ລາວ-ຣັດເຊຍ ເສີມຂະຫຍາຍການຮ່ວມມືວຽກພຸດທະສາສະໜາ

    ຄະນະຜູ້ແທນສູນກາງແນວລາວສ້າງຊາດ (ສນຊ) ນໍາໂດຍ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານ ສນຊ ໄດ້ເຂົ້າຮ່ວມກອງປະຊຸມເວທີປືກສາຫາລືພຸດທະສາສະໜາສາກົນ ທີ່ອູລັນ-ອູແດ ສ ບູຣຽດເຈຍ ເມື່ອບໍ່ດົນມານີ້ ໂດຍມີບັນດາຄະນະລັດຖະບານ ສ ບູຣຽດເຈຍ ເຈົ້າຫນ້າທີ່ທາງການ ນັກບວດ ພະສົງ ນັກປາດ ນັກວິທະຍາສາດ,ຄະນະຜູ້ແທນທາງການທັງພາຍໃນ ແລະ ຕ່າງປະເທດ ຕາງໜ້າອົງການຈັດຕັ້ງທາງສັງຄົມ ແລະ ສື່ມວນຊົນ ປະມານ 600 ກວ່າຄົນທີ່ມາຈາກ 13 ປະເທດ (ສປ ຈີນ ອິນເດຍ ມົງໂກລີ ສປປ ລາວ ສສ ຫວຽດນາມ ກໍາປູເຈຍ ໄທ ມຽນມາ ສີລັງກາ ບູຖານ ເນປານ ແລະ ອື່ນໆ ) ໃນອາຊີ ແລະ ສ ຣັດເຊຍ.

    ຄະນະຈັດຕັ້ງກອງປະຊຸມໄດ້ໃຫ້ກຽດຂຶ້ນອ່ານສານຊົມເຊີຍຈາກທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ເຊິ່ງເນື້ອໃນສໍາຄັນໄດ້ເວົ້າເຖິງພຸດທະສາສະໜາ ວັດທະນະທໍາ ແລະ ຮີດຄອງປະເພນີທີ່ໄດ້ມີອິດທິພົນອັນໃຫຍ່ຫຼວງຕໍ່ການສ້າງຕັ້ງຣັດເຊຍ ຄືກັບປະເທດໜຶ່ງທີ່ມີຫຼາຍຊົນຊາດຊົນເຜົ່າ ແລະ ທັງມີຫຼາຍສາສະໜາ ແລະ ທັງມີບົດບາດສໍາຄັນໃນການເຮັດໃຫ້ປະຊາຊົນເປັນຈິດໜຶ່ງໃຈດຽວກັນຢ່າງແທ້ຈິງ ພ້ອມທັງໄດ້ກາຍເປັນຜູ້ໃຫ້ທິດທາງນໍາໄປສູ່ຈັນຍາທໍາ ແລະ ຄຸນຄ່າດ້ານຈິດໃຈສໍາລັບປະຊາຊົນຫຼາຍແສນຄົນ ໃນສານຊົມເຊີຍສະບັບນີ້ ຜູ້ນໍາສູງສຸດຂອງຣັດເຊຍ ຍັງໄດ້ກ່າວອີກວ່າ ທ່ານມີຄວາມດີໃຈ ທີ່ເຫັນຄົນລຸ້ນປັດຈຸບັນເປັນຜູ້ສຶບທອດສາສະໜາເກົ່າແກ່ນີ້ ແລະ ຈະເປັນຜູ້ປົກປັກຮັກສາເປັນຢ່າງດີ ຄຸນຄ່າດ້ານປະຫວັດສາດອັນອຸດົມຮັ່ງມີ ຍຶນຍົງຕະຫຼອດໄປ ເປັນມໍລະດົກຕົກທອດຈາກບັນພະບູລຸດເຊິ່ງຄົນຮຸ່ນໃໝ່ນີ້ ຈະເປັນຜູ້ອອກແຮງເຮັດໃຫ້ມີຄວາມກົມກຽວກັນ ລະຫວ່າງສາສະໜາດ້ວຍກັນ ລະຫວ່າງປະຊາຊາດດ້ວຍກັນ ເພື່ອຮັດແໜ້ນສັນຕິພາບ ແລະ ຄວາມເປັນເອກະພາບກັນຢູ່ພາຍໃນປະເທດ.

    ໃນຕອນທ້າຍຂອງສານຊົມເຊີຍ ຜູ້ນໍາຣັດເຊຍ ຍັງໄດ້ສະແດງຄວາມໜັ້ນໃຈວ່າ ກອງປະຊຸມພຸດທະສາສະໜາສາກົນໃນຄັ້ງນີ້ ຈະດໍາເນີນໄປໃນບັນຍາກາດແຫ່ງມິດຕະພາບ ການນັບຖືເຊິ່ງກັນ ແລະ ກັນ ແລະ ທັງຈະເປັນເວທີຂອງການປືກສາຫາລື ບັນຫາທີ່ຕິດພັນກັບການສົ່ງເສີມພຸດທະສາສະໜາ ປັດຊະຍາ ແລະ ພາກປະຕິບັດຕົວຈິງດ້ານພຸດທະສາສະໜາ ນອກນີ້ ກອງປະຊຸມຍັງໄດ້ອ່ານສານຊົມເຊີຍຂອງປະທານສະພາສູງ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍອີກດ້ວຍ.

    ໃນໂອກາດນີ້ ຝ່າຍລາວເຮົາໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ທັງມີຄວາມປະທັບໃຈທີ່ໄດ້ເຫັນຄວາມງົດງາມຂອງຕົວເມຶອງ ອູລັນ-ອູແດ ຂອງ ສ ບູຣຽດເຈຍ ຫົວໜ້າຄະນະຜູ້ແທນລາວ ຍັງໄດ້ແຈ້ງໃຫ້ເພິ່ນຊາບວ່າ ສປປ ລາວ ແລະ ສະຫະພັນຣັດເຊຍ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນປີ 1960 ແລະ ໃນປີ 1965   ຍັງໄດ້ສ້າງຕັ້ງສະມາຄົມມິດຕະພາບ ລາວ-ຣັດເຊຍ ແລະ ສະມາຄົມມິດຕະພາບ ຣັດເຊຍ-ລາວ ໃນແຕ່ລະປະເທດ ນັບແຕ່ນັ້ນມາ ການພົວພັນລະຫວ່າງສອງປະເທດ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ໂດຍສະເພາະໃນຂົງເຂດວຽກງານປ້ອງກັນຊາດ ການສຶກສາ ແລະ ດ້ານອື່ນໆ ພ້ອມກວ່າເນັ້ນວ່າ ສປປ ລາວ ແລະ ສະຫະພັນຣັດເຊຍ ໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ສອງປະເທດກຽມພ້ອມຈະຍົກລະດັບການພົວພັນ ຂຶ້ນສູ່ຄູ່ຮ່ວມມືຍຸດທະສາດ ໃນອານາຄົດ ຄະນະຜູ້ແທນລາວເຣົາຍັງໄດ້ສະແດງຄວາມຫວັງວ່າ ຜົນຂອງການພົບປະຫາລືກັນໃນຄັ້ງນີ້ ຈະເປັນທິດທາງໃຫມ່ອັນຫນຶ່ງຂອງການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ວັດທະນະທໍາລະຫວ່າງສອງປະເທດ ພ້ອມທັງມີຄວາມສົນໃຈໃນການສະເໜີເພິ້ມທຶນການສຶກສາແກ່ນັກສຶກສາລາວໃຫ້ໄດ້ມາຮຽນທີ່ຣັດເຊຍໃຫ້ຫຼາຍຂຶ້ນ ແລະ ສະເໜີຂໍໃຫ້ຝ່າຍເຈົ້າພາບ ພິຈາລະນາຄວາມອາດສາມາດໃນການຮ່ວມມືດ້ານການບິນ ຮ່ວມກັບ ສປປ ລາວ ໃນອານາຄົດ ແລະ ຫວັງວ່າ ຈະມີໂອກາດຕ້ອນຮັບທ່ານ ອາເລັກເຊ ຊໍາບູອີວີຈ ຊືເຢນົບ ຫົວໜ້າລັດຖະບານຂອງ ສ ບູຣຽດເຈຍ ພ້ອມຄະນະ ທີ່ ສປປ ລາວ.

error: Content is protected !!