ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຂອງນະຄອນຫຼວງວຽງຈັນ (ນວ) ພ້ອມຄະນະ ລົງພົບປະ ແລະ ຊີ້ນໍາວຽກງານຢູ່ພະແນກພະລັງງານ ແລະ ບໍ່ແຮ່ ນວ ວັນທີ 30 ສິງຫາ 2023 ໂດຍການຕ້ອນຮັບຂອງທ່ານ ເສີມຄໍາ ທຸມມະວົງສາ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນວ ມີບັນດາພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ທ່ານ ເສີມຄໍາ ທຸມມະວົງສາ ໄດ້ລາຍງານສະພາບການພົ້ນເດັ່ນ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງພະແນກ ພ້ອມນັ້ນໄດ້ສະເໜີໃຫ້ລັດຖະບານມີຄໍາເຫັນຊີ້ນໍາທ້ອງຖິ່ນຢ່າງຈະແຈ້ງຊັດເຈນ ກ່ຽວກັບບັນດາໂຄງການຊອກຄົ້ນ ສໍາຫຼວດ ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດຕ່າງໆ ທີ່ໄດ້ຢຸດເຊົາຊົ່ວຄາວໃນການດຳເນີນການພັດທະນາໂຄງການທີ່ໄດ້ເຊັນສັນຍາກັບລັດຖະບານໄລຍະ ປີ 2014 ຈົນຮອດປັດຈຸບັນ ເນື່ອງຈາກລາຄາແຮ່ທາດໃນຕະຫຼາດໂລກຕົກຕໍ່າຫຼາຍ ຂາດສະພາບຄ່ອງທາງດ້ານເສດຖະກິດຂອງບໍລິສັດ ເຫັນວ່າເປັນການຈັບຈ່ອງພື້ນທີ່ໄວ້ໂດຍບໍ່ເກີດຜົນປະໂຫຍດ ເປັນການທວງດຶງການພັດທະນາໃນເຂດດັ່ງກ່າວສ້າງຄວາມຫຍຸ້ງຍາກໃຫ້ພໍ່ແມ່ປະຊາຊົນ ໃນການເຂົ້າໄປພັດທະນາພື້ນທີ່ ເຂົ້າໄປທຳມາຫາກິນ ແລະ ມີບາງໂຄງການຍັງຄ້າງຊໍາລະບັນດາພັນທະຕ່າງໆຕາມສັນຍາທີ່ໄດ້ເຊັນກັນໄວ້ ເຊິ່ງເປັນມູນຄ່າຢ່າງຫຼວງຫຼາຍສະເໜີໃຫ້ກ່ຽວກັບການແບ່ງຄວາມຮັບຜິດຊອບລະຫວ່າງຂະແໜງການວິຊາການທີ່ກ່ຽວຂ້ອງໃນການເປັນເຈົ້າການ ເປັນໃຈກາງໃນການປະສານສົມທົບ ຈັດຕັ້ງປະຕິບັດ ການໄກ່ເກ່ຍສິ່ງກີດຂວາງດ້ານຕ່າງໆ ຂອງບັນດາໂຄງການທີ່ໄດ້ເຊັນສັນຍາພັດທະນາໂຄງການດ້ານພະລັງງານ ແລະ ບໍ່ແຮ່ ໃນຂອບເຂດທົ່ວປະເທດ ສະເໜີໃຫ້ອອກເປັນນິຕິກຳສະເພາະ ແລະ ສະເໜີບັນຫາສໍາຄັນອີກຈໍານວນໜຶ່ງ.

ໃນໂອກາດນີ້ທ່ານ ອາດສະພັງທອງ ສີພັນດອນ ໄດ້ມີຄໍາເຫັນ ເອົາໃຈໃສ່ການປະຕິບັດບັນດານິຕິກໍາຕ່າງໆທີ່ກ່ຽວຂ້ອງກັບຂະແໜງການຂອງຕົນ ພ້ອມທັງເອົາໃຈໃສ່ໃນການຕິດຕາມກວດກາໂຄງການກໍ່ສ້າງ ແລະ ຕິດຕັ້ງລະບົບສາຍສົ່ງໄຟຟ້າແຮງສູງທີ່ຜ່ານ ນວ ໂດຍໃຫ້ຕ້ອງເກັບກຳຂໍ້ມູນອັນລະອຽດ ແຍກປະເພດການຊົດເຊີຍໃຫ້ໄດ້ ສຸມໃສ່ປະກອບສວນເຂົ້າໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເອົາໃຈໃສ່ກວດກາຄືນວຽກງານຈຸດສຸມໃນບາງດ້ານ ປັບປຸງໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂໃໝ່ ທັງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ແລະ ຄວາມສາມາດຕົວຈິງ ສໍາລັບການພັດທະນາວຽກງານບໍ່ແຮ່ ສືບຕໍ່ຊີ້ນໍາ ຊຸກຍູ້ ແລະ ປະຕິບັດຕາມທິດເປັນມິດກັບສິ່ງແວດລ້ອມ ຂະຫຍາຍຕົວແບບໜັກແໜ້ນ ຕໍ່ເນື່ອງ ແລະ ຍືນຍົງ ປັບປຸງຂອດການຄົ້ນຄວ້າ ການອະນຸຍາດໃນການດໍາເນີນທຸລະກິດດ້ານນີ້ໃຫ້ເຄັ່ງຄັດ ເຂັ້ມງວດ ໂປ່ງໃສ ແລະ ສອດຄ່ອງກັບລະບຽບກົດໝາຍ ແບ່ງຂັ້ນຄຸ້ມຄອງໃຫ້ຖືກຕ້ອງ ມີປະສິດທິຜົນ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນຂະແໜງການບໍແຮ່ໃຫ້ຫຼຸດລົງຢ່າງຈະແຈ້ງ ເອົາໃຈຕື່ມໃນການຕິດຕາມກວດກາການລັກລອບຂຸດຄົ້ນແຮ່ທາດແບບຊະຊາຍ ໂດຍສະເພາະການຂຸດຄົ້ນດິນແດງ ຫີນການ ຫີນກໍ່ສ້າງ ແລະ ແຮ່ທາດອື່ນໆ.


