ໄຊສົມບູນ ປະເມີນການຈັດຕັ້ງປະຕິບັດ ກົດໝາຍ 4 ສະບັບ ໃນຂົງເຂດສະພາແຫ່ງຊາດ

    ລະຫວ່າງວັນທີ 4-5 ກັນຍາ 2023 ທີ່ຫ້ອງວ່າການປົກຄອງເມືອງອານຸວົງ ແຂວງໄຊສົມບູນ ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດ ກົດໝາຍ 4 ສະບັບ ໃນຂົງເຂດສະພາແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ເຂົ້າຮ່ວມມີທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ມີປະທານສະພາປະຊາຊົນແຂວງໄຊສົມບູນ ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໃນກອງປະຊຸມ ໄດ້ຮັບຟັງບົດປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະ ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ບົດປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ການຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ.

    ໂອກາດນີ້ ປະທານກອງປະຊຸມ ໄດ້ມີຄຳເຫັນຕໍ່ເນື້ອໃນການປະເມີນຄັ້ງນີ້ ຈະໄດ້ສຸມໃສ່ຕີລາຄາເບິ່ງການໂຄສະນາເຜີຍແຜ່ແຕ່ລະກົດໝາຍເລິກເຊິ່ງ ທົ່ວເຖິງທຸກເປົ້າໝາຍແນວໃດ ມີມາດຕາໃດແນ່ທີ່ສອດຄ່ອງສາມາດປະຕິບັດໄດ້ ມີມາດຕາໃດແນ່ສອດຄ່ອງຢູ່ແຕ່ປະຕິບັດໄດ້ຍາກ ມີມາດຕາໃດແນ່ທີ່ບໍ່ສອດຄ່ອງຕ້ອງໄດ້ປັບປຸງ ມີມາດຕາໃດແນ່ທີ່ຊ້ຳຊ້ອນກັບກົດໝາຍອື່ນ ເຊິ່ງຕ້ອງໄດ້ປັບປຸງໃຫ້ລະອຽດຈະແຈ້ງ ມີບັນຫາໃດແນ່ທີ່ຄວນເພີ່ມເປັນມາດຕາໃໝ່ ບັນຫາທີ່ພົວພັນກັບກົດໝາຍອື່ນເຊັ່ນ: ກົດໝາຍວ່າດ້ວຍລັດຖະບານ ແລະ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ກົດໝາຍວ່າດ້ວຍສານປະຊາຊົນ ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ກົດໝາຍວ່າດ້ວຍການກວດກາລັດ ກົດໝາຍວ່າດ້ວຍການກວດສອບແຫ່ງລັດ ກົດໝາຍວ່າດ້ວຍການລົງທຶນຂອງລັດ ກົດໝາຍວ່າດ້ວຍງົບປະມານ ເປັນຕົ້ນ 3 ສັງເກດຕີລາຄາການຈັດຕັ້ງປະຕິບັດແຕ່ລະກົດໝາຍ ມີຂໍ້ສະດວກ ຂໍ້ຫຍຸ້ງຍາກແນວໃດ ມີດ້ານດີດ້ານຄົງຄ້າງແນວໃດ ຈະຕ້ອງປັບປຸງແກ້ໄຂແນວໃດຈຶ່ງສອດຄ່ອງ.

    ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນຫຼາຍ ມີເນື້ອໃນກວ້າງຂວາງ,ເລິກເຊິ່ງ ແລະ ພົວພັນເຖິງການຈັດຕັ້ງປະຕິບັດລັດຖະທຳມະນູນ ສະບັບປີ 1991 ຄົບຮອບ 32 ປີ ແລະ ສະບັບປີ 2015 ຄົບຮອບ 7 ປີ ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບ ສຸມສະຕິປັນຍາ ເພື່ອຄົ້ນຄວ້າປະກອບຄຳເຫັນ ຕໍ່ແຕ່ລະເນື້ອໃນຂອງແຕ່ລະກົດໝາຍ ຕາມວາລະກອງປະຊຸມໃຫ້ມີຈຸດສຸມ ຮັກສາເວລາ ຄຳເຫັນຂອງບັນດາທ່ານ ຈະເປັນຂໍ້ມູນສຳຄັນໃຫ້ແກ່ຄະນະຮັບຜິດຊອບ ນຳໄປຄົ້ນຄວ້າ ວິເຄາະວິໄຈ ປັບປຸງກົດໝາຍແຕ່ລະສະບັບ ເຮັດໃຫ້ແຕ່ລະກົດໝາຍ ມີເນື້ອໃນຈະແຈ້ງ ຄົບຖ້ວນ ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ ດ້ວຍຄຸນນະພາບສູງ ທັງນີ້ກໍເພື່ອເປັນບ່ອນອີງໃຫ້ການປະເມີນການຈັດຕັ້ງປະຕິບັດ ແລະ ການທາບທາມຮ່າງກົດໝາຍ 4 ສະບັບມີຄວາມເໝາະສົມກັບສະພາບຕົວຈິງສອດຄ່ອງກັບກົດໝາຍ ແລະ ຮັບປະກັນປະສິດທິພາບ ເພື່ອເປັນການລະດົມສະຕິປັນຍາ ຄໍາຄິດເຫັນທີ່ເປັນປະໂຫຍດ ຂອງສະມາຊິກສະພາແຫ່ງຊາດ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ກໍຄືເປົ້າໝາຍທີ່ກ່ຽວຂ້ອງຕ່າງໆ ເພື່ອປັບປຸງກົດໝາຍ 4 ສະບັບ ໃຫ້ຄົບຖ້ວນ ຮັດກຸມ ແລະ ແທດເໝາະກັບສະພາບຕົວຈິງ ກ່ອນນຳສະເໜີຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ພິຈາລະນານຳເຂົ້າກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ.

ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.

ຂໍ່ມູນຈາກ: ໜັງສືພິມປະຊາຊົນ

error: Content is protected !!