ໂຄງການປົກປ້ອງສັງຄົມ ແລະ ສິດທິແຮງງານ ຊ່ວຍສ້າງຄວາມເຂັ້ມແຂງໃຫ້ ແຮງງານຜະລິດກະສິກຳໄດ້ຫຼາຍກຸ່ມເປົ້າໝາຍ

    ທ່ານ ວິໄລ ວົງຂະເສີມ ຮອງປະທານສູນກາງສະຫະພັນກຳມະບານລາວ ໄດ້ກ່າວຕໍ່ກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການສົ່ງເສີມປົກປ້ອງສັງຄົມ ແລະ ສິດທິແຮງງານໃນຂະ    ແໜງອາຫານກະສິກຳຂອງ ສປປ ລາວ ປະຈຳ 6 ເດືອນຕົ້ນປີ  ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂຶ້ນໃນວັນທີ 30 ສິງຫາ 2023 ທີ່ສູນກາງສະຫະພັນກຳມະບານລາວ.

     ຜ່ານການຈັດຕັ້ງປະຕິບັດໂຄງການດັ່ງກ່າວພາຍຫຼັງທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບຄູ່ຮ່ວມງານພາກລັດຖະບານ ແລະ ບັນດາຂະແໜງການກ່ຽວຂ້ອງເພື່ຶອເລີ່ມສ້າງຕັ້ງ ແລະ ປັບປຸງການນຳພາກຳມະບານຮາກຖານໃນຫົວໜ່ວຍແຮງງານໃນ 17 ແຂວງທົ່ວປະເທດ ໄລຍະ 6 ເດືອນຜ່ານມາຄູ່ຮ່ວມງານ ແລະ ສູນກາງສະຫະພັນກຳມະບານລາວສາມາດສ້າງຕັ້ງ ແລະ ປັບປຸງຫົວໜ່ວຍແຮງງານໄດ້ 33 ກຸ່ມ ເທົ່າກັບ 15,78% ຂອງຈຳນວນກຸ່ມທີ່ຈະຕ້ອງໄດ້ສ້າງຕັ້ງ ແລະ ປັບປຸງທັງໝົດຂອງຕົວຊີ້ວັດລວມ 1.161 ຄົນ ເທົ່າກັບ 11,36% ຂອງຈຳນວນ 209 ກຸ່ມເປົ້າໝາຍທັງໝົດຂອງໂຄງການ ໃນນີ້ເປັນຍິງ 525 ເທົ່າກັບ 8,3% ຂອງຈໍານວນເປົ້າໝາຍແມ່ຍິງ   ທັງໝົດທີ່ໂຄງການສຸມໃສ່ ໃນນີ້ມີ ສະມາຄົມສົ່ງເສີມແຮງງານນອກລະບົບ 7 ກຸ່ມ ກຸ່ມປູກກະລໍ່າປີ 2 ກຸ່ມຢູ່ເມືອງວັງວຽງ ແຂວງວຽງຈັນ ກຸ່ມປູກໝາກຂາມຫວານເປັນສິນຄ້າ 1 ກຸ່ມ ກຸ່ມລ້ຽງຫມູ 1 ກຸ່ມຢູ່ເມືອງຊະນະຄາມແຂວງວຽງຈັນ ກຸ່ມປູກຝັງ ແລະ ລ້ຽງສັດ 1 ກຸ່ມ ເມືອງສັງທອງ ກຸ່ມປູກຝັງ ແລະ ລ້ຽງສັດ 1 ກຸ່ມ ເມືອງຫາດຊາຍຟອງ ກຸ່ມປູກໝາກຝັກ 1 ກຸ່ມ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ  ສະມາຄົມສົ່ງເສີມຄວາມຮູ້ເພື່ອການພັດທະນາຊົນນະບົດແບບມີສ່ວນຮ່ວມ ກຸ່ມປົກປ້ອງແຮງງານພາຍໃນບ້ານ 5 ກຸ່ມຂອງເມືອງເມີງ ເມືອງຕົ້ນເຜິ້ງ ເມືອງຜາອຸດົມ ແຂວງບໍ່ແກ້ວ ສະມາຄົມສົ່ງເສີມການພັດທະນາສັງຄົມຊາວຊົນນະບົດ ມີກຸ່ມຜະລິດກາເຟ 1 ກຸ່ມ ບ້ານກົງຕະຍຸນ ເມືອງປາກຊ່ອງ ແຂວງຈຳປາສັກ ກຸ່ມຜະລິດກາເຟ 1 ກຸ່ມ ບ້ານຫລັກຂາວ ແຂວງບໍລິຄຳໄຊ ສະຫະພັນກຳມະບານແຂວງອຸດົມໄຊ ມີກຸ່ມປູກຜັກເຮືອນຮົ່ມ 1 ກຸ່ມ ກຸ່ມລ້ຽງປາ 1 ກຸ່ມ ກຸ່ມລ້ຽງເຜີ້ງ 1 ກຸ່ມ ສະຫະພັນກຳມະບານແຂວງ ສະຫວັນນະເຂດມີ ກຸ່ມປູກຜັກປອດສານຜິດ 1 ກຸ່ມ ສະຫະພັນກຳມະບານແຂວງສາລະວັນມີ ກຸ່ມຜະລິດເຂົ້າເປັນສິນຄ້າ 1 ກຸ່ມ ສະຫະພັນກຳມະບານແຂວງຫົວພັນມີ 2 ກຸ່ມຄື ກຸ່ມສວນຊາ ສວນກາເຟ ບ້ານຫ້ວຍລາດ ແລະ ບ້ານຜາຫາດ ສະຫະພັນກຳມະບານແຂວງຜົ້ງສາລີມີ ກຸ່ມສວນຊາ 1 ກຸ່ມ ຢູ່ບ້ານສາຍລົມ ເມືອງຜົ້ງສາລີ ສະຫະພັນກຳມະບານແຂວງເຊກອງມີກຸ່ມປູກກາເຟ 1 ກຸ່ມ ຢູ່ບ້ານດາກວາງ ນອກຈານີ້ຍັງມີບາງກິດຈະກຳຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ເນື່ອງຈາກວ່າຍັງບໍ່ໄດ້ຮັບອະນຸມັດຈາກເຂົ້າແຂວງ ດັ່ງນັ້ນຈຶ່ງສືບຕໍ່ໃນໄລຍະ 6 ເດືອນທ້າຍປີ.

  ໂຄງການສົ່ງເສີມປົກປ້ອງສັງຄົມ ແລະ ສິດທິແຮງງານໃນຂະແໜງອາຫານກະສິກຳຂອງ ສປປ ລາວ ເປັນໂຄງການຮ່ວມມືໜຶ່ງຂອງພາກລັດແລະ ອົງການຈັດຕັ້ງສາກົນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ        ສ້າງຕັ້ງຂຶ້ນໃນປີ 2022-2026 ໂດຍໄດ້ການສະໜັບໜູນທຶນຈາກກົມການຄ້າສາກົນ ແລະ ການຮ່ວມມືພັດທະນາ ກະຊວງການຕ່າງປະເທດ ປະເທດແບນຊິກ ເຊິ່ງໂຄງການນີ້ມີເປົ້າໝາຍທີ່ຈະບັນລຸການປົກປ້ອງທາງສັງຄົມສໍາລັບແຮງງານທີ່ດ້ອຍໂອກາດທັງໃນ ແລະ ນອກລະບົບ ໂດຍເນັ້ນໃສ່ການປົກປ້ອງທາງສັງຄົມໃຫ້ກັບແຮງງານທີ່ເຮັດວຽກໃນຂົງເຂດອາຫານກະສິກຳ ເຊິ່ງປະກອບມີຄູ່ຮ່ວມງານຄື: ສູນການສະຫະພັນກຳມະບານລາວ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການຈັດຕັ້ງທາງສັງຄົມ 6 ອົງກອນ ໂດຍມີພື້ນທີ່ຈັດຕັ້ງປະຕິບັດກິດຈະກໍາໂຄງການຢູ່ 16 ແຂວງ ແລະ 1 ນະຄອນຫຼວງວຽງຈັນໃນຂອບເຂດທົ່ວປະເທດ.    

error: Content is protected !!