ກໍາປູເຈຍ-ລາວ-ຫວຽດນາມ ຮ່ວມມື 3 ຝ່າຍວຽກງານກວດສອບແຫ່ງລັດ

ວັນທີ 28 ຫາ 31 ສິງຫາ 2023 ຄະນະຜູ້ແທນອົງການກວດສອບແຫ່ງລັດ ສປປ ລາວ ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ 3 ຝ່າຍ ຄັ້ງທີ 10 ລະຫວ່າງ ອົງການກວດສອບແຫ່ງລັດ ກໍາປູເຈຍ-ລາວ-ຫວຽດນາມ ທີ່ ນະຄອນ ດານັງ ສສ ຫວຽດນາມ ເປັນປະທານກອງປະຊຸມຂອງ ທ່ານ ໂຫງ່ ຫວັນ ຕັວນ ປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມ ມີຜູ້ແທນຈາກ 3 ຝ່າຍ ເຂົ້າຮ່ວມ.

      ໃນທ່າມກາງສະພາບເສດຖະກິດຂອງພາກພື້ນ ແລະ ສາກົນມີການຜັນແປຢ່າງສັບສົນ ໃນນັ້ນ ກໍລວມທັງບັນຫາສິ່ງທ້າທາຍໃນການດໍາເນີນການກວດສອບ ແລະ ວຽກງານອື່ນໆທີ່ປິ່ນອ້ອມບັນຫາທີ່ກ່າວມານັ້ນໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ເວົ້າລວມ ເວົ້າສະເພາະ ຕໍ່ກັບວຽກງານກວດສອບເຊິ່ງຮຽກຮ້ອງໃຫ້ມີການພັດທະນາ ແລະ ຍົກສູງຄວາມສາມາດວຽກງານກວດສອບ ຫັນເປັນທັນສະໄໝ ເພື່ອສາມາດຕອບສະໜອງໃຫ້ທັນຕາມສະພາບການໂດຍການປັບປຸງ ແລະ ຍົກລະດັບຄຸນນະພາບການກວດສອບໃຫ້ມີຄຸນນະພາບ ໄດ້ມາດຕະຖານໃນການເກັບກຳຂໍ້ມູນຂ່າວສານ ແລະ ສະຫຼຸບລາຍງານຜົນການກວດສອບໃຫ້ມີປະສິດທິພາບ

ກອງປະຊຸມຮ່ວມມື 3 ຝ່າຍໃນຄັ້ງນີ້ນອກຈາກໄດ້ລາຍງານຄວາມຄືບໜ້າ ການກວດສອບການເກັບລາຍຮັບໂດຍຜ່ານລະບົບເຄື່ອງມືທັນສະໄໝ ເອເລັກໂຕນິກ ແລ້ວກອງປະຊຸມຍັງສະເໜີແລກປ່ຽນບົດຮຽນກວດສອບຂອງ 3 ອົງການກວດສອບແຫ່ງລັດ ໃນຫົວຂໍ້: ການຈັດຕັ້ງປະຕິບັດຄຳແນະນຳຜົນການກວດສອບ ແລະ ການຈັດຕັ້ງປະຕິບັດວຽກງານກວດສອບໃນຮູບແບບໃໝ່ ເຊິ່ງອົງການກວດສອບແຫ່ງລັດທັງສາມປະເທດໄດ້ລາຍງານຜົນການກະກຽມຄວາມພ້ອມ ຕໍ່ກັບການຫັນປ່ຽນເປັນທັນສະໄໝ ໃນຍຸກດີຈີຕອນ  ຈາກນັ້ນ ກອງປະຊຸມ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນວຽກງານກວດສອບໃນ ສາມຫົວຂໍ້ ຄື: 1. ການກວດສອບການເກັບລາຍຮັບໂດຍຜ່ານລະບົບເຄື່ອງມືທັນສະໄໝເອເລັກໂຕຼນິກ 2. ການຈັດຕັ້ງປະຕິບັດຄໍາແນະນໍາຜົນການກວດສອບ ແລະ 3. ການຈັດຕັ້ງປະຕິບັດວຽກງານກວດສອບໃນຮູບແບບປົກກະຕິໃໝ່ ເຫັນໄດ້ວ່າ: ບັນດາຄະນະຜູ້ແທນທັງສາມປະເທດໄດ້ມີການນຳສະເໜີ ແລະ ແລກປ່ຽນບົດຮຽນ ແລະ ປະສົບປະການໃນວຽກງານດັ່ງກ່າວຢ່າງກົງໄປກົງມາ ເຊິ່ງການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ເຂົ້າໃນການກວດສອບໃນຍຸກປັດຈຸບັນແມ່ນມີຄວາມສຳຄັນ ແລະ ສອດຄ່ອງກັບແຜນຍຸດທະສາດການພັດທະນາຂອງອົງການກວດສອບແຫ່ງລັດ ສາມປະເທດແມ່ນຄວາມຮຽກຮ້ອງຕ້ອງການຕົວຈີງໃນການພັດທະນາ ແລະ ຍົກລະດັບຄຸນນະພາບການກວດສອບໃຫ້ທຽບເທົ່າມາດຕະຖານການກວດສອບພາກພື້ນ ແລະ ສາກົນ.

ຜ່ານການດຳເນີນກອງປະຊຸມຮ່ວມມື 3 ຝ່າຍຂອງ 3 ອົງການກວດສອບແຫ່ງລັດ ຄັ້ງນີ້ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບການຮ່ວມມື ອັນເປັນມູນເຊື້ອ ລະຫວ່າງ ອົງການກວດສອບແຫ່ງລັດ ທັງ 3 ປະເທດ ກໍຄືຜົນສຳເລັດຫຼາຍດ້ານ ຂອງການພົວພັນຮ່ວມມື 3 ຝ່າຍ ກຳປູເຈຍ-ລາວ-ຫວຽດນາມ ໂດຍສະເພາະກໍແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງ ຂັ້ນວິຊາການເພື່ອຍົກສູງປະສິດທິຜົນແຫ່ງການຮ່ວມມື ໃນຂົງເຂດວຽກງານກວດສອບແຫ່ງລັດ ໃຫ້ມີຄວາມເຂັ້ມແຂງ ມີປະສິດທິຜົນ ແລະ ກວດສອບໄປຕາມມາດຕະຖານການກວດສອບສາກົນ ເທື່ອລະກ້າວ.

error: Content is protected !!