5 ກັນຍາ 2023 ທີ່ ຫ້ອງວ່າການປົກຄອງແຂວງຈຳປາສັກ ນຳໂດຍ ທ່ານ ສິລິລາດທົງສິນ ທອງເພັງ ຄະນະພັກນະຄອນຫຼວງ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ ແລະ ທ່ານ ວັນນະໄຊ ຊາດຕະກຸນ ຄະນະພັກແຂວງ ຫົວໜ້າຫ້ອງວ່າການປົກຄອງແຂວງຈຳປາສັກ ພ້ອມດ້ວຍຄະນະນຳ ຄະນະພະແນກ ຄະນະວິຊາການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

      ຈຸດປະສົງກອງປະຊຸມໃນຄັ້ງນີ້ເພື່ອທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມືລະຫວ່າງ ນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ ເຊິ່ງໄດ້ຮ່ວມມືໃນ 4 ຂົງເຂດວຽກງານສຳຄັນຄື: 1 ຂົງເຂດອຸດສາຫະກຳ ແລະ ການຄ້າ ໃນໄລຍະຜ່ານມາສອງຝ່າຍໄດ້ສ້າງເຄື່ອຂ່າຍການຄ້າ ແລະ ໃຫ້ບູລິມະສິດດ້ວຍການດັດສົມສິນຄ້າທີ່ຂາດເຂີນຮ່ວມກັນ ພ້ອມນັ້ນກໍໄດ້ແລກປ່ຽນບົດຮຽນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານອຸດສາຫະກຳ ແລະ ການຄ້າ ແລະ ວຽກງານສະພາການຄ້າ ແລະ ອຸດສາຫະກຳໂດຍສະເພາະການເຂົ້າຫາແຫຼ່ງທຶນ ຊອກຫາຕະຫຼາດເພື່ອຈຳໜ່າຍສິນຄ້າ ການປັບປຸງ ແລະ ສ້າງມູນຄ່າເພີ່ມໃຫ້ສິນຄ້າ ການແປຮູບຜົນຜະລິດຕ່າງໆ 2 ຂົງເຂດກະສິກຳ ແລະ ປ່າໄມ້ ທັງສອງຝ່າຍໄດ້ສ້າງເຄືອຂ່າຍການຜະລິດກະສິກຳ ແນໃສ່ເຮັດໃຫ້ການຜະລິດກະສິກຳຂອງນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກເປັນລະບົບຕໍ່ເນື່ອງ ແລະ ສາມາດຜະລິດທົດແທນກັນໄດ້ ທັງໄດ້ຄົ້ນຄວ້າສ້າງຫ້ອງທົດລອງເພື່ອວິໄຈຄຸນນະພາບດິນ ພືດ ແລະ ສັດ ເພື່ອອຳນວຍຄວາມສະດວກໃຫ້ແກ່ການປູກ ແລະ ການລ້ຽງ ແລກປ່ຽນບົດຮຽນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານກະສິກຳ 3 ຂົງເຂດ ວັດທະນະທຳ ແລະ ທ່ອງທ່ຽວ ທັງສອງຝ່າຍໄດ້ສ້າງເຄື່ອຂ່າຍການທ່ອງທ່ຽວ  ແນໃສ່ເຮັດໃຫ້ການທ່ອງທ່ຽວທັງສອງແຂວງເຊື່ອມຈອດເຂົ້າຫາກັນ  ແລກປ່ຽນບົດຮຽນການພັດທະນາ ການຄຸ້ມຄອງ ແລະ ສົ່ງເສີມການທ່ອງທ່ຽວ ພ້ອມທັງຈັດເຝິກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນໃນຂະແໜງການທ່ອງທ່ຽວຂອງ ນວ ແລະ ແຂວງຈຳປາສັກ ພ້ອມທັງໄດ້ແລກປ່ຽນບົດຮຽນເພື່ອສ້າງຄວາມເຂັ້ມແຂງໃນວຽກງານສື່ມວນຊົນ ລະຫວ່າງກັນ ໂດຍສະເພາະແມ່ນການຈັດລາຍການວິທະຍຸ-ໂທລະພາບ ເຕັກນິກການນຳສະເໜີຂ່າວແບບໃໝ່ ການຄຸ້ມຄອງ ແລະ ນຳໃຊ້ເຄື່ອງສົ່ງສັນຍານວິທະຍຸ-ໂທລະພາບ ການຜະລິດໜັງສືພິມ ແລະ ວາລະສານ ພ້ອມນັ້ນສອງຝ່າຍຍັງໄດ້ຊ່ວຍໂຄສະນາການທ່ອງທ່ຽວລະຫວ່າງກັນດ້ວຍຫຼາຍຮູບແບບເພື່ອໃຫ້ສາມາດເຂົ້າເຖິງກຸ່ມເປົ້າໝາຍນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຮັດໃຫ້ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວຫຼາຍຂຶ້ນ 4 ຂົງເຂດໂຍທາທິການ ແລະ ຂົນສົ່ງ ສອງຝ່າຍໄດ້ແລກປ່ຽນບົດຮຽນໃນການອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ ແລະ ລະບົບໂລຈີສຕິກ ແລະ ໄດ້ຮ່ວມກັນອຳນວຍຄວາມສະດວກໃຫ້ແກ່ລົດຂົນສົ່ງສິນຄ້າໃນການລຳລຽງສິນຄ້າຂອງທັງສອງຝ່າຍ.

ການຮ່ວມມືສອງຝ່າຍລະຫວ່າງ ນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກເປັນການຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ  ທັງເປັນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືກັນໃຫ້ແໜ້ນແຟ້ນ ແລະ ເຂັ້ມແຂງເພື່ອເພີ່ມທະວີການຮ່ວມມືໃນການພັດທະນາຮ່ວມກັນ.

error: Content is protected !!